bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Esther 3
Esther 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 4 →
1
ໃນເວລາຕໍ່ມາ ກະສັດເຊເຊັດໄດ້ເລື່ອນຊັ້ນຊາຍຄົນໜຶ່ງຊື່ວ່າຮາມານເປັນລູກຊາຍຂອງຮາມເມດາທາ ເປັນເຊື້ອສາຍຄົນໜຶ່ງຂອງອາກັກ. ໃຫ້ມີຕຳແໜ່ງສູງຂື້ນແລະໃຫ້ນັ່ງສູງກວ່າເຈົ້ານາຍທັງຫລາຍທີ່ຢູ່ນຳກັນ.
2
ກະສັດໄດ້ສັ່ງໃຫ້ບັນດາຂ້າຣາຊການທັງໝົດຂອງຕົນ ສະແດງຄວາມເຄົາຣົບຕໍ່ຮາມານໂດຍໃຫ້ຄຸເຂົ່າກົ້ມຂາບລາວ. ທຸກຄົນກໍໄດ້ເຮັດຕາມ, ແຕ່ມໍເດໄກບໍ່ຍອມເຮັດຕາມ.
3
ຂ້າຣາຊການຄົນອື່ນຈຶ່ງຖາມລາວວ່າ, “ເປັນຫຍັງເຈົ້າບໍ່ຍອມຟັງຄຳສັ່ງຂອງກະສັດ?”
4
ທຸກໆມື້ໃດ ພວກເຂົາກໍຊັກຊວນລາວໃຫ້ຍອມເຮັດຕາມ ແຕ່ລາວບໍ່ຍອມຟັງຄວາມຂອງພວກເຂົາ. ລາວອະທິບາຍວ່າ, “ຂ້ອຍເປັນຄົນຢິວ ຂ້ອຍບໍ່ອາດກົ້ມຂາບຮາມານໄດ້ດອກ.” ສະນັ້ນ ພວກເຂົາຈຶ່ງໄປບອກໃຫ້ຮາມານຮູ້ໃນເລື່ອງນີ້ ເພື່ອຢາກຈະຮູ້ວ່າລາວຈະທົນຕໍ່ການທີ່ມໍເດໄກປະພຶດໄດ້ຢ່າງໃດ.
5
ເມື່ອຮາມານຮູ້ວ່າມໍເດໄກບໍ່ຄຸເຂົ່າກົ້ມຂາບຕົນ ລາວກໍໂກດຮ້າຍຫຼາຍ
6
ແລະເມື່ອຮູ້ອີກວ່າມໍເດໄກເປັນຄົນຢິວ ລາວຈຶ່ງຕັດສິນໃຈລົງໂທດບໍ່ແມ່ນແຕ່ມໍເດໄກຄົນດຽວເທົ່ານັ້ນ ແຕ່ລົງໂທດຫລາຍຄົນ. ລາວວາງແຜນຂ້າຊາວຢິວທຸກຄົນທີ່ຢູ່ທົ່ວໄປໃນອານາຈັກເປີເຊຍ.
7
ໃນຣາຊການປີທີສິບສອງຂອງກະສັດເຊເຊັດ ໃນເດືອນໜຶ່ງອັນກົງກັບເດືອນນີຊານ ຮາມານໄດ້ສັ່ງໃຫ້ໃຊ້ສະຫລາກ (ຊຶ່ງເອີ້ນກັນວ່າ, “ປູຣິມ”) ເພື່ອຫາມື້ດີ, ເດືອນດີ ໃນການດຳເນີນແຜນປອງຮ້າຍຂອງຕົນ. ແລ້ວກໍຕົກຖືກວັນທີສິບສາມຂອງເດືອນສິບສອງ ອັນກົງກັບເດືອນອາດາກ.
8
ຮາມານຈຶ່ງບອກກະສັດເຊເຊັດວ່າ, “ຍັງມີຄົນຊາດໜຶ່ງທີ່ກະຈັດກະຈາຍຢູ່ທົ່ວໄປ ຕາມທຸກແຂວງໃນອານາຈັກຂອງທ່ານ. ພວກເຂົາຢຶດຖືປະເພນີທີ່ບໍ່ຄືກັບຄົນອື່ນໆ. ຍິ່ງໄປກວ່ານີ້ອີກ ພວກເຂົາບໍ່ໄດ້ປະຕິບັດຕາມກົດໝາຍຂອງອານາຈັກ; ດັ່ງນັ້ນ ຈຶ່ງບໍ່ເປັນຜົນດີທີ່ທ່ານຕ້ອງອົດທົນກັບຄົນເຫຼົ່ານີ້.
9
ຂ້າແດ່ພະຣາຊາ ຖ້າທ່ານເຫັນພ້ອມ ຂໍທ່ານຈົ່ງອອກຄຳສັ່ງສັງຫານຄົນເຫຼົ່ານີ້ເສຍ. ຖ້າທ່ານເຮັດຕາມ ຂ້ານ້ອຍຂໍຮັບຮອງວ່າຈະສາມາດນຳເງິນ 340 ໂຕນ ເຂົ້າມາໄວ້ໃນຄັງຫລວງໄດ້ ເພື່ອບໍລິຫານຣາຊການຂອງອານາຈັກ.”
10
ກະສັດຈຶ່ງຖອດແຫວນຂອງເພິ່ນອອກ ຊຶ່ງໃຊ້ປະທັບຂໍ້ປະກາດໃຫ້ເປັນທາງການ ແລະໄດ້ມອບປະກາດນັ້ນໃຫ້ສັດຕູຂອງຊາວຢິວ ຄືຮາມານລູກຊາຍຂອງຮາມເມດາທາ ຜູ້ເປັນເຊື້ອສາຍຂອງອາກັກ.
11
ກະສັດໄດ້ບອກລາວວ່າ, “ປະຊາຊົນ ແລະເງິນຂອງພວກເຂົາກໍເປັນຂອງເຈົ້າ ຈົ່ງເຮັດກັບພວກເຂົາຕາມໃຈຊອບເທີ້ນ.”
12
ດັ່ງນັ້ນ ໃນວັນທີສິບສາມຂອງເດືອນທີໜຶ່ງ ຮາມານຈຶ່ງເອີ້ນພວກເລຂາທິການຂອງກະສັດມາ ແລະໃຫ້ພວກເຂົາຂຽນ ແລະແປປະກາດນັ້ນອອກເປັນຫລາຍພາສາ ຕາມແບບຂຽນທີ່ມີໃຊ້ໃນອານາຈັກ ແລະສົ່ງໃຫ້ພວກຜູ້ປົກຄອງແຂວງ, ພວກຜູ້ປົກຄອງເມືອງ ແລະພວກຂ້າຣາຊການທຸກຄົນ. ປະກາດນີ້ໄດ້ອອກໃນນາມຂອງກະສັດເຊເຊັດ ແລະປະທັບຕາໃສ່ດ້ວຍແຫວນຂອງເພິ່ນ.
13
ພວກຜູ້ນຳຂ່າວກໍແລ່ນນຳເອົາປະກາດນີ້ ໄປທົ່ວທຸກແຂວງໃນອານາຈັກ. ໃນປະກາດນັ້ນມີເນື້ອຄວາມວ່າ ໃນວັນທີ່ກຳນົດໄວ້ຄືວັນທີສິບສາມຂອງເດືອນອາດາກ ຄົນຢິວທຸກຄົນບໍ່ວ່າໜຸ່ມຫລືເຖົ້າ ແມ່ຍິງຫລືເດັກນ້ອຍຕ້ອງຖືກຂ້າຖິ້ມໝົດ. ພວກເຂົາຈະຕ້ອງຖືກປະຫານໝູ່ຢ່າງບໍ່ປານີ ແລະສິ່ງຂອງຂອງພວກເຂົາຈະຕ້ອງຖືກຢຶດ.
14
ຄຳປະກາດໄດ້ຖືກແຈ້ງໄປທົ່ວທຸກແຂວງ ເພື່ອວ່າທຸກຄົນຈະຕຽມພ້ອມເມື່ອມື້ນັ້ນມາເຖິງ.
15
ຄຳປະກາດທາງຣາຊການໄດ້ຖືກແຈ້ງອອກໄປທົ່ວເມືອງເອກຊູຊາ ພວກຜູ້ນຳຂ່າວກໍແລ່ນນຳເອົາຂ່າວໄປຍັງແຂວງຕ່າງໆຕາມຄຳສັ່ງຂອງກະສັດ. ສ່ວນກະສັດແລະຮາມານກໍນັ່ງດື່ມເຫຼົ້າ ໃນຂະນະທີ່ເມືອງເອກຊູຊາເກີດສັບສົນວຸ້ນວາຍຢູ່ນັ້ນ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 4 →
All chapters:
1
2
3
4
5
6
7
8
9
10