bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Hebrews 13
Hebrews 13
Lao Bible 2012 (ພຣະຄຳພີສັກສິ)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
1
ຈົ່ງໃຫ້ຄວາມຮັກຢ່າງພີ່ນ້ອງ ມີຢູ່ຕໍ່ກັນສະເໝີໄປ.
2
ຢ່າລືມການຕ້ອນຮັບແຂກ ເພາະດ້ວຍການເຮັດເຊັ່ນນີ້ ມີບາງຄົນກໍໄດ້ຕ້ອນຮັບເທວະດາຢ່າງບໍ່ຮູ້ຕົວ.
3
ຈົ່ງລະນຶກເຖິງບັນດາຜູ້ທີ່ຖືກລ່າມໂສ້ ເໝືອນກັບວ່າພວກເຈົ້າກໍຖືກລ່າມໂສ້ເໝືອນກັບພວກເຂົາດ້ວຍ. ຈົ່ງລະນຶກເຖິງບັນດາຜູ້ທີ່ຖືກຂົ່ມເຫັງ ເພາະວ່າພວກເຈົ້າກໍມີຮ່າງກາຍເໝືອນກັນ.
4
ຈົ່ງໃຫ້ການແຕ່ງງານຂອງພວກເຈົ້າ ເປັນທີ່ຍົກຍ້ອງນັບຖືແກ່ທຸກຄົນ ແລະຈົ່ງໃຫ້ຄູ່ຜົວເມຍສັດຊື່ຕໍ່ກັນແລະກັນ. ພຣະເຈົ້າຈະຕັດສິນລົງໂທດຄົນເຮັດຜິດສິນທຳແລະຄົນຫລິ້ນຊູ້.
5
ຈົ່ງໃຫ້ການດຳເນີນຊີວິດຂອງພວກເຈົ້າ ເວັ້ນຈາກການຮັກເງິນຮັກຄຳ. ຈົ່ງພໍໃຈໃນສິ່ງທີ່ຕົນມີຢູ່ ເພາະພຣະເຈົ້າເອງຊົງກ່າວວ່າ, “ເຮົາຈະບໍ່ປະເຈົ້າ ຫລືຖິ້ມເຈົ້າເສຍຈັກເທື່ອ.”
6
ດ້ວຍເຫດນັ້ນ ຈົ່ງໃຫ້ພວກເຮົາມີໃຈກ້າ ແລະກ່າວວ່າ, “ອົງພຣະຜູ້ເປັນເຈົ້າ ເປັນພຣະຜູ້ຊ່ວຍຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າຈະບໍ່ຢ້ານກົວ. ມີຜູ້ໃດແດ່ຈະເຮັດຫຍັງ ໃຫ້ຂ້າພະເຈົ້າໄດ້.”
7
ຈົ່ງລະນຶກເຖິງພວກຜູ້ນຳຂອງພວກເຈົ້າ ຄືຜູ້ທີ່ໄດ້ປະກາດພຣະທຳແກ່ພວກເຈົ້າ. ຈົ່ງພິຈາລະນາເບິ່ງຜົນສຸດທ້າຍແຫ່ງຊີວິດຂອງພວກເພິ່ນ ແລະຈົ່ງປະຕິບັດຕາມແບບຢ່າງຄວາມເຊື່ອຂອງພວກເພິ່ນ.
8
ພຣະເຢຊູຄຣິດເຈົ້າຊົງເປັນຢູ່ສະເໝີກັນ ທັງໃນເວລາວານນີ້ ວັນນີ້ ແລະສືບໆໄປເປັນນິດ.
9
ຢ່າຍອມໃຫ້ຄຳສອນປອມໃດໆ ນຳພາພວກເຈົ້າໃຫ້ຫລົງຜິດໄປ. ເປັນການດີແທ້ທີ່ຈິດໃຈຂອງພວກເຮົາໄດ້ຮັບການເຊີດຊູໃຫ້ເຂັ້ມແຂງດ້ວຍພຣະຄຸນຂອງພຣະເຈົ້າ. ບໍ່ແມ່ນດ້ວຍອາຫານການກິນ ຊຶ່ງບໍ່ເປັນປະໂຫຍດແກ່ຄົນທີ່ປະຕິບັດຕາມ.
10
ພວກເຮົາມີແທ່ນບູຊາແທ່ນໜຶ່ງ ຊຶ່ງຄົນຜູ້ປະຕິບັດໃນຫໍເຕັນສັກສິດນັ້ນ ບໍ່ມີສິດທີ່ຈະຮັບປະທານຂອງຈາກແທ່ນນັ້ນໄດ້.
11
ມະຫາປະໂຣຫິດໄດ້ນຳເລືອດສັດເຂົ້າໄປໃນສະຖານທີ່ສັກສິດທີ່ສຸດ ເພື່ອເປັນການຖວາຍບູຊາລຶບລ້າງບາບ, ແຕ່ໂຕສັດນັ້ນ ເພິ່ນໄດ້ນຳອອກໄປເຜົານອກຄ້າຍ.
12
ເພາະສະນັ້ນ ພຣະເຢຊູເຈົ້າຈຶ່ງຕາຍທີ່ນອກປະຕູເມືອງເຊັ່ນກັນ ເພື່ອຊຳລະໄພ່ພົນຂອງພຣະເຈົ້າໃຫ້ບໍຣິສຸດ ດ້ວຍເລືອດຂອງພຣະອົງເອງ.
13
ດ້ວຍເຫດນັ້ນ ຈົ່ງໃຫ້ພວກເຮົາອອກໄປຫາພຣະອົງທີ່ນອກຄ້າຍ ແລະຍອມທົນເອົາຄຳໝິ່ນປະໝາດທີ່ພຣະອົງໄດ້ຮັບ.
14
ດ້ວຍວ່າ, ເທິງແຜ່ນດິນໂລກນີ້ ບໍ່ມີບ້ານເມືອງອັນຖາວອນສຳລັບພວກເຮົາ, ພວກເຮົາສະແຫວງຫານະຄອນທີ່ຈະມີມາໃນພາຍໜ້າ.
15
ດ້ວຍເຫດນັ້ນ ຈົ່ງໃຫ້ພວກເຮົາຖວາຍຄຳຍ້ອງຍໍສັນລະເສີນຕະຫລອດໄປແກ່ພຣະເຈົ້າ ເປັນເຄື່ອງບູຊາໂດຍທາງພຣະອົງນັ້ນ ແລະຍົກຍໍພຣະນາມຂອງພຣະອົງ ດ້ວຍສົບປາກຂອງພວກເຮົາ.
16
ຢ່າລືມທີ່ຈະເຮັດຄຸນງາມຄວາມດີ ແລະຊ່ວຍເຫລືອຊຶ່ງກັນແລະກັນ ເພາະເຄື່ອງບູຊາຢ່າງນີ້ແຫຼະ ເປັນທີ່ພໍພຣະໄທພຣະເຈົ້າ.
17
ເຈົ້າທັງຫລາຍຈົ່ງຍອມຟັງແລະຍອມຢູ່ໃນໂອວາດຜູ້ນຳຂອງພວກເຈົ້າ ເພາະພວກເພິ່ນດູແລຮັກສາຈິດວິນຍານຂອງພວກເຈົ້າຢູ່ ເໝືອນຜູ້ໜຶ່ງທີ່ຈະຕ້ອງສະເໜີລາຍງານ ເພື່ອພວກເພິ່ນຈະໄດ້ເຮັດງານນີ້ດ້ວຍຄວາມຊື່ນໃຈ, ບໍ່ແມ່ນດ້ວຍຄວາມເສົ້າໃຈ ຊຶ່ງຈະບໍ່ເປັນປະໂຫຍດແກ່ເຈົ້າທັງຫລາຍ.
18
ຈົ່ງພາວັນນາອະທິຖານເພື່ອພວກເຮົາ ເພາະເຮົາເຊື່ອແນ່ວ່າ ພວກເຮົາມີໃຈສຳນຶກຜິດແລະຊອບອັນດີຢູ່ແລ້ວ ແລະປາຖະໜາທີ່ຈະດຳເນີນຊີວິດຕາມຢ່າງດີໃນທຸກສິ່ງ.
19
ເຮົາຂໍເລັ່ງລັດພວກເຈົ້າ ໃຫ້ພາວັນນາອະທິຖານຫລາຍຂຶ້ນຕາມຢ່າງນັ້ນ ເພື່ອພຣະເຈົ້າຈະສົ່ງເຮົາກັບຄືນໄປຢູ່ກັບພວກເຈົ້າໄວໆ.
20
ຂໍພຣະເຈົ້າຜູ້ຊົງໂຜດສັນຕິສຸກ ຜູ້ໄດ້ຊົງນຳອົງພຣະເຢຊູເຈົ້າຂອງເຮົາທັງຫລາຍ ໃຫ້ຄືນມາຈາກຄວາມຕາຍ ຄືຜູ້ຊົງເປັນຜູ້ລ້ຽງແກະອົງຍິ່ງໃຫຍ່ ດ້ວຍພຣະໂລຫິດທີ່ກ່ຽວກັບພັນທະສັນຍາອັນຕັ້ງຢູ່ເປັນນິດນັ້ນ,
21
ຈົ່ງຊົງກະທຳໃຫ້ເຈົ້າທັງຫລາຍເປັນຄົນຄົບຖ້ວນໃນການດີທຸກຢ່າງ ເພື່ອຈະໄດ້ປະຕິບັດຕາມພຣະໄທພຣະອົງ ແລະຊົງທຳງານພາຍໃນເຈົ້າທັງຫລາຍ ຕາມທີ່ຊອບໃນສາຍພຣະເນດຂອງພຣະອົງ ໂດຍທາງພຣະເຢຊູຄຣິດເຈົ້າ. ສະຫງ່າຣາສີຈົ່ງມີແດ່ພຣະຄຣິດສືບໆໄປເປັນນິດ ອາແມນ.
22
ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຮ້ອງພວກເຈົ້າໃຫ້ອົດທົນຟັງຖ້ອຍຄຳທີ່ໜູນນໍ້າໃຈນີ້. ດ້ວຍວ່າ, ຈົດໝາຍທີ່ເຮົາໄດ້ຂຽນມາຫາພວກເຈົ້ານັ້ນກໍບໍ່ຍາວ.
23
ເຮົາປາຖະໜາໃຫ້ພວກເຈົ້າຮູ້ວ່າ ຕີໂມທຽວ ນ້ອງຊາຍຂອງພວກເຮົາ ໄດ້ອອກຈາກຄຸກແລ້ວ, ຖ້າລາວມາຮອດທີ່ນີ້ໄວ ເມື່ອເຮົາໄປຢ້ຽມຢາມພວກເຈົ້າ ເຮົາກໍຈະເອົາລາວໄປນຳດ້ວຍ.
24
ເຮົາຂໍຝາກຄວາມຄິດເຖິງ ມາຍັງບັນດາຜູ້ນຳຂອງພວກເຈົ້າ ແລະໄພ່ພົນຂອງພຣະເຈົ້າທຸກຄົນ. ບັນດາພີ່ນ້ອງທີ່ມາຈາກອີຕາລີ ກໍຝາກຄວາມຄິດເຖິງມາຫາພວກເຈົ້າດ້ວຍ.
25
ຂໍໃຫ້ພຣະຄຸນ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນເທີ້ນ ອາແມນ.
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
All chapters:
1
2
3
4
5
6
7
8
9
10
11
12
13