bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezra 5
Ezra 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 6 →
1
ໃນເວລານັ້ນ ໄດ້ມີຜູ້ທຳນວາຍສອງຄົນຄື: ຮັກກາຍ ແລະເຊກາຣີຢາລູກຊາຍຂອງອິດໂດ ໄດ້ກ່າວໃນນາມຂອງພຣະເຈົ້າແຫ່ງຊາດອິດສະຣາເອນຕໍ່ຊາວຢິວ ທີ່ອາໄສຢູ່ໃນແຂວງຢູດາຍແລະນະຄອນເຢຣູຊາເລັມ.
2
ເມື່ອເຊຣຸບບາເບນລູກຊາຍຂອງເຊອານຕີເອນ ແລະເຢຊູອາລູກຊາຍຂອງໂຢຊາດັກໄດ້ຍິນຖ້ອຍຄຳຂອງເພິ່ນ ພວກເຂົາຈຶ່ງເລີ່ມກໍ່ສ້າງວິຫານຂອງພຣະເຈົ້າໃນນະຄອນເຢຣູຊາເລັມຂຶ້ນໃໝ່ ແລະຜູ້ທຳນວາຍຂອງພຣະເຈົ້າສອງຄົນນີ້ກໍໄດ້ຊ່ວຍເຫລືອພວກເຂົາ.
3
ພໍດີໃນເວລາດຽວກັນນັ້ນ ຕັດເຕໄນຜູ້ປົກຄອງພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ, ເຊຕາກໂບເຊໄນ ແລະບັນດາເຈົ້າໜ້າທີ່ດ້ວຍກັນໄດ້ມາທີ່ນະຄອນເຢຣູຊາເລັມ ແລະຖາມວ່າ, “ແມ່ນຜູ້ໃດທີ່ສັ່ງໃຫ້ພວກເຈົ້າກໍ່ສ້າງວິຫານ ແລະຈັດຫາເຄື່ອງມາຕົບແຕ່ງ?”
4
ພວກເຂົາ ຍັງຖາມເຖິງຊື່ຂອງທຸກຄົນທີ່ຊ່ວຍການກໍ່ສ້າງນີ້ດ້ວຍ.
5
ແຕ່ພຣະເຈົ້າໄດ້ເຝົ້າເບິ່ງແຍງຮັກສາພວກຫົວໜ້າຂອງຊາວຢິວຢູ່ ພວກເຈົ້າໜ້າທີ່ຊາວເປີເຊຍຈຶ່ງຕັດສິນໃຈບໍ່ກະທຳສິ່ງໃດລົງໄປ ຈົນກວ່າພວກເຂົາຈະໄດ້ຂຽນຈົດໝາຍໄປຫາກະສັດດາຣິອຸດ ແລະຮັບຄຳຕອບຈາກເພິ່ນເສຍກ່ອນ.
6
ພວກເຂົາໄດ້ສົ່ງລາຍງານໄປ ໂດຍມີຖ້ອຍຄຳດັ່ງນີ້:
7
“ຮຽນ ກະສັດດາຣິອຸດ ຂໍທ່ານຈົ່ງປົກຄອງຢ່າງສັນຕິສຸກເຖີດ
8
ພວກຂ້ານ້ອຍຢາກຂໍຮຽນໃຫ້ທ່ານຊາບວ່າ, ພວກຂ້ານ້ອຍໄດ້ໄປທີ່ແຂວງຢູດາຍ ແລະກໍພົບວ່າ ວິຫານຂອງພຣະເຈົ້າອົງຍິ່ງໃຫຍ່ໄດ້ຖືກສ້າງຂຶ້ນອີກແລ້ວດ້ວຍຫີນກ້ອນໃຫຍ່ ແລະດ້ວຍໄມ້ຂາງທີ່ກາດເທິງກຳແພງ. ວຽກງານການກໍ່ສ້າງນີ້ໄດ້ດຳເນີນໄປດ້ວຍຄວາມພາກພຽນທີ່ສຸດ ແລະ ກ້າວໜ້າໄປໂດຍດີ.
9
ແລ້ວພວກຂ້ານ້ອຍກໍໄດ້ຖາມບັນດາຫົວໜ້າຂອງຄົນເຫຼົ່ານັ້ນວ່າ, ‘ແມ່ນຜູ້ໃດໃຫ້ສິດທິແກ່ພວກເຈົ້າສ້າງພຣະວິຫານນີ້ຂຶ້ນໃໝ່ ແລະຈັດຫາເຄື່ອງມາຕົບແຕ່ງ?’
10
ພວກຂ້ານ້ອຍຍັງໄດ້ຖາມເຖິງຊື່ຂອງພວກເຂົາ ເພື່ອຈະລາຍງານໃຫ້ທ່ານໄດ້ວ່າ ແມ່ນຜູ້ໃດເປັນຫົວໜ້າໃນວຽກການນີ້.
11
ພວກເຂົາຈຶ່ງຕອບວ່າ, ‘ພວກຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະເຈົ້າແຫ່ງສະຫວັນແລະແຜ່ນດິນໂລກ ແລະພວກຂ້ານ້ອຍກຳລັງກໍ່ສ້າງວິຫານຂຶ້ນໃໝ່ຕາມແບບເດີມ ແລະໄດ້ຕົບແຕ່ງຕາມແບບເກົ່າ ຕາມທີ່ກະສັດແຫ່ງຊາດອິດສະຣາເອນຜູ້ມີອຳນາດໄດ້ສ້າງຂຶ້ນແຕ່ດົນນານມາແລ້ວ.
12
ແຕ່ເນື່ອງຈາກວ່າ ບັນພະບຸລຸດຂອງພວກຂ້ານ້ອຍເຮັດໃຫ້ພຣະເຈົ້າແຫ່ງສະຫວັນໂກດຮ້າຍ ພຣະອົງຈຶ່ງໃຫ້ກະສັດເນບູກາດເນັດຊາແຫ່ງບາບີໂລນ ກະສັດຈາກເຊື້ອສາຍຂອງການເດອານຕີຊະນະພວກເພິ່ນ. ວິຫານໄດ້ຖືກທຳລາຍ ແລ້ວປະຊາຊົນກໍຖືກກວາດເອົາໄປເປັນຊະເລີຍໃນບາບີໂລນ,
13
ຕໍ່ມາ ໃນປີທຳອິດທີ່ກະສັດໄຊຣັດຂຶ້ນເປັນຈັກກະພັດແຫ່ງບາບີໂລນ ເພິ່ນໄດ້ອອກຄຳສັ່ງໃຫ້ສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່.
14
ເພິ່ນໄດ້ເອົາເຄື່ອງໃຊ້ທີ່ເປັນຄຳ ແລະເປັນເງິນຂອງວິຫານຂອງພຣະເຈົ້າ ຊຶ່ງກະສັດເນບູກາດເນັດຊາໄດ້ຢຶດເອົາໄປຈາກພຣະວິຫານທີ່ນະຄອນເຢຣູຊາເລັມ ແລະໄດ້ນຳເອົາໄປໄວ້ຢູ່ໃນພຣະວິຫານທີ່ນະຄອນບາບີໂລນນັ້ນກັບຄືນມາ. ກະສັດໄຊຣັດໄດ້ສົ່ງເຄື່ອງເຫຼົ່ານີ້ໃຫ້ຊາຍຄົນໜຶ່ງຊື່ວ່າເຊັດບັດຊາ ຜູ້ທີ່ເພິ່ນໄດ້ແຕ່ງຕັ້ງໃຫ້ເປັນຜູ້ປົກຄອງຢູດາຍ.
15
ກະສັດໃຫ້ລາວນຳເຄື່ອງເຫຼົ່ານີ້ ກັບຄືນໄປໄວ້ໃນພຣະວິຫານທີ່ນະຄອນເຢຣູຊາເລັມ ແລະໃຫ້ສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່ຢູ່ບ່ອນເກົ່າຂອງມັນ.
16
ດັ່ງນັ້ນ ເຊັດບັດຊາຈຶ່ງວາງຮາກຖານວິຫານຂອງພຣະເຈົ້າ ແລະດຳເນີນການກໍ່ສ້າງມາຈົນເຖິງບັດນີ້ ແຕ່ກໍຍັງບໍ່ທັນແລ້ວເທື່ອ.’
17
ບັດນີ້ ຖ້າທ່ານເຫັນຊອບ ຂໍໃຫ້ທຳການຄົ້ນເບິ່ງເອກະສານຂອງບັນດາກະສັດທີ່ນະຄອນບາບີໂລນ ເພື່ອຈະໄດ້ຮູ້ວ່າກະສັດໄຊຣັດໄດ້ອອກຄຳສັ່ງໃຫ້ສ້າງວິຫານຂອງພຣະເຈົ້ານີ້ຂຶ້ນໃໝ່ຫລືບໍ່ ແລ້ວຂໍທ່ານບອກໃຫ້ຂ້ານ້ອຍຮູ້ດ້ວຍວ່າ ຄວາມປະສົງຂອງທ່ານກ່ຽວກັບເລື່ອງນີ້ຄືອັນໃດ.”
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 6 →
All chapters:
1
2
3
4
5
6
7
8
9
10