bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Hebrews 4
Hebrews 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 5 →
1
ດ້ວຍເຫດນັ້ນ ເມື່ອພຣະສັນຍາຍັງມີຢູ່ວ່າ ຈະໃຫ້ພວກເຮົາເຂົ້າຮ່ວມບ່ອນພັກຂອງພຣະອົງ ກໍໃຫ້ເຮົາທັງຫລາຍຢຳເກງ ເພາະຢ້ານຈະມີຜູ້ໜຶ່ງຜູ້ໃດໃນພວກເຈົ້າໄປບໍ່ເຖິງ.
2
ເພາະວ່າພວກເຮົາໄດ້ຍິນຂ່າວປະເສີດຢ່າງດຽວກັນກັບພວກເຂົາ ແຕ່ວ່າພວກເຂົາບໍ່ໄດ້ຮັບປະໂຫຍດຈາກຂ່າວປະເສີດນັ້ນ ເພາະພວກເຂົາບໍ່ໄດ້ຮັບດ້ວຍຄວາມເຊື່ອ.
3
ດ້ວຍເຫດນັ້ນ ພວກເຮົາຜູ້ທີ່ເຊື່ອຈຶ່ງໄດ້ເຂົ້າສູ່ການພັກຜ່ອນນັ້ນ ຕາມທີ່ພຣະເຈົ້າຊົງສັນຍາໄວ້ແລ້ວວ່າ, “ເຮົາຈຶ່ງໄດ້ສາບານດ້ວຍຄວາມເຄືອງໃຈກັບພວກເຂົາວ່າ ພວກເຂົາຈະບໍ່ໄດ້ເຂົ້າໄປໃນ ບ່ອນພັກຜ່ອນຂອງເຮົາຈັກເທື່ອ.” ເຖິງແມ່ນວ່າ ພາລະກິດຂອງພຣະອົງຊົງສຳເລັດແລ້ວ ແຕ່ຄາວໄດ້ວາງຮາກສ້າງໂລກພຸ້ນກໍຕາມ.
4
ເພາະມີຂຽນໄວ້ໃນພຣະຄຳພີຕອນໜຶ່ງ ຊຶ່ງກ່າວເຖິງວັນທີເຈັດວ່າ, “ພຣະເຈົ້າໄດ້ພັກຜ່ອນຈາກກິດຈະການຂອງພຣະອົງທັງສິ້ນໃນວັນທີເຈັດ.”
5
ເລື່ອງດຽວກັນນີ້ກໍມີກ່າວໄວ້ອີກວ່າ, “ພວກເຂົາຈະບໍ່ໄດ້ເຂົ້າໄປໃນບ່ອນພັກຜ່ອນນັ້ນຈັກເທື່ອ.”
6
ທີ່ຈິງ ຍັງມີບາງຄົນທີ່ຈະເຂົ້າຮ່ວມບ່ອນນັ້ນ ແຕ່ຄົນເຫຼົ່ານັ້ນທີ່ໄດ້ຍິນຂ່າວປະເສີດຄາວກ່ອນບໍ່ໄດ້ເຂົ້າ ເພາະພວກເຂົາບໍ່ເຊື່ອຟັງ.
7
ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງກຳນົດວັນໜຶ່ງໄວ້ໃໝ່ອີກ ຊຶ່ງເອີ້ນວ່າ, “ວັນນີ້” ຫລາຍປີຕໍ່ມາ ພຣະອົງໄດ້ເວົ້າເຖິງເລື່ອງນັ້ນໂດຍທາງດາວິດ ດັ່ງທີ່ໄດ້ມີອ້າງໄວ້ໃນພຣະຄຳພີວ່າ, “ວັນນີ້ ຖ້າເຈົ້າທັງຫລາຍໄດ້ ຍິນພຣະສຸຣະສຽງຂອງພຣະເຈົ້າ ກໍຢ່າມີໃຈແຂງກະດ້າງໄປ.”
8
ດ້ວຍວ່າ, ຖ້າໂຢຊວຍໄດ້ນຳພາປະຊາຊົນສູ່ການພັກຜ່ອນນັ້ນແລ້ວ ພຣະເຈົ້າກໍຄົງບໍ່ໄດ້ກ່າວອີກໃນເວລາຕໍ່ມາເຖິງວັນອື່ນໆ.
9
ເຖິງຢ່າງໃດກໍດີ ການພັກຜ່ອນໃນວັນຊະບາໂຕ ຍັງມີສຳລັບໄພ່ພົນຂອງພຣະເຈົ້າ.
10
ດ້ວຍວ່າ, ຜູ້ໃດກໍຕາມທີ່ຮັບການພັກຜ່ອນ ຊຶ່ງພຣະເຈົ້າຊົງສັນຍາໄວ້ແລ້ວ ກໍຈະພັກຜ່ອນຈາກວຽກການຂອງຕົນ ເໝືອນດັ່ງທີ່ພຣະເຈົ້າໄດ້ພັກຜ່ອນຈາກວຽກການຂອງພຣະອົງ.
11
ດ້ວຍເຫດນັ້ນ ຈົ່ງໃຫ້ພວກເຮົາອົດສາພະຍາຍາມ ໃຫ້ໄດ້ເຂົ້າສູ່ບ່ອນພັກຜ່ອນນັ້ນ ເພື່ອຈະບໍ່ໃຫ້ຜູ້ໜຶ່ງຜູ້ໃດຕ້ອງເສຍໄປ ເໝືອນດັ່ງຄົນບໍ່ເຊື່ອຟັງເຫຼົ່ານັ້ນ.
12
ເພາະວ່າພຣະທຳຂອງພຣະເຈົ້າປະກອບດ້ວຍຊີວິດແລະຣິດເດດ ຄົມກວ່າດາບສອງຄົມທຸກດວງ ແທງຊອດເຖິງຈິດໃຈແລະວິນຍານ ຕະຫລອດທັງຄໍ່ກະດູກແລະໄຂໃນກະດູກເຊື່ອມຕິດຕໍ່ກັນ ຈຶ່ງສັງເກດຮູ້ຄວາມຄິດແລະຄວາມມຸ່ງໝາຍໃນໃຈໄດ້.
13
ແລະໃນທຸກສິ່ງທີ່ໄດ້ຖືກສ້າງຂຶ້ນນັ້ນ ບໍ່ມີສິ່ງໃດຖືກບັງລັບໄວ້ຈາກພຣະພັກພຣະອົງໄດ້ ແຕ່ທຸກສິ່ງໄດ້ປາກົດແຈ້ງຕໍ່ສາຍຕາຂອງພຣະອົງ ຜູ້ທີ່ເຮົາຈະຕ້ອງໃຫ້ການນັ້ນ.
14
ດ້ວຍເຫດນັ້ນ ຖ້າພວກເຮົາມີພຣະມະຫາປະໂຣຫິດຜູ້ຍິ່ງໃຫຍ່ ທີ່ຜ່ານຟ້າສະຫວັນມາແລ້ວ ຄືພຣະເຢຊູເຈົ້າພຣະບຸດຂອງພຣະເຈົ້າ. ຈົ່ງໃຫ້ພວກເຮົາຢຶດຖືຄວາມເຊື່ອ ທີ່ເຮົາໄດ້ປະກາດແລ້ວນັ້ນໃຫ້ໝັ້ນຄົງ.
15
ເພາະວ່າ ພວກເຮົາບໍ່ໄດ້ມີມະຫາປະໂຣຫິດ ທີ່ບໍ່ສາມາດຈະເຫັນໃຈໃນຄວາມອ່ອນແອຂອງພວກເຮົາ, ແຕ່ມີຕົນໜຶ່ງທີ່ຊົງຖືກທົດລອງເໝືອນຢ່າງເຮົາທຸກປະການ, ເຖິງປານນັ້ນ ພຣະອົງກໍຍັງບໍ່ມີບາບ.
16
ດ້ວຍເຫດນັ້ນ ຈົ່ງໃຫ້ເຮົາທັງຫລາຍມີໃຈກ້າເຂົ້າໄປເຖິງພຣະທີ່ນັ່ງແຫ່ງພຣະຄຸນ ເພື່ອພວກເຮົາຈະໄດ້ຮັບພຣະເມດຕາ ແລະພົບພຣະຄຸນທີ່ຈະຊ່ວຍເຮົາໃນເວລາທີ່ຕ້ອງການ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13