bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Timothy 1
1 Timothy 1
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 2 →
1
ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຜູ້ເປັນອັກຄະສາວົກຂອງພຣະຄຣິດເຈົ້າເຢຊູໂດຍຄຳສັ່ງຂອງພຣະເຈົ້າພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ ແລະ ຂອງພຣະຄຣິດເຈົ້າເຢຊູຜູ້ເປັນຄວາມຫວັງຂອງພວກເຮົາ,
2
ເຖິງຕີໂມທຽວລູກແທ້ຂອງເຮົາໃນຄວາມເຊື່ອ: ຂໍໃຫ້ພຣະຄຸນ, ຄວາມເມດຕາ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ ແລະ ພຣະຄຣິດເຈົ້າເຢຊູອົງພຣະຜູ້ເປັນເຈົ້າຂອງພວກເຮົາມີແກ່ເຈົ້າ.
3
ຕາມທີ່ເຮົາໄດ້ຂໍຮ້ອງເຈົ້າເມື່ອເຮົາໄປຍັງແຂວງມາເກໂດເນຍວ່າ, ໃຫ້ເຈົ້າຢູ່ທີ່ເອເຟໂຊເພື່ອວ່າເຈົ້າຈະໄດ້ສັ່ງບາງຄົນບໍ່ໃຫ້ສອນຫລັກຂໍ້ເຊື່ອທີ່ຜິດອີກຕໍ່ໄປ
4
ທັງບໍ່ໃຫ້ໝົກໝົ້ນຕົນເອງຢູ່ກັບນິຍາຍຕ່າງໆ ແລະ ເຊື້ອສາຍອັນບໍ່ຮູ້ສິ້ນສຸດ. ເຊິ່ງເປັນການຄາດຄະເນໄປຫລາຍກວ່າຈະສົ່ງເສີມກິດຈະການຂອງພຣະເຈົ້າໂດຍຄວາມເຊື່ອ.
5
ເປົ້າໝາຍຂອງຄຳສັ່ງນີ້ຄືຄວາມຮັກ ເຊິ່ງມາຈາກໃຈບໍລິສຸດ, ຈາກຈິດສຳນຶກທີ່ດີ ແລະ ຈາກຄວາມເຊື່ອຢ່າງຈິງໃຈ.
6
ມີບາງຄົນໄດ້ຫລົງເສຍໄປຈາກສິ່ງເຫລົ່ານີ້ ແລະ ຫັນໄປເວົ້າແບບໄຮ້ສາລະ.
7
ພວກເຂົາຢາກຈະເປັນຄູສອນກົດບັນຍັດໂດຍທີ່ບໍ່ຮູ້ວ່າຕົນເອງກຳລັງເວົ້າອັນໃດ ຫລື ຢືນຢັນຢ່າງໜັກແໜ້ນເຖິງເລື່ອງອັນໃດ.
8
ພວກເຮົາຮູ້ຢູ່ວ່າກົດບັນຍັດນັ້ນດີຖ້ານຳໄປໃຊ້ໃນທາງທີ່ຖືກຕ້ອງ.
9
ພວກເຮົາກໍຮູ້ເໝືອນກັນວ່າກົດບັນຍັດບໍ່ໄດ້ມີເພື່ອຜູ້ຊອບທຳ ແຕ່ມີເພື່ອຄົນທີ່ລະເມີດກົດ ແລະ ຄົນທີ່ກະບົດ, ຄົນອະທຳ ແລະ ຄົນບາບ, ຄົນບໍ່ບໍລິສຸດ ແລະ ຄົນທີ່ບໍ່ເຊື່ອພຣະເຈົ້າ, ຄົນຂ້າພໍ່ຂ້າແມ່, ຄົນຂ້າຄົນ,
10
ຄົນຜິດສິນທຳທາງເພດ ແລະ ບັນດາຄົນຮັກຮ່ວມເພດ, ຄົນຄ້າຂາຍຂ້າທາດກັບຄົນຂີ້ຕົວະ ແລະ ຄົນໃຫ້ຄຳພະຍານບໍ່ຈິງ ແລະ ສິ່ງອື່ນອີກທີ່ຂັດກັບຄຳສອນອັນມີຫລັກ.
11
ເຊິ່ງສອດຄ່ອງກັບຂ່າວປະເສີດອັນຮຸ່ງເຮືອງຂອງພຣະເຈົ້າຜູ້ເປັນທີ່ສັນລະເສີນ, ຄືຂ່າວປະເສີດທີ່ພຣະອົງໄດ້ມອບໝາຍໃຫ້ແກ່ເຮົານີ້.
12
ເຮົາຂອບພຣະຄຸນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ຜູ້ໃຫ້ກຳລັງແກ່ເຮົາ, ເພາະພຣະອົງເຫັນວ່າເຮົາສັດຊື່ຈຶ່ງແຕ່ງຕັ້ງເຮົາໃຫ້ຮັບໃຊ້ພຣະອົງ.
13
ເຖິງແມ່ນວ່າຄັ້ງໜຶ່ງເຮົາເຄີຍເປັນຜູ້ໝິ່ນປະໝາດພຣະອົງ, ເປັນຜູ້ຂົ່ມເຫັງ ແລະ ເປັນຜູ້ໃຊ້ຄວາມຮຸນແຮງ, ແຕ່ພຣະອົງເມດຕາເຮົາເພາະເຮົາໄດ້ເຮັດໄປດ້ວຍຄວາມບໍ່ຮູ້ ແລະ ບໍ່ເຊື່ອ.
14
ພຣະຄຸນຂອງອົງພຣະຜູ້ເປັນເຈົ້າຂອງພວກເຮົາໄດ້ຖອກເທລົງມາເທິງເຮົາຢ່າງລົ້ນເຫລືອ ພ້ອມດ້ວຍຄວາມເຊື່ອ ແລະ ຄວາມຮັກທີ່ມີຢູ່ໃນພຣະຄຣິດເຈົ້າເຢຊູ.
15
ນີ້ເປັນຄຳກ່າວທີ່ໜ້າເຊື່ອຖື ເຊິ່ງສົມຄວນແກ່ການຍອມຮັບໂດຍບໍ່ມີຂໍ້ສົງໄສຄື: ພຣະຄຣິດເຈົ້າເຢຊູໄດ້ເຂົ້າມາໃນໂລກເພື່ອຊ່ວຍຄົນບາບທັງຫລາຍໃຫ້ລອດພົ້ນ ແລະ ໃນບັນດາຄົນບາບເຫລົ່ານັ້ນເຮົາເປັນຄົນຊົ່ວທີ່ສຸດ.
16
ແຕ່ເປັນຍ້ອນເຫດຜົນນີ້ເອງຈຶ່ງເມດຕາເຮົາຜູ້ເປັນຄົນຊົ່ວທີ່ສຸດໃນບັນດາຄົນບາບ, ເພື່ອພຣະຄຣິດເຈົ້າເຢຊູຈະໄດ້ສະແດງຄວາມອົດທົນອັນມະຫາສານຂອງພຣະອົງໃຫ້ເປັນຕົວຢ່າງແກ່ຄົນທັງປວງທີ່ຈະເຊື່ອໃນພຣະອົງ ແລະ ຮັບເອົາຊີວິດນິລັນດອນ.
17
ບັດນີ້ ຂໍໃຫ້ກຽດຕິຍົດ ແລະ ສະຫງ່າລາສີຈົ່ງມີແກ່ອົງກະສັດຜູ້ເປັນນິລັນດອນ, ຜູ້ເປັນອົງອະມະຕະ, ຜູ້ເບິ່ງບໍ່ເຫັນດ້ວຍຕາ, ຜູ້ເປັນພຣະເຈົ້າແຕ່ອົງດຽວເທົ່ານັ້ນຕະຫລອດໄປເປັນນິດ. ອາແມນ.
18
ຕີໂມທຽວລູກຊາຍຂອງເຮົາ, ທີ່ເຮົາກຳລັງສັ່ງເຈົ້າຢ່າງນີ້ ກໍສອດຄ່ອງກັບຄຳເຜີຍພຣະຄຳທີ່ເຄີຍກ່າວໄວ້ກ່ຽວກັບເຈົ້າ, ເພື່ອວ່າເມື່ອເຈົ້າລະນຶກເຖິງຄຳເຫລົ່ານັ້ນ ເຈົ້າກໍຈະສູ້ຮົບໄດ້ດີ,
19
ຈົ່ງຢຶດໝັ້ນໃນຄວາມເຊື່ອ ແລະ ຈິດສຳນຶກອັນດີ ເຊິ່ງມີບາງຄົນໄດ້ປະຕິເສດ ແລະ ເຮັດໃຫ້ຄວາມເຊື່ອຂອງຕົນຫລົ້ມ.
20
ໃນທ່າມກາງຄົນເຫລົ່ານີ້ມີຮີເມນາໂຢ ແລະ ອາເລັກຊັນເດີ, ຜູ້ທີ່ເຮົາໄດ້ມອບໃຫ້ຊາຕານເພື່ອພວກເຂົາຈະໄດ້ຮຽນຮູ້ທີ່ຈະບໍ່ໝິ່ນປະໝາດພຣະເຈົ້າ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 2 →
All chapters:
1
2
3
4
5
6