bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Mark 16
Mark 16
Lao Bible 2012 (ພຣະຄຳພີສັກສິ)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
1
ເມື່ອວັນຊະບາໂຕຜ່ານພົ້ນໄປແລ້ວ ມາຣີໄທມັກດາລາ ມາຣີແມ່ຂອງຢາໂກໂບ ແລະ ນາງຊາໂລເມກໍຊື້ເຄື່ອງຫອມ ເພື່ອເອົາໄປຫົດສົງພຣະສົບຂອງພຣະເຢຊູເຈົ້າ.
2
ໃນວັນອາທິດແຕ່ເຊົ້າພໍຕາເວັນກຳລັງຂຶ້ນ ພວກນາງກໍໄປເຖິງອຸບມຸງນັ້ນ.
3
ພວກນາງຖາມກັນວ່າ, “ຜູ້ໃດໜໍ ຈະກື່ງກ້ອນຫີນນັ້ນ ອອກຈາກປາກອຸບມຸງໃຫ້ພວກເຮົາ?”
4
ແຕ່ພໍເມື່ອພວກນາງແນມເບິ່ງ ກໍເຫັນວ່າຫີນກ້ອນໃຫຍ່ນັ້ນ ຖືກກຶ່ງອອກໄປໄວ້ທາງຂ້າງແລ້ວ (ເພາະເປັນຫີນກ້ອນໃຫຍ່ຫລາຍ).
5
ເມື່ອພວກນາງເຂົ້າໄປໃນອຸບມຸງແລ້ວ ກໍໄດ້ເຫັນຊາຍໜຸ່ມຜູ້ໜຶ່ງ ນຸ່ງເສື້ອລ່າມສີຂາວນັ່ງຢູ່ເບື້ອງຂວາ ພວກນາງກໍມີຄວາມສະທ້ານຢ້ານກົວ ຕົກໃຈຫລາຍ.
6
ຊາຍໜຸ່ມກ່າວແກ່ພວກນາງວ່າ, “ຢ່າສູ່ຕົກໃຈເລີຍ ພວກນາງມາຊອກຫາເຢຊູໄທນາຊາເຣັດ ຜູ້ຖືກຄຶງໄວ້ທີ່ໄມ້ກາງແຂນ ພຣະອົງເປັນຄືນມາແລ້ວ ພຣະອົງບໍ່ໄດ້ຢູ່ທີ່ນີ້ ເພາະນີ້ແຫຼະ ບ່ອນທີ່ພວກເຂົາວາງພຣະສົບຂອງພຣະອົງໄວ້
7
ບັດນີ້ ຈົ່ງໄປບອກພວກສາວົກຂອງພຣະອົງພ້ອມທັງເປໂຕດ້ວຍ ວ່າ, ‘ພຣະອົງຈະໄປທີ່ແຂວງຄາລີເລກ່ອນເຈົ້າທັງຫລາຍ. ເຈົ້າທັງຫລາຍຈະເຫັນພຣະອົງໃນທີ່ນັ້ນ ຕາມທີ່ພຣະອົງໄດ້ບອກພວກເຈົ້າໄວ້ແລ້ວ.”’
8
ສະນັ້ນ ພວກນາງຈຶ່ງຟ້າວແລ່ນອອກໄປຈາກອຸບມຸງ ທັງວຸ້ນວາຍສັບສົນ ຈົນຕົວສັ່ນເຊັນ ແລະຫວາດກົວ. ພວກນາງບໍ່ໄດ້ບອກເລື່ອງນີ້ສູ່ຜູ້ໃດຟັງເພາະຢ້ານ. [
9
ເມື່ອຮຸ່ງເຊົ້າຂອງວັນອາທິດ ຫລັງຈາກພຣະເຢຊູເຈົ້າ ເປັນຄືນມາຈາກຕາຍແລ້ວ ພຣະອົງໄດ້ປາກົດແກ່ນາງມາຣີໄທມັກດາລາເປັນຜູ້ທຳອິດ ຄືຜູ້ທີ່ພຣະອົງໄດ້ຂັບໄລ່ຜີມານຮ້າຍເຈັດໂຕອອກນັ້ນ.
10
ນາງຈຶ່ງໄປບອກພວກທີ່ເຄີຍຢູ່ກັບພຣະອົງ ພວກເຂົາກຳລັງໄວ້ທຸກ ແລະຮ້ອງໄຫ້ຢູ່,
11
ເມື່ອພວກເຂົາໄດ້ຍິນວ່າພຣະເຢຊູເຈົ້າມີຊີວິດຢູ່ ແລະທັງໄດ້ຍິນນາງເວົ້າວ່າ ຕົນໄດ້ເຫັນພຣະອົງດ້ວຍ ພວກເຂົາກໍບໍ່ໄດ້ເຊື່ອ.
12
ຫລັງຈາກນັ້ນແລ້ວ ພຣະເຢຊູເຈົ້າກໍໄດ້ປາກົດໃນລັກສະນະໜຶ່ງອີກ ແກ່ສາວົກສອງຄົນ ໃນຂະນະທີ່ພວກເພິ່ນເດີນທາງອອກໄປບ້ານນອກ.
13
ທັງສອງໄດ້ກັບຄືນມາບອກສາວົກຄົນອື່ນໆ, ແຕ່ພວກເພິ່ນກໍຍັງບໍ່ເຊື່ອ.
14
ພາຍຫລັງນັ້ນ ພຣະເຢຊູເຈົ້າກໍໄດ້ປາກົດແກ່ສາວົກສິບເອັດຄົນ ໃນຂະນະທີ່ພວກເພິ່ນກຳລັງກິນເຂົ້າຢູ່ ພຣະອົງໄດ້ຕຳໜິຕິຕຽນພວກເພິ່ນທີ່ສົງໄສ ແລະດື້ດ້ານທັງບໍ່ເຊື່ອພວກຄົນທີ່ໄດ້ເຫັນພຣະອົງມີຊີວິດຢູ່.
15
ແລ້ວພຣະອົງກໍໄດ້ສັ່ງພວກເພິ່ນວ່າ, “ເຈົ້າທັງຫລາຍຈົ່ງອອກໄປທົ່ວໂລກ ປະກາດຂ່າວປະເສີດແກ່ມະນຸດສະໂລກທັງໝົດ.
16
ຜູ້ທີ່ເຊື່ອ ແລະຮັບບັບຕິສະມາຈະໄດ້ພົ້ນ ຜູ້ທີ່ບໍ່ເຊື່ອຈະຖືກໂທດ.
17
ແລະໝາຍສຳຄັນເຫຼົ່ານີ້ຈະຕິດຕາມຄົນທີ່ເຊື່ອດັ່ງນີ້ຄື: ພວກເຂົາຈະຂັບໄລ່ຜີມານຮ້າຍອອກໄດ້ໃນນາມຂອງເຮົາ ພວກເຂົາຈະເວົ້າພາສາແປກໆໄດ້,
18
ພວກເຂົາຈະຈັບງູ ຫລືດື່ມຂອງມີພິດຢ່າງໜຶ່ງຢ່າງໃດ ສິ່ງເຫຼົ່ານີ້ຈະບໍ່ເປັນອັນຕະລາຍແກ່ພວກເຂົາ ເມື່ອພວກເຂົາວາງມືໃສ່ຄົນປ່ວຍ ແລະຄົນປ່ວຍນັ້ນກໍຈະຫາຍດີ.”
19
ເມື່ອອົງພຣະເຢຊູເຈົ້າໄດ້ກ່າວແກ່ພວກເຂົາແລ້ວ ພຣະອົງກໍຖືກຮັບຂຶ້ນສູ່ສະຫວັນ ນັ່ງທີ່ເບື້ອງຂວາພຣະຫັດຂອງພຣະເຈົ້າ.
20
ແລ້ວພວກສາວົກເຫຼົ່ານັ້ນ ກໍອອກໄປປະກາດຂ່າວປະເສີດທົ່ວທຸກທີ່ທຸກບ່ອນ ແລະອົງພຣະຜູ້ເປັນເຈົ້າໄດ້ຮ່ວມງານກັບພວກເພິ່ນ ແລະພຣະອົງໄດ້ຢັ້ງຢືນໃຫ້ເຫັນວ່າ ການປະກາດຂ່າວປະເສີດຂອງພວກເພິ່ນ ເປັນຄວາມຈິງແທ້ ດ້ວຍໝາຍສຳຄັນ ແລະການອັດສະຈັນຕ່າງໆທີ່ເກີດຂຶ້ນນັ້ນ.]
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
All chapters:
1
2
3
4
5
6
7
8
9
10
11
12
13
14
15
16