bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Thessalonians 5
1 Thessalonians 5
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
1
ບັດນີ້ ພີ່ນ້ອງທັງຫລາຍເອີຍ, ພວກເຮົາບໍ່ຈຳເປັນຕ້ອງຂຽນບອກພວກເຈົ້າກ່ຽວກັບເວລາ ແລະ ວັນ,
2
ເພາະພວກເຈົ້າກໍຮູ້ດີແລ້ວວ່າວັນຂອງອົງພຣະຜູ້ເປັນເຈົ້າຈະມາເໝືອນດັ່ງຂະໂມຍມາໃນເວລາກາງຄືນ.
3
ໃນຂະນະທີ່ຄົນທັງຫລາຍກຳລັງເວົ້າກັນວ່າ, “ສະຫງົບສຸກ ແລະ ປອດໄພ” ເມື່ອນັ້ນຄວາມພິນາດກໍຈະມາເຖິງພວກເຂົາໃນທັນທີ, ເໝືອນດັ່ງການເຈັບທ້ອງເກີດລູກຂອງແມ່ຍິງຖືພາ ແລະ ພວກເຂົາກໍຈະໜີບໍ່ພົ້ນ.
4
ແຕ່ພີ່ນ້ອງທັງຫລາຍເອີຍ, ພວກເຈົ້າບໍ່ໄດ້ຢູ່ໃນຄວາມມືດ, ດັ່ງນັ້ນ ວັນນີ້ຈະບໍ່ເຮັດໃຫ້ພວກເຈົ້າປະຫລາດໃຈເໝືອນດັ່ງຂະໂມຍມາ.
5
ພວກເຈົ້າທຸກຄົນເປັນລູກຂອງຄວາມສະຫວ່າງ ແລະ ເປັນລູກຂອງກາງເວັນ. ພວກເຮົາບໍ່ໄດ້ເປັນຂອງກາງຄືນ ຫລື ຂອງຄວາມມືດ.
6
ດັ່ງນັ້ນ ຢ່າໃຫ້ພວກເຮົາເປັນເໝືອນຄົນອື່ນໆທີ່ນອນຫລັບຢູ່, ແຕ່ພວກເຮົາຈົ່ງຕື່ນຕົວ ແລະ ມີສະຕິຢູ່.
7
ເພາະຜູ້ທີ່ນອນຫລັບກໍຫລັບໃນເວລາກາງຄືນ, ຜູ້ທີ່ເມົາເຫລົ້າກໍເມົາໃນເວລາກາງຄືນ.
8
ແຕ່ເພາະພວກເຮົາເປັນຂອງກາງເວັນ ພວກເຮົາຈົ່ງມີສະຕິຢູ່, ສວມຄວາມເຊື່ອ ແລະ ຄວາມຮັກເປັນເສື້ອເກາະປ້ອງກັນເອິກໄວ້, ມີຄວາມຫວັງໃນຄວາມພົ້ນເປັນໝວກເກາະ.
9
ເພາະພຣະເຈົ້າບໍ່ໄດ້ກຳນົດໃຫ້ພວກເຮົາຕ້ອງປະເຊີນຕໍ່ຄວາມໂກດຮ້າຍ ແຕ່ໃຫ້ຮັບຄວາມພົ້ນໂດຍທາງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
10
ພຣະອົງໄດ້ຕາຍເພື່ອພວກເຮົາ ເພື່ອວ່າ, ບໍ່ວ່າພວກເຮົາຍັງມີຊີວິດຢູ່ ຫລື ຕາຍໄປແລ້ວກໍຕາມ, ພວກເຮົາກໍຈະມີຊີວິດຢູ່ຮ່ວມກັບພຣະອົງ.
11
ເຫດສະນັ້ນ ຈົ່ງໜູນໃຈເຊິ່ງກັນແລະກັນ ແລະ ເສີມສ້າງກັນຂຶ້ນ ເໝືອນດັ່ງທີ່ພວກເຈົ້າກຳລັງເຮັດຢູ່.
12
ພີ່ນ້ອງທັງຫລາຍເອີຍ, ພວກເຮົາຂໍໃຫ້ພວກເຈົ້ານັບຖືຜູ້ທີ່ເຮັດວຽກໜັກໃນທ່າມກາງພວກເຈົ້າ, ຜູ້ທີ່ຫ່ວງໃຍພວກເຈົ້າໃນອົງພຣະຜູ້ເປັນເຈົ້າ ແລະ ຜູ້ທີ່ຕັກເຕືອນພວກເຈົ້າ.
13
ຈົ່ງຮັກ ແລະ ເຄົາລົບພວກເພິ່ນເຫລົ່ານັ້ນຢ່າງສູງເພາະການງານທີ່ພວກເພິ່ນໄດ້ເຮັດ. ຈົ່ງຢູ່ຮ່ວມກັນຢ່າງສະຫງົບສຸກ.
14
ພີ່ນ້ອງທັງຫລາຍເອີຍ, ພວກເຮົາຂໍໃຫ້ພວກເຈົ້າຕັກເຕືອນຜູ້ທີ່ຂີ້ຄ້ານ ແລະ ມັກສ້າງຄວາມວຸ້ນວາຍ, ໃຫ້ໜູນໃຈຜູ້ທີ່ທໍ້ໃຈ, ຊ່ວຍເຫລືອຜູ້ທີ່ອ່ອນແອ, ອົດທົນກັບທຸກຄົນ.
15
ຢ່າໃຫ້ມີຜູ້ໃດເຮັດຊົ່ວຕອບແທນການຊົ່ວ, ແຕ່ຈົ່ງພະຍາຍາມເຮັດດີຕໍ່ກັນແລະກັນ ແລະ ເຮັດດີຕໍ່ທຸກຄົນສະເໝີ.
16
ຈົ່ງຊົມຊື່ນຍິນດີຢູ່ສະເໝີ,
17
ຈົ່ງອະທິຖານຢູ່ບໍ່ຂາດ,
18
ຈົ່ງໂມທະນາຂອບພຣະຄຸນໃນທຸກສະຖານະການ ເພາະນີ້ຄືຄວາມປະສົງຂອງພຣະເຈົ້າສຳລັບພວກເຈົ້າທັງຫລາຍໃນພຣະຄຣິດເຈົ້າເຢຊູ.
19
ຢ່າຫັກຫ້າມພຣະວິນຍານ,
20
ຢ່າປະໝາດຄຳເຜີຍພຣະຄຳ.
21
ແຕ່ຈົ່ງທົດສອບທຸກສິ່ງ. ຈົ່ງຢຶດໝັ້ນໃນສິ່ງທີ່ດີ.
22
ຈົ່ງປະຕິເສດຄວາມຊົ່ວທຸກຢ່າງ.
23
ຂໍໃຫ້ພຣະເຈົ້າເອງຜູ້ເປັນພຣະເຈົ້າແຫ່ງສັນຕິສຸກຊຳລະພວກເຈົ້າໃຫ້ບໍລິສຸດໃນທຸກດ້ານ. ຂໍໃຫ້ທັງວິນຍານ, ຈິດໃຈ ແລະ ຮ່າງກາຍຂອງພວກເຈົ້າບໍ່ມີຕຳໜິໃນວັນທີ່ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາມາ.
24
ພຣະອົງຜູ້ເອີ້ນພວກເຈົ້ານັ້ນສັດຊື່ ແລະ ພຣະອົງຈະກະທຳຕາມທີ່ໄດ້ກ່າວໄວ້.
25
ພີ່ນ້ອງທັງຫລາຍເອີຍ, ຈົ່ງອະທິຖານເພື່ອພວກເຮົາດ້ວຍ.
26
ຈົ່ງທັກທາຍຄົນຂອງພຣະເຈົ້າດ້ວຍການຈູບອັນບໍລິສຸດ.
27
ເຮົາຂໍຮ້ອງພວກເຈົ້າຕໍ່ໜ້າອົງພຣະຜູ້ເປັນເຈົ້າໃຫ້ອ່ານຈົດໝາຍນີ້ໃຫ້ພີ່ນ້ອງທຸກຄົນຟັງ.
28
ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຈົ່ງສະຖິດຢູ່ກັບພວກເຈົ້າທັງຫລາຍ!
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
All chapters:
1
2
3
4
5