bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Timothy 3
1 Timothy 3
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 4 →
1
ນີ້ເປັນຄຳກ່າວທີ່ເຊື່ອຖືໄດ້ຄື: ຖ້າຜູ້ໃດກໍຕາມປາຖະໜາທີ່ຈະເປັນຜູ້ປົກຄອງ ໃນຄຣິສຕະຈັກ ຜູ້ນັ້ນກໍປາຖະໜາການງານອັນສູງສົ່ງ.
2
ສ່ວນຜູ້ປົກຄອງໃນຄຣິສຕະຈັກນັ້ນຕ້ອງເປັນຜູ້ທີ່ປາດສະຈາກຕຳໜິ, ເປັນຜູ້ສັດຊື່ຕໍ່ເມຍຂອງຕົນ, ຮູ້ຈັກຄວບຄຸມອາລົມ, ຮູ້ຈັກບັງຄັບຕົນເອງ, ໜ້ານັບຖື, ມີນ້ຳໃຈຕ້ອນຮັບແຂກ, ສາມາດທີ່ຈະສອນຄົນອື່ນໄດ້,
3
ບໍ່ດື່ມເຫລົ້າມຶນເມົາ, ບໍ່ຮຸນແຮງແຕ່ສຸພາບອ່ອນໂຍນ, ບໍ່ເປັນຄົນມັກຜິດຖຽງກັນ, ບໍ່ເປັນຄົນຮັກເງິນ.
4
ລາວຕ້ອງເບິ່ງແຍງຈັດການຄອບຄົວຂອງຕົນເອງໄດ້ດີ ແລະ ເຫັນວ່າພວກລູກກໍເຊື່ອຟັງລາວ ແລະ ລາວຈະຕ້ອງເຮັດຢ່າງນັ້ນໃຫ້ສົມຄວນແກ່ການນັບຖື.
5
(ຖ້າຜູ້ໃດບໍ່ຮູ້ວິທີເບິ່ງແຍງຈັດການຄອບຄົວຂອງຕົນເອງແລ້ວ, ລາວຈະສາມາດເບິ່ງແຍງຄຣິສຕະຈັກຂອງພຣະເຈົ້າໄດ້ຢ່າງໃດ?)
6
ລາວຕ້ອງບໍ່ເປັນຜູ້ທີ່ຫາກໍກັບໃຈມາເຊື່ອ, ບໍ່ດັ່ງນັ້ນລາວອາດຈະກາຍເປັນຄົນອວດໂຕຈອງຫອງ ແລະ ຕົກຢູ່ພາຍໃຕ້ການພິພາກສາເໝືອນກັບມານຮ້າຍນັ້ນ.
7
ລາວຕ້ອງມີຊື່ສຽງດີໃນທ່າມກາງຄົນພາຍນອກ, ເພື່ອວ່າລາວຈະໄດ້ບໍ່ຕົກເຂົ້າໄປໃນຄວາມອັບອາຍ ແລະ ຕົກເຂົ້າໄປໃນກັບດັກຂອງມານຮ້າຍ.
8
ໃນທຳນອງດຽວກັນ, ຜູ້ດູແລ ຄວນເປັນຄົນທີ່ໜ້ານັບຖື, ເປັນຄົນຈິງໃຈ, ບໍ່ດື່ມເຫລົ້າ ແລະ ບໍ່ຫາປະໂຫຍດໃນທາງທີ່ບໍ່ສັດຊື່.
9
ພວກເຂົາຕ້ອງຢຶດໝັ້ນໃນຄວາມຈິງອັນເລິກເຊິ່ງຂອງຄວາມເຊື່ອດ້ວຍຈິດສຳນຶກອັນໃສສະອາດ.
10
ພວກເຂົາຕ້ອງຖືກທົດສອບກ່ອນ ແລະ ເມື່ອເຫັນວ່າບໍ່ມີຂໍ້ບົກຜ່ອງແລ້ວຈຶ່ງໃຫ້ພວກເຂົາເຮັດໜ້າທີ່ຜູ້ດູແລໄດ້.
11
ໃນທຳນອງດຽວກັນ, ພວກແມ່ຍິງ ຕ້ອງເປັນຄົນທີ່ໜ້ານັບຖື, ບໍ່ເວົ້າຫຍາບຄາຍ, ແຕ່ຮູ້ຈັກຄວບຄຸມອາລົມ ແລະ ເຊື່ອຖືໄດ້ໃນທຸກສິ່ງ.
12
ຜູ້ດູແລຕ້ອງສັດຊື່ຕໍ່ເມຍຂອງຕົນ ແລະ ຕ້ອງເບິ່ງແຍງບັນດາລູກ ແລະ ຄົວເຮືອນຂອງຕົນໄດ້ເປັນຢ່າງດີ.
13
ບັນດາຜູ້ທີ່ຮັບໃຊ້ດີກໍໄດ້ຮັບກຽດຫລາຍ ແລະ ມີຄວາມຫມັ້ນໃຈຢ່າງຫລວງຫລາຍໃນຄວາມເຊື່ອຂອງຕົນໃນພຣະຄຣິດເຈົ້າເຢຊູ.
14
ເຖິງແມ່ນເຮົາຫວັງວ່າຈະມາຫາພວກເຈົ້າໃນອີກບໍ່ດົນນີ້, ແຕ່ເຮົາກໍຂຽນຄຳແນະນຳເຫລົ່ານີ້ມາຫາພວກເຈົ້າ ເພື່ອວ່າ,
15
ຖ້າເຮົາມາຊ້າ, ພວກເຈົ້າກໍຈະໄດ້ຮູ້ວ່າຄົນທັງຫລາຍຄວນປະພຶດຕົນຢ່າງໃດໃນຄົວເຮືອນຂອງພຣະເຈົ້າ ຄືຄຣິສຕະຈັກຂອງພຣະເຈົ້າຜູ້ມີຊີວິດຢູ່ອັນເປັນເສົາຫລັກ ແລະ ຮາກຖານແຫ່ງຄວາມຈິງ.
16
ຂໍ້ເລິກລັບແຫ່ງທາງຂອງພຣະເຈົ້ານັ້ນຍິ່ງໃຫຍ່ເໜືອຂໍ້ຂ້ອງໃຈທັງປວງຄື: ພຣະອົງ ໄດ້ປາກົດໃນສະພາບມະນຸດ ໄດ້ຮັບການພິສູດໂດຍພຣະວິນຍານ, ບັນດາເທວະດາກໍໄດ້ເຫັນ, ໄດ້ຖືກປະກາດໃນທ່າມກາງປະຊາຊາດ, ຄົນໃນໂລກໄດ້ເຊື່ອໃນພຣະອົງ, ໄດ້ຖືກຮັບຂຶ້ນສູ່ສະຫງ່າລາສີ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 4 →
All chapters:
1
2
3
4
5
6