bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Mark 13
Mark 13
Lao Bible 2012 (ພຣະຄຳພີສັກສິ)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 14 →
1
ເມື່ອພຣະເຢຊູເຈົ້າກຳລັງອອກຈາກພຣະວິຫານໄປ ສາວົກຄົນໜຶ່ງກໍເວົ້າກັບພຣະອົງວ່າ, “ອາຈານເອີຍ ເບິ່ງຫັ້ນດູ ກ້ອນຫີນກັບຕົວຕຶກເຫຼົ່ານີ້ເກີນວ່າງາມແທ້.”
2
ພຣະເຢຊູເຈົ້າຕອບວ່າ, “ເຈົ້າເຫັນຕຶກແໜ້ນໜາເຫຼົ່ານັ້ນບໍ? ກ້ອນຫີນຢອງທັບກັນຢູ່ນີ້ຈະຖືກທຳລາຍລົງ ຈົນບໍ່ເຫຼືອຈັກກ້ອນ.”
3
ຕໍ່ມາ ເມື່ອພຣະເຢຊູເຈົ້ານັ່ງຢູ່ເທິງພູເຂົາໝາກກອກເທດ ກົງກັບດ້ານໜ້າຂອງພຣະວິຫານນັ້ນ ເປໂຕ, ຢາໂກໂບ, ໂຢຮັນ ແລະ ອັນເດອາໄດ້ມາຫາພຣະອົງເປັນການສ່ວນຕົວ.
4
ພວກເພິ່ນຖາມວ່າ, “ບອກພວກຂ້ານ້ອຍແດ່ວ່າ ເຫດການນີ້ຈະເກີດຂຶ້ນເມື່ອໃດ? ແລະສິ່ງໃດຈະເປັນໝາຍສຳຄັນວ່າ ເຫດການທັງໝົດເຫຼົ່ານີ້ຈະສຳເລັດ.”
5
ແລ້ວພຣະເຢຊູເຈົ້າກໍບອກພວກເພິ່ນວ່າ, “ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຜູ້ໜຶ່ງຫລອກລວງພວກເຈົ້າໃຫ້ຫລົງ.
6
ດ້ວຍວ່າ, ຈະມີຫລາຍຄົນມາອ້າງນາມຂອງເຮົາວ່າ, ‘ຂ້ອຍນີ້ແຫຼະ ເປັນພຣະຄຣິດ’ ແລະຈະຫລອກລວງຫລາຍຄົນໃຫ້ຫລົງເສຍໄປ.
7
ເມື່ອພວກເຈົ້າໄດ້ຍິນເຖິງເລື່ອງການເສິກ ແລະ ຂ່າວເລົ່າລືເລື່ອງການເຮັດເສິກສົງຄາມນັ້ນ ຢ່າສະທ້ານຢ້ານກົວເລີຍ. ດ້ວຍວ່າ, ເຫດການເຊັ່ນນີ້ຈຳເປັນຕ້ອງເກີດຂຶ້ນ ແຕ່ວັນສຸດທ້າຍຍັງບໍ່ໄດ້ມາເຖິງ.
8
ດ້ວຍວ່າ, ປະເທດຕໍ່ປະເທດ ອານາຈັກຕໍ່ອານາຈັກຈະສູ້ຮົບກັນ, ທັງຈະເກີດແຜ່ນດິນໄຫວໃນບ່ອນຕ່າງໆ ແລະຈະເກີດການອຶດຢາກ, ເຫດການເຫຼົ່ານີ້ ຈະເປັນເໝືອນຂັ້ນຕົ້ນຂອງຄວາມເຈັບປວດໃນການເກີດລູກ.
9
ແຕ່ຈົ່ງລະວັງຕົວໃຫ້ດີ ພວກເຂົາຈະຈັບພວກເຈົ້າຂຶ້ນສານ ແລະຈະຖືກຂ້ຽນຕີໃນທຳມະສາລາ, ພວກເຂົາຈະໃຫ້ພວກເຈົ້າຢືນຢູ່ຕໍ່ໜ້າຜູ້ປົກຄອງ ແລະກະສັດເພາະເຫັນແກ່ເຮົາ ເພື່ອຈະໄດ້ເປັນພະຍານແກ່ພວກເຂົາ.
10
ຂ່າວປະເສີດຈະຕ້ອງປະກາດໄປທົ່ວປະຊາຊາດທັງໝົດກ່ອນ.
11
ແຕ່ເມື່ອເຂົາມອບເຈົ້າໄວ້ນັ້ນ ພວກເຈົ້າຢ່າເປັນທຸກຮ້ອນໃຈກ່ອນວ່າ ຈະເວົ້າຢ່າງໃດ, ແຕ່ຈົ່ງເວົ້າຕາມຖ້ອຍຄຳທີ່ພຣະເຈົ້າໂຜດໃຫ້ເຈົ້າເວົ້າ ເພາະວ່າບໍ່ແມ່ນເຈົ້າເອງເປັນຜູ້ເວົ້າ ແຕ່ແມ່ນພຣະວິນຍານບໍຣິສຸດເຈົ້າ ທີ່ເປັນຜູ້ນຳພາໃຫ້ເວົ້າ.
12
ອ້າຍເອື້ອຍນ້ອງຕ່າງຄົນກໍຈະມອບກັນແລະກັນໄວ້ ພໍ່ກໍຈະມອບລູກ ແລະລູກກໍຈະລຸກຂຶ້ນຕໍ່ສູ້ພໍ່ແມ່ໃຫ້ເຖິງແກ່ຄວາມຕາຍ.
13
ຄົນທັງຫລາຍຈະກຽດຊັງພວກເຈົ້າ ເພາະເຫັນແກ່ນາມຂອງເຮົາ, ແຕ່ຜູ້ໃດອົດທົນໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະໄດ້ລອດພົ້ນ.”
14
“ແຕ່ເມື່ອໃດເຈົ້າທັງຫລາຍເຫັນ ‘ສິ່ງທີ່ໜ້າກຽດຊັງ’ ຕັ້ງຢູ່ໃນບ່ອນທີ່ບໍ່ຄວນຈະຕັ້ງ, (ໃຫ້ຜູ້ອ່ານເຂົ້າໃຈຄວາມໝາຍເອົາເອງ) ເມື່ອນັ້ນໃຫ້ຜູ້ທີ່ຢູ່ໃນແຂວງຢູດາຍຕ້ອງປົບໜີໄປຍັງພູທັງຫລາຍ.
15
ຜູ້ທີ່ຢູ່ເທິງຫລັງຄາເຮືອນ ຢ່າໄດ້ລົງມາ ແລະເຂົ້າໄປໃນເຮືອນເກັບເອົາສິ່ງຂອງອອກໄປ.
16
ສ່ວນຜູ້ທີ່ຢູ່ໃນທົ່ງນາ ກໍຢ່າກັບຄືນມາເອົາເສື້ອຜ້າຂອງຕົນ.
17
ແຕ່ໃນວັນເຫຼົ່ານັ້ນ ເປັນໜ້າເວດທະນາສົງສານຫລາຍຕໍ່ຜູ້ຍິງຖືພາ ແລະແມ່ກັບລູກອ່ອນກິນນົມຢູ່
18
ຈົ່ງພາວັນນາອະທິຖານເພື່ອວ່າເຫດການເຫຼົ່ານີ້ ຈະບໍ່ເກີດຂຶ້ນໃນລະດູໜາວ.
19
ດ້ວຍວ່າ, ໃນຄາວນັ້ນຈະມີຄວາມທຸກລຳບາກຢ່າງໜັກໜ່ວງ ຢ່າງບໍ່ເຄີຍມີມາຕັ້ງແຕ່ຕົ້ນເດີມ ເມື່ອພຣະເຈົ້າໄດ້ເນຣະມິດສ້າງໂລກຈົນເຖິງທຸກວັນນີ້ ແລະເມືອໜ້າຈະບໍ່ເກີດຂຶ້ນອີກຈັກເທື່ອ.
20
ຖ້າອົງພຣະຜູ້ເປັນເຈົ້າ ບໍ່ໄດ້ເຮັດໃຫ້ວັນເຫຼົ່ານັ້ນສັ້ນເຂົ້າແລ້ວ ກໍຈະບໍ່ມີມະນຸດຄົນໃດລອດຊີວິດຢູ່ເລີຍ, ແຕ່ເພາະເຫັນແກ່ພວກທີ່ພຣະອົງໄດ້ເລືອກໄວ້ແລ້ວນັ້ນ ພຣະອົງໄດ້ເຮັດໃຫ້ວັນເຫຼົ່ານັ້ນສັ້ນເຂົ້າ.
21
ໃນເວລານັ້ນ ຖ້າຜູ້ໃດຜູ້ໜຶ່ງເວົ້າແກ່ເຈົ້າທັງຫລາຍວ່າ, ‘ເບິ່ງແມ! ພຣະຄຣິດຢູ່ທີ່ນີ້’ ຫລືວ່າ ‘ເບິ່ງດູ ເພິ່ນຢູ່ທີ່ນັ້ນ’ ຢ່າໄດ້ເຊື່ອ.
22
ດ້ວຍວ່າ, ຈະມີພຣະຄຣິດປອມ ແລະໝໍທຳນວາຍຂີ້ໂລບຫລາຍຄົນເກີດຂຶ້ນ ພວກເຂົາຈະເຮັດການອັດສະຈັນ ແລະໝາຍສຳຄັນຫລາຍປະການ ຖ້າເປັນໄປໄດ້ຈະຫລອກລວງຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ໃຫ້ຫລົງເສຍໄປ.
23
ແຕ່ເຈົ້າທັງຫລາຍຈົ່ງລະວັງໃຫ້ດີ, ເຮົາໄດ້ບອກເຈົ້າທັງຫລາຍໃຫ້ຮູ້ທຸກໆສິ່ງລ່ວງໜ້າກ່ອນແລ້ວ.”
24
“ໃນວັນເຫຼົ່ານັ້ນ ຫລັງຈາກເວລາແຫ່ງຄວາມທຸກລຳບາກຜ່ານພົ້ນໄປແລ້ວ ດວງອາທິດຈະມືດໄປ ດວງຈັນຈະບໍ່ສ່ອງແສງ,
25
ດວງດາວທັງຫລາຍຈະຕົກລົງຈາກສະຫວັນ ແລະ ບັນດາສິ່ງທີ່ມີອຳນາດໃນຟ້າສະຫວັນກໍຈະສັ່ນສະທ້ານຫວັ່ນໄຫວ.
26
ເມື່ອນັ້ນເຂົາຈະເຫັນ ‘ບຸດມະນຸດມາປາກົດໃນເມກ’ ດ້ວຍຣິດອຳນາດອັນຍິ່ງໃຫຍ່ ແລະດ້ວຍສະຫງ່າຣາສີອັນຮຸ່ງເຮືອງ.
27
ເພິ່ນຈະໃຊ້ພວກເທວະດາຂອງເພິ່ນອອກໄປ ເພື່ອຮວບຮວມເອົາຄົນທັງຫລາຍທີ່ພຣະອົງໄດ້ເລືອກໄວ້ແລ້ວຈາກທິດທັງສີ່ ຕັ້ງແຕ່ທີ່ສຸດປາຍແຜ່ນດິນຈົນເຖິງທີ່ສຸດຂອບຟ້າ.”
28
“ເຈົ້າທັງຫລາຍຈົ່ງເອົາບົດຮຽນຄຳອຸປະມາຈາກຕົ້ນເດື່ອເທດ ເມື່ອກິ່ງມັນແຕກໃບອ່ອນອອກ ເຈົ້າກໍຮູ້ວ່າລະດູຮ້ອນໃກ້ຈະມາເຖິງ.
29
ໃນທຳນອງດຽວກັນ, ເມື່ອພວກເຈົ້າເຫັນເຫດການເຫຼົ່ານັ້ນກຳລັງເກີດຂຶ້ນ ຈົ່ງຮູ້ວ່າພຣະອົງມາໃກ້ຈະເຖິງປະຕູແລ້ວ.
30
ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ຄົນສະໄໝນີ້ຈະບໍ່ລ່ວງລັບໄປ ກ່ອນເຫດການທັງໝົດເຫຼົ່ານີ້ຈະເກີດຂຶ້ນ.
31
ຟ້າແລະດິນຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.”
32
“ແຕ່ເລື່ອງວັນກຳນົດ ຫລືເວລາກຳນົດນັ້ນບໍ່ມີຜູ້ໃດຮູ້ ແມ່ນແຕ່ເທວະດາໃນສະຫວັນ ແລະພຣະບຸດກໍບໍ່ຮູ້, ຮູ້ແຕ່ພຣະບິດາເຈົ້າອົງດຽວເທົ່ານັ້ນ.
33
ຈົ່ງເຝົ້າລະວັງຢູ່ ແລະພາວັນນາອະທິຖານຢູ່ສະເໝີ ເພາະເຈົ້າທັງຫລາຍບໍ່ຮູ້ວ່າ ເວລານັ້ນຈະມາເຖິງເມື່ອໃດ.
34
ປຽບເໝືອນກັບຊາຍຄົນໜຶ່ງທີ່ອອກເດີນທາງໄກ ເພິ່ນອອກຈາກເຮືອນຂອງເພິ່ນ ແລະໄດ້ມອບອຳນາດປ່ອຍໃຫ້ບັນດາຄົນຮັບໃຊ້ ຮັບຜິດຊອບເຮັດວຽກຂອງໃຜລາວ ແລະສັ່ງຄົນເຝົ້າຍາມເຮືອນໄວ້ໃຫ້ດີ.
35
ດັ່ງນັ້ນ ຈົ່ງເຝົ້າລະວັງຕຽມພ້ອມຢູ່ ເພາະເຈົ້າທັງຫລາຍບໍ່ຮູ້ວ່າ ເຈົ້າຂອງເຮືອນຈະກັບມາຍາມໃດ ຈະມາຫົວຄໍ່າ ຫລືທ່ຽງຄືນ ຫລືເວລາໄກ່ຂັນ ຫລືໃນຕອນເຊົ້າ.
36
ຢ້ານວ່າຈະມາໃນທັນທີ ແລະພົບເຈົ້າທັງຫລາຍນອນຫລັບຢູ່.
37
ຖ້ອຍຄຳທີ່ເຮົາໄດ້ກ່າວແກ່ພວກເຈົ້ານີ້ ເຮົາກໍກ່າວເຕືອນແກ່ທຸກຄົນເໝືອນກັນວ່າ ຈົ່ງເຝົ້າລະວັງຢູ່.”
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16