bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Thessalonians 2
1 Thessalonians 2
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 3 →
1
ພີ່ນ້ອງທັງຫລາຍເອີຍ, ພວກເຈົ້າກໍຮູ້ຢູ່ວ່າການທີ່ພວກເຮົາມາຢ້ຽມຢາມພວກເຈົ້ານັ້ນກໍບໍ່ໄດ້ເສຍປະໂຫຍດ.
2
ກ່ອນໜ້ານີ້ພວກເຮົາໄດ້ປະເຊີນກັບຄວາມທຸກທໍລະມານ ແລະ ຖືກປະຕິບັດຢ່າງໂຫດຮ້າຍໃນເມືອງຟີລິບປອຍຕາມທີ່ພວກເຈົ້າຮູ້, ແຕ່ດ້ວຍຄວາມຊ່ວຍເຫລືອຂອງພຣະເຈົ້າຂອງພວກເຮົາ ພວກເຮົາຈຶ່ງກ້າທີ່ຈະປະກາດຂ່າວປະເສີດຂອງພຣະອົງແກ່ພວກເຈົ້າເຖິງແມ່ນວ່າຖືກຕໍ່ຕ້ານຢ່າງໜັກກໍຕາມ.
3
ເພາະຄຳຮ້ອງຂໍຂອງພວກເຮົາບໍ່ໄດ້ມາຈາກຄວາມຜິດພາດ ຫລື ແຮງຈູງໃຈທີ່ເປື້ອນເປິ ແລະ ພວກເຮົາກໍບໍ່ໄດ້ພະຍາຍາມຫລອກລວງພວກເຈົ້າດ້ວຍ.
4
ໃນທາງກົງກັນຂ້າມ ພວກເຮົາປະກາດໃນຖານະຜູ້ທີ່ພຣະເຈົ້າເຫັນດີທີ່ຈະມອບໝາຍຂ່າວປະເສີດໃຫ້. ພວກເຮົາບໍ່ໄດ້ພະຍາຍາມເພື່ອໃຫ້ພໍໃຈມະນຸດ ແຕ່ເພື່ອໃຫ້ພຣະເຈົ້າຜູ້ທົດສອບເບິ່ງຈິດໃຈຂອງພວກເຮົານັ້ນພໍໃຈ.
5
ພວກເຈົ້າກໍຮູ້ດີວ່າພວກເຮົາບໍ່ເຄີຍໃຊ້ຄຳຍ້ອງ ຫລື ໃສ່ໜ້າກາກປິດບັງຄວາມໂລບໄວ້ ພຣະເຈົ້າເປັນພະຍານໃຫ້ພວກເຮົາໄດ້.
6
ພວກເຮົາບໍ່ໄດ້ຊອກຫາຄຳຍ້ອງຍໍຈາກມະນຸດ, ບໍ່ວ່າຈາກພວກເຈົ້າ ຫລື ຈາກຄົນອື່ນ, ເຖິງແມ່ນວ່າໃນຖານະເປັນອັກຄະສາວົກຂອງພຣະຄຣິດເຈົ້າ ພວກເຮົາສາມາດໃຊ້ສິດອຳນາດຂອງພວກເຮົາໄດ້ກໍຕາມ.
7
ແຕ່ພວກເຮົາກໍເປັນເໝືອນເດັກນ້ອຍໆ ເມື່ອຢູ່ທ່າມກາງພວກເຈົ້າ. ເໝືອນດັ່ງແມ່ທີ່ລ້ຽງດູລູກຂອງຕົນ,
8
ດັ່ງນັ້ນ ພວກເຮົາຈຶ່ງຫ່ວງໃຍພວກເຈົ້າ. ເພາະພວກເຮົາຮັກພວກເຈົ້າຫລາຍ, ພວກເຮົາຍິນດີທີ່ຈະແບ່ງປັນຂ່າວປະເສີດຂອງພຣະເຈົ້າໃຫ້ແກ່ພວກເຈົ້າເທົ່ານັ້ນ ແມ່ນແຕ່ຊີວິດຂອງພວກເຮົາກໍສະຫລະໃຫ້ໄດ້.
9
ພີ່ນ້ອງທັງຫລາຍເອີຍ, ເຮົາໝັ້ນໃຈວ່າພວກເຈົ້າຈື່ພາລະກິດອັນໜັກໜ່ວງ ແລະ ຄວາມລໍາບາກຂອງພວກເຮົາ, ພວກເຮົາໄດ້ເຮັດວຽກທັງກາງເວັນ ແລະ ກາງຄືນເພື່ອຈະບໍ່ເປັນພາລະແກ່ຜູ້ໃດເລີຍໃນຂະນະທີ່ພວກເຮົາປະກາດຂ່າວປະເສີດຂອງພຣະເຈົ້າແກ່ພວກເຈົ້າ.
10
ພວກເຈົ້າທັງຫລາຍກໍເປັນພະຍານໄດ້ ແລະ ພຣະເຈົ້າກໍເປັນພະຍານເໝືອນກັນວ່າພວກເຮົາບໍລິສຸດ, ທ່ຽງທຳ ແລະ ບໍ່ມີຕຳໜິເມື່ອພວກເຮົາຢູ່ທ່າມກາງພວກເຈົ້າທັງຫລາຍທີ່ເຊື່ອ.
11
ເພາະວ່າພວກເຈົ້າກໍຮູ້ວ່າພວກເຮົາໄດ້ປະຕິບັດຕໍ່ພວກເຈົ້າແຕ່ລະຄົນເໝືອນດັ່ງພໍ່ປະຕິບັດຕໍ່ລູກຂອງຕົນເອງ,
12
ໃຫ້ກຳລັງໃຈ, ເລົ້າໂລມໃຈ ແລະ ຊຸກຍູ້ພວກເຈົ້າໃຫ້ດຳເນີນຊີວິດໃຫ້ຄູ່ຄວນກັບພຣະເຈົ້າ ຜູ້ເອີ້ນເອົາພວກເຈົ້າໃຫ້ເຂົ້າມາສູ່ອານາຈັກ ແລະ ໃນສະຫງ່າລາສີຂອງພຣະອົງ.
13
ແລະ ພວກເຮົາໄດ້ຂອບພຣະຄຸນພຣະເຈົ້າຢູ່ສະເໝີ ເພາະເມື່ອພວກເຈົ້າໄດ້ຮັບເອົາພຣະຄຳຂອງພຣະເຈົ້າ ເຊິ່ງພວກເຈົ້າໄດ້ຍິນຈາກພວກເຮົານັ້ນ ພວກເຈົ້າບໍ່ໄດ້ຮັບໄວ້ເໝືອນດັ່ງເປັນຖ້ອຍຄຳຂອງມະນຸດຜູ້ໜຶ່ງ ແຕ່ໄດ້ຮັບໄວ້ຕາມທີ່ເປັນຈິງຄື ເປັນພຣະຄຳຂອງພຣະເຈົ້າທີ່ກຳລັງທຳງານຢູ່ພາຍໃນພວກເຈົ້າທັງຫລາຍທີ່ເຊື່ອ.
14
ພີ່ນ້ອງທັງຫລາຍເອີຍ, ພວກເຈົ້າກໍເໝືອນກັບຄຣິສຕະຈັກທັງຫລາຍຂອງພຣະເຈົ້າທີ່ແຂວງຢູດາຍ ເຊິ່ງຢູ່ໃນພຣະຄຣິດເຈົ້າເຢຊູຄື: ພວກເຈົ້າໄດ້ຮັບຄວາມທຸກລຳບາກຈາກພີ່ນ້ອງຮ່ວມຊາດຂອງຕົນເອງ ເໝືອນທີ່ຄຣິສຕະຈັກເຫລົ່ານັ້ນໄດ້ຮັບຄວາມທຸກລໍາບາກຈາກພວກຢິວ,
15
ພວກເຂົາໄດ້ຂ້າພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າ, ບັນດາຜູ້ທຳນວາຍ ແລະ ໄດ້ຂັບໄລ່ພວກເຮົາໃຫ້ອອກໄປ. ພວກເຂົາເຮັດໃຫ້ພຣະເຈົ້າບໍ່ພໍໃຈ ແລະ ເປັນສັດຕູຕໍ່ທຸກຄົນ
16
ໂດຍການພະຍາຍາມຂັດຂວາງພວກເຮົາຈາກການກ່າວແກ່ຄົນຕ່າງຊາດເພື່ອວ່າພວກເຂົາຈະໄດ້ຮັບຄວາມພົ້ນ. ດ້ວຍການກະທຳນີ້ ພວກເຂົາໄດ້ສະສົມຄວາມບາບຂອງພວກເຂົາຂຶ້ນຕະຫລອດຈົນເຖິງຂີດສູງສຸດ. ໃນທີ່ສຸດຄວາມໂກດຮ້າຍຂອງພຣະເຈົ້າຈຶ່ງມາເຖິງພວກເຂົາ.
17
ພີ່ນ້ອງທັງຫລາຍເອີຍ, ເມື່ອພວກເຮົາໄດ້ພັດພາກຈາກພວກເຈົ້າໄປຊົ່ວໄລຍະໜຶ່ງນັ້ນ (ໄປແຕ່ຮ່າງກາຍສ່ວນໃຈຍັງຢູ່) ດ້ວຍຄວາມປາຖະໜາຢ່າງແຮງກ້າທີ່ຈະພົບພວກເຈົ້າ ພວກເຮົາຈຶ່ງພະຍາຍາມເຮັດທຸກວິທີທາງທີ່ຈະພົບກັບພວກເຈົ້າອີກ.
18
ພວກເຮົາຢາກມາຫາພວກເຈົ້າແທ້ໆ. ເຮົາເອງຄືໂປໂລ ຢາກຈະກັບມາຫາພວກເຈົ້າຫລາຍເທື່ອແລ້ວ ແຕ່ມານຊາຕານໄດ້ຂັດຂວາງພວກເຮົາໄວ້.
19
ສິ່ງໃດເປັນຄວາມຫວັງຂອງພວກເຮົາ, ສິ່ງໃດເປັນຄວາມຊື່ນຊົມຍິນດີຂອງພວກເຮົາ ຫລື ເປັນມົງກຸດທີ່ພວກເຮົາຈະພາກພູມໃຈຕໍ່ໜ້າພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາເມື່ອພຣະອົງຈະມາ? ບໍ່ແມ່ນພວກເຈົ້າບໍ?
20
ພວກເຈົ້າທັງຫລາຍນັ້ນແຫລະ ທີ່ເປັນກຽດຕິຍົດ ແລະ ເປັນຄວາມຊື່ນຊົມຍິນດີຂອງພວກເຮົາຢ່າງແທ້ຈິງ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 3 →
All chapters:
1
2
3
4
5