bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Esther 6
Esther 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 7 →
1
ໃນຄືນນັ້ນ ກະສັດນອນບໍ່ຫລັບ ເພິ່ນຈຶ່ງໃຫ້ຂ້າຣາຊການນຳເອົາປຶ້ມບັນທຶກລາຍງານຂອງກະສັດ ມາອ່ານສູ່ຟັງ.
2
ຕອນທີ່ພວກເຂົາໄດ້ອ່ານນັ້ນ ມີທັງເລື່ອງຂອງມໍເດໄກ ທີ່ຮູ້ເຖິງການວາງແຜນສັງຫານກະສັດ ຄືການປອງຮ້າຍຊຶ່ງຊາຍຕອນສອງຄົນ ຄືບິກທານາ ແລະເຕເຣເຊ ຄົນເຝົ້າຫ້ອງຂອງກະສັດໄດ້ເຮັດຂຶ້ນໃນວັງ.
3
ກະສັດຖາມຂຶ້ນວ່າ, “ພວກເຮົາໄດ້ໃຫ້ກຽດ ແລະລາງວັນ ແກ່ມໍເດໄກຢ່າງໃດໃນເລື່ອງນີ້?” ພວກຄົນຮັບໃຊ້ຂອງເພິ່ນຕອບວ່າ, “ຍັງບໍ່ທັນໃຫ້ລາງວັນຫຍັງເລີຍ.”
4
ກະສັດຖາມວ່າ, “ມີຂ້າຣາຊການຄົນໃດແດ່ຢູ່ໃນວັງ?” ໃນເວລານັ້ນ ຮາມານຫາກໍເຂົ້າມາໃນເດີ່ນຂອງວັງ; ລາວໄດ້ມາຂໍໃຫ້ກະສັດແຂວນຄໍມໍເດໄກໃສ່ເທິງບ່ອນແຂວນຄໍ ທີ່ຖືກສ້າງໄວ້ຢ່າງຮຽບຮ້ອຍແລ້ວ.
5
ດັ່ງນັ້ນ ພວກຄົນຮັບໃຊ້ຈຶ່ງຕອບວ່າ, “ຮາມານຢູ່ນີ້ເດ ລາວກຳລັງລໍຖ້າພົບທ່ານຢູ່.” ກະສັດກ່າວວ່າ, “ບອກໃຫ້ລາວເຂົ້າມາທີ່ນີ້.”
6
ດັ່ງນັ້ນ ຮາມານຈຶ່ງເຂົ້າມາ ແລະກະສັດກໍກ່າວແກ່ລາວວ່າ, “ມີຄົນຜູ້ໜຶ່ງ ທີ່ເຮົາຢາກຍ້ອງຍໍໃຫ້ກຽດລາວທີ່ສຸດ. ເຮົາຄວນເຮັດຢ່າງໃດເພື່ອຊາຍຄົນນີ້?” ຮາມານຄິດໃນໃຈວ່າ, “ບັດນີ້ແມ່ນຜູ້ໃດນໍ ທີ່ກະສັດຢາກຍ້ອງຍໍໃຫ້ກຽດຫລາຍທີ່ສຸດນັ້ນ? ກໍຕ້ອງແມ່ນເຮົານີ້ແຫລະ.”
7
ສະນັ້ນ ລາວຈຶ່ງຕອບກະສັດວ່າ, “ຈົ່ງເອົາເສື້ອຄຸມຂອງພະຣາຊານຸ່ງໃຫ້ຊາຍຄົນນັ້ນ ຄືເສື້ອຄຸມທີ່ທ່ານເອງນຸ່ງນັ້ນ. ຈົ່ງເອົາເຄື່ອງເອ້ ປະຈຳວັງເອ້ໃສ່ເທິງມ້າຂອງທ່ານ.
9
ໃຫ້ຜູ້ໜຶ່ງໃນພວກຂຸນນາງຊັ້ນສູງຂອງທ່ານເປັນຜູ້ຊ່ວຍນຸ່ງເຄື່ອງໃຫ້ລາວ ແລ້ວໃຫ້ລາວຂຶ້ນຂີ່ມ້າຜ່ານກາງເມືອງໄປ. ໃຫ້ເຈົ້ານາຍຄົນນັ້ນປ່າວປະກາດ ໃນຂະນະທີ່ພວກເຂົາຍ່າງໄປວ່າ, ‘ເບິ່ງແມ! ກະສັດໃຫ້ລາງວັນແກ່ຜູ້ທີ່ເພິ່ນຢາກຍ້ອງຍໍໃຫ້ກຽດກໍເປັນຢ່າງນີ້ແຫລະ.”’
10
ແລ້ວກະສັດກໍກ່າວແກ່ຮາມານວ່າ, “ຈົ່ງຟ້າວໄປເອົາເຄື່ອງນຸ່ງ ແລະມ້າມາ ແລະມອບກຽດນີ້ໃຫ້ແກ່ມໍເດໄກຄົນຢິວ. ຈົ່ງເຮັດທຸກສິ່ງສຳລັບລາວ ຕາມທີ່ເຈົ້າໄດ້ແນະນຳມາ. ເຈົ້າຈະພົບລາວນັ່ງຢູ່ທີ່ທາງເຂົ້າວັງ.”
11
ສະນັ້ນ ຮາມານຈຶ່ງໄດ້ເອົາເສື້ອຄຸມ ແລະມ້າມາ ແລະນຸ່ງເສື້ອນັ້ນໃຫ້ແກ່ມໍເດໄກ. ຝ່າຍມໍເດໄກກໍຂຶ້ນຂີ່ມ້າ ແລະຮາມານກໍເປັນຜູ້ຈູງມ້າຍ່າງໄປທົ່ວກາງເມືອງ ທັງປະກາດໃຫ້ປະຊາຊົນຊາບວ່າ: “ເບິ່ງແມ! ກະສັດໃຫ້ລາງວັນແກ່ຜູ້ທີ່ເພິ່ນຢາກຍ້ອງຍໍໃຫ້ກຽດ ກໍເປັນດັ່ງນີ້ແຫລະ.”
12
ແລ້ວມໍເດໄກກໍກັບຄືນໄປທີ່ທາງເຂົ້າວັງ ແລະໃນຂະນະດຽວກັນນັ້ນຮາມານກໍຟ້າວກັບຄືນເມືອ ທັງອັດໜ້າຂອງຕົນໄວ້ດ້ວຍຄວາມອັບອາຍ.
13
ລາວໄດ້ບອກສິ່ງທີ່ໄດ້ເກີດຂຶ້ນທັງໝົດແກ່ເມຍ ແລະໝູ່ເພື່ອນຂອງລາວ. ແລ້ວເມຍລາວພ້ອມທັງໝູ່ເພື່ອນຜູ້ທີ່ສະຫລາດກໍບອກລາວວ່າ, “ທ່ານກຳລັງສູນເສຍອຳນາດໃຫ້ແກ່ມໍເດໄກ. ລາວເປັນຄົນຢິວ ທ່ານຈະເອົາຊະນະລາວບໍ່ໄດ້ດອກ. ລາວຈະຕ້ອງເອົາຊະນະທ່ານຢ່າງແນ່ນອນ.”
14
ຂະນະທີ່ພວກເຂົາກຳລັງເວົ້າກັນຢູ່ນັ້ນ ຊາຍຕອນຢູ່ໃນວັງກໍມາຮອດ ແລະຟ້າວພາຮາມານໄປໃນງານກິນລ້ຽງຂອງຣາຊີນີເອສະເທີທີ່ໄດ້ຈັດຕຽມໄວ້ແລ້ວ.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 7 →
All chapters:
1
2
3
4
5
6
7
8
9
10