bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezra 3
Ezra 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 4 →
1
ຕໍ່ມາໃນເດືອນທີເຈັດ ປະຊາຊົນອິດສະຣາເອນທັງໝົດກໍຕັ້ງຖິ່ນຖານຢູ່ຕາມບ້ານເມືອງຂອງໃຜລາວ. ແລ້ວພວກເຂົາທຸກຄົນກໍມາເຕົ້າໂຮມກັນທີ່ນະຄອນເຢຣູຊາເລັມ,
2
ເຢຊູອາລູກຊາຍຂອງໂຢຊາດັກ, ໝູ່ເພື່ອນປະໂຣຫິດຂອງລາວ ແລະເຊຣຸບບາເບນລູກຊາຍຂອງເຊອານຕີເອນພ້ອມທັງຍາດຕິພີ່ນ້ອງ, ໄດ້ສ້າງແທ່ນບູຊາສຳລັບພຣະເຈົ້າຂອງຊາດອິດສະຣາເອນຂຶ້ນໃໝ່ ເພື່ອວ່າພວກເຂົາຈະໄດ້ເຜົາເຄື່ອງບູຊາຖວາຍທີ່ເທິງແທ່ນນັ້ນ ຕາມຄຳແນະນຳທີ່ມີຂຽນໄວ້ໃນກົດບັນຍັດຂອງໂມເຊຄົນຂອງພຣະເຈົ້າ.
3
ເຖິງແມ່ນວ່າ ພວກທີ່ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ຢ້ານກົວຊົນຊາດອື່ນທີ່ອາໄສຢູ່ໃນດິນແດນນັ້ນກໍຕາມ ແຕ່ພວກເຂົາຍັງສ້າງແທ່ນບູຊາຂຶ້ນໃໝ່ໄວ້ໃນບ່ອນເກົ່າຂອງມັນ. ແລ້ວພວກເຂົາກໍເຜົາເຄື່ອງຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວທີ່ເທິງແທ່ນນັ້ນອີກເທື່ອໜຶ່ງ ໃນທຸກເຊົ້າ ແລະທຸກແລງ.
4
ພວກເຂົາສະຫລອງເທດສະການປຸກຕູບຢູ່ຕາມລະບຽບທີ່ມີໄວ້; ແຕ່ລະວັນພວກເຂົາໄດ້ຖວາຍເຄື່ອງບູຊາ ຕາມຈຳນວນທີ່ໄດ້ກຳນົດໄວ້ສຳລັບມື້ນັ້ນ;
5
ນອກຈາກນີ້ແລ້ວ ພວກເຂົາກໍຍັງໄດ້ຖວາຍເຄື່ອງບູຊາເປັນປະຈຳດັ່ງນີ້: ການບູຊາເຜົາທັງໝົດ ແລະຖວາຍເຄື່ອງບູຊາໃນມື້ເດືອນອອກໃໝ່ ແລະຕາມລະບຽບຂອງເທດສະການທຸກຄັ້ງທີ່ພຣະເຈົ້າຢາເວໄດ້ກຳນົດໄວ້ໃຫ້ນະມັດສະການ ຕະຫລອດທັງເຄື່ອງບູຊາທັງໝົດທີ່ຖວາຍແກ່ພຣະເຈົ້າຢາເວ ຕາມໃຈສະໝັກຂອງໃຜລາວ.
6
ເຖິງແມ່ນວ່າປະຊາຊົນຍັງບໍ່ໄດ້ເລີ່ມສ້າງພຣະວິຫານຂອງພຣະເຈົ້າຢາເວໃໝ່ກໍຕາມ ແຕ່ພວກເຂົາກໍໄດ້ເລີ່ມຕົ້ນເຜົາເຄື່ອງບູຊາຖວາຍແກ່ພຣະເຈົ້າຢາເວ ໃນມື້ທຳອິດຂອງເດືອນທີເຈັດ.
7
ຕໍ່ມາ ປະຊາຊົນກໍຈ່າຍເງິນໃຫ້ຊ່າງຕັດຫີນ ແລະຊ່າງໄມ້; ແລະໄດ້ເອົາອາຫານ, ເຄື່ອງດື່ມ ແລະນໍ້າມັນໝາກກອກເທດ ສົ່ງໄປທີ່ເມືອງຕີເຣ ແລະ ຊີໂດນ ເພື່ອແລກປ່ຽນກັບໄມ້ແປກຈາກເລບານອນ ຊຶ່ງໄມ້ເຫຼົ່ານີ້ໄດ້ຖືກນຳມາທາງທະເລຈາກເມືອງຢົບປາ. ທຸກສິ່ງທີ່ໄດ້ລົງມືເຮັດນັ້ນແມ່ນໄດ້ຮັບອະນຸຍາດຈາກກະສັດໄຊຣັດແຫ່ງເປີເຊຍ.
8
ສະນັ້ນ ໃນເດືອນທີສອງຂອງປີຕໍ່ມາ ເມື່ອກັບມາຮອດບ່ອນຕັ້ງວິຫານຂອງພຣະເຈົ້າທີ່ນະຄອນເຢຣູຊາເລັມແລ້ວ ພວກເຂົາກໍໄດ້ລົງມືເຮັດວຽກໂລດ. ພວກເຫຼົ່ານີ້ມີດັ່ງນີ້: ເຊຣຸບບາເບນລູກຊາຍຂອງເຊອານຕີເອນ, ເຢຊູອາລູກຊາຍຂອງໂຢຊາດັກ, ພີ່ນ້ອງຮ່ວມຊາດທີ່ເຫຼືອຢູ່, ບັນດາປະໂຣຫິດຊາວເລວີ ແລະທຸກຄົນທີ່ເປັນຊະເລີຍໃນຕ່າງຖິ່ນ ທີ່ໄດ້ກັບຄືນມາສູ່ນະຄອນເຢຣູຊາເລັມ ກໍໄດ້ຊ່ວຍໃນວຽກການນີ້. ຊາວເລວີທຸກຄົນທີ່ມີອາຍຸຊາວປີຂຶ້ນໄປ ກໍມີໜ້າທີ່ຮັບຜິດຊອບຕໍ່ການສ້າງວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່.
9
ເຢຊູອາຄົນເລວີ ພ້ອມທັງພວກລູກຊາຍຂອງລາວ ແລະຍາດພີ່ນ້ອງ ແລະກາດມີເອນ ພ້ອມທັງພວກລູກຊາຍຂອງຕົນ (ຄືຕະກຸນໂຮດາວີຢາ) ໄດ້ຮ່ວມມືກັນຮັບຜິດຊອບໃນການສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່. (ຊາວເລວີໄດ້ຮັບການຊ່ວຍເຫລືອຈາກຕະກຸນເຮນາດາດ.)
10
ເມື່ອຄົນເຫຼົ່ານີ້ໄດ້ເລີ່ມຕົ້ນວາງຮາກຖານພຣະວິຫານຂອງພຣະເຈົ້າຢາເວ, ບັນດາປະໂຣຫິດທີ່ນຸ່ງເສື້ອຄຸມ ກໍຖືແກປະຈຳໜ້າທີ່ຂອງພວກເຂົາ ສ່ວນພວກເລວີຈາກຕະກຸນອາສັບກໍຖືແສ່ງຢືນຢູ່ທີ່ນັ້ນ. ພວກເຂົາສັນລະເສີນພຣະເຈົ້າຢາເວຕາມຄຳແນະນຳ ສືບຕໍ່ກັນມາແຕ່ສະໄໝຂອງກະສັດດາວິດແຫ່ງອິດສະຣາເອນ.
11
ພວກເຂົາຮ້ອງເພງສັນລະເສີນໂມທະນາຂອບພຣະຄຸນພຣະເຈົ້າຢາເວວ່າ: “ພຣະອົງ ຊົງຄຸນງາມຄວາມດີ ແລະຄວາມຮັກ ທີ່ພຣະອົງມີແກ່ຊາດອິດສະຣາເອນ ກໍດຳລົງຢູ່ຕະຫລອດໄປເປັນນິດ.” ທຸກຄົນຕ່າງກໍຮ້ອງດ້ວຍສຸດຈິດສຸດໃຈ ສັນລະເສີນພຣະເຈົ້າຢາເວ ເພາະຮາກຖານຂອງວິຫານຂອງພຣະເຈົ້າຢາເວຖືກວາງລົງແລ້ວ.
12
ແຕ່ຍັງມີປະໂຣຫິດຜູ້ອາວຸໂສຫລາຍຄົນ, ພວກເລວີ, ຫົວໜ້າຕະກຸນຕ່າງໆທີ່ເຄີຍເຫັນວິຫານຫລັງກ່ອນມາແລ້ວ ເມື່ອໄດ້ລໍເຝົ້າເບິ່ງການວາງຮາກຖານຂອງວິຫານຢູ່ນັ້ນ ຕ່າງກໍຮ້ອງໄຫ້ ແລະຄໍ່າຄວນ. ແຕ່ຄົນອື່ນຢູ່ໃນທີ່ນັ້ນພາກັນໂຮຮ້ອງຂຶ້ນດ້ວຍຄວາມຊົມຊື່ນຍິນດີ.
13
ບໍ່ມີຜູ້ໃດບອກໄດ້ວ່າ ເປັນສຽງໂຮຮ້ອງຍິນດີຫລືສຽງຮ້ອງໄຫ້ ເພາະສຽງນັ້ນດັງຫຼາຍຈົນຜູ້ຢູ່ໄກໆກໍຍັງໄດ້ຍິນ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 4 →
All chapters:
1
2
3
4
5
6
7
8
9
10