bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Timothy 2
1 Timothy 2
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 3 →
1
ດັ່ງນັ້ນ, ກ່ອນອື່ນໝົດເຮົາຈຶ່ງຂໍຮ້ອງໃຫ້ທູນຂໍ, ອະທິຖານ, ອ້ອນວອນ ແລະ ໂມທະນາຂອບພຣະຄຸນພຣະເຈົ້າເພື່ອຄົນທັງປວງ,
2
ເພື່ອກະສັດທັງຫລາຍ ແລະ ບັນດາຜູ້ມີອຳນາດທັງໝົດ, ເພື່ອວ່າພວກເຮົາທັງຫລາຍຈະໄດ້ຢູ່ຢ່າງສະຫງົບສຸກ ແລະ ດຳເນີນຊີວິດຢ່າງງຽບໆຢູ່ໃນທາງຂອງພຣະເຈົ້າ ແລະ ໃນຄວາມບໍລິສຸດທຸກຢ່າງ.
3
ການກະທຳເຊັ່ນນີ້ເປັນສິ່ງທີ່ດີ ແລະ ເປັນທີ່ພໍໃຈພຣະເຈົ້າພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ,
4
ຜູ້ປະສົງໃຫ້ທຸກຄົນໄດ້ຮັບຄວາມພົ້ນ ແລະ ໄດ້ມາຮູ້ຈັກຄວາມຈິງ.
5
ດ້ວຍວ່າ ມີພຣະເຈົ້າອົງດຽວ ແລະ ມີຜູ້ກາງແຕ່ຜູ້ດຽວລະຫວ່າງພຣະເຈົ້າກັບມະນຸດ, ຄືພຣະຄຣິດເຈົ້າເຢຊູຜູ້ເປັນມະນຸດ,
6
ຜູ້ສະຫລະພຣະອົງເອງເພື່ອເປັນຄ່າໄຖ່ບາບສຳລັບມະນຸດທັງປວງ. ເຊິ່ງບັດນີ້ໄດ້ເປັນພະຍານແລ້ວໃນເວລາທີ່ເໝາະສົມ.
7
ແລະ ເພື່ອຈຸດປະສົງນີ້ ເຮົາຈຶ່ງໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ປະກາດ ແລະ ເປັນອັກຄະສາວົກ, ເຮົາກຳລັງເວົ້າຄວາມຈິງ, ເຮົາບໍ່ໄດ້ເວົ້າຕົວະ ແລະ ເຮົາເປັນຄູສອນທີ່ແທ້ຈິງ ແລະ ສັດຊື່ຂອງບັນດາຄົນຕ່າງຊາດ.
8
ເຫດສະນັ້ນ ເຮົາຢາກໃຫ້ຜູ້ຊາຍທີ່ຢູ່ທົ່ວທຸກບ່ອນອະທິຖານ, ຍົກມືອັນບໍລິສຸດຂຶ້ນໂດຍປາດສະຈາກຄວາມໃຈຮ້າຍ ຫລື ການຜິດຖຽງກັນ.
9
ເຮົາຍັງຢາກໃຫ້ແມ່ຍິງແຕ່ງໂຕສຸພາບ, ດ້ວຍຄວາມສຸພາບຮຽບຮ້ອຍ ແລະ ເໝາະສົມ, ບໍ່ແມ່ນປະດັບຕົນເອງດ້ວຍຊົງຜົມທີ່ປານີດ ຫລື ດ້ວຍຄຳ ຫລື ດ້ວຍໄຂ່ມຸກ ຫລື ດ້ວຍເຄື່ອງນຸ່ງລາຄາແພງ,
10
ແຕ່ດ້ວຍການກະທຳທີ່ດີ ເຊິ່ງເໝາະສົມກັບແມ່ຍິງຜູ້ທີ່ປະກາດຕົນວ່ານະມັດສະການພຣະເຈົ້າ.
11
ແມ່ຍິງ ຄວນຮຽນຮູ້ຢ່າງງຽບໆ ແລະ ຍອມຈໍານົນທຸກປະການ.
12
ເຮົາບໍ່ອະນຸຍາດໃຫ້ແມ່ຍິງສັ່ງສອນ ຫລື ມີສິດອຳນາດເໜືອຜູ້ຊາຍ ແຕ່ໃຫ້ນາງມິດງຽບຢູ່.
13
ເພາະພຣະເຈົ້າສ້າງອາດາມກ່ອນ ຫລັງຈາກນັ້ນຈຶ່ງສ້າງເອວາ.
14
ແລະ ອາດາມບໍ່ໄດ້ຖືກຫລອກລວງ, ແຕ່ແມ່ນແມ່ຍິງນັ້ນທີ່ຖືກຫລອກລວງ ແລະ ກາຍເປັນຄົນບາບ.
15
ແຕ່ແມ່ຍິງ ກໍຈະພົ້ນ ໄດ້ໂດຍການເກີດລູກ ຖ້າພວກເຂົາຫາກຍັງດຳເນີນຢູ່ໃນຄວາມເຊື່ອ, ຄວາມຮັກ ແລະ ຄວາມບໍລິສຸດດ້ວຍຄວາມເໝາະສົມ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 3 →
All chapters:
1
2
3
4
5
6