bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Esther 7
Esther 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 8 →
1
ສະນັ້ນ ກະສັດກັບຮາມານຈຶ່ງໄປຮັບປະທານອາຫານໃນງານລ້ຽງຂອງຣາຊີນີເອສະເທີ
2
ໃນວັນທີສອງ, ຂະນະທີ່ດື່ມເຫຼົ້າອະງຸ່ນຢູ່ນັ້ນ ກະສັດກໍຖາມນາງອີກວ່າ, “ບັດນີ້ຣາຊີນີເອສະເທີເອີຍ ເຈົ້າຢາກໄດ້ຫຍັງ? ຈົ່ງບອກເຮົາມາເບິ່ງດູ ແລະເຈົ້າກໍຈະໄດ້ຮັບສິ່ງນັ້ນ. ແມ່ນແຕ່ອານາຈັກເຄິ່ງໜຶ່ງເຮົາກໍຈະມອບໃຫ້ເຈົ້າໄດ້.”
3
ແລ້ວຣາຊີນີເອສະເທີກໍຕອບວ່າ, “ຖ້າພະຣາຊາພໍໃຈອະນຸຍາດໃຫ້ ຕາມຄຳຂໍຮ້ອງຢ່າງຖ່ອມຕົວຂອງຂ້ານ້ອຍນີ້ແລ້ວ ຄວາມປາຖະໜາຂອງຂ້ານ້ອຍກໍຄືວ່າ: ໃຫ້ຂ້ານ້ອຍກັບປະຊາຊົນຂອງຂ້ານ້ອຍມີຊີວິດຢູ່.
4
ປະຊາຊົນຂອງຂ້ານ້ອຍແລະຂ້ານ້ອຍເອງໄດ້ຖືກຂາຍເພື່ອໃຫ້ຖືກສັງຫານໝູ່. ຖ້າບໍ່ມີຫຍັງຮ້າຍແຮງກວ່າການຖືກຂາຍໄປເປັນທາດຮັບໃຊ້ ຂ້ານ້ອຍຈະມິດຢູ່ ແລະຈະບໍ່ລົບກວນທ່ານໃນເລື່ອງນີ້; ແຕ່ພວກຂ້ານ້ອຍກຳລັງຈະຖືກທຳລາຍລ້າງຜານໃຫ້ສູນສິ້ນໄປ.”
5
ແລ້ວກະສັດເຊເຊັດກໍຖາມຣາຊີນີວ່າ, “ຜູ້ໃດທີ່ບັງອາດເຮັດຢ່າງນີ້? ຄົນນັ້ນຢູ່ໃສ?”
6
ເອສະເທີຕອບວ່າ, “ສັດຕູຂອງພວກຂ້ານ້ອຍ ຜູ້ຂົ່ມເຫັງພວກຂ້ານ້ອຍ ກໍຄືຮາມານຊາຍຊົ່ວຊ້າຄົນນີ້.” ຮາມານປະເຊີນໜ້າກັບກະສັດ ແລະຣາຊີນີ ດ້ວຍຄວາມສະທ້ານຢ້ານກົວຈົນຕົວສັ່ນ.
7
ກະສັດລຸກຢືນຂຶ້ນທັງໃຈຮ້າຍຫລາຍ ແລະອອກຈາກຫ້ອງໜີໄປຂ້າງນອກທີ່ສວນອຸທະຍານ. ຮາມານເຫັນວ່າກະສັດຕັ້ງໃຈຈະລົງໂທດຕົນເພາະເລື່ອງນີ້; ສະນັ້ນ ລາວຈຶ່ງຢູ່ຮ້ອງຂໍຣາຊີນີເອສະເທີໃຫ້ໄວ້ຊີວິດຕົນ.
8
ລາວກຳລັງກົ້ມຕົວລົງໃສ່ຕັ່ງນວມຍາວ ບ່ອນທີ່ຣາຊີນີເອສະເທີນັ່ງຢູ່ນັ້ນເພື່ອຂໍຄວາມເມດຕາ ພໍດີຖືກກັບເວລາທີ່ກະສັດກັບຄືນມາຈາກສວນ ແລະເຂົ້າໄປໃນຫ້ອງ. ເມື່ອເຫັນດັ່ງນີ້ແລ້ວ ກະສັດຈຶ່ງຮ້ອງຂຶ້ນວ່າ, “ຄົນນີ້ກຳລັງຈະຂົ່ມຂືນຣາຊີນີຕໍ່ໜ້າເຮົາຢູ່ທີ່ວັງຂອງເຮົາບໍ?” ກະສັດເວົ້າຍັງບໍ່ທັນຂາດຄຳ ບັນດາຊາຍຕອນກໍເອົາຜ້າຄຸມຫົວຮາມານໄວ້.
9
ແລ້ວຄົນໜຶ່ງໃນພວກຊາຍຕອນທີ່ຊື່ວ່າຮັກໂບນາ ກໍໄດ້ເວົ້າວ່າ, “ຍິ່ງໄປກວ່ານີ້ອີກ ຮາມານຍັງໄດ້ສ້າງບ່ອນແຂວນຄໍສູງຊາວສອງແມັດທີ່ເຮືອນຂອງລາວ ເພື່ອລາວຈະໄດ້ແຂວນຄໍມໍເດໄກ ຜູ້ທີ່ຊ່ວຍຊີວິດຂອງພະຣາຊາ.” ກະສັດສັ່ງວ່າ, “ແຂວນຄໍຮາມານໃສ່ບ່ອນນັ້ນ.”
10
ດັ່ງນັ້ນ ຮາມານຈຶ່ງຖືກແຂວນຄໍໃສ່ບ່ອນທີ່ລາວເອງໄດ້ສ້າງຂຶ້ນ ເພື່ອແຂວນຄໍມໍເດໄກ. ແລ້ວຄວາມໂກດຮ້າຍຂອງກະສັດກໍໄດ້ເຢັນລົງ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 8 →
All chapters:
1
2
3
4
5
6
7
8
9
10