bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezra 10
Ezra 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
1
ໃນຂະນະທີ່ເອຊະຣາກຳລັງກົ້ມພາວັນນາອະທິຖານຕໍ່ໜ້າວິຫານຂອງພຣະເຈົ້າ ທັງຮ້ອງໄຫ້ແລະສາລະພາບບາບເຫຼົ່ານີ້ຢູ່, ກໍມີຊາວອິດສະຣາເອນເປັນໝູ່ໃຫຍ່ ທັງຊາຍຍິງ ແລະເດັກນ້ອຍໄດ້ມາອ້ອມຮອບເພິ່ນທັງຮ້ອງໄຫ້ຢ່າງຂົມຂື່ນ.
2
ແລ້ວເຊການີຢາລູກຊາຍຂອງເຢຮີເອນຈາກຕະກຸນເອລາມ ກໍເວົ້າກັບເອຊະຣາວ່າ, “ພວກຂ້ານ້ອຍຂາດຄວາມເຊື່ອໃນພຣະເຈົ້າຂອງພວກຂ້ານ້ອຍ ໂດຍໄປແຕ່ງງານກັບຜູ້ຍິງຕ່າງຊາດ; ແຕ່ເຖິງຢ່າງໃດກໍດີ ຊາດອິດສະຣາເອນຍັງມີຄວາມຫວັງຢູ່.
3
ບັດນີ້ ພວກຂ້ານ້ອຍຕ້ອງເຮັດພັນທະສັນຍາອັນຈິງຈັງຕໍ່ພຣະເຈົ້າຂອງພວກຂ້ານ້ອຍວ່າ ພວກຂ້ານ້ອຍຈະສົ່ງຜູ້ຍິງເຫຼົ່ານີ້ກັບພວກລູກໜີໄປ. ພວກຂ້ານ້ອຍຈະຂໍເຮັດຕາມທ່ານແລະຄົນອື່ນໆ ທີ່ເຄົາຣົບນັບຖືຄຳສັ່ງຂອງພຣະເຈົ້າ. ພວກຂ້ານ້ອຍຈະເຮັດຕາມທີ່ກົດບັນຍັດກ່າວໄວ້.
4
ແມ່ນຄວາມຮັບຜິດຊອບຂອງທ່ານທີ່ຕ້ອງລົງມືດຳເນີນການ. ສ່ວນພວກຂ້ານ້ອຍແລ້ວຈະໜູນຫລັງທ່ານ; ສະນັ້ນ ທ່ານຈົ່ງລົງມືດຳເນີນການໂລດ.”
5
ສະນັ້ນ ເອຊະຣາຈຶ່ງເລີ່ມລົງມືດຳເນີນການ ໂດຍໃຫ້ຫົວໜ້າພວກປະໂຣຫິດຊາວເລວີ ແລະປະຊາຊົນທັງໝົດສາບານວ່າ ພວກຕົນຈະປະຕິບັດຕາມທີ່ເຊການີຢາສະເໜີມາ.
6
ແລ້ວເອຊະຣາກໍໄດ້ອອກຈາກດ້ານໜ້າຂອງວິຫານຂອງພຣະເຈົ້າ ໄປຫາບ່ອນທີ່ເຢໂຮຮານານລູກຊາຍຂອງເອລີອາຊິບອາໄສຢູ່ ແລະຄ້າງຄືນ ຢູ່ທີ່ນັ້ນທັງໂສກເສົ້າ ແລະຮ້ອງໄຫ້ເພາະຄວາມບໍ່ສັດຊື່ຂອງພວກທີ່ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ເພິ່ນບໍ່ກິນຫລືດື່ມຫຍັງໝົດ.
7
ມີຄົນຖືຄຳສັ່ງໄປທົ່ວນະຄອນເຢຣູຊາເລັມແລະແຂວງຢູດາຍວ່າ ທຸກຄົນທີ່ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ໃຫ້ມາໂຮມກັນຢູ່ທີ່ນະຄອນເຢຣູຊາເລັມ
8
ໂດຍຄຳສັ່ງຂອງພວກຫົວໜ້າປະຊາຊົນ. ຖ້າຜູ້ໃດບໍ່ຍອມມາພາຍໃນສາມວັນ ກໍໃຫ້ຢຶດເອົາຊັບສິນຂອງຜູ້ນັ້ນ ແລະຜູ້ນັ້ນຈະເສຍສິດໃນການເປັນສະມາຊິກຂອງຊຸມນຸມປະຊາຊົນ.
9
ພາຍໃນສາມວັນ ຄືວັນທີຊາວຂອງເດືອນເກົ້າ ໃຫ້ຜູ້ຊາຍທຸກຄົນທີ່ຢູ່ໃນເຂດແດນຂອງເຜົ່າຢູດາແລະເບັນຢາມິນມາທ້ອນໂຮມກັນທີ່ເດີ່ນວິຫານຂອງພຣະເຈົ້າຢູ່ໃນນະຄອນເຢຣູຊາເລັມ. ມື້ນັ້ນຝົນຕົກໜັກ ຍ້ອນປາກົດການຂອງດິນຟ້າອາກາດ ແລະຄວາມສຳຄັນຂອງການປະຊຸມ ທຸກຄົນຈຶ່ງຕົກສະທ້ານຢ້ານກົວຈົນຕົວສັ່ນ.
10
ປະໂຣຫິດເອຊະຣາໄດ້ຢືນຂຶ້ນເວົ້າຕໍ່ພວກເຂົາວ່າ, “ພວກທ່ານຂາດຄວາມເຊື່ອ ແລະໄດ້ນຳເອົາຄວາມຜິດມາສູ່ຊາດອິດສະຣາເອນ ຍ້ອນການແຕ່ງງານກັບຜູ້ຍິງຕ່າງຊາດ.
11
ບັດນີ້ ໃຫ້ພວກທ່ານສາລະພາບບາບຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກທ່ານ ແລະປະພຶດໃຫ້ພຣະອົງພໍພຣະໄທ. ຈົ່ງແຍກຕົວອອກຈາກຄົນຕ່າງຊາດທີ່ອາໄສຢູ່ໃນດິນແດນຂອງພວກເຮົາ ແລະກຳຈັດພວກເມຍຕ່າງຊາດຂອງພວກເຈົ້າໃຫ້ອອກໜີໄປເສຍ.”
12
ປະຊາຊົນໄດ້ຮ້ອງຕອບຂຶ້ນວ່າ, “ພວກຂ້ານ້ອຍຈະປະຕິບັດຕາມທຸກສິ່ງທີ່ທ່ານເວົ້າມາ.”
13
ແຕ່ພວກເຂົາເວົ້າຕື່ມອີກວ່າ, “ປະຊາຊົນມີມາກມາຍ, ຝົນກໍຕົກແຮງ, ພວກຂ້ານ້ອຍບໍ່ອາດຢືນຢູ່ນອກນີ້ໄດ້ດອກ. ມັນບໍ່ແມ່ນເປັນເລື່ອງທີ່ຈະເຮັດໃຫ້ແລ້ວໃນມື້ໜຶ່ງ ຫລືສອງມື້ ເພາະມີຫລາຍຄົນໃນພວກຂ້ານ້ອຍໄດ້ພົວພັນໃນບາບນີ້.
14
ໃຫ້ບັນດາຂ້າຣາຊການຂອງພວກເຮົາທີ່ຢູ່ໃນນະຄອນເຢຣູຊາເລັມນີ້ ຮັບຜິດຊອບເລື່ອງນີ້ສາ. ແລ້ວໃຫ້ຜູ້ທີ່ມີເມຍຄົນຕ່າງຊາດ ພ້ອມທັງພວກຫົວໜ້າ ແລະພວກຜູ້ຕັດສິນທີ່ຢູ່ໃນເມືອງ ນັດກັນມາໃໝ່ຕາມເວລາທີ່ກຳນົດໄວ້. ດ້ວຍວິທີນີ້ກໍຈະເຮັດໃຫ້ພຣະເຈົ້າຂອງພວກເຮົາເຊົາໂກດຮ້າຍໃນເລື່ອງນີ້.”
15
ບໍ່ມີຜູ້ໃດຄັດຄ້ານແຜນການນີ້ ນອກຈາກໂຢນາທານລູກຊາຍຂອງອາສາເຮນ ແລະຢາເຊອີຢາລູກຊາຍຂອງຕິກວາ. ທັງສອງໄດ້ຮັບການສະໜັບສະໜູນ ຈາກເມຊຸນລຳແລະຊັບເບທາຍຄົນເລວີ.
16
ພວກທີ່ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ກໍຍອມຮັບເອົາແຜນການນີ້; ດັ່ງນັ້ນ ປະໂຣຫິດເອຊະຣາຈຶ່ງແຕ່ງຕັ້ງ ຄົນໃນທ່າມກາງບັນດາຫົວໜ້າຕະກຸນໃຫ້ຈົດຊື່ຂອງພວກເຂົາ. ພວກເຂົາໄດ້ເລີ່ມສືບສວນໃນວັນທີໜຶ່ງຂອງເດືອນສິບ
17
ແລະພາຍໃນສາມເດືອນຕໍ່ມາ ການສືບສວນກ່ຽວກັບທຸກໆຄະດີຂອງຜູ້ຊາຍທີ່ມີເມຍຕ່າງຊາດກໍໄດ້ສິ້ນສຸດລົງ.
18
ຕໍ່ໄປນີ້ແມ່ນລາຍຊື່ຂອງພວກຜູ້ຊາຍທີ່ມີເມຍຕ່າງຊາດ ມີດັ່ງນີ້: ພວກປະໂຣຫິດ ລາຍຊື່ຕາມຕະກຸນ: ຕະກຸນເຢຊູອາແລະພວກອ້າຍນ້ອງຂອງລາວທີ່ເປັນລູກຊາຍຂອງໂຢຊາດັກ: ມາອາເສອີຢາ, ເອລີເອເຊ, ຢາຣິບແລະເກດາລີຢາ.
19
ພວກເຂົາໄດ້ສັນຍາວ່າຈະຢ່າຮ້າງເມຍ ແລະໄດ້ຖວາຍແກະເຖິກໂຕໜຶ່ງເປັນເຄື່ອງບູຊາ ເພື່ອລົບລ້າງບາບຂອງພວກຕົນ.
20
ຕະກຸນອິມເມ: ຮານານີ ແລະເຊບາດີຢາ.
21
ຕະກຸນຮາຣິມ: ມາອາເສອີຢາ, ເອລີຢາ, ເຊມາອີຢາ, ເຢຮີເອນ ແລະອຸດຊີຢາ.
22
ຕະກຸນປັດຊູ: ເອລີໂອນາຍ, ມາອາເສອີຢາ, ອິດຊະມາເອນ, ເນທາເນນ, ໂຢຊາບັດ ແລະເອລາສາ.
23
ຊາວເລວີ: ໂຢຊາບັດ, ຊີເມອີ, ເກລາອີຢາ (ມີຊື່ອີກວ່າເກລີຕາ), ເປທາຮີຢາ, ຢູດາ ແລະເອລີເອເຊ.
24
ນັກດົນຕຼີ: ເອລີອາຊິບ ພວກເຝົ້າຍາມພຣະວິຫານ: ຊານລູມ, ເຕເລັມ ແລະອູຣິ.
25
ຄົນອື່ນໆ: ຕະກຸນປາຣົດ: ຣາມີຢາ, ອິດຊີຢາ, ມັນກີຢາ, ມີຢາມິນ, ເອເລອາຊາ, ມັນກີຢາ ແລະເບນາອີຢາ.
26
ຕະກຸນເອລາມ: ມັດຕານີຢາ, ເຊກາຣີຢາ, ເຢຮີເອນ, ອັບດີ, ເຢເຣໂມດ ແລະເອລີຢາ.
27
ຕະກຸນຊັດຕຸ: ເອລີໂອນາຍ, ເອລີອາຊິບ, ມັດຕານີຢາ, ເຢເຣໂມດ, ຊາບັດ ແລະອາຊີຊາ.
28
ຕະກຸນເບບາຍ: ເຢໂຮຮານານ, ຮານານີຢາ, ຊັບບາຍ ແລະອັດໄລ.
29
ຕະກຸນບານີ: ເມຊຸນລຳ, ມັນລຸກ, ອາດາອີຢາ, ຢາຊຸບ, ເຊອານ ແລະເຢເຣໂມດ.
30
ຕະກຸນປາຮາດໂມອາບ: ອັດນາ, ເກລານ, ເບນາອີຢາ, ມາອາເສອີຢາ, ມາຕານີຢາ, ເບຊາເລນ, ບິນນູອີ ແລະມານາເຊ.
31
ຕະກຸນຮາຣິມ: ເອລີເອເຊ, ອິດຊີຢາ, ມັນກີຢາ, ເຊມາອີຢາ, ຊີເມໂອນ,
32
ເບັນຢາມິນ, ມັນລຸກ ແລະເຊມາຣີຢາ.
33
ຕະກຸນຮາຊຸມ: ມັດເຕໄນ, ມັດຕາຕາ, ຊາບັດ, ເອລີເຟເລັດ, ເຢເຣມາຍ, ມານາເຊ ແລະຊີເມອີ
34
ຕະກຸນບານີ: ມາອາດາຍ, ອຳຣາມ, ອູເອນ,
35
ເບນາອີຢາ, ເບເດອີຢາ, ເກລູຮີ,
36
ວານີຢາ, ເມເຣໂມດ, ເອລີອາຊິບ,
37
ມັດຕານິຢາ, ມັດເຕໄນ ແລະຢາອາສູ.
38
ຕະກຸນບິນນູອີ: ຊີເມອີ,
39
ເຊເລມີຢາ, ນາທານ, ອາດາອີຢາ,
40
ມັກນາເດບາຍ, ຊາຊາຍ, ຊາຣາຍ,
41
ອາຊາເຣນ, ເຊເລມີຢາ, ເຊມາຣີຢາ,
42
ຊານລູມ, ອາມາຣີຢາ ແລະໂຢເຊັບ.
43
ຕະກຸນເນໂບ: ເຢອີເອນ, ມັດຕີທີຢາ, ຊາບັດ, ເຊບີນາ, ຢັດດາຍ, ໂຢເອນ ແລະເບນາອີຢາ.
44
ຜູ້ຊາຍເຫຼົ່ານີ້ທັງໝົດໄດ້ມີເມຍຄົນຕ່າງຊາດ. ພວກເຂົາໄດ້ຢ່າຮ້າງກັບເມຍ ແລະສົ່ງເມຍ ແລະລູກຂອງພວກເຂົາໜີໄປ.
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
All chapters:
1
2
3
4
5
6
7
8
9
10