bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezra 2
Ezra 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 3 →
1
ມີພວກທີ່ເປັນຊະເລີຍໃນຕ່າງຖິ່ນຫລາຍຄົນໄດ້ອອກຈາກແຂວງບາບີໂລນ ແລະກັບຄືນສູ່ນະຄອນເຢຣູຊາເລັມແລະຢູດາຍ; ແຕ່ລະຄົນໄດ້ກັບຄືນສູ່ບ້ານເກີດເມືອງນອນຂອງໃຜລາວ. ຄອບຄົວຂອງພວກເຂົາໄດ້ເປັນຊະເລີຍແລະອາໄສຢູ່ໃນບາບີໂລນ ຕັ້ງແຕ່ສະໄໝທີ່ກະສັດເນບູກາດເນັດຊາໄດ້ຈັບພວກເຂົາໄປທີ່ນັ້ນ.
2
ບັນດາຜູ້ນຳຂອງພວກເຂົາມີດັ່ງນີ້: ເຊຣຸບບາເບນ, ເຢຊູອາ, ເນເຫມີຢາ, ເສຣາອີຢາ, ເຣເອລາອີຢາ, ມໍເດໄກ, ບິນຊານ, ມີຊະປາ, ບິກໄຫວ, ເຣຫຸມ ແລະບາອານາ. ຕໍ່ໄປນີ້ແມ່ນລາຍຊື່ຂອງຕະກຸນຕ່າງໆຂອງຊາດອິດສະຣາເອນ ພ້ອມທັງຈຳນວນຄົນຂອງແຕ່ລະຕະກຸນ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ:
3
ປາຣົດ - 2.172 ຄົນ
4
ເຊຟາຕີຢາ - 372 ຄົນ
5
ອາຣາ - 775 ຄົນ
6
ປາຮາດ-ໂມອາບ (ເຊື້ອສາຍຂອງເຢຊູອາ ແລະ ໂຢອາບ) - 2.812 ຄົນ
7
ເອລາມ - 1.254 ຄົນ
8
ຊັດຕຸ - 945 ຄົນ
9
ຊັກກາຍ - 760 ຄົນ
10
ບານີ - 642 ຄົນ
11
ເບບາຍ - 623 ຄົນ
12
ອາຊະກາດ - 1.222 ຄົນ
13
ອາໂດນີກຳ - 666 ຄົນ
14
ບິກໄຫວ - 2.056 ຄົນ
15
ອາດິນ - 454 ຄົນ
16
ອາເຕ (ມີຊື່ໜຶ່ງອີກວ່າເຮເຊກີຢາ) - 98 ຄົນ
17
ເບໄຊ - 323 ຄົນ
18
ໂຢຣາ - 112 ຄົນ
19
ຮາຊຸມ - 223 ຄົນ
20
ກິບບາ - 95 ຄົນ
21
ຄົນທີ່ບັນພະບຸລຸດໄດ້ອາໄສຢູ່ໃນເມືອງຕ່າງໆດັ່ງຕໍ່ໄປນີ້ ກໍໄດ້ກັບຄືນຄືກັນ: ເບັດເລເຮັມ - 123 ຄົນ
22
ເນໂຕຟາ - 56 ຄົນ
23
ອານາທົດ - 128 ຄົນ
24
ອາຊະມາເວດ - 42 ຄົນ
25
ກີຣີອາດເຢອາຣີມ, ເກຟີຣາ ແລະເບເອໂຣດ - 743 ຄົນ
26
ຣາມາ ແລະ ເກບາ - 621 ຄົນ
27
ມິກມາດ - 122 ຄົນ
28
ເບັດເອນ ແລະອາອີ - 223 ຄົນ
29
ເນໂບ - 52 ຄົນ
30
ມັກບິດ - 156 ຄົນ
31
ເອລາມພວກອື່ນ - 1.254 ຄົນ
32
ຮາຣິມ - 320 ຄົນ
33
ໂລດ, ຮາດິດ ແລະໂອໂນ - 725 ຄົນ
34
ເຢຣິໂກ - 345 ຄົນ
35
ເສນາຢາ - 3.630 ຄົນ
36
ຕໍ່ໄປນີ້ແມ່ນບັນຊີລາຍຊື່ຂອງຕະກຸນຂອງປະໂຣຫິດ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ມີດັ່ງນີ້: ເຢດາອີຢາ (ເຊື້ອສາຍຂອງເຢຊູອາ) - 973 ຄົນ
37
ອິມເມ - 1.052 ຄົນ
38
ປັດຊູ - 1.247 ຄົນ
39
ຮາຣິມ - 1.017 ຄົນ
40
ຕະກຸນຕ່າງໆຂອງຊາວເລວີ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ມີດັ່ງນີ້: ເຢຊູອາ ແລະ ກາດມີເອນ (ເຊື້ອສາຍຂອງໂຮດາວີຢາ) - 74 ຄົນ
41
ນັກດົນຕຼີປະຈຳພຣະວິຫານ (ເຊື້ອສາຍຂອງອາສັບ) - 128 ຄົນ
42
ຄົນເຝົ້າຍາມປະຈຳພຣະວິຫານ (ເຊື້ອສາຍຂອງຊັນລຸມ, ອາເຕ, ຕານໂມນ, ອັກກຸບ, ຮາຕີຕາ, ແລະໂຊໄບ) - 139 ຄົນ
43
ຕະກຸນຕ່າງໆຂອງຄົນເຮັດວຽກປະຈຳພຣະວິຫານ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ມີດັ່ງນີ້: ຊີຮາ, ຮາສູຟາ, ຕັບບາອົດ,
44
ເກໂຣດ, ສີອາຮາ, ປາໂດນ,
45
ເລບານາ, ຮາກາບາ, ອັກກຸບ,
46
ຮາກາບ, ຊານໄມ, ຮານານ,
47
ກິດເດນ, ກາຮາ, ເຣອາອີຢາ,
48
ເຣຊິນ, ເນໂກດາ, ກັດຊຳ,
49
ອຸດຊາ, ປາເສຢາ, ເບສາຍ,
50
ອາສະນາ, ເມອູນິມ, ເນຟີສິມ,
51
ບັກບຸກ, ຮາກູຟາ, ຮາກຮູ,
52
ບາຊະລຸດ, ເມຮິດາ, ຮາກຊາ,
53
ບາກໂກ, ສີເສຣາ, ເຕມາ,
54
ເນຊີຢາ ແລະຮາຕີຟາ.
55
ຕະກຸນຕ່າງໆຂອງຄົນຮັບໃຊ້ຂອງກະສັດໂຊໂລໂມນ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ມີດັ່ງນີ້: ໂສໄຕ, ຮາໂສເຟເຣັດ, ເປຣູດາ,
56
ຢາອາລາ, ດາກໂກນ, ກິດເດນ,
57
ເຊຟາຕີຢາ, ຮັດຕິນ, ໂປເກເຣັດຮັດເຊບາອິມ ແລະອາມີ.
58
ຈຳນວນເຊື້ອສາຍທັງໝົດຂອງຄົນເຮັດວຽກໃນພຣະວິຫານ ແລະຄົນຮັບໃຊ້ຂອງກະສັດໂຊໂລໂມນ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ມີທັງໝົດ 392 ຄົນ.
59
ມີຈຳນວນ 652 ຄົນ ໃນຕະກຸນເດລາອີຢາ, ໂຕບີຢາ ແລະເນໂກດາ ທີ່ໄດ້ກັບຄືນມາຈາກເມືອງເຕນເມລາ, ເຕນຮາກຊາ, ເຄຣຸບ, ອັດດານ ແລະອິມເມ; ແຕ່ພວກເຂົາພິສູດບໍ່ໄດ້ວ່າ ພວກຕົນເປັນເຊື້ອສາຍຂອງຊາວອິດສະຣາເອນ.
61
ຕະກຸນຕ່າງໆຕໍ່ໄປນີ້ແມ່ນປະໂຣຫິດທີ່ ບໍ່ມີເອກະສານ ເພື່ອພິສູດເຖິງບັນພະບຸລຸດຂອງຕົນ ມີດັ່ງນີ້: ໂຮບາອີຢາ, ຮັກກົດ ແລະບາກຊິນໄລ. (ບັນພະບຸລຸດຂອງຕະກຸນຂອງບາກຊິນໄລທີ່ເປັນປະໂຣຫິດ ໄດ້ແຕ່ງງານກັບຍິງຜູ້ໜຶ່ງຈາກຕະກຸນບາກຊິນໄລແຫ່ງກິເລອາດ ແລະໄດ້ໃສ່ຊື່ຕາມຕະກຸນພໍ່ເຖົ້າຂອງຕົນ.) ເນື່ອງຈາກຄົນເຫຼົ່ານີ້ພິສູດບໍ່ໄດ້ວ່າ ແມ່ນຜູ້ໃດທີ່ເປັນບັນພະບຸລຸດຂອງຕົນ; ດັ່ງນັ້ນ ພວກເຂົາຈຶ່ງບໍ່ໄດ້ຮັບໃຊ້ເປັນປະໂຣຫິດ.
63
ຜູ້ປົກຄອງຊາວຢິວໄດ້ສັ່ງບໍ່ໃຫ້ພວກເຂົາກິນອາຫານທີ່ໄດ້ຖວາຍແກ່ພຣະເຈົ້າ ຈົນກວ່າຈະມີປະໂຣຫິດທີ່ສາມາດໃຊ້ອຸຣິມ ແລະທຸມມິມ.
64
ພວກທີ່ເປັນຊະເລີຍໃນຕ່າງຖິ່ນທີ່ກັບຄືນມາສູ່ປະເທດ ທັງໝົດ 42.360 ຄົນ
65
ຄົນຮັບໃຊ້ຊາຍຍິງຂອງພວກເຂົາ 7.337 ຄົນ; ນັກດົນຕຼີຊາຍຍິງ - 200 ຄົນ
66
ມ້າ - 736 ໂຕ; ລໍ - 245 ໂຕ
67
ອູດ - 435 ໂຕ; ລາ - 6.720 ໂຕ
68
ເມື່ອພວກທີ່ເປັນຊະເລີຍໃນຕ່າງຖິ່ນ ກັບຄືນມາສູ່ວິຫານຂອງພຣະເຈົ້າຢາເວທີ່ນະຄອນເຢຣູຊາເລັມແລ້ວ ກໍໄດ້ມີຫົວໜ້າບາງຄົນຖວາຍເຄື່ອງບູຊາຕາມໃຈສະໝັກ ເພື່ອຊ່ວຍສ້າງວິຫານຂອງພຣະເຈົ້າຢູ່ໃນບ່ອນເດີມຂຶ້ນໃໝ່.
69
ພວກເຂົາໄດ້ຖວາຍເພື່ອວຽກງານນີ້ຫລາຍເທົ່າທີ່ຈະຫລາຍໄດ້ ຊຶ່ງຈຳນວນທັງໝົດ ມີດັ່ງນີ້: ຄຳປະມານ 500 ກິໂລກຼາມ, ເງິນປະມານ 2.800 ກິໂລກຼາມ ແລະເສື້ອຄຸມຂອງປະໂຣຫິດ 100 ຜືນ.
70
ບັນດາປະໂຣຫິດຊາວເລວີແລະປະຊາຊົນບາງພວກ ກໍໄດ້ຕັ້ງຖິ່ນຖານຢູ່ໃນ ຫລືຢູ່ໃກ້ນະຄອນເຢຣູຊາເລັມ; ພວກນັກດົນຕຼີ, ພວກເຝົ້າຍາມພຣະວິຫານ ແລະພວກເຮັດວຽກປະຈຳພຣະວິຫານກໍຕັ້ງຖິ່ນຖານຢູ່ໃນເມືອງ; ແລະຊາວອິດສະຣາເອນທີ່ຍັງເຫລືອ ກໍໄດ້ຕັ້ງຖິ່ນຖານຢູ່ໃນເມືອງທີ່ພວກບັນພະບຸລຸດຂອງພວກຕົນເຄີຍອາໄສຢູ່.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 3 →
All chapters:
1
2
3
4
5
6
7
8
9
10