bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Mark 2
Mark 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 3 →
1
ໃນວັນຕໍ່ມາ ພຣະເຢຊູເຈົ້າສະເດັດກັບຄືນມາໃນເມືອງກາເປນາອູມອີກ ແລະ ຄົນທັງຫລາຍຕ່າງກໍໄດ້ຍິນວ່າພຣະອົງພັກຢູ່ທີ່ເຮືອນ.
2
ດັ່ງນັ້ນ ປະຊາຊົນຢ່າງຫລວງຫລາຍຈຶ່ງມາເຕົ້າໂຮມກັນອັ່ງອໍຢູ່ເຕັມເຮືອນ ຈົນບໍ່ມີບ່ອນຫວ່າງແມ່ນແຕ່ທີ່ປະຕູທາງເຂົ້າ ພຣະອົງກຳລັງສອນພຣະທຳສູ່ພວກເຂົາຟັງ
3
ມີຄົນຈຳພວກໜຶ່ງສີ່ຄົນຫາມຄົນເປ້ຍມາຫາພຣະເຢຊູເຈົ້າ.
4
ແຕ່ພວກເຂົາເຂົ້າໄປຫາພຣະອົງບໍ່ໄດ້ ເພາະປະຊາຊົນໜາແໜ້ນຫລາຍ. ສະນັ້ນ ພວກເຂົາຈຶ່ງຮື້ຫລັງຄາ ຊື່ບ່ອນທີ່ພຣະອົງກຳລັງສັ່ງສອນຢູ່ນັ້ນອອກ ຄັນຮື້ເປັນປ່ອງແລ້ວ ພວກເຂົາກໍຢ່ອນຄົນເປ້ຍຢູ່ເທິງບ່ອນນອນຂອງລາວລົງມາ.
5
ເມື່ອພຣະເຢຊູເຈົ້າເຫັນຄວາມເຊື່ອຂອງຄົນເຫຼົ່ານີ້ ພຣະອົງກໍຊົງກ່າວແກ່ຄົນເປ້ຍວ່າ, “ລູກເອີຍ ຄວາມຜິດບາບຂອງເຈົ້າໄດ້ຮັບການອະໄພແລ້ວ.”
6
ແຕ່ມີທຳມະຈານບາງຄົນທີ່ນັ່ງໃນທີ່ນັ້ນ ຄິດໃນໃຈວ່າ,
7
“ເປັນຫຍັງຄົນນີ້ຈຶ່ງບັງອາດເວົ້າໝິ່ນປະໝາດພຣະເຈົ້າເຊັ່ນນີ້ ມີແຕ່ພຣະເຈົ້າເທົ່ານັ້ນທີ່ອະໄພບາບກຳໄດ້.”
8
ພຣະເຢຊູເຈົ້າຮູ້ຄວາມຄິດໃນໃຈຂອງພວກເຂົາທັນທີ. ສະນັ້ນ ພຣະອົງຈຶ່ງກ່າວຕໍ່ພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງຄິດເຊັ່ນນັ້ນ?
9
ອັນໃດງ່າຍກວ່າກັນ ທີ່ຈະກ່າວແກ່ຄົນເປ້ຍວ່າ, ‘ຄວາມຜິດບາບທັງຫລາຍຂອງເຈົ້າໄດ້ຮັບການອະໄພແລ້ວ’ ຫລືກ່າວວ່າ, ‘ຈົ່ງລຸກຂຶ້ນເອົາບ່ອນນອນຂອງເຈົ້າ ແລະ ຍ່າງເມືອ?’
10
ແຕ່ເຮົາຢາກໃຫ້ພວກເຈົ້າເຫັນວ່າ ບຸດມະນຸດມີສິດອຳນາດເທິງແຜ່ນດິນໂລກ ອະໄພຜິດບາບຂອງມະນຸດໄດ້.” ສະນັ້ນ ພຣະອົງຈຶ່ງກ່າວແກ່ຄົນເປ້ຍວ່າ,
11
“ເຮົາສັ່ງເຈົ້າໃຫ້ລຸກຂຶ້ນຍົກເອົາບ່ອນນອນ ແລະເມືອເຮືອນສາ.”
12
ໃນຂະນະທີ່ທຸກຄົນກຳລັງຄອຍເບິ່ງຢູ່ນັ້ນ ຄົນເປ້ຍກໍລຸກຂຶ້ນ ຍົກເອົາບ່ອນນອນຂອງຕົນ ແລະ ອອກຈາກເຮືອນໄປໃນທັນທີ ປະຊາຊົນທຸກຄົນຕ່າງກໍງຶດປະຫລາດໃຈ ແລະສັນລະເສີນພຣະເຈົ້າ ແລະເວົ້າວ່າ, “ພວກເຮົາບໍ່ເຄີຍເຫັນເຫດການເຊັ່ນນີ້ຈັກເທື່ອ.”
13
ພຣະເຢຊູເຈົ້າໄດ້ກັບໄປອີກທີ່ແຄມຝັ່ງທະເລສາບຄາລີເລ ປະຊາຊົນໝູ່ໃຫຍ່ໄດ້ມາຫາພຣະອົງ ແລະພຣະອົງໄດ້ສັ່ງສອນພວກເຂົາ.
14
ຕໍ່ມາ ເມື່ອກຳລັງຍ່າງຜ່ານໄປນັ້ນ ພຣະອົງກໍເຫັນເລວີກຳລັງນັ່ງຢູ່ທີ່ດ່ານພາສີ, ເລວີເປັນລູກຊາຍຂອງອາລະຟາຍ ພຣະເຢຊູເຈົ້າກ່າວແກ່ລາວວ່າ, “ຈົ່ງຕິດຕາມເຮົາມາ.” ແລ້ວເພິ່ນກໍລຸກຂຶ້ນ ແລະ ຕາມພຣະອົງໄປ.
15
ຕໍ່ມາ ພຣະເຢຊູເຈົ້າໄດ້ໄປຮ່ວມຮັບປະທານອາຫານຄໍ່າທີ່ເຮືອນຂອງເລວີ. ມີຄົນເກັບພາສີ ແລະຄົນນອກສິນທຳຫລາຍຄົນໄດ້ຕິດຕາມພຣະເຢຊູເຈົ້າໄປ ແລະມີບາງຄົນໃນພວກນີ້ໄດ້ຮ່ວມກິນເຂົ້າແລງກັບພຣະອົງ ແລະພວກສາວົກຂອງພຣະອົງ.
16
ແຕ່ທຳມະຈານບາງຄົນທີ່ເປັນຝ່າຍຟາຣີຊາຍ ໄດ້ເຫັນພຣະເຢຊູເຈົ້າກຳລັງກິນເຂົ້າກັບຄົນນອກສິນທຳແລະຄົນເກັບພາສີ. ດັ່ງນັ້ນ ພວກເຂົາຈຶ່ງຖາມພວກສາວົກຂອງພຣະອົງວ່າ, “ເປັນຫຍັງເພິ່ນຈຶ່ງກິນເຂົ້າກັບຄົນເກັບພາສີແລະຄົນນອກສິນທຳ?”
17
ເມື່ອພຣະເຢຊູເຈົ້າໄດ້ຍິນພວກເຂົາເວົ້າແລ້ວ ຈຶ່ງຕອບພວກເຂົາວ່າ, “ຄົນທີ່ມີສຸຂະພາບດີບໍ່ຕ້ອງການໝໍ, ແຕ່ຄົນເຈັບຕ້ອງການໝໍ ເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນຊອບທຳ, ແຕ່ມາເອີ້ນເອົາຄົນທີ່ມີບາບກຳທັງຫລາຍ.”
18
ພວກທີ່ຕິດຕາມໂຢຮັນບັບຕິສະໂຕແລະພວກຟາຣີຊາຍ ກຳລັງຖືສິນອົດອາຫານ ແລ້ວມີບາງຄົນມາຖາມພຣະເຢຊູເຈົ້າວ່າ, “ເປັນຫຍັງພວກຕິດຕາມໂຢຮັນບັບຕິສະໂຕ ແລະພວກຕິດຕາມພວກຟາຣີຊາຍຈຶ່ງຖືສິນອົດອາຫານ ສ່ວນສາວົກຂອງທ່ານບໍ່ຖື?”
19
ພຣະເຢຊູເຈົ້າຕອບວ່າ, “ເພື່ອນຂອງເຈົ້າບ່າວບໍ່ຕ້ອງຖືສິນອົດອາຫານ ໃນຂະນະທີ່ເຈົ້າບ່າວຍັງຢູ່ນຳພວກເຂົາ.
20
ແຕ່ເວລານັ້ນຈະມາເຖິງ ຄືເມື່ອເຈົ້າບ່າວຈະຕ້ອງພາກຈາກພວກເຂົາໄປ ເມື່ອນັ້ນແຫຼະ ທີ່ພວກເຂົາຈະຖືສິນອົດອາຫານ.”
21
“ບໍ່ມີຜູ້ໃດທີ່ໃຊ້ຜ້າໃໝ່ຕາບເສື້ອເກົ່າ ຖ້າເຮັດຢ່າງນັ້ນຜ້າໃໝ່ຈະຫົດ ແລະ ເຮັດໃຫ້ເສື້ອເກົ່າຂາດເປັນຮູໃຫຍ່ຕື່ມອີກ.
22
ບໍ່ມີຜູ້ໃດທີ່ຖອກເຫຼົ້າອະງຸ່ນ ໃໝ່ໃສ່ຖົງໜັງເກົ່າ ຖ້າເຮັດຢ່າງນັ້ນ ເຫຼົ້າອະງຸ່ນຈະເຮັດໃຫ້ຖົງໜັງນັ້ນຂາດ ແລະເຫຼົ້າອະງຸ່ນກັບທັງຖົງກໍຈະເສຍໄປ, ແຕ່ເຫຼົ້າອະງຸ່ນໃໝ່ຕ້ອງໃສ່ໄວ້ໃນຖົງໜັງໃໝ່.”
23
ໃນວັນຊະບາໂຕວັນໜຶ່ງ ພຣະເຢຊູເຈົ້າ ແລະສາວົກໄດ້ຍ່າງຜ່ານທົ່ງນາ ເມື່ອຍ່າງໄປຕາມທາງນັ້ນ ພວກສາວົກໄດ້ເດັດເອົາຮວງເຂົ້າ.
24
ດັ່ງນັ້ນ ພວກຟາຣີຊາຍຈຶ່ງເວົ້າຕໍ່ພຣະອົງວ່າ, “ເປັນຫຍັງ ພວກສາວົກຂອງທ່ານ ຈຶ່ງເຮັດໃນສິ່ງທີ່ກົດບັນຍັດຂອງພວກເຮົາບໍ່ອະນຸຍາດໃຫ້ເຮັດໃນວັນຊະບາໂຕ.”
25
ພຣະອົງຊົງຕອບພວກເຂົາວ່າ, “ພວກເຈົ້າບໍ່ເຄີຍອ່ານບໍສິ່ງທີ່ດາວິດ ແລະພວກຂອງຕົນໄດ້ເຮັດ ເມື່ອລາວຫິວເຂົ້າແລະຂັດສົນ.
26
ໃນສະໄໝນັ້ນ ແມ່ນອາບີອາທາເປັນມະຫາປະໂຣຫິດ ດາວິດໄດ້ເຂົ້າໄປໃນທີ່ສະຖິດຂອງພຣະເຈົ້າ ແລະກິນເຂົ້າຈີ່ທີ່ໄດ້ຖວາຍແກ່ພຣະເຈົ້າ ຊຶ່ງຕາມກົດບັນຍັດແລ້ວ ມີແຕ່ປະໂຣຫິດເທົ່ານັ້ນ ທີ່ມີສິດກິນເຂົ້າຈີ່ນີ້ໄດ້; ນອກນັ້ນຍັງປັນໃຫ້ຄົນຂອງຕົນກິນນຳດ້ວຍ.”
27
ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ວັນຊະບາໂຕຖືກຕັ້ງໄວ້ເພື່ອປະໂຫຍດອັນນຳຄວາມສຸກມາສູ່ມະນຸດ ບໍ່ແມ່ນສ້າງມະນຸດໄວ້ເພື່ອວັນຊະບາໂຕ.
28
ສະນັ້ນແຫລະ ບຸດມະນຸດຈຶ່ງເປັນອົງພຣະຜູ້ເປັນເຈົ້າເໜືອວັນຊະບາໂຕ.”
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16