bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Thessalonians 4
1 Thessalonians 4
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 5 →
1
ສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ, ພວກເຮົາໄດ້ສັ່ງສອນພວກເຈົ້າແລ້ວວ່າຈະດຳເນີນຊີວິດຢ່າງໃດເພື່ອໃຫ້ພຣະເຈົ້າພໍໃຈ ຕາມຄວາມເປັນຈິງພວກເຈົ້າກໍເຮັດເຊັ່ນນັ້ນຢູ່ແລ້ວ. ບັດນີ້ ພວກເຮົາຂໍຮ້ອງພວກເຈົ້າ ແລະ ຊັກຊວນພວກເຈົ້າໃນພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າໃຫ້ເຮັດສິ່ງນີ້ຫລາຍກວ່າເກົ່າອີກ
2
ເພາະພວກເຈົ້າຮູ້ເຖິງຄຳສັ່ງສອນຕ່າງໆທີ່ພວກເຮົາໄດ້ມອບໃຫ້ແກ່ພວກເຈົ້າໂດຍສິດທິອຳນາດຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າ.
3
ພຣະເຈົ້າປະສົງໃຫ້ພວກເຈົ້າໄດ້ຮັບການຊຳລະໃຫ້ບໍລິສຸດຄື: ໃຫ້ພວກເຈົ້າຫລີກເວັ້ນຈາກການຜິດສິນທຳທາງເພດ,
4
ພວກເຈົ້າແຕ່ລະຄົນຈະຕ້ອງຮູ້ຈັກຄວບຄຸມຮ່າງກາຍຂອງຕົນ ໃນທາງທີ່ບໍລິສຸດ ແລະ ໜ້ານັບຖື,
5
ບໍ່ແມ່ນມົວເມົາໃນລາຄະຕັນຫາເໝືອນຄົນທີ່ບໍ່ຮູ້ຈັກພຣະເຈົ້າ
6
ແລະ ຢ່າໃຫ້ຜູ້ໃດລ່ວງເກີນ ຫລື ເຮັດຜິດຕໍ່ພີ່ນ້ອງໃນເລື່ອງນີ້. ອົງພຣະຜູ້ເປັນເຈົ້າຈະລົງໂທດທຸກຄົນທີ່ເຮັດບາບຢ່າງນັ້ນ ຕາມທີ່ພວກເຮົາໄດ້ບອກ ແລະ ໄດ້ເຕືອນພວກເຈົ້າໄວ້ກ່ອນແລ້ວ.
7
ເພາະພຣະເຈົ້າບໍ່ໄດ້ເອີ້ນພວກເຮົາໃຫ້ເປັນຄົນມີມົນທິນ ແຕ່ໃຫ້ພວກເຮົາດຳເນີນຊີວິດທີ່ບໍລິສຸດ.
8
ເຫດສະນັ້ນ ຜູ້ໃດກໍຕາມທີ່ປະຕິເສດຄຳສອນນີ້ກໍບໍ່ໄດ້ປະຕິເສດມະນຸດແຕ່ປະຕິເສດພຣະເຈົ້າຜູ້ມອບພຣະວິນຍານບໍລິສຸດເຈົ້າຂອງພຣະອົງໃຫ້ແກ່ພວກເຈົ້າທັງຫລາຍ.
9
ບັດນີ້ ພວກເຮົາບໍ່ຈຳເປັນຈະຂຽນເຖິງພວກເຈົ້າກ່ຽວກັບຄວາມຮັກລະຫວ່າງພີ່ນ້ອງ ເພາະພຣະເຈົ້າສອນພວກເຈົ້າເອງໃຫ້ຮັກເຊິ່ງກັນແລະກັນຢູ່ແລ້ວ.
10
ແລະ ຕາມເປັນຄວາມຈິງແລ້ວ ພວກເຈົ້າກໍຮັກຄອບຄົວຂອງພຣະເຈົ້າທັງໝົດທົ່ວແຂວງມາເກໂດເນຍ. ແຕ່ເຖິງຢ່າງໃດກໍຕາມ ພີ່ນ້ອງທັງຫລາຍເອີຍ, ພວກເຮົາຂໍໃຫ້ພວກເຈົ້າຮັກພີ່ນ້ອງໃຫ້ຫລາຍຂຶ້ນອີກ.
11
ແລະ ພວກເຈົ້າຈົ່ງມຸ່ງໝັ້ນວ່າຈະດຳເນີນຊີວິດຢ່າງສະຫງົບຄື: ພວກເຈົ້າຈະຕ້ອງເອົາໃຈໃສ່ທຸລະກິດຂອງຕົນເອງ ແລະ ລົງມືເຮັດວຽກເອງເໝືອນດັ່ງທີ່ພວກເຮົາໄດ້ບອກພວກເຈົ້າໄວ້ແລ້ວນັ້ນ,
12
ເພື່ອວ່າການດຳເນີນຊີວິດປະຈຳວັນຂອງພວກເຈົ້າຈະເປັນທີ່ນັບຖືຂອງຄົນພາຍນອກ ແລະ ເພື່ອວ່າພວກເຈົ້າຈະບໍ່ຕ້ອງເພິ່ງພາຄົນອື່ນ.
13
ພີ່ນ້ອງທັງຫລາຍເອີຍ, ພວກເຮົາຢາກໃຫ້ພວກເຈົ້າຮູ້ຈັກຄວາມຈິງກ່ຽວກັບຄົນທີ່ລ່ວງລັບໄປແລ້ວນັ້ນ ເພື່ອວ່າພວກເຈົ້າຈະບໍ່ໂສກເສົ້າເສຍໃຈເໝືອນຄົນອື່ນໆຜູ້ທີ່ບໍ່ມີຄວາມຫວັງ.
14
ເພາະພວກເຮົາເຊື່ອວ່າພຣະເຢຊູເຈົ້າໄດ້ຕາຍ ແລະ ໄດ້ເປັນຄືນມາອີກ, ພວກເຮົາຈຶ່ງເຊື່ອວ່າພຣະເຈົ້າຈະນຳເອົາບັນດາຜູ້ທີ່ຫລັບໄປໃນພຣະເຢຊູເຈົ້ານັ້ນມາດ້ວຍກັນກັບພຣະອົງອີກ.
15
ພວກເຮົາຂໍບອກພວກເຈົ້າຕາມຖ້ອຍຄຳຂອງອົງພຣະຜູ້ເປັນເຈົ້າວ່າພວກເຮົາຜູ້ທີ່ຍັງມີຊີວິດ, ຜູ້ທີ່ຍັງຫລືອຢູ່ຈົນເຖິງການກັບມາຂອງອົງພຣະຜູ້ເປັນເຈົ້ານັ້ນ ຈະບໍ່ລ່ວງໜ້າໄປກ່ອນຜູ້ທີ່ຫລັບໄປແລ້ວຢ່າງແນ່ນອນ.
16
ເພາະອົງພຣະຜູ້ເປັນເຈົ້າເອງຈະລົງມາຈາກສະຫວັນດ້ວຍສຽງຄຳສັ່ງດັງກ້ອງ ດ້ວຍສຽງແຫ່ງອັກຄະເທວະດາ ແລະ ດ້ວຍສຽງແກເອີ້ນຂອງພຣະເຈົ້າ ແລ້ວຜູ້ທີ່ຕາຍໃນພຣະຄຣິດເຈົ້າຈະເປັນຄືນມາກ່ອນ.
17
ຫລັງຈາກນັ້ນ, ພວກເຮົາຜູ້ທີ່ຍັງມີຊີວິດ ແລະ ຜູ້ທີ່ຍັງເຫລືອຢູ່ກໍຈະຖືກຮັບຂຶ້ນໄປໃນເມກພ້ອມກັບຄົນເຫລົ່ານັ້ນ ເພື່ອພົບກັບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ ແລະ ເພື່ອວ່າພວກເຮົາຈະຢູ່ກັບອົງພຣະຜູ້ເປັນເຈົ້າຕະຫລອດໄປເປັນນິດ.
18
ເຫດສະນັ້ນ ຈົ່ງໃຫ້ໜູນໃຈເຊິ່ງກັນແລະກັນດ້ວຍຂໍ້ຄວາມເຫລົ່ານີ້.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 5 →
All chapters:
1
2
3
4
5