bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Thessalonians 3
1 Thessalonians 3
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 4 →
1
ດັ່ງນັ້ນ ເມື່ອພວກເຮົາທົນຕໍ່ໄປບໍ່ໄດ້ ພວກເຮົາຈຶ່ງຄິດວ່າເປັນການສົມຄວນທີ່ຈະປ່ອຍພວກເຮົາໄວ້ຕາມລຳພັງທີ່ນະຄອນອາແຖນ.
2
ພວກເຮົາໄດ້ສົ່ງຕີໂມທຽວຜູ້ເປັນນ້ອງຊາຍຂອງພວກເຮົາ ແລະ ເປັນເພື່ອນຮ່ວມຮັບໃຊ້ພຣະເຈົ້າ ໃນການເຜີຍແຜ່ຂ່າວປະເສີດຂອງພຣະຄຣິດເຈົ້າ, ເພື່ອມາເສີມສ້າງ ແລະ ໜູນໃຈພວກເຈົ້າໃນຄວາມເຊື່ອຂອງພວກເຈົ້າ.
3
ເພື່ອບໍ່ໃຫ້ຜູ້ໃດຫວັ່ນໄຫວໄປກັບການກົດຂີ່ຂົ່ມເຫັງເຫລົ່ານີ້. ພວກເຈົ້າກໍຮູ້ດີແລ້ວວ່າພວກເຮົາຖືກກຳນົດໄວ້ແລ້ວເພື່ອການນັ້ນ.
4
ໃນຄວາມເປັນຈິງແລ້ວ, ເມື່ອພວກເຮົາຢູ່ກັບພວກເຈົ້ານັ້ນ ພວກເຮົາກໍໄດ້ບອກພວກເຈົ້າໄວ້ແລ້ວວ່າພວກເຮົາຈະຖືກກົດຂີ່ຂົ່ມເຫັງ ແລ້ວກໍເປັນຈິງຕາມນັ້ນດັ່ງທີ່ພວກເຈົ້າຮູ້ດີຢູ່ແລ້ວ.
5
ດ້ວຍເຫດນີ້ ເມື່ອເຮົາບໍ່ສາມາດທົນຕໍ່ໄປໄດ້ ເຮົາຈຶ່ງໄດ້ສົ່ງຕີໂມທຽວມາເບິ່ງຄວາມເຊື່ອຂອງພວກເຈົ້າ. ເຮົາຢ້ານວ່າຜູ້ທົດລອງ ໄດ້ລໍ້ລວງພວກເຈົ້າໃນທາງໃດທາງໜຶ່ງແລ້ວ ແລະ ການເຮັດວຽກໜັກຂອງພວກເຮົາກໍອາດຈະເສຍປະໂຫຍດ.
6
ແຕ່ບັດນີ້ ຕີໂມທຽວກໍໄດ້ກັບມາເຖິງພວກເຮົາແລ້ວ ແລະ ເພິ່ນໄດ້ນຳເອົາຂ່າວດີກ່ຽວກັບຄວາມເຊື່ອ ແລະ ຄວາມຮັກຂອງພວກເຈົ້າ. ເພິ່ນໄດ້ບອກພວກເຮົາວ່າພວກເຈົ້າໄດ້ລະນຶກເຖິງພວກເຮົາໃນດ້ານດີຢູ່ສະເໝີ ແລະ ຢາກເຫັນໜ້າພວກເຮົາເໝືອນດັ່ງທີ່ພວກເຮົາຢາກເຫັນໜ້າພວກເຈົ້າເໝືອນກັນ.
7
ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ໃນການທົນທຸກ ແລະ ການຖືກຂົ່ມເຫັງທຸກຢ່າງຂອງພວກເຮົາ ພວກເຮົາໄດ້ຮັບການໜູນໃຈຈາກພວກເຈົ້າເພາະຄວາມເຊື່ອຂອງພວກເຈົ້າ.
8
ບັດນີ້ ພວກເຮົາມີຊີວິດຊີວາແທ້ໆ ເພາະພວກເຈົ້າຕັ້ງໝັ້ນຄົງໃນອົງພຣະຜູ້ເປັນເຈົ້າ.
9
ພວກເຮົາຈະສາມາດຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢ່າງໃດຈຶ່ງຈະສົມກັບຄວາມຊື່ນຊົມຍິນດີທັງຫລາຍທີ່ພວກເຮົາມີຕໍ່ໜ້າພຣະເຈົ້າຂອງພວກເຮົາເພາະຍ້ອນພວກເຈົ້າ?
10
ທັງກາງເວັນ ແລະ ກາງຄືນພວກເຮົາໄດ້ອະທິຖານຢ່າງຈິງຈັງທີ່ສຸດເພື່ອຂໍໃຫ້ພວກເຮົາໄດ້ພົບພວກເຈົ້າອີກ ແລະ ຈະໄດ້ເພີ່ມເຕີມຄວາມເຊື່ອຂອງພວກເຈົ້າໃນສ່ວນທີ່ຍັງຂາດຢູ່ນັ້ນ.
11
ບັດນີ້ ຂໍພຣະເຈົ້າພຣະບິດາເຈົ້າ ແລະ ພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາເປີດທາງໃຫ້ແກ່ພວກເຮົາທີ່ຈະໄດ້ມາພົບພວກເຈົ້າ.
12
ຂໍອົງພຣະຜູ້ເປັນເຈົ້າເຮັດໃຫ້ຄວາມຮັກຂອງພວກເຈົ້າເພີ່ມພູນຂຶ້ນຈົນໄຫລລົ້ນໄປເຖິງກັນແລະກັນ ແລະ ໄປເຖິງຄົນອື່ນໆ ເໝືອນດັ່ງທີ່ພວກເຮົາຮັກພວກເຈົ້າ.
13
ຂໍພຣະອົງເຮັດໃຫ້ຈິດໃຈຂອງພວກເຈົ້າເຂັ້ມແຂງຂຶ້ນເພື່ອວ່າພວກເຈົ້າຈະບໍ່ມີຕຳໜິ ແລະ ບໍລິສຸດຕໍ່ໜ້າພຣະເຈົ້າພຣະບິດາຂອງພວກເຮົາເມື່ອພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາມາປາກົດພ້ອມກັບຜູ້ບໍລິສຸດທັງປວງຂອງພຣະອົງ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 4 →
All chapters:
1
2
3
4
5