bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Hebrews 5
Hebrews 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 6 →
1
ຝ່າຍມະຫາປະໂຣຫິດທຸກຄົນນັ້ນ ແມ່ນຜູ້ຖືກເລືອກໄວ້ຈາກມະນຸດ ແລະຖືກແຕ່ງຕັ້ງໃຫ້ເປັນຜູ້ຮັບໃຊ້ພຣະເຈົ້າແທນມະນຸດ ເພື່ອຖວາຍເຄື່ອງບູຊາ ແລະເຄື່ອງຖວາຍເພື່ອລຶບລ້າງບາບ.
2
ເພິ່ນສາມາດປະຕິບັດຢ່າງອ່ອນໂຍນຕໍ່ຄົນທີ່ຮູ້ເທົ່າບໍ່ເຖິງການ ແລະຄົນຫລົງຜິດໄດ້ ເພາະເພິ່ນເອງກໍມີຄວາມອ່ອນແອເໝືອນກັນ.
3
ເພາະເຫດນີ້ ເພິ່ນຈຶ່ງຕ້ອງຖວາຍເຄື່ອງບູຊາຕ່າງໆ ບໍ່ແມ່ນສຳລັບລຶບລ້າງບາບຂອງພົນລະເມືອງເທົ່ານັ້ນ ແຕ່ສຳລັບລຶບລ້າງບາບຂອງຕົນເອງດ້ວຍ.
4
ບໍ່ຫ່ອນມີຜູ້ໃດຕັ້ງຕົນເອງຢູ່ໃນຕຳແໜ່ງນີ້ ມີແຕ່ພຣະເຈົ້າຊົງເອີ້ນເອົາເໝືອນຢ່າງຊົງເອີ້ນອາໂຣນນັ້ນ.
5
ໃນທຳນອງດຽວກັນ ພຣະຄຣິດກໍບໍ່ໄດ້ຊົງຍົກຍໍພຣະອົງເອງຂຶ້ນເປັນມະຫາປະໂຣຫິດ ແຕ່ຊົງຮັບພຣະກຽດນີ້ຈາກພຣະເຈົ້າຜູ້ຊົງກ່າວກັບພຣະອົງວ່າ, “ທ່ານນັ້ນແຫຼະ ເປັນບຸດຂອງເຮົາ ຝ່າຍເຮົາ ເຮົາໃຫ້ກຳເນີດທ່ານໃນວັນນີ້.”
6
ພຣະອົງຍັງຊົງກ່າວໃນຕອນອື່ນອີກວ່າ, “ທ່ານເປັນປະໂຣຫິດຕະຫລອດໄປ ໃນລຳດັບດຽວກັນກັບເມຄີເຊເດັກ.”
7
ຝ່າຍພຣະບຸດນັ້ນ ຂະນະເມື່ອຊົງເປັນມະນຸດຢູ່ ພຣະອົງໄດ້ຊົງຖວາຍຄຳພາວັນນາອະທິຖານ ແລະໄຫວ້ວອນດ້ວຍການຮ້ອງໄຫ້ຢ່າງໜັກ ແລະມີນໍ້າຕາໄຫລຮ້ອງຂໍຕໍ່ພຣະເຈົ້າ ຜູ້ຊົງສາມາດໂຜດໃຫ້ພຣະອົງພົ້ນຈາກຕາຍໄດ້ ແລະຊົງນ້ອມຮັບຟັງ ເນື່ອງດ້ວຍຄວາມຢຳເກງຂອງພຣະອົງ.
8
ເຖິງແມ່ນວ່າ ພຣະອົງຊົງເປັນພຣະບຸດ ກໍຍັງຊົງຮຽນຮູ້ທີ່ຈະນ້ອມຍອມເຊື່ອຟັງ ໂດຍຄວາມທຸກລຳບາກທີ່ພຣະອົງຊົງທົນນັ້ນ.
9
ເມື່ອພຣະເຈົ້າໄດ້ຊົງບັນດານໃຫ້ພຣະບຸດ ເຖິງທີ່ສຳເລັດແລ້ວ ພຣະບຸດນັ້ນ ຈຶ່ງໄດ້ເກີດເປັນຕົ້ນກຳເນີດແຫ່ງຄວາມລອດພົ້ນອັນຕະຫລອດໄປເປັນນິດ ແກ່ຄົນທັງປວງທີ່ເຊື່ອຟັງພຣະອົງ,
10
ໂດຍພຣະເຈົ້າໄດ້ຊົງຕັ້ງພຣະອົງໃຫ້ເປັນມະຫາປະໂຣຫິດ ໃນລຳດັບດຽວກັບເມຄີເຊເດັກ.
11
ກ່ຽວກັບມະຫາປະໂຣຫິດນັ້ນ ມີເລື່ອງເວົ້າຫລາຍ ແລະຍາກທີ່ຈະອະທິບາຍໃຫ້ເຂົ້າໃຈໄດ້ ເພາະວ່າເຈົ້າທັງຫລາຍກາຍເປັນຄົນຫູໜັກເສຍແລ້ວ.
12
ເຖິງແມ່ນວ່າຂະນະນີ້ ເຈົ້າທັງຫລາຍຄວນຈະເປັນຄູໄດ້ແຕ່ດົນແລ້ວກໍດີ ແຕ່ພວກເຈົ້າກໍຍັງຕ້ອງການໃຫ້ຄົນອື່ນສອນຫລັກທຳເບື້ອງຕົ້ນ ແຫ່ງພຣະທຳຂອງພຣະເຈົ້າແກ່ພວກເຈົ້າອີກ. ເຈົ້າທັງຫລາຍກັບກາຍເປັນຄົນຕ້ອງການນໍ້ານົມບໍ່ແມ່ນອາຫານແຂງ.
13
ດ້ວຍວ່າ, ທຸກຄົນທີ່ຍັງກິນນໍ້ານົມຢູ່ນັ້ນ ຍັງບໍ່ຊຳນານໃນເລື່ອງສິນທຳ ເພາະເຂົາຍັງເປັນເດັກນ້ອຍຢູ່.
14
ອາຫານແຂງເປັນອາຫານສຳລັບຜູ້ໃຫຍ່ແລ້ວ ຄືສຳລັບຜູ້ທີ່ໄດ້ຮັບການຝຶກຫັດອົບຮົມ ໃຫ້ສາມາດສັງເກດວ່າ ສິ່ງໃດດີແລະສິ່ງໃດຊົ່ວ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13