bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Timothy 4
1 Timothy 4
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 5 →
1
ພຣະວິນຍານກ່າວໄວ້ຢ່າງຈະແຈ້ງແລ້ວວ່າ ໃນພາຍຫລັງມາຈະມີບາງຄົນປະຖິ້ມຄວາມເຊື່ອແລ້ວໄປຕິດຕາມວິນຍານຫລອກລວງ ແລະ ສິ່ງຕ່າງໆທີ່ສອນໂດຍພວກຜີມານຮ້າຍ.
2
ການສັ່ງສອນດັ່ງກ່າວແມ່ນມາທາງບັນດາຄົນຂີ້ຕົວະທີ່ໜ້າຊື່ໃຈຄົດ, ຜູ້ທີ່ມີຈິດສຳນຶກທີ່ຕາຍດ້ານ.
3
ພວກເຂົາຫ້າມຄົນທັງຫລາຍແຕ່ງງານ ແລະ ສັ່ງໃຫ້ລະເວັ້ນອາຫານບາງຊະນິດທີ່ພຣະເຈົ້າໄດ້ສ້າງໄວ້ເພື່ອຈະໄດ້ຮັບການໂມທະນາຂອບພຣະຄຸນຈາກບັນດາຜູ້ທີ່ເຊື່ອ ແລະ ຜູ້ທີ່ຮູ້ຈັກຄວາມຈິງ.
4
ເພາະທຸກສິ່ງທີ່ພຣະເຈົ້າສ້າງນັ້ນດີ ແລະ ບໍ່ມີສິ່ງໃດເປັນຂອງຕ້ອງຫ້າມເລີຍຖ້າຮັບເອົາດ້ວຍການໂມທະນາຂອບພຣະຄຸນ,
5
ເພາະວ່າສິ່ງເຫລົ່ານີ້ໄດ້ຜ່ານການຊຳລະແລ້ວດ້ວຍພຣະຄຳຂອງພຣະເຈົ້າ ແລະ ດ້ວຍຄຳອະທິຖານ.
6
ຖ້າເຈົ້າຫາກຊີ້ແຈງສິ່ງເຫລົ່ານີ້ແກ່ພວກພີ່ນ້ອງທັງຫລາຍທີ່ເຊື່ອແລ້ວ, ເຈົ້າກໍຈະເປັນຜູ້ຮັບໃຊ້ທີ່ດີຂອງພຣະຄຣິດເຈົ້າເຢຊູ ເຊິ່ງໄດ້ຮັບການບຳລຸງລ້ຽງໃນຄວາມຈິງແຫ່ງຄວາມເຊື່ອ ແລະ ຫລັກຄຳສອນອັນດີທີ່ເຈົ້າໄດ້ປະຕິບັດຕາມ.
7
ຢ່າໄປກ່ຽວຂ້ອງກັບນິຍາຍອັນໄຮ້ສາລະ ແລະ ນິທານຂີ້ຕົວະຕ່າງໆ ຈົ່ງຝຶກຝົນຕົນເອງໃນທາງຂອງພຣະເຈົ້າກໍດີກວ່າ.
8
ການຝຶກຝົນທາງກາຍນັ້ນມີຄຸນຄ່າຢູ່ສ່ວນໜຶ່ງ ແຕ່ຝຶກຝົນໃນທາງຂອງພຣະເຈົ້າກໍມີຄຸນຄ່າໃນທຸກດ້ານ, ເພາະຮັກສາສັນຍາໄວ້ທັງສຳລັບຊີວິດປັດຈຸບັນ ແລະ ຊີວິດໃນເບື້ອງໜ້າດ້ວຍ.
9
ນີ້ເປັນຄຳກ່າວທີ່ເຊື່ອຖືໄດ້ທີ່ຄວນຈະຮັບໄວ້ໂດຍບໍ່ມີຂໍ້ສົງໄສ.
10
ດ້ວຍເຫດນີ້ທີ່ພວກເຮົາເຮັດວຽກງານໜັກ ແລະ ອົດທົນສູ້ກໍເພາະພວກເຮົາໄດ້ມອບຄວາມຫວັງໄວ້ໃນພຣະເຈົ້າຜູ້ມີຊີວິດຢູ່, ຜູ້ເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງມະນຸດທຸກຄົນ ແລະ ໂດຍສະເພາະບັນດາຜູ້ທີ່ເຊື່ອ.
11
ຈົ່ງແນະນຳ ແລະ ສັ່ງສອນສິ່ງເຫລົ່ານີ້.
12
ຢ່າໃຫ້ຜູ້ໃດດູຖູກເຈົ້າຍ້ອນເຈົ້າຍັງໜຸ່ມ, ແຕ່ຈົ່ງເປັນແບບຢ່າງຕໍ່ຜູ້ທີ່ເຊື່ອທັງຫລາຍໃນດ້ານວາຈາ, ການປະພຶດ, ຄວາມຮັກ, ຄວາມເຊື່ອ ແລະ ຄວາມບໍລິສຸດ.
13
ຈົ່ງອຸທິດຕົນເອງໃນການອ່ານພຣະຄຳພີໃນທີ່ປະຊຸມ, ໃນການເທດສະໜາ ແລະ ໃນການສັ່ງສອນຈົນກວ່າເຮົາຈະມາ.
14
ຢ່າລະເລີຍຕໍ່ຂອງປະທານຂອງເຈົ້າ ເຊິ່ງມອບໃຫ້ແກ່ເຈົ້າຜ່ານຄຳທຳນວາຍເມື່ອຄະນະຜູ້ປົກຄອງໄດ້ວາງມືຂອງພວກເພິ່ນລົງໃສ່ເຈົ້າ.
15
ຈົ່ງໝັ່ນພາກພຽນໃນສິ່ງເຫລົ່ານີ້ ທຸ້ມເທຕົນເອງທັງໝົດໃຫ້ກັບສິ່ງເຫລົ່ານີ້ ເພື່ອວ່າທຸກຄົນຈະເຫັນຄວາມກ້າວໜ້າຂອງເຈົ້າ.
16
ຈົ່ງເອົາໃຈໃສ່ເບິ່ງແຍງຊີວິດ ແລະ ຄຳສອນຂອງເຈົ້າຢ່າງໃກ້ຊິດ. ຈົ່ງບາກບັ່ນໃນສິ່ງເຫລົ່ານີ້, ເພາະຖ້າເຮັດເຊັ່ນນັ້ນແລ້ວ, ເຈົ້າຈະຊ່ວຍທັງຕົນເອງ ແລະ ຜູ້ທີ່ຟັງເຈົ້າໃຫ້ພົ້ນໄດ້.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 5 →
All chapters:
1
2
3
4
5
6