bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Mark 4
Mark 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 5 →
1
ຕໍ່ມາ ພຣະເຢຊູເຈົ້າໄດ້ສັ່ງສອນອີກທີ່ແຄມທະເລສາບຄາລີເລ ປະຊາຊົນໝູ່ໃຫຍ່ມາເຕົ້າໂຮມກັນ ແລ້ວມາຫາພຣະອົງ ຈົນພຣະອົງຂຶ້ນໄປນັ່ງຢູ່ໃນເຮືອຫ່າງຈາກຝັ່ງ, ສ່ວນປະຊາຊົນນັ້ນຢູ່ເທິງບົກຕາມແຄມຝັ່ງ.
2
ພຣະອົງໃຊ້ຄຳອຸປະມາຫລາຍເລື່ອງເພື່ອສອນພວກເຂົາ ແລະໃນຕອນນີ້ພຣະອົງໄດ້ສອນໂດຍກ່າວວ່າ,
3
“ຈົ່ງຟັງໃຫ້ດີ ມີຊາຍຄົນໜຶ່ງອອກໄປຫວ່ານເມັດພືດ.
4
ຂະນະທີ່ເຂົາຫວ່ານເມັດພືດໃນນາຢູ່ນັ້ນ ບາງເມັດຕົກຕາມຫົນທາງ ແລະຝູງນົກໄດ້ມາສັບກິນເມັດນັ້ນເສຍ.
5
ບາງເມັດຕົກໃສ່ດິນທີ່ມີຫີນ ຄືບ່ອນທີ່ມີດິນໜ້ອຍຫີນຫລາຍ ເມັດເຫຼົ່ານີ້ຈຶ່ງງອກຂຶ້ນໄດ້ໄວ ເພາະພື້ນດິນບໍ່ເລິກ.
6
ແລະເມື່ອແສງແດດກ້າ ພືດທີ່ຮາກບໍ່ເລິກນັ້ນ ກໍແຫ້ມແດດ ແລະຫ່ຽວແຫ້ງໄປ.
7
ບາງເມັດຕົກໃສ່ກາງພຸ່ມໜາມ ແລ້ວພຸ່ມໜາມເຫຼົ່ານີ້ກໍໃຫຍ່ຂຶ້ນ ແລະຫຸ້ມຮັດພືດເຫຼົ່ານັ້ນໄວ້ຈຶ່ງເກີດຜົນບໍ່ໄດ້.
8
ແຕ່ບາງເມັດຕົກໃສ່ດິນດີ, ພືດກໍງອກງາມແລະຈະເລີນຂຶ້ນ ຈຶ່ງເກີດຜົນ: ສາມສິບຕໍ່, ຫົກສິບຕໍ່ ແລະຮ້ອຍຕໍ່.”
9
ພຣະເຢຊູເຈົ້າຈຶ່ງໄດ້ກ່າວວ່າ, “ຜູ້ໃດມີຫູຟັງ ຈົ່ງຟັງເອົາ.”
10
ເມື່ອພຣະເຢຊູເຈົ້າຢູ່ຕາມລຳພັງແລ້ວ ພວກຕິດຕາມພຣະອົງບາງຄົນ ແລະສາວົກສິບສອງຄົນຈຶ່ງຖາມພຣະອົງກ່ຽວກັບຄຳອຸປະມາດັ່ງກ່າວ.
11
ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ພຣະເຈົ້າໄດ້ເປີດເຜີຍໃຫ້ພວກເຈົ້າໄດ້ຮູ້ຈັກຄວາມເລິກລັບແຫ່ງອານາຈັກຂອງພຣະເຈົ້າ ສຳລັບຄົນຜູ້ທີ່ຢູ່ນອກ ພວກເຂົາຟັງຮູ້ທຸກຢ່າງໄດ້ໂດຍອາໄສຄຳອຸປະມາ
12
ເພື່ອວ່າ ‘ພວກເຂົາເບິ່ງແລ້ວເບິ່ງອີກກໍຈະບໍ່ເຫັນ ຟັງແລ້ວຟັງອີກ ແຕ່ກໍຈະບໍ່ເຂົ້າໃຈ ຖ້າພວກເຂົາຮູ້ ຄົງຫັນກັບຄືນ ມາຫາພຣະເຈົ້າ ແລະ ຮັບການອະໄພ.”’
13
ແລ້ວພຣະເຢຊູເຈົ້າໄດ້ເວົ້າກັບພວກເພິ່ນວ່າ, “ຖ້າພວກເຈົ້າບໍ່ເຂົ້າໃຈຄຳອຸປະມານີ້ແລ້ວ ພວກເຈົ້າຈະເຂົ້າໃຈຄຳອຸປະມາເລື່ອງອື່ນໄດ້ຢ່າງໃດ?
14
ຜູ້ຫວ່ານນັ້ນ ໄດ້ແກ່ຜູ້ຫວ່ານພຣະທຳຂອງພຣະເຈົ້າ.
15
ເມັດທີ່ຕົກຕາມຖະໜົນຫົນທາງ ຄືຄົນທີ່ໄດ້ຍິນພຣະທຳນັ້ນແລ້ວ ທັນໃດນັ້ນ ມານຊາຕານກໍມາຍາດຊີງເອົາພຣະທຳທີ່ຫວ່ານໃນໃຈເຂົານັ້ນໄປເສຍ.
16
ສ່ວນເມັດທີ່ຕົກໃສ່ດິນທີ່ມີຫີນ ໄດ້ແກ່ຄົນທີ່ໄດ້ຍິນພຣະທຳແລ້ວ ກໍຮັບເອົາໄວ້ທັນທີ ດ້ວຍຄວາມຍິນດີ.
17
ຍ້ອນບໍ່ມີຮາກໃນຕົນເອງຈຶ່ງທົນຢູ່ບໍ່ໄດ້ດົນ. ດັ່ງນັ້ນ ເມື່ອໄດ້ຮັບຄວາມຍາກລຳບາກ ຫລືຖືກຂົ່ມເຫັງເພາະພຣະທຳນັ້ນ ເຂົາຈຶ່ງທໍ້ຖອຍໃຈທັນທີ.
18
ເມັດພືດທີ່ຕົກໃສ່ກາງພຸ່ມໜາມ ໄດ້ແກ່ຜູ້ທີ່ໄດ້ຍິນພຣະທຳ,
19
ແຕ່ເຂົາມີຄວາມກັງວົນເຖິງຊີວິດນີ້, ການຢາກຮັ່ງຢາກມີ, ຕະຫລອດທັງຄວາມຕ້ອງການທຸກສິ່ງທຸກຢ່າງ ໄດ້ເຂົ້າມາຫຸ້ມຮັດພຣະທຳໄວ້ ພຣະທຳຈຶ່ງບໍ່ເກີດຜົນ
20
ສ່ວນເມັດພືດທີ່ຕົກໃສ່ດິນດີນັ້ນ ໄດ້ແກ່ຜູ້ທີ່ໄດ້ຍິນພຣະທຳແລ້ວ ຕ້ອນຮັບເອົາໄວ້ຈຶ່ງເກີດຜົນສາມສິບຕໍ່, ຫົກສິບຕໍ່ ແລະຮ້ອຍຕໍ່.”
21
ພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ມີຜູ້ໃດທີ່ໄຕ້ໂຄມໄຟໄວ້ ແລ້ວເອົາເຂົ້າໄວ້ໃນຖັງ ຫລືເອົາວາງໄວ້ຢູ່ກ້ອງຕຽງນອນ? ບໍ່ແມ່ນເຂົາຕັ້ງໄວ້ເທິງທີ່ສູງບໍ?
22
ສິ່ງໃດທີ່ຖືກເຊື່ອງໄວ້ຈະຖືກນຳອອກມາປາກົດໃຫ້ເຫັນ ແລະສິ່ງໃດທີ່ເປັນຄວາມລັບກໍຈະຖືກນຳມາເປີດເຜີຍໃຫ້ຮູ້.
23
ຜູ້ໃດມີຫູຟັງ ຈົ່ງຟັງເອົາ.”
24
ພຣະອົງກ່າວຕໍ່ໄປອີກວ່າ, “ຈົ່ງລະວັງໃນສິ່ງທີ່ພວກເຈົ້າໄດ້ຟັງ ພວກເຈົ້າຈະຕວງໃຫ້ຄົນອື່ນດ້ວຍເຄື່ອງຜອງຢ່າງໃດ, ພຣະເຈົ້າກໍຈະຕວງໃຫ້ກັບພວກເຈົ້າດ້ວຍເຄື່ອງຜອງຢ່າງນັ້ນ ທັງຈະຊົງເພີ່ມເຕີມໃຫ້ອີກ.
25
ດ້ວຍວ່າ, ຜູ້ທີ່ມີຢູ່ແລ້ວກໍຈະໄດ້ຮັບຕື່ມອີກ, ແຕ່ຜູ້ທີ່ບໍ່ມີແມ່ນແຕ່ສິ່ງທີ່ມີຢູ່ພຽງເລັກນ້ອຍ ກໍຈະຖືກເອົາໄປເສຍຈາກລາວ.”
26
ພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ອານາຈັກຂອງພຣະເຈົ້າກໍເປັນຄືດັ່ງນີ້: ມີຄົນໜຶ່ງຫວ່ານເມັດພືດໃສ່ນາຂອງຕົນ.
27
ເຂົານອນຫລັບໃນເວລາກາງຄືນ ແລະຕື່ນຂຶ້ນໃນເວລາກາງເວັນ ພໍດີເມັດພືດນັ້ນກໍງອກ ແລະຈະເລີນເຕີບໃຫຍ່ຂຶ້ນ ແລະເຂົາບໍ່ສາມາດເຂົ້າໃຈວ່າມັນເປັນໄປໄດ້ຢ່າງໃດ.
28
ແມ່ນຜືນແຜ່ນດິນເອງທີ່ເຮັດໃຫ້ເມັດພືດງອກງາມຈົນເກີດຜົນຄື: ທຳອິດເປັນຕົ້ນອ່ອນແຕກອອກ ຕໍ່ມາ ເປັນຮວງເຂົ້າຂຽວ ແລະໃນທີ່ສຸດກໍມີເມັດຕຶ່ງເຕັມຮວງ.
29
ຄັນເມັດເຂົ້າສຸກແລ້ວ ລາວກໍໃຊ້ຄົນໄປກ່ຽວ ເພາະເວລາເກັບກ່ຽວໄດ້ມາເຖິງແລ້ວ.”
30
ພຣະເຢຊູເຈົ້າກ່າວວ່າ, “ອານາຈັກຂອງພຣະເຈົ້າຈະປຽບຄືຫຍັງ? ຫລືຈະໃຊ້ຄຳອຸປະມາຢ່າງໃດເພື່ອອະທິບາຍເຖິງອານາຈັກນີ້?
31
ກໍປຽບເໝືອນແກ່ນຜັກກາດເມັດໜຶ່ງ, ເມື່ອຫວ່ານລົງໄປໃນດິນມັນກໍນ້ອຍກວ່າເມັດໃດໆທັງໝົດໃນໂລກ.
32
ເມື່ອຫວ່ານລົງໄປແລ້ວມັນກໍປົ່ງຂຶ້ນ ແລະກາຍເປັນຕົ້ນທີ່ໃຫຍ່ກວ່າຜັກທັງປວງ ແລະແຕກກິ່ງກ້ານໃຫຍ່ອອກ ພໍທີ່ພວກນົກປ່າມາເຮັດຮັງຢູ່ໄດ້.”
33
ພຣະເຢຊູເຈົ້າໄດ້ກ່າວພຣະທຳ ເປັນຄຳອຸປະມາຫລາຍເລື່ອງຢ່າງດຽວກັນນີ້ໃຫ້ພວກເຂົາຟັງ ຕາມທີ່ພວກເຂົາສາມາດເຂົ້າໃຈໄດ້.
34
ພຣະອົງບໍ່ໄດ້ກ່າວກັບພວກເຂົາໂດຍໃຊ້ຄຳອຸປະມາເທົ່ານັ້ນ, ແຕ່ເມື່ອພຣະອົງຢູ່ຕາມລຳພັງກັບສາວົກແລ້ວ, ພຣະອົງກໍອະທິບາຍທຸກໆສິ່ງສູ່ພວກເພິ່ນຟັງໂດຍສະເພາະ.
35
ຕອນຄໍ່າໃນວັນດຽວກັນນັ້ນ ພຣະເຢຊູເຈົ້າໄດ້ກ່າວແກ່ພວກສາວົກຂອງພຣະອົງວ່າ, “ໃຫ້ພວກເຮົາຂ້າມທະເລສາບໄປຟາກນັ້ນເທາະ.”
36
ສະນັ້ນ ພວກເພິ່ນຈຶ່ງລາປະຊາຊົນ ແລ້ວລົງໄປໃນເຮືອທີ່ພຣະເຢຊູເຈົ້ານັ່ງຢູ່ແລ້ວ ແລະພາກັນຂີ່ໄປ, ນອກນີ້ຍັງມີເຮືອລຳອື່ນອີກຫລາຍລຳໄປນຳດ້ວຍ.
37
ແລ້ວລົມພະຍຸກໍເລີ່ມພັດມາແຮງ ແລະຟອງນໍ້າຊັດເຂົ້າເຮືອຈົນເຮືອເກືອບຈະເຕັມດ້ວຍນໍ້າ.
38
ສ່ວນພຣະເຢຊູເຈົ້ານັ້ນ ນອນໝູນໝອນຫລັບຢູ່ທ້າຍເຮືອ. ສະນັ້ນ ພວກສາວົກຈຶ່ງໄປປຸກພຣະອົງວ່າ, “ອາຈານເອີຍ, ທ່ານບໍ່ເປັນຫ່ວງພວກຂ້ານ້ອຍບໍ? ພວກຂ້ານ້ອຍກຳລັງຈະຈົມນໍ້າຕາຍຢູ່ແລ້ວ.”
39
ພຣະອົງຈຶ່ງຕື່ນຂຶ້ນມາ ແລະກ່າວແກ່ທະເລວ່າ, “ງຽບສະຫງົບແມ”. ແລ້ວລົມກໍເຊົາ ຟອງນໍ້າກໍສະຫງົບງຽບທົ່ວໄປ.
40
ແລ້ວພຣະເຢຊູເຈົ້າກໍກ່າວຕໍ່ພວກສາວົກຂອງພຣະອົງວ່າ, “ເປັນຫຍັງພວກເຈົ້າຈຶ່ງຢ້ານ? ພວກເຈົ້າຍັງບໍ່ມີຄວາມເຊື່ອບໍ?”
41
ແຕ່ພວກເພິ່ນຕົກໃຈຢ້ານຫລາຍທັງເວົ້າຕໍ່ກັນແລະກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດໜໍ? ແມ່ນແຕ່ລົມ ແລະຟອງທະເລກໍຍອມຟັງຄວາມເພິ່ນ.”
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16