bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Thessalonians 1
1 Thessalonians 1
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 2 →
1
ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງຄຣິສຕະຈັກຂອງຊາວເທສະໂລນິກໃນພຣະເຈົ້າພຣະບິດາ ແລະ ໃນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ: ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຈົ່ງມີແກ່ພວກເຈົ້າທັງຫລາຍ.
2
ພວກເຮົາຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າທຸກຄົນ ແລະ ກ່າວເຖິງພວກເຈົ້າໃນຄຳອະທິຖານຂອງພວກເຮົາຢ່າງຕໍ່ເນື່ອງ.
3
ຕໍ່ໜ້າພຣະເຈົ້າພຣະບິດາຂອງພວກເຮົາ ພວກເຮົາໄດ້ລະນຶກເຖິງການງານຂອງພວກເຈົ້າອັນເກີດມາຈາກຄວາມເຊື່ອ, ການເຮັດວຽກໜັກຂອງພວກເຈົ້າທີ່ເກີດຈາກຄວາມຮັກ ແລະ ຄວາມອົດທົນຂອງພວກເຈົ້າທີ່ໄດ້ຮັບແຮງບັນດານໃຈມາຈາກຄວາມຫວັງໃນພຣະເຢຊູຄຣິດເຈົ້າຜູ້ເປັນອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
4
ພີ່ນ້ອງທັງຫລາຍຜູ້ເປັນທີ່ຮັກຂອງພຣະເຈົ້າເອີຍ, ພວກເຮົາຮູ້ວ່າພຣະອົງໄດ້ເລືອກເອົາພວກເຈົ້າ,
5
ເພາະວ່າຂ່າວປະເສີດຂອງພວກເຮົາທີ່ໄດ້ມາເຖິງພວກເຈົ້າບໍ່ແມ່ນພຽງແຕ່ດ້ວຍຖ້ອຍຄຳເທົ່ານັ້ນ ແຕ່ໄດ້ມາດ້ວຍລິດອຳນາດ, ດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍຄວາມເຊື່ອໝັ້ນອັນເລິກເຊິ່ງ. ພວກເຈົ້າກໍຮູ້ວ່າພວກເຮົາໄດ້ດຳເນີນຊີວິດຢ່າງໃດໃນທ່າມກາງພວກເຈົ້າເພື່ອເຫັນແກ່ພວກເຈົ້າທັງຫລາຍ.
6
ພວກເຈົ້າໄດ້ກາຍເປັນຜູ້ທີ່ເຮັດຕາມແບບຢ່າງຂອງພວກເຮົາ ແລະ ຂອງອົງພຣະຜູ້ເປັນເຈົ້າ, ເພາະພວກເຈົ້າໄດ້ຕ້ອນຮັບເອົາພຣະຄຳໃນທ່າມກາງຄວາມທຸກທໍລະມານຢ່າງໜັກໜ່ວງດ້ວຍຄວາມຊື່ນຊົມຍິນດີທີ່ພຣະວິນຍານບໍລິສຸດເຈົ້າໄດ້ມອບໃຫ້.
7
ດັ່ງນັ້ນ ພວກເຈົ້າຈຶ່ງກາຍເປັນແບບຢ່າງໃຫ້ແກ່ຄົນທີ່ເຊື່ອທັງໝົດໃນແຂວງມາເກໂດເນຍ ແລະ ແຂວງອະຂາຢາ.
8
ພຣະຄຳຂອງອົງພຣະຜູ້ເປັນເຈົ້າໄດ້ດັງອອກຈາກພວກເຈົ້າໄປ ບໍ່ແມ່ນແຕ່ຢູ່ໃນແຂວງມາເກໂດເນຍ ແລະ ໃນແຂວງອະຂາຢາເທົ່ານັ້ນ ຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າກໍໄດ້ກາຍເປັນທີ່ຮູ້ຈັກໄປທົ່ວທຸກຫົນທຸກແຫ່ງ. ເຫດສະນັ້ນ ພວກເຮົາຈຶ່ງບໍ່ຈໍາເປັນຕ້ອງເວົ້າຫຍັງກ່ຽວກັບເລື່ອງນີ້ອີກ,
9
ເພາະພວກເຂົາເອງໄດ້ເວົ້າເຖິງພວກເຈົ້າວ່າພວກເຈົ້າໄດ້ຕ້ອນຮັບພວກເຮົາຢ່າງໃດ. ພວກເຂົາຍັງບອກອີກວ່າພວກເຈົ້າໄດ້ຫັນໜີຈາກຮູບເຄົາລົບມາຫາພຣະເຈົ້າ ເພື່ອຮັບໃຊ້ພຣະເຈົ້າອົງທ່ຽງແທ້ ແລະ ຜູ້ມີຊີວິດຢູ່,
10
ແລະ ຄອຍຖ້າພຣະບຸດຂອງພຣະອົງທີ່ຈະມາຈາກສະຫວັນ, ຜູ້ທີ່ພຣະອົງໄດ້ໃຫ້ເປັນຄືນມາຈາກຕາຍ ຄືພຣະເຢຊູຄຣິດເຈົ້າ, ຜູ້ທີ່ກອບກູ້ເອົາພວກເຮົາທັງຫລາຍໃຫ້ພົ້ນຈາກຄວາມໂກດຮ້າຍທີ່ກຳລັງຈະມາເຖິງ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 2 →
All chapters:
1
2
3
4
5