bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Esther 4
Esther 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 5 →
1
ເມື່ອມໍເດໄກໄດ້ຮູ້ເຖິງເລື່ອງທັງໝົດນັ້ນແລ້ວ ລາວກໍຈີກເຄື່ອງນຸ່ງຂອງຕົນດ້ວຍຄວາມຂົມຂື່ນໃຈ. ແລ້ວລາວກໍນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ, ເອົາຂີ້ເຖົ່າໂຮຍໃສ່ຫົວ ແລະຍ່າງຜ່ານເມືອງໄປ ທັງຄໍ່າຄວນດ້ວຍສຽງດັງ ແລະຢ່າງຂົມຂື່ນ
2
ຈົນມາຮອດປະຕູທາງເຂົ້າວັງ. ລາວເຂົ້າໄປຂ້າງໃນວັງບໍ່ໄດ້ ເພາະຜູ້ນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນວັງ.
3
ທົ່ວທຸກແຂວງ ບ່ອນໃດທີ່ໄດ້ຍິນເຖິງຄຳປະກາດຂອງກະສັດ ກໍມີສຽງຮ້ອງໄຫ້ໄວ້ທຸກຢູ່ໃນທ່າມກາງຊາວຢິວ. ພວກເຂົາອົດອາຫານ ຮ້ອງໄຫ້, ຄໍ່າຄວນ ແລະເກືອບທຸກຄົນໃນພວກເຂົາໄດ້ນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ແລະນອນກິ້ງເກືອກຢູ່ໃນຂີ້ເຖົ່າ.
4
ເມື່ອສາວໃຊ້ຂອງນາງເອສະເທີ ແລະພວກຊາຍຕອນໄດ້ມາບອກເອສະເທີເຖິງສິ່ງທີ່ມໍເດໄກກຳລັງກະທຳ ນາງກໍເປັນທຸກໃຈຫລາຍ. ນາງໄດ້ສົ່ງເຄື່ອງນຸ່ງໄປໃຫ້ມໍເດໄກໃສ່ແທນຜ້າກະສອບເຂົ້າ ແຕ່ລາວບໍ່ຍອມຮັບ.
5
ແລ້ວນາງກໍເອີ້ນເອົາຮາທາດມາພົບ ຄືຊາຍຕອນຜູ້ທີ່ໄດ້ຮັບການແຕ່ງຕັ້ງຈາກກະສັດໃຫ້ເປັນຄົນຮັບໃຊ້ຂອງນາງ. ນາງໄດ້ບອກໃຫ້ລາວໄປຖາມມໍເດໄກເບິ່ງວ່າ ມີເລື່ອງຫຍັງເກີດຂຶ້ນ ແລະດ້ວຍເຫດໃດ.
6
ຮາທາດກໍໄປຫາມໍເດໄກທີ່ສີ່ແຍກກາງເມືອງທາງເຂົ້າວັງ.
7
ມໍເດໄກໄດ້ບອກລາວທຸກສິ່ງຕາມທີ່ເກີດຂຶ້ນນັ້ນ ແລະບອກເຖິງຈຳນວນເງິນທີ່ຮາມານໄດ້ສັນຍາຈະໃສ່ໃນຄັງຫລວງ ຖ້າຊາວຢິວທຸກຄົນຖືກຂ້າ.
8
ລາວຍັງເອົາສຳເນົາຄຳປະກາດສັ່ງທຳລາຍລ້າງຜານຊາວຢິວ ທີ່ອອກດຳລັດໃນນະຄອນຊູຊາໃຫ້ຮາທາດ. ມໍເດໄກຂໍລາວໃຫ້ຖືເອົາສຳເນົາຄຳປະກາດນັ້ນໄປຫາເອສະເທີ ແລະອະທິບາຍສະຖານະການສູ່ນາງຟັງ ແລະບອກນາງໄປຂໍຮ້ອງນຳກະສັດໃຫ້ເມດຕາຊົນຊາດຂອງນາງ.
9
ຮາທາດໄດ້ປະຕິບັດຕາມ
10
ແລະເອສະເທີກໍໃຫ້ລາວນຳເອົາຖ້ອຍຄຳ ຄືນມາບອກມໍເດໄກວ່າ:
11
“ຖ້າຜູ້ໃດຜູ້ໜຶ່ງ ບໍ່ວ່າຊາຍຫລືຍິງທີ່ເຂົ້າໄປໃນເດີ່ນຂອງວັງ ເພື່ອພົບກະສັດໂດຍບໍ່ໄດ້ຖືກເອີ້ນມາ ຈະຕ້ອງຕາຍ. ນັ້ນແຫລະ ຄືກົດໝາຍ; ທຸກໆຄົນນັບຕັ້ງແຕ່ພວກທີ່ປຶກສາຂອງກະສັດ ຈົນເຖິງປະຊາຊົນຕາມແຂວງຕ່າງໆ ກໍຮູ້ຈັກກົດໝາຍນີ້. ມີທາງດຽວທີ່ເວັ້ນຈາກກົດໝາຍນີ້ໄດ້ ຄືຖ້າກະສັດຍື່ນໄມ້ຄ້ອນເທົ້າຄຳຂອງເພິ່ນໃສ່ຜູ້ໃດ ເພິ່ນຈະໄວ້ຊີວິດຂອງຜູ້ນັ້ນ. ແຕ່ເປັນເວລາໜຶ່ງເດືອນແລ້ວ ທີ່ກະສັດບໍ່ໄດ້ເອີ້ນຂ້ອຍເຂົ້າໄປຫາເພິ່ນ.”
12
ເມື່ອມໍເດໄກຮັບຂ່າວຈາກເອສະເທີ
13
ລາວຈຶ່ງສົ່ງຄຳເຕືອນໄປບອກນາງດັ່ງນີ້: “ຢ່າຄິດວາດພາບເອົາວ່າ ເຈົ້າປອດໄພກວ່າຊາວຢິວຄົນອື່ນໆເພາະເຈົ້າຢູ່ໃນວັງ.
14
ໃນເວລາຢ່າງນີ້ຖ້າເຈົ້າມິດງຽບຢູ່ ສະຫວັນຈະຊ່ວຍເຫລືອພວກຢິວ ແລະພວກເຂົາຈະຖືກຊ່ວຍໃຫ້ພົ້ນ ຝ່າຍເຈົ້າຈະຕາຍ ແລະຄອບຄົວຂອງພໍ່ເຈົ້າກໍຈະເຖິງຈຸດຈົບ. ບາງທີການທີ່ເຈົ້າໄດ້ເປັນຣາຊີນີກໍເພື່ອໃນຍາມຄັບຂັນເຊັ່ນນີ້ແຫລະ ໃຜຈະຮູ້ໄດ້?”
15
ແລ້ວເອສະເທີກໍສົ່ງຂໍ້ຄວາມໄປບອກມໍເດໄກວ່າ:
16
“ຈົ່ງໄປທ້ອນໂຮມເອົາພວກຢິວໃນນະຄອນຊູຊາ; ໃຫ້ພາກັນຖືສິນອົດອາຫານ ແລະພາວັນນາອະທິຖານເພື່ອຂ້ອຍ. ຢ່າກິນ ຫລືດື່ມຫຍັງພາຍໃນສາມວັນສາມຄືນ. ຂ້ອຍກັບສາວໃຊ້ຂອງຂ້ອຍກໍຈະປະຕິບັດຢ່າງດຽວກັນ. ຫລັງຈາກນີ້ຂ້ອຍຈະໄປຫາກະສັດ ເຖິງແມ່ນວ່າຈະເປັນການຝ່າຝືນກົດໝາຍກໍຕາມ. ຖ້າຂ້ອຍຕາຍຍ້ອນກະທຳເຊັ່ນນີ້ ຂ້ອຍກໍຍອມ.”
17
ແລ້ວມໍເດໄກກໍໄດ້ອອກໄປ ແລະເຮັດທຸກສິ່ງຕາມທີ່ເອສະເທີໄດ້ບອກຕົນນັ້ນ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 5 →
All chapters:
1
2
3
4
5
6
7
8
9
10