bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezra 7
Ezra 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 8 →
1
ຫລາຍປີຕໍ່ມາ ເມື່ອອາກຕາເຊເຊັດເປັນກະສັດແຫ່ງເປີເຊຍ ໄດ້ມີຊາຍຄົນໜຶ່ງຊື່ວ່າ ເອຊະຣາ. ລາວສືບເຊື້ອສາຍມາຈາກມະຫາປະໂຣຫິດອາໂຣນ ຕາມດັ່ງນີ້: ເອຊະຣາເປັນລູກຊາຍຂອງເສຣາອີຢາ, ເສຣາອີຢາເປັນລູກຊາຍຂອງອາຊາຣີຢາ, ອາຊາຣີຢາເປັນລູກຊາຍຂອງຮິນກີຢາ,
2
ຮິນກີຢາເປັນລູກຊາຍຂອງຊານລູມ, ຊານລູມເປັນລູກຊາຍຂອງຊາດົກ, ຊາດົກເປັນລູກຊາຍຂອງອາຮີຕຸບ,
3
ອາຮີຕຸບເປັນລູກຊາຍຂອງອາມາຣີຢາ, ອາມາຣີຢາເປັນລູກຊາຍຂອງອາຊາຣີຢາ, ອາຊາຣີຢາເປັນລູກຊາຍຂອງເມຣາອີໂຢດ,
4
ເມຣາອີໂຢດເປັນລູກຊາຍຂອງເຊຣາຮີຢາ, ເຊຣາຮີຢາເປັນລູກຊາຍຂອງອຸດຊີ, ອຸດຊີເປັນລູກຊາຍຂອງບຸກກີ,
5
ບຸກກີເປັນລູກຊາຍຂອງອາບີຊູອາ, ອາບີຊູອາເປັນລູກຊາຍຂອງຟີເນຮາ, ຟີເນຮາເປັນລູກຊາຍຂອງເອເລອາຊາ, ເອເລອາຊາເປັນລູກຊາຍຂອງອາໂຣນ.
6
ເອຊະຣາເປັນຜູ້ຮອບຮູ້ດ້ານກົດບັນຍັດ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ມອບໃຫ້ໂມເຊ. ຍ້ອນເອຊະຣາເປັນຜູ້ມີພຣະພອນຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ກະສັດຈຶ່ງໃຫ້ທຸກສິ່ງຕາມທີ່ລາວຂໍຮ້ອງ. ໃນຣາຊການປີທີເຈັດຂອງກະສັດອາກຕາເຊເຊັດ ເອຊະຣາໄດ້ເດີນທາງຈາກບາບີໂລນມາສູ່ນະຄອນເຢຣູຊາເລັມ ພ້ອມທັງຊາວອິດສະຣາເອນພວກໜຶ່ງ ທີ່ປະກອບດ້ວຍບັນດາປະໂຣຫິດຊາວເລວີ, ພວກນັກດົນຕຼີປະຈຳວິຫານ, ພວກເຝົ້າຍາມພຣະວິຫານ ແລະພວກຄົນງານ.
8
ພວກເຂົາໄດ້ຈາກບາບີໂລນໃນວັນທີໜຶ່ງຂອງເດືອນໜຶ່ງ ແລະດ້ວຍຄວາມຊ່ວຍເຫລືອຂອງພຣະເຈົ້າ ພວກເຂົາໄດ້ມາຮອດນະຄອນເຢຣູຊາເລັມ ໃນວັນທີໜຶ່ງຂອງເດືອນຫ້າໃນປີທີເຈັດຂອງກະສັດນັ້ນ.
10
ເອຊະຣາໄດ້ອຸທິດຊີວິດຂອງຕົນ ສຶກສາຮໍ່າຮຽນກົດບັນຍັດຂອງພຣະເຈົ້າຢາເວ ປະຕິບັດຕາມກົດບັນຍັດນັ້ນ ແລະໄດ້ສອນກົດບັນຍັດແລະລະບຽບການທັງໝົດໃຫ້ແກ່ປະຊາຊົນອິດສະຣາເອນ.
11
ກະສັດອາກຕາເຊເຊັດໄດ້ມອບຈົດໝາຍໃຫ້ເອຊະຣາ ປະໂຣຫິດແລະນັກຮຽນຮູ້ຜູ້ທີ່ມີຄວາມຮອບຮູ້ດ້ານກົດບັນຍັດ ແລະຂໍ້ຄຳສັ່ງທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ຊາດອິດສະຣາເອນ. ຈົດໝາຍນັ້ນມີຖ້ອຍຄຳດັ່ງຕໍ່ໄປນີ້:
12
“ຈາກກະສັດອາກຕາເຊເຊັດ ເຖິງປະໂຣຫິດເອຊະຣາ ນັກຮຽນຮູ້ດ້ານກົດບັນຍັດຂອງພຣະເຈົ້າແຫ່ງສະຫວັນ.
13
ບັດນີ້ ເຮົາໄດ້ອອກຄຳສັ່ງທົ່ວອານາຈັກ ໃຫ້ປະຊາຊົນອິດສະຣາເອນທຸກຄົນ, ບັນດາປະໂຣຫິດ ແລະຊາວເລວີຜູ້ມີໃຈປາຖະໜາຢາກຈະກັບໄປທີ່ນະຄອນເຢຣູຊາເລັມ ໃຫ້ໄປນຳທ່ານໄດ້.
14
ເຮົາ ພ້ອມດ້ວຍທີ່ປຶກສາຂອງເຮົາເຈັດຄົນ ໄດ້ສົ່ງທ່ານໄປສືບສວນເບິ່ງ ສະຖານະການໃນຢູດາຍ ແລະນະຄອນເຢຣູຊາເລັມ ເພື່ອຢາກຮູ້ວ່າກົດບັນຍັດຂອງພຣະເຈົ້າຂອງທ່ານ ຊຶ່ງໄດ້ຖືກມອບໝາຍໃຫ້ແກ່ທ່ານນັ້ນ ຖືກປະຕິບັດຕາມໄດ້ດີສໍ່າໃດ.
15
ທ່ານຈົ່ງເອົາເຄື່ອງຖວາຍເປັນເງິນແລະຄຳໄປນຳ ຊຶ່ງເຮົາພ້ອມດ້ວຍທີ່ປຶກສາຂອງເຮົາຢາກຈະຖວາຍແກ່ພຣະເຈົ້າຂອງຊາດອິດສະຣາເອນ ອົງທີ່ສະຖິດຢູ່ໃນນະຄອນເຢຣູຊາເລັມ.
16
ສ່ວນເງິນແລະຄຳທັງໝົດທີ່ທ່ານຮວບຮວມມາໄດ້ຈາກທົ່ວແຂວງບາບີໂລນ ແລະເຄື່ອງຖວາຍຊຶ່ງຊາວອິດສະຣາເອນ ແລະບັນດາປະໂຣຫິດຂອງພວກເຂົາ ໄດ້ຖວາຍແກ່ວິຫານຂອງພຣະເຈົ້າຂອງພວກເຂົາທີ່ນະຄອນເຢຣູຊາເລັມນັ້ນ ກໍໃຫ້ທ່ານເອົາໄປນຳຄືກັນ.
17
ທ່ານຈົ່ງຈ່າຍເງິນນີ້ຢ່າງລະມັດລະວັງ ເພື່ອຊື້ລູກງົວເຖິກ, ແກະເຖິກ, ລູກແກະ, ເຂົ້າ, ເຫຼົ້າອະງຸ່ນ ແລະໃຫ້ເອົາສິ່ງເຫຼົ່ານີ້ຖວາຍເທິງແທ່ນບູຊາທີ່ວິຫານຂອງພຣະເຈົ້າຂອງທ່ານໃນນະຄອນເຢຣູຊາເລັມ.
18
ທ່ານອາດຈະເອົາເງິນແລະຄຳທີ່ຍັງເຫລືອຢູ່ນີ້ໄປໃຊ້ຕາມທີ່ທ່ານແລະເພື່ອນຮ່ວມຊາດຂອງທ່ານເຫັນສົມຄວນ ແຕ່ໃຫ້ເປັນໄປຕາມຄວາມປະສົງຂອງພຣະເຈົ້າຂອງພວກທ່ານ.
19
ທ່ານຈົ່ງຖວາຍເຄື່ອງໃຊ້ທຸກຢ່າງທີ່ທ່ານໄດ້ຮັບສຳລັບການບົວລະບັດວິຫານຂອງພຣະເຈົ້າຂອງທ່ານ ຈົ່ງເອົາໄປວາງໄວ້ຕໍ່ໜ້າພຣະເຈົ້າແຫ່ງນະຄອນເຢຣູຊາເລັມ.
20
ແລະສິ່ງອື່ນໆອີກທີ່ທ່ານຕ້ອງການສຳລັບວິຫານຂອງພຣະເຈົ້າຂອງທ່ານ ທ່ານສາມາດເອົາຈາກຄັງຫລວງໄດ້.
21
ເຮົາໄດ້ອອກຄຳສັ່ງເຖິງບັນດາຂ້າຣາຊການຄັງເງິນທັງໝົດ ຢູ່ແຂວງພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ ໃຫ້ຈັດຫາທຸກສິ່ງຢ່າງຮີບດ່ວນຕາມຄວາມຕ້ອງການ ແກ່ເອຊະຣາ ຜູ້ເປັນປະໂຣຫິດແລະນັກຮຽນຮູ້ດ້ານກົດບັນຍັດຂອງພຣະເຈົ້າແຫ່ງສະຫວັນ.
22
ຈົນເຖິງກຳນົດ ເປັນເງິນຈຳນວນປະມານ ສາມພັນສີ່ຮ້ອຍ ກິໂລກຼາມ, ເຂົ້າເດືອຍ ສິບພັນ ກິໂລກຼາມ, ເຫຼົ້າອະງຸ່ນ ສອງພັນ ລິດ, ນໍ້າມັນໝາກກອກເທດ ສອງພັນ ລິດ ແລະເກືອໃຫ້ເອົາຕາມທີ່ຕ້ອງການ.
23
ທ່ານຕ້ອງຈັດຫາທຸກໆສິ່ງຢ່າງລະມັດລະວັງ ຕາມທີ່ພຣະເຈົ້າແຫ່ງສະຫວັນຕ້ອງການສຳລັບວິຫານຂອງພຣະເຈົ້າແຫ່ງສະຫວັນ ແລະໃຫ້ແນ່ໃຈວ່າພຣະອົງຈະບໍ່ໂກດຮ້າຍເຮົາ ຫລືຕໍ່ຜູ້ທີ່ຂຶ້ນປົກຄອງແທນເຮົາ.
24
ທ່ານບໍ່ຄວນເກັບພາສີຈາກພວກປະໂຣຫິດ, ພວກເລວີ, ພວກນັກດົນຕຼີ, ພວກຄົນເຝົ້າຍາມ, ພວກຄົນງານ ແລະຄົນອື່ນໆ ທີ່ມີສ່ວນກ່ຽວຂ້ອງກັບວິຫານຂອງພຣະເຈົ້ານີ້.
25
ເອຊະຣາເອີຍ ທ່ານຈົ່ງໃຊ້ສະຕິປັນຍາທີ່ພຣະເຈົ້າຂອງທ່ານໂຜດໃຫ້ນັ້ນ ແຕ່ງຕັ້ງບັນດາຜູ້ບໍລິຫານແລະຜູ້ຕັດສິນຄວາມ ເພື່ອປົກຄອງປະຊາຊົນທັງໝົດໃນພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ ຄືຜູ້ທີ່ດຳລົງຊີວິດຢູ່ຕາມກົດບັນຍັດຂອງພຣະເຈົ້າຂອງທ່ານ. ທ່ານຕ້ອງສັ່ງສອນກົດບັນຍັດນີ້ໃຫ້ແກ່ຜູ້ທີ່ຍັງບໍ່ທັນຮູ້ຈັກ.
26
ຖ້າຜູ້ໃດບໍ່ເຊື່ອຟັງກົດບັນຍັດຂອງພຣະເຈົ້າຂອງທ່ານ ຫລືກົດໝາຍຕ່າງໆຂອງອານາຈັກ ຜູ້ນັ້ນຈະຕ້ອງຖືກລົງໂທດທັນທີ ດັ່ງນີ້: ໂດຍການປະຫານຊີວິດ, ຖືກເນລະເທດ, ຖືກຢຶດຊັບສິນ ຫລືຖືກຄຸກ.”
27
ແລ້ວເອຊະຣາກໍກ່າວວ່າ, “ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກຂ້ານ້ອຍ ພຣະອົງໄດ້ເຮັດໃຫ້ກະສັດເຕັມໃຈຍ້ອງຍໍໃຫ້ກຽດແກ່ວິຫານຂອງພຣະເຈົ້າຢາເວໃນນະຄອນເຢຣູຊາເລັມ.
28
ໂດຍພຣະຄຸນຂອງພຣະເຈົ້າ, ຂ້ານ້ອຍຈຶ່ງໄດ້ຮັບຄວາມກະລຸນາຈາກກະສັດ, ຈາກບັນດາທີ່ປຶກສາຂອງເພິ່ນ ແລະຈາກບັນດາຂ້າຣາຊການຜູ້ມີອຳນາດທຸກຄົນຂອງເພິ່ນ; ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍໄດ້ໃຫ້ຂ້ານ້ອຍມີຄວາມກ້າຫານ ແລະຂ້ານ້ອຍຈຶ່ງສາມາດຊັກຊວນເອົາຫົວໜ້າຕະກຸນຕ່າງໆ ຂອງຊາດອິດສະຣາເອນຫລາຍຄົນໃຫ້ກັບຄືນມາດ້ວຍກັນກັບຂ້ານ້ອຍ.”
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 8 →
All chapters:
1
2
3
4
5
6
7
8
9
10