bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Timothy 5
1 Timothy 5
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 6 →
1
ຢ່າຕຳໜິຊາຍຜູ້ອາວຸໂສຢ່າງຮຸນແຮງ, ແຕ່ຈົ່ງຂໍຮ້ອງເພິ່ນເໝືອນດັ່ງເພິ່ນເປັນພໍ່ຂອງເຈົ້າ. ຈົ່ງປະຕິບັດຕໍ່ຊາຍໜຸ່ມທີ່ອາຍຸອ່ອນກວ່າເໝືອນດັ່ງເປັນນ້ອງຊາຍ,
2
ຕໍ່ແມ່ຍິງຜູ້ອາວຸໂສເໝືອນດັ່ງເພິ່ນເປັນແມ່ ແລະ ຕໍ່ຍິງໜຸ່ມທີ່ມີອາຍຸອ່ອນກວ່າເໝືອນດັ່ງເປັນນ້ອງສາວດ້ວຍຄວາມບໍລິສຸດຢ່າງແທ້ຈິງ.
3
ຈົ່ງນັບຖືເອົາໃຈໃສ່ພວກແມ່ໝ້າຍຜູ້ທີ່ຂັດສົນຕາມສົມຄວນ.
4
ແຕ່ຖ້າແມ່ໝ້າຍຄົນໃດມີລູກ ຫລື ຫລານ ກ່ອນອື່ນໝົດຈະຕ້ອງໃຫ້ລູກຫລານເຫລົ່ານັ້ນໄດ້ຮຽນຮູ້ປະຕິບັດຕາມຫລັກຂອງສາສະໜາໂດຍການເອົາໃຈໃສ່ເບິ່ງແຍງຄອບຄົວຂອງຕົນເອງອັນເປັນການຕອບແທນແກ່ພໍ່ແມ່ ແລະ ພໍ່ຕູ້ແມ່ຕູ້, ເພາະການເຮັດເຊັ່ນນີ້ເປັນທີ່ພໍໃຈພຣະເຈົ້າ.
5
ແມ່ໝ້າຍຜູ້ທີ່ຂັດສົນແທ້ໆ ແລະ ຖືກປະໃຫ້ຢູ່ຄົນດຽວນັ້ນກໍໃຫ້ລາວຕັ້ງຄວາມຫວັງໄວ້ໃນພຣະເຈົ້າ ແລະ ສືບຕໍ່ອະທິຖານ ແລະ ຮ້ອງຂໍຕໍ່ພຣະເຈົ້າທັງກາງເວັນ ແລະ ກາງຄືນໃຫ້ຊ່ວຍເຫລືອ.
6
ແຕ່ແມ່ໝ້າຍທີ່ດຳເນີນຊີວິດຢູ່ເພື່ອຫາຄວາມສະໜຸກສະໜານນັ້ນກໍຕາຍແລ້ວທັງເປັນ.
7
ຈົ່ງສັ່ງສອນຄົນທັງຫລາຍເຖິງສິ່ງເຫລົ່ານີ້ດ້ວຍ, ເພື່ອວ່າຈະບໍ່ມີຜູ້ໃດຖືກຕຳໜິໄດ້.
8
ຖ້າຜູ້ໃດບໍ່ອຸດໜູນລ້ຽງດູຍາດພີ່ນ້ອງຂອງຕົນໂດຍສະເພາະຄົນໃນຄອບຄົວຂອງຕົນເອງ ຜູ້ນັ້ນກໍໄດ້ປະຕິເສດຄວາມເຊື່ອແລ້ວ ແລະ ຮ້າຍກວ່າຄົນທີ່ບໍ່ເຊື່ອອີກ.
9
ຢ່າບັນທຶກຊື່ແມ່ໝ້າຍຄົນໃດລົງໃນທະບຽນຂອງພວກແມ່ໝ້າຍ ເວັ້ນໄວ້ແຕ່ນາງຈະມີອາຍຸເກີນຫົກສິບປີ ແລະ ສັດຊື່ຕໍ່ຜົວຂອງນາງ
10
ແລະ ເປັນຜູ້ທີ່ມີຊື່ສຽງໃນການເຮັດຄວາມດີ, ເຊັ່ນວ່າລ້ຽງດູລູກໆ, ມີນ້ຳໃຈຕ້ອນຮັບແຂກ, ລ້າງຕີນໃຫ້ບັນດາຄົນຂອງພຣະເຈົ້າ, ຊ່ວຍເຫລືອບັນດາຜູ້ທີ່ຍາກຈົນ ແລະ ອຸທິດຕົນເອງໃນການເຮັດດີທຸກຢ່າງ.
11
ສ່ວນພວກແມ່ໝ້າຍທີ່ຍັງໜຸ່ມຢູ່ນັ້ນ ຢ່າບັນທຶກພວກເຂົາລົງໃນທະບຽນ, ເພາະເມື່ອຄວາມປາຖະໜາທາງຮ່າງກາຍຂອງພວກເຂົາເອົາຊະນະການອຸທິດຕົນຂອງພວກເຂົາແກ່ພຣະຄຣິດເຈົ້ານັ້ນ, ພວກເຂົາກໍຢາກແຕ່ງງານອີກ.
12
ອັນເປັນເຫດໃຫ້ພວກເຮົາຖືກພິພາກສາເພາະລະເມີດຄຳປະຕິຍານຂອງຕົນທີ່ໃຫ້ໄວ້ແຕ່ທຳອິດ.
13
ນອກຈາກນີ້ ພວກເຂົາຈະມີນິໄສຂີ້ຄ້ານທຽວໄປເຮືອນນັ້ນເຮືອນນີ້ ແລະ ບໍ່ພຽງແຕ່ພວກເຂົາກາຍເປັນຄົນຂີ້ຄ້ານເທົ່ານັ້ນແຕ່ຍັງມັກເວົ້າຂວັນນິນທາ ແລະ ມັກຫຍຸ້ງເລື່ອງຄົນອື່ນ ເວົ້າສິ່ງທີ່ບໍ່ຄວນເວົ້າ.
14
ດັ່ງນັ້ນ ເຮົາຈຶ່ງຂໍແນະນຳບັນດາແມ່ໝ້າຍໜຸ່ມໃຫ້ແຕ່ງງານ, ໃຫ້ມີລູກ, ໃຫ້ເບິ່ງແຍງເຮືອນຂອງຕົນ ແລະ ເພື່ອບໍ່ໃຫ້ສັດຕູມີໂອກາດໃສ່ຮ້າຍປ້າຍສີໄດ້.
15
ແທ້ຈິງແລ້ວກໍມີແມ່ໝ້າຍບາງຄົນໄດ້ຫລົງຕິດຕາມມານຊາຕານໄປແລ້ວ.
16
ຖ້າແມ່ຍິງຄົນໃດທີ່ເປັນຜູ້ທີ່ເຊື່ອມີແມ່ໝ້າຍຢູ່ໃນການເບິ່ງແຍງຂອງນາງ ນາງກໍຄວນສືບຕໍ່ຊ່ວຍເຫລືອພວກເຂົາ ແລະ ຢ່າປ່ອຍພວກເຂົາໃຫ້ເປັນພາລະຂອງຄຣິສຕະຈັກ, ເພື່ອວ່າຄຣິສຕະຈັກຈະສາມາດຊ່ວຍເຫລືອບັນດາແມ່ໝ້າຍຜູ້ທີ່ຂັດສົນແທ້ໆ.
17
ພວກຜູ້ປົກຄອງທີ່ບໍລິຫານກິດຈະການຂອງຄຣິສຕະຈັກໄດ້ດີກໍສົມຄວນໄດ້ຮັບກຽດເປັນສອງເທົ່າ, ໂດຍສະເພາະບັນດາຜູ້ທີ່ເຮັດໜ້າທີ່ເທດສະໜາ ແລະ ສັ່ງສອນ.
18
ເພາະພຣະຄຳພີກ່າວວ່າ, “ຢ່າເອົາປອກສຸບໃສ່ປາກງົວໃນຂະນະທີ່ມັນກຳລັງນວດເມັດພືດຢູ່” ແລະ “ຄົນງານກໍສົມຄວນໄດ້ຮັບຄ່າຈ້າງຂອງຕົນ”.
19
ຢ່າຮັບເອົາຄຳກ່າວຫາໃສ່ຜູ້ປົກຄອງຄົນໃດເວັ້ນແຕ່ຈະມີພະຍານສອງ ຫລື ສາມຄົນ.
20
ແຕ່ບັນດາຜູ້ປົກຄອງຜູ້ທີ່ເຮັດບາບນັ້ນເຈົ້າຈົ່ງກ່າວຕັກເຕືອນຕໍ່ໜ້າຄົນທັງຫລາຍ, ເພື່ອວ່າຄົນອື່ນໆຈະໄດ້ລະວັງ.
21
ເຮົາຮຽກຮ້ອງເຈົ້າຕໍ່ໜ້າພຣະເຈົ້າ ແລະ ພຣະຄຣິດເຈົ້າເຢຊູ ແລະ ຕໍ່ໜ້າບັນດາເທວະດາທີ່ໄດ້ເລືອກໄວ້, ໃຫ້ຢຶດຖືຄຳແນະນຳເຫລົ່ານີ້ໂດຍບໍ່ລຳອຽງ ແລະ ຢ່າເຮັດສິ່ງໃດດ້ວຍຄວາມລໍາອຽງ.
22
ຢ່າຟ້າວວາງມືໃສ່ຜູ້ໃດ, ແລະ ຢ່າມີສ່ວນຮ່ວມໃນຄວາມບາບຂອງຄົນອື່ນ. ຈົ່ງຮັກສາຕົນເອງໃຫ້ບໍລິສຸດ.
23
ຕັ້ງແຕ່ນີ້ໄປ ຢ່າດື່ມແຕ່ນ້ຳ, ຈົ່ງປົນເຫລົ້າອະງຸ່ນເລັກນ້ອຍ ເພາະຍ້ອນກະເພາະອາຫານຂອງເຈົ້າ ແລະ ຄວາມເຈັບປ່ວຍທີ່ເຈົ້າເປັນຢູ່ເລື້ອຍໆນັ້ນ.
24
ຄວາມບາບຂອງບາງຄົນກໍປາກົດແຈ້ງນຳໜ້າພວກເຂົາໄປສູ່ສະຖານທີ່ແຫ່ງການພິພາກສາ, ສ່ວນຄວາມບາບຂອງບາງຄົນກໍຕາມພວກເຂົາມາໃນພາຍຫລັງ.
25
ໃນທຳນອງດຽວກັນນັ້ນ ການເຮັດດີຍ່ອມປາກົດແຈ້ງ ແລະ ເຖິງແມ່ນວ່າການເຫລົ່ານັ້ນບໍ່ປາກົດແຈ້ງກໍບໍ່ສາມາດເຊື່ອງໄວ້ໄດ້ຕະລອດໄປ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 6 →
All chapters:
1
2
3
4
5
6