bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezra 8
Ezra 8
Lao Bible 2012 (ພຣະຄຳພີສັກສິ)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 9 →
1
ຕໍ່ໄປນີ້ແມ່ນລາຍຊື່ຫົວໜ້າຂອງຕະກຸນຕ່າງໆ ທີ່ຖືກຈັບໄປເປັນຊະເລີຍໃນບາບີໂລນ, ແຕ່ໄດ້ກັບຄືນມາສູ່ນະຄອນເຢຣູຊາເລັມນຳເອຊະຣາ ໃນຄາວທີ່ກະສັດອາກຕາເຊເຊັດເປັນຈັກກະພັດຄື:
2
ເກໂຊມ, ຕະກຸນຟີເນຮາ ດານີເອນ, ຕະກຸນອີທາມາ ຮັດຕຸຊະລູກຊາຍຂອງເຊການີຢາ, ຕະກຸນດາວິດ
3
ເຊກາຣີຢາ, ຕະກຸນປາຣົດ, ພ້ອມທັງພວກຜູ້ຊາຍໃນຕະກຸນຂອງຕົນອີກ 150 ຄົນ (ທຸກຄົນມີທະບຽນບັນທຶກບອກເຖິງບັນພະບຸລຸດຂອງພວກເຂົາ)
4
ເອລີໂຮນາຍລູກຊາຍຂອງເຊຣາຮີຢາ, ຕະກຸນ ປາຮາດໂມອາບພ້ອມທັງຜູ້ຊາຍ 200 ຄົນ
5
ເຊການີຢາລູກຊາຍຂອງຢາຮາຊີເອນ, ຕະກຸນ ຊັດຕຸ, ພ້ອມທັງພວກຜູ້ຊາຍ 300 ຄົນ
6
ເອເບັດລູກຊາຍຂອງໂຢນາທານ, ຕະກຸນ ອາດິນ, ພ້ອມທັງພວກຜູ້ຊາຍ 50 ຄົນ
7
ເຢຊາອີຢາລູກຊາຍຂອງອາທາລີຢາ, ຕະກຸນເອລາມ, ພ້ອມທັງພວກຜູ້ຊາຍ 70 ຄົນ
8
ເຊບາດີຢາລູກຊາຍຂອງມີກາເອນ, ຕະກຸນເຊຟາຕີຢາ, ພ້ອມທັງພວກຜູ້ຊາຍ 80 ຄົນ
9
ໂອບາດີຢາລູກຊາຍຂອງເຢຮີເອນ, ຕະກຸນໂຢອາບ, ພ້ອມທັງພວກຜູ້ຊາຍ 218 ຄົນ
10
ເຊໂລມິດລູກຊາຍຂອງໂຢສີຟີຢາ, ຕະກຸນບານີ, ພ້ອມທັງພວກຜູ້ຊາຍ 160 ຄົນ
11
ເຊກາຣີຢາລູກຊາຍຂອງເບບາຍ, ຕະກຸນ ເບບາຍ, ພ້ອມທັງພວກຜູ້ຊາຍ 28 ຄົນ
12
ໂຢຮານານລູກຊາຍຂອງຮັກກາຕານ, ຕະກຸນອາຊະກາດ, ພ້ອມທັງຜູ້ຊາຍ 110 ຄົນ
13
ເອລີເຟເລັດ, ເຢອູເອນ ແລະເຊມາອີຢາ, ຕະກຸນອາໂດນີກຳ, ພ້ອມທັງພວກຜູ້ຊາຍ 60 ຄົນ (ພວກນີ້ໄດ້ກັບຄືນມານຳຫລັງ)
14
ອູໄທແລະຊັກກູເຣ, ຕະກຸນບິກໄຫວ, ພ້ອມທັງພວກຜູ້ຊາຍ 70 ຄົນ
15
ຕໍ່ມາ ຂ້າພະເຈົ້າກໍໄດ້ຮວບຮວມເອົາຄົນທັງໝົດໄປຢູ່ໃກ້ຫ້ວຍນໍ້າ ຊຶ່ງໄຫລໄປສູ່ເມືອງອາຮາວາ ແລະຕັ້ງຄ້າຍພັກຢູ່ບ່ອນນັ້ນເປັນເວລາສາມວັນ. ຂ້າພະເຈົ້າໄດ້ພົບວ່າມີພວກປະໂຣຫິດຢູ່ໃນທ່າມກາງພວກນີ້ ແຕ່ບໍ່ມີຊາວເລວີ.
16
ດັ່ງນັ້ນ ຂ້າພະເຈົ້າຈຶ່ງໃຊ້ຄົນໄປເອີ້ນເອົາຫົວໜ້າເກົ້າຄົນມາ ດັ່ງນີ້: ເອລີເອເຊ, ອາຣີເອນ, ເຊມາອີຢາ, ເອນນາທານ, ຢາຣິບ, ເອນນາທານ, ນາທານ, ເຊກາຣີຢາ ແລະເມຊຸນລຳ, ພ້ອມທັງຄູສອນສອງຄົນຄື ໂຢອີອາຣິບແລະເອນນາທານ.
17
ຂ້າພະເຈົ້າໄດ້ສົ່ງພວກເຫຼົ່ານີ້ໄປຫາອິດໂດ ຫົວໜ້າຊຸມນຸມຂອງປະຊາຊົນທີ່ ກາສີຟີອາ ເພື່ອຂໍໃຫ້ລາວກັບພວກຜູ້ຮ່ວມງານຂອງລາວ ຄືຄົນທີ່ເຮັດວຽກຢູ່ໃນວິຫານໃຫ້ສົ່ງຄົນມາຮັບໃຊ້ທີ່ວິຫານຂອງພຣະເຈົ້າຂອງເຮົາ.
18
ດ້ວຍພຣະຄຸນຂອງພຣະເຈົ້າ ພວກເຂົາໄດ້ສົ່ງເຊເຣບີຢາ ຜູ້ທີ່ມີຄວາມສາມາດ ມາໃຫ້ຂ້າພະເຈົ້າ ລາວເປັນຄົນເລວີຈາກຕະກຸນເມຣາຣີ; ພວກລູກຊາຍແລະອ້າຍນ້ອງຂອງລາວທັງໝົດສິບແປດຄົນກໍມານຳດ້ວຍ.
19
ພວກເຂົາຍັງສົ່ງຮາຊາບີຢາ ແລະເຢຊາອີຢາຈາກຕະກຸນເມຣາຣີ ພ້ອມດ້ວຍຍາດພີ່ນ້ອງຂອງລາວອີກຊາວຄົນມານຳ.
20
ນອກຈາກຄົນເຫຼົ່ານີ້ແລ້ວ ກໍຍັງມີຄົນງານປະຈຳພຣະວິຫານອີກສອງຮ້ອຍຊາວຄົນ ຊຶ່ງບັນພະບຸລຸດເປັນພວກທີ່ກະສັດດາວິດແລະພວກຂ້າຣາຊການຂອງເພິ່ນ ໄດ້ແຕ່ງຕັ້ງໃຫ້ເປັນຜູ້ຊ່ວຍເຫລືອຊາວເລວີ. ຄົນພວກນີ້ທັງໝົດມີຊື່ຈົດໄວ້ແລ້ວ.
21
ຢູ່ທີ່ນັ້ນໃກ້ຫ້ວຍອາຮາວາ ຂ້າພະເຈົ້າໄດ້ອອກຄຳສັ່ງໃຫ້ທຸກຄົນຖືສິນອົດອາຫານ ແລະຖ່ອມຕົວລົງຕໍ່ໜ້າພຣະເຈົ້າຂອງພວກເຮົາ ເພື່ອຂໍໃຫ້ພຣະອົງນຳພາໃນການເດີນທາງ ແລະໃຫ້ປົກປັກຮັກສາພວກເຮົາ ພ້ອມທັງລູກໆຂອງພວກເຮົາແລະເຄື່ອງຂອງທັງໝົດທີ່ພວກເຮົາມີຢູ່.
22
ຂ້າພະເຈົ້າບໍ່ກ້າຂໍທະຫານມ້າຈາກກະສັດໃຫ້ມາຮັກສາພວກເຮົາຈາກສັດຕູໃນການເດີນທາງ ເພາະຂ້າພະເຈົ້າໄດ້ບອກເພິ່ນວ່າ ພຣະເຈົ້າຂອງພວກເຮົາອວຍພອນທຸກໆຄົນທີ່ໄວ້ວາງໃຈໃນພຣະອົງ, ແຕ່ພຣະອົງບໍ່ພໍໃຈແລະລົງໂທດທຸກໆຄົນທີ່ຫັນໜີຈາກພຣະອົງ.
23
ດັ່ງນັ້ນ ພວກເຮົາຈຶ່ງໄດ້ຖືສິນອົດອາຫານ ແລະພາວັນນາອະທິຖານ ເພື່ອຂໍການປົກປັກຮັກສາຈາກພຣະເຈົ້າ ແລະພຣະອົງກໍຕອບຄຳພາວັນນາອະທິຖານຂອງພວກເຮົາ.
24
ຂ້າພະເຈົ້າໄດ້ເລືອກເອົາເຊເຣບີຢາ, ຮາຊາບີຢາ ແລະຄົນອື່ນໆອີກສິບຄົນຈາກພວກປະໂຣຫິດຊັ້ນຜູ້ນຳ.
25
ແລ້ວຂ້າພະເຈົ້າກໍໄດ້ສັ່ງເອົາເງິນ ຄຳ ເຄື່ອງໃຊ້ ຊຶ່ງກະສັດ, ພວກທີ່ປຶກສາ, ບັນດາຂ້າຣາຊການຂອງເພິ່ນ ແລະປະຊາຊົນອິດສະຣາເອນ ໄດ້ມອບໃຫ້ນັ້ນ ນຳໄປໃຊ້ໃນວິຫານຂອງພຣະເຈົ້າ ແລະຂ້າພະເຈົ້າໄດ້ມອບສິ່ງຂອງເຫຼົ່ານີ້ໃຫ້ພວກປະໂຣຫິດ.
26
ຕໍ່ໄປນີ້ແມ່ນສິ່ງທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຂົາ: ເງິນ - 25 ໂຕນ ເຄື່ອງໃຊ້ເປັນເງິນ 100 ອັນ, ໜັກ - 70 ກິໂລກຼາມ ຄຳ, ໜັກ - 3.400 ກິໂລກຼາມ ຖ້ວຍຄຳ 20 ໃບ, ໜັກ - 8,4 ກິໂລກຼາມ ຖ້ວຍທອງສຳຣິດຢ່າງດີສອງໃບມີຄ່າເທົ່າກັບຖ້ວຍຄຳ.
28
ຂ້າພະເຈົ້າໄດ້ບອກພວກເຂົາວ່າ, “ພວກທ່ານໄດ້ອຸທິດຕົນໃຫ້ແກ່ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກທ່ານ ເໝືອນກັນກັບເຄື່ອງໃຊ້ທັງໝົດທີ່ເປັນເງິນແລະຄຳ ຊຶ່ງພວກທ່ານໄດ້ນຳມາຖວາຍແກ່ພຣະເຈົ້າຢາເວດ້ວຍໃຈສັດທາ.
29
ຂໍໃຫ້ພວກທ່ານຮັກສາສິ່ງຂອງເຫຼົ່ານີ້ໄວ້ໃຫ້ດີ ຈົນກວ່າພວກທ່ານໄປຮອດວິຫານຂອງພຣະເຈົ້າຢາເວ. ຢູ່ທີ່ນັ້ນ ໃນຫ້ອງຂອງປະໂຣຫິດ ໃຫ້ພວກທ່ານຊັ່ງເບິ່ງນໍ້າໜັກສິ່ງຂອງເຫຼົ່ານີ້ ແລະມອບໃຫ້ບັນດາຜູ້ນຳປະໂຣຫິດຊາວເລວີ ແລະຜູ້ນຳຂອງປະຊາຊົນອິດສະຣາເອນໃນນະຄອນເຢຣູຊາເລັມ.”
30
ດັ່ງນັ້ນ ພວກປະໂຣຫິດແລະຊາວເລວີຈຶ່ງກຳກັບເອົາເງິນ, ຄຳ ແລະເຄື່ອງໃຊ້ນັ້ນ ໄປສູ່ວິຫານຂອງພຣະເຈົ້າທີ່ນະຄອນເຢຣູຊາເລັມ.
31
ພວກເຮົາໄດ້ຍົກຍ້າຍແຕ່ຫ້ວຍອາຮາວາ ໄປສູ່ນະຄອນເຢຣູຊາເລັມໃນວັນທີສິບສອງຂອງເດືອນໜຶ່ງ. ຕະຫລອດການເດີນທາງນັ້ນ ພຣະເຈົ້າຂອງພວກເຮົາໄດ້ສະຖິດຢູ່ນຳ ແລະປົກປັກຮັກສາພວກເຮົາຈາກສັດຕູທີ່ມາດັກໂຈມຕີ.
32
ເມື່ອພວກເຮົາໄປເຖິງນະຄອນເຢຣູຊາເລັມແລ້ວ ກໍໄດ້ພັກຢູ່ທີ່ນັ້ນເປັນເວລາສາມວັນ.
33
ພໍເຖິງວັນທີສີ່ ພວກເຮົາໄດ້ໄປໃນວິຫານຂອງພຣະເຈົ້າຂອງພວກເຮົາ ເພື່ອຊັ່ງເບິ່ງເງິນ, ຄຳ ແລະເຄື່ອງໃຊ້ ແລ້ວກໍມອບສິ່ງເຫຼົ່ານີ້ໃຫ້ປະໂຣຫິດເມເຣໂມດລູກຊາຍຂອງອູຣີຢາ. ເອເລອາຊາລູກຊາຍຂອງຟີເນຮາກໍໄດ້ຢູ່ກັບລາວໃນທີ່ນັ້ນດ້ວຍ ພ້ອມກັບຊາວເລວີສອງຄົນ ຄືໂຢຊາບັດລູກຊາຍຂອງເຢຊູອາ ແລະໂນອາດີຢາລູກຊາຍຂອງບິນນູອີ.
34
ທຸກໆສິ່ງຖືກນັບແລະຊັ່ງເບິ່ງນໍ້າໜັກ ພ້ອມທັງຖືກເຮັດບັນຊີບັນທຶກໄວ້ຢ່າງຮຽບຮ້ອຍໃນມື້ດຽວກັນນັ້ນ.
35
ແລ້ວທຸກຄົນທີ່ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ກໍໄດ້ນຳເອົາເຄື່ອງຖວາຍມາເຜົາບູຊາແກ່ພຣະເຈົ້າຂອງຊາດອິດສະຣາເອນ. ພວກເຂົາຖວາຍທັງໝົດມີ: ງົວເຖິກສິບສອງໂຕເປັນຕົວແທນແກ່ຊາວອິດສະຣາເອນ, ແກະເຖິກເກົ້າສິບຫົກໂຕ, ລູກແກະເຈັດສິບເຈັດໂຕ, ພວກເຂົາຍັງຖວາຍແບ້ອີກສິບສອງໂຕ ສັດທັງໝົດນີ້ ຖວາຍແກ່ພຣະເຈົ້າຢາເວເປັນເຄື່ອງບູຊາໄຖ່ບາບສຳລັບພວກເຂົາເອງ.
36
ພວກເຂົາຍັງໄດ້ເອົາເອກະສານທີ່ກະສັດມອບໃຫ້ນັ້ນ ໄປໃຫ້ຜູ້ປົກຄອງແລະບັນດາຂ້າຣາຊການ ຂອງແຂວງທາງພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ. ສະນັ້ນ ພວກເຂົາຈຶ່ງໃຫ້ຄວາມຊ່ວຍເຫຼືອປະຊາຊົນ ແລະເພື່ອວິຫານຂອງພຣະເຈົ້າ.
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 9 →
All chapters:
1
2
3
4
5
6
7
8
9
10