bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Hebrews 1
Hebrews 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 2 →
1
ໃນອະດີດຕະການນັ້ນ ພຣະເຈົ້າຊົງກ່າວແກ່ບັນພະບຸລຸດຂອງພວກເຮົາຫລາຍເທື່ອດ້ວຍວິທີຕ່າງໆ ໂດຍທາງບັນດາຜູ້ທຳນວາຍ,
2
ແຕ່ໃນຍຸກສຸດທ້າຍນີ້ ພຣະອົງໄດ້ຊົງກ່າວແກ່ເຮົາທັງຫລາຍທາງພຣະບຸດ ຜູ້ຊຶ່ງພຣະອົງໄດ້ຊົງຕັ້ງໃຫ້ເປັນຜູ້ຮັບສັບພະທຸກສິ່ງທັງປວງເປັນມໍຣະດົກ ແລະດ້ວຍພຣະບຸດນັ້ນພຣະອົງໄດ້ຊົງສ້າງໂລກທັງຫລາຍ.
3
ພຣະບຸດນັ້ນ ເປັນແສງສະທ້ອນພຣະສະຫງ່າຣາສີຂອງພຣະເຈົ້າ ແລະມີສະພາບເປັນແບບພິມດຽວກັນກັບພຣະອົງ ແລະຊົງຄໍ້າຊູພິພົບໂລກໄວ້ດ້ວຍພຣະທຳອັນຊົງຣິດຂອງພຣະອົງ, ເມື່ອພຣະອົງຊົງຊຳລະບາບກຳແລ້ວ ກໍຊົງປະທັບຢູ່ເບື້ອງຂວາຂອງຜູ້ຊົງຣິດທານຸພາບໃນທີ່ສູງສຸດ.
4
ອັນໜຶ່ງ, ພຣະເຈົ້າໄດ້ຊົງປະທານພຣະນາມອັນປະເສີດເລີດລໍ້າກວ່າເທວະດາໃຫ້ພຣະອົງຢ່າງໃດ ພຣະອົງກໍຊົງເກີດເປັນຜູ້ປະເສີດເລີດລໍ້າກວ່າເທວະດາຢ່າງນັ້ນ.
5
ເພາະພຣະເຈົ້າບໍ່ເຄີຍກ່າວແກ່ເທວະດາຂອງພຣະອົງຕົນໃດວ່າ, “ທ່ານເປັນບຸດຂອງເຮົາ ວັນນີ້ເຮົາໃຫ້ກຳເນີດແກ່ທ່ານ.” ແລະກ່າວອີກວ່າ, “ເຮົາຈະເປັນບິດາຂອງທ່ານ ຝ່າຍທ່ານກໍຈະເປັນບຸດຂອງເຮົາ.”
6
ແລະອີກຄັ້ງໜຶ່ງ ພຣະເຈົ້າໄດ້ສົ່ງພຣະບຸດກົກຂອງພຣະອົງເຂົ້າມາໃນໂລກນັ້ນ ພຣະອົງໄດ້ຊົງກ່າວວ່າ, “ໃຫ້ບັນດາເທວະດາຂອງພຣະເຈົ້າທຸກຕົນ ຕ້ອງນ້ອມນະມັດສະການ ຂາບໄຫວ້ພຣະອົງ.”
7
ສ່ວນກ່ຽວກັບບັນດາເທວະດາເຫຼົ່ານັ້ນ ພຣະອົງຊົງກ່າວວ່າ, “ພຣະເຈົ້າບັນດານໃຫ້ ຝູງເທວະດາຂອງພຣະອົງເປັນລົມ ແລະໃຫ້ບັນດາຜູ້ຮັບໃຊ້ຂອງພຣະອົງ ເປັນແປວໄຟອັນຮ້ອນກ້າ.”
8
ແຕ່ສ່ວນພຣະບຸດນັ້ນ ພຣະເຈົ້າຊົງກ່າວວ່າ, “ຂ້າແດ່ພຣະເຈົ້າ ຣາຊບັນລັງຂອງພຣະອົງນັ້ນ ກໍຕັ້ງໝັ້ນຄົງຕະຫລອດໄປ ພຣະອົງຈະຊົງປົກຄອງອານາຈັກ ຂອງພຣະອົງ ດ້ວຍຄວາມຍຸດຕິທຳ.
9
ພຣະອົງຊົງຮັກຄວາມຊອບທຳ ແລະຊົງກຽດຊັງສິ່ງອະທຳ ເພາະສະນັ້ນ ພຣະເຈົ້າ, ພຣະເຈົ້າຂອງພຣະອົງ ໄດ້ຊົງຫົດສົງພຣະອົງໄວ້ ດ້ວຍນໍ້າມັນແຫ່ງຄວາມຊົມຊື່ນຍິນດີ ຫລາຍກວ່າເພື່ອນທັງຫຼາຍ ຂອງພຣະອົງ.”
10
ພຣະອົງຊົງກ່າວອີກວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ເມື່ອຕົ້ນເດີມນັ້ນ ພຣະອົງຊົງວາງຮາກແຜ່ນດິນໂລກໄວ້ ແລະສ້າງຟ້າສະຫວັນ ດ້ວຍສີພຣະຫັດຂອງພຣະອົງ.
11
ສິ່ງເຫຼົ່ານັ້ນຈະດັບສູນໄປ ແຕ່ພຣະອົງຊົງດຳລົງຄົງຢູ່ ສິ່ງເຫຼົ່ານັ້ນຈະເກົ່າແກ່ໄປໝົດສິ້ນ ເໝືອນດັ່ງເຄື່ອງນຸ່ງຫົ່ມ.
12
ພຣະອົງຈະມ້ວນສິ່ງເຫຼົ່ານັ້ນໄວ້ ເໝືອນດັ່ງມ້ວນເສື້ອໃຫຍ່ ມັນຈະຖືກປ່ຽນແປງດັ່ງເຄື່ອງນຸ່ງຫົ່ມ. ແຕ່ຝ່າຍພຣະອົງຊົງເປັນຢູ່ດັ່ງເດີມສະເໝີໄປ ແລະ ປີທັງຫລາຍຂອງພຣະອົງກໍບໍ່ສິ້ນສຸດຈັກເທື່ອ.”
13
ນອກຈາກນັ້ນ ພຣະເຈົ້າບໍ່ເຄີຍກ່າວແກ່ເທວະດາຂອງພຣະອົງຕົນໃດວ່າ, “ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ ຈົນກວ່າເຮົາປາບເຫຼົ່າສັດຕູຂອງທ່ານ ໃຫ້ຂາບລົງຢູ່ໃຕ້ພື້ນຕີນຂອງທ່ານ.”
14
ຝູງເທວະດາທັງປວງນັ້ນ ແມ່ນວິນຍານຮັບໃຊ້ ທີ່ພຣະເຈົ້າຊົງໃຊ້ມາບົວລະບັດບັນດາຜູ້ທີ່ຈະໄດ້ຮັບຄວາມລອດພົ້ນເປັນມໍຣະດົກບໍ່ແມ່ນບໍ?
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13