bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Esther 5
Esther 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 6 →
1
ໃນວັນທີສາມ ທີ່ຣາຊີນີເອສະເທີຖືສິນອົດອາຫານ ຣາຊີນີໄດ້ນຸ່ງຊຸດຣາຊີນີອອກໄປຢືນຢູ່ໃນເດີ່ນຂອງວັງ ແລະຫັນໜ້າໄປທາງຫ້ອງບັນລັງ. ສ່ວນກະສັດກໍນັ່ງເທິງບັນລັງຂ້າງໃນ ແລະຫັນໜ້າໄປສູ່ທາງເຂົ້າ.
2
ເມື່ອກະສັດຫລຽວເຫັນຣາຊີນີເອສະເທີຢືນຢູ່ຂ້າງນອກ ເພິ່ນກໍມີຄວາມເມດຕາ ແລະເດ່ໄມ້ຄ້ອນເທົ້າຄຳຂອງເພິ່ນໃສ່ຣາຊີນີ. ແລ້ວຣາຊີນີກໍຂຶ້ນມາຈັບສົ້ນໄມ້ຄ້ອນເທົ້ານັ້ນ.
3
ກະສັດຖາມວ່າ, “ຣາຊີນີເອສະເທີເອີຍ ມີເລື່ອງຫຍັງບໍ? ບອກເຮົາມາເບິ່ງດູວ່າ ເຈົ້າຕ້ອງການຫຍັງ ແລະຢາກຈະໃຫ້ເຮົາເຮັດຫຍັງ ແມ່ນແຕ່ອານາຈັກເຄິ່ງໜຶ່ງເຮົາກໍຍົກໃຫ້ໄດ້.”
4
ເອສະເທີຕອບວ່າ, “ຂ້າແດ່ພະຣາຊາ ຖ້າທ່ານພໍໃຈ ຂ້ານ້ອຍຢາກໃຫ້ທ່ານ ແລະຮາມານໄປເປັນແຂກໃນງານກິນລ້ຽງທີ່ຂ້ານ້ອຍຈະຈັດຂຶ້ນສຳລັບທ່ານໃນຄືນນີ້.”
5
ແລ້ວກະສັດກໍໄດ້ສັ່ງຮາມານໃຫ້ເຂົ້າມາພົບໃນທັນທີ ເພື່ອພວກຕົນຈະໄດ້ໄປເປັນແຂກຂອງເອສະເທີ. ແລ້ວກະສັດກັບຮາມານກໍໄດ້ໄປໃນງານກິນລ້ຽງຂອງເອສະເທີ.
6
ກະສັດຖາມນາງໃນເວລາທີ່ດື່ມເຫຼົ້າອະງຸ່ນຢູ່ນັ້ນວ່າ, “ບອກເຮົາມາດູວ່າເຈົ້າຢາກໄດ້ຫຍັງ? ແລະເຈົ້າຈະໄດ້ຮັບ. ເຮົາຈະໃຫ້ຕາມທີ່ເຈົ້າຂໍຮ້ອງ ແມ່ນແຕ່ອານາຈັກເຄິ່ງໜຶ່ງກໍຈະໃຫ້ເຈົ້າໄດ້.”
7
ເອສະເທີຕອບວ່າ, “ຄຳຂໍແລະຄຳອ້ອນວອນຂອງຂ້ານ້ອຍເປັນດັ່ງນີ້:
8
ຖ້າພະຣາຊາເມດຕາ ພໍທີ່ຈະໃຫ້ຕາມຄຳຂໍຮ້ອງຂອງຂ້ານ້ອຍໄດ້ແລ້ວ ຂ້ານ້ອຍຢາກໃຫ້ທ່ານກັບຮາມານມາເປັນແຂກໃນງານກິນລ້ຽງ ທີ່ຂ້ານ້ອຍຈະຈັດຂຶ້ນອີກສຳລັບທ່ານໃນມື້ອື່ນ. ໃນເວລານັ້ນ ຂ້ານ້ອຍຈຶ່ງຈະບອກທ່ານວ່າ ຂ້ານ້ອຍຕ້ອງການຫຍັງ.”
9
ເມື່ອຮາມານອອກຈາກງານກິນລ້ຽງໄປ ລາວກໍດີໃຈ ແລະມີອາຣົມດີ. ແຕ່ແລ້ວລາວກໍເຫັນມໍເດໄກຢູ່ທາງເຂົ້າວັງ. ໃນຂະນະທີ່ລາວຍ່າງຜ່ານໄປນັ້ນ ມໍເດໄກບໍ່ໄດ້ລຸກຂຶ້ນ ຫລືສະແດງຄວາມເຄົາຣົບແຕ່ຢ່າງໃດ ລາວຈຶ່ງໂກດຮ້າຍມໍເດໄກທີ່ສຸດ.
10
ແຕ່ລາວໄດ້ລະງັບຕົວເອງໄວ້ ແລະຍ່າງເມືອເຮືອນ. ແລ້ວລາວກໍເຊີນເອົາໝູ່ຂອງລາວມາທີ່ເຮືອນ ແລະຂໍໃຫ້ນາງເຊເຣເຊເມຍຂອງຕົນ ມາຮ່ວມນຳພວກເຂົາດ້ວຍ.
11
ລາວໄດ້ເວົ້າອວດຕໍ່ພວກເຂົາວ່າ ຕົນເປັນຄົນຮັ່ງມີແລະມີລູກຊາຍຫລາຍຄົນ ແລະວ່າກະສັດໄດ້ແຕ່ງຕັ້ງຕົນໃຫ້ເປັນຂ້າຣາຊການຊັ້ນສູງ ແລະບອກວ່າຕົນເປັນຄົນສຳຄັນກວ່າຂ້າຣາຊການຄົນອື່ນໆຂອງກະສັດ.
12
ຮາມານເວົ້າຕໍ່ໄປອີກວ່າ, “ຍິ່ງໄປກວ່ານີ້ອີກ ຣາຊີນີເອສະເທີຍັງໄດ້ຈັດງານກິນລ້ຽງສຳລັບກະສັດ ແລະຂ້ອຍເອງແຕ່ເທົ່ານັ້ນ ແລະຣາຊີນີຍັງໄດ້ເຊີນກະສັດ ແລະຂ້ອຍໄປອີກໃນມື້ອື່ນ.
13
ແຕ່ສິ່ງເຫຼົ່ານີ້ບໍ່ມີຄວາມໝາຍຫຍັງຕໍ່ຂ້ອຍດອກ ຕາບໃດທີ່ຂ້ອຍເຫັນວ່າມໍເດໄກຄົນຢິວຜູ້ນັ້ນ ຍັງນັ່ງຢູ່ທີ່ທາງເຂົ້າຂອງວັງ.”
14
ດັ່ງນັ້ນ ເມຍຂອງລາວພ້ອມທັງໝູ່ເພື່ອນຈຶ່ງແນະນຳວ່າ, “ເປັນຫຍັງທ່ານຈຶ່ງບໍ່ໃຫ້ເຂົາສ້າງບ່ອນແຂວນຄໍຂຶ້ນສູງ 22 ແມັດ? ແລະໃນມື້ອື່ນເຊົ້າ ໃຫ້ທ່ານຂໍນຳກະສັດແຂວນຄໍມໍເດໄກໃສ່ຫັ້ນ ແລ້ວຈຶ່ງໄປໃນງານກິນລ້ຽງດ້ວຍຄວາມສະບາຍໃຈ.” ຮາມານຄິດວ່າເປັນຄວາມຄິດທີ່ດີ; ສະນັ້ນ ລາວຈຶ່ງໃຫ້ເຂົາສ້າງບ່ອນແຂວນຄໍຂຶ້ນ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 6 →
All chapters:
1
2
3
4
5
6
7
8
9
10