bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Hebrews 2
Hebrews 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 3 →
1
ເພາະສະນັ້ນ ພວກເຮົາຈຶ່ງຕ້ອງໃຫ້ຄວາມສົນໃຈຫລາຍຍິ່ງຂຶ້ນໃນຂໍ້ຄວາມຈິງ ຊຶ່ງພວກເຮົາໄດ້ຍິນໄດ້ຟັງ ເພື່ອວ່າພວກເຮົາຈະບໍ່ຖືກລໍ້ລວງໃຫ້ຫລົງເສຍໄປ.
2
ດ້ວຍວ່າ, ຖ້ອຍຄຳ ຊຶ່ງບັນດາເທວະດາໄດ້ກ່າວມານັ້ນ ເປັນຄວາມຈິງ ແລະຜູ້ໃດທີ່ບໍ່ເຊື່ອຟັງແລະບໍ່ປະຕິບັດຕາມ ກໍໄດ້ຮັບໂທດຕາມຄວາມຍຸດຕິທຳແລ້ວ.
3
ດັ່ງນັ້ນ ຖ້າພວກເຮົາລະເລີຍຕໍ່ຄວາມພົ້ນອັນໃຫຍ່ຫລວງເຊັ່ນນີ້ ພວກເຮົາຈະຫລົບໜີຈາກການລົງໂທດໄດ້ຢ່າງໃດ? ອົງພຣະຜູ້ເປັນເຈົ້າໄດ້ປະກາດຄວາມພົ້ນນັ້ນໃນເວລາທຳອິດ ແລະພວກທີ່ໄດ້ຍິນກໍຢືນຢັນແກ່ພວກເຮົາວ່າເປັນຄວາມຈິງ.
4
ພຣະເຈົ້າກໍຍັງຊົງເປັນພະຍານຮ່ວມກັນກັບພວກເຂົາ ໂດຍຊົງສຳແດງໝາຍສຳຄັນ, ການອັດສະຈັນ, ການອິດທິຣິດຕ່າງໆ ແລະໂດຍຂອງປະທານຈາກພຣະວິນຍານບໍຣິສຸດເຈົ້າ ຊຶ່ງຊົງປະທານຕາມນໍ້າພຣະໄທຂອງພຣະອົງ.
5
ພຣະເຈົ້າບໍ່ໄດ້ຕັ້ງຝູງເທວະດາ ໃຫ້ເປັນຜູ້ປົກຄອງເໜືອໂລກໜ້າທີ່ຈະມີມາ ຄືໂລກໃໝ່ ຊຶ່ງເຮົາກຳລັງກ່າວເຖິງນັ້ນ.
6
ແຕ່ໃນບາງບ່ອນ ມີຄົນກ່າວເປັນພະຍານວ່າ, “ມະນຸດສຳຄັນຫຍັງໜໍ ທີ່ພຣະອົງຈະຕ້ອງຄິດເຖິງເຂົາ ຫລືວ່າພຣະອົງຕ້ອງເປັນຫ່ວງເປັນໃຍ ມະນຸດທີ່ຕາຍເປັນບໍ?
7
ພຣະອົງຊົງເຮັດໃຫ້ມະນຸດຕໍ່າກວ່າ ເທວະດາພຽງໜ້ອຍໜຶ່ງເທົ່ານັ້ນ ຊົງເອົາສະຫງ່າຣາສີ ແລະກຽດຕິຍົດເປັນມົງກຸດໃຫ້
8
ໄດ້ຊົງປາບສິ່ງທັງປວງ ໃຫ້ຢູ່ພາຍໃຕ້ຕີນຂອງເພິ່ນ.” ໃນການທີ່ພຣະອົງໄດ້ຊົງມອບສິ່ງທັງປວງໃຫ້ຢູ່ໃຕ້ອຳນາດຂອງເພິ່ນນັ້ນ ບໍ່ມີສິ່ງໃດທີ່ຊົງປະໄວ້ ນອກເໜືອຈາກອຳນາດຂອງເພິ່ນ ແຕ່ບັດນີ້ ພວກເຮົາຍັງບໍ່ເຫັນວ່າສິ່ງທັງປວງຢູ່ໃຕ້ອຳນາດຂອງເພິ່ນ.
9
ແຕ່ພວກເຮົາກໍເຫັນພຣະເຢຊູເຈົ້າ ຜູ້ທີ່ຖືກເຮັດໃຫ້ຕໍ່າກວ່າເທວະດາພຽງຊົ່ວຄາວນັ້ນ ຊົງໄດ້ຮັບພຣະສະຫງ່າຣາສີ ແລະພຣະກຽດຕິຍົດເປັນມົງກຸດ ເພາະທີ່ພຣະອົງຊົງຍອມຕາຍດ້ວຍຄວາມທໍລະມານ ໂດຍພຣະຄຸນຂອງພຣະເຈົ້າ ພຣະອົງຈຶ່ງໄດ້ຊົງຊີມຣົດຄວາມຕາຍແທນມະນຸດທຸກຄົນ.
10
ດ້ວຍວ່າ, ໃນການທີ່ພຣະເຈົ້າຈະຊົງພາບຸດຫລວງຫລາຍໄປສູ່ສະຫງ່າຣາສີນັ້ນ ກໍເປັນການເໝາະສົມຢູ່ແລ້ວ ທີ່ພຣະເຈົ້າ ຜູ້ຊຶ່ງທຸກສິ່ງດຳລົງຢູ່ໂດຍພຣະອົງ ແລະເພື່ອພຣະອົງ ຈະຊົງໃຫ້ຜູ້ນຳທາງຄວາມລອດພົ້ນໃຫ້ເຂົາເຫຼົ່ານັ້ນ ໃຫ້ເຖິງທີ່ສຳເລັດໂດຍການທົນທຸກທໍລະມານ.
11
ເພາະວ່າພຣະອົງຜູ້ຊົງຊຳລະມະນຸດໃຫ້ບໍຣິສຸດຈາກບາບກຳຂອງພວກເຂົາ ແລະພວກທີ່ໄດ້ຖືກຊຳລະໃຫ້ບໍຣິສຸດນັ້ນ ກໍມີມາຈາກພຣະບິດາເຈົ້າອົງດຽວກັນ. ເພາະສະນັ້ນ ພຣະເຢຊູເຈົ້າຈຶ່ງບໍ່ລະອາຍທີ່ຈະເອີ້ນຄົນເຫຼົ່ານັ້ນວ່າ ເປັນອ້າຍເອື້ອຍນ້ອງຂອງພຣະອົງ.
12
ໂດຍພຣະອົງຊົງກ່າວວ່າ, “ເຮົາຈະປະກາດພຣະນາມ ຂອງພຣະອົງແກ່ອ້າຍເອື້ອຍນ້ອງຂອງເຮົາ ເຮົາຈະຮ້ອງເພງສັນລະເສີນພຣະອົງ ໃນທ່າມກາງຊຸມຊົນ.”
13
ພຣະອົງຍັງຊົງກ່າວວ່າ, “ຂ້ານ້ອຍຈະມອບຄວາມໄວ້ວາງໃຈໃນພຣະເຈົ້າ” ແລະພຣະອົງຍັງກ່າວອີກວ່າ, “ຂ້ານ້ອຍຢູ່ທີ່ນີ້ພ້ອມກັບບຸດທັງຫລາຍ ທີ່ພຣະເຈົ້າຊົງມອບໃຫ້ຂ້ານ້ອຍ.”
14
ເຫດສະນັ້ນ ເມື່ອພວກລູກໄດ້ຮ່ວມໃນເລືອດເນື້ອອັນດຽວກັນ ຝ່າຍພຣະອົງຈຶ່ງໄດ້ຊົງຮ່ວມໃນຊາດມະນຸດເໝືອນກັນ ເພື່ອໂດຍທາງຄວາມຕາຍນັ້ນ ພຣະອົງຈະໄດ້ຊົງທຳລາຍຜູ້ທີ່ມີອຳນາດແຫ່ງຄວາມຕາຍ ຄືມານຮ້າຍ,
15
ແລະຈະໄດ້ຊົງປ່ອຍຄົນທັງປວງ ທີ່ເປັນທາດຂອງຄວາມຢ້ານຕາຍຕະຫລອດຊີວິດນັ້ນໃຫ້ລອດພົ້ນ.
16
ເປັນສິ່ງຈະແຈ້ງວ່າ ພຣະອົງບໍ່ໄດ້ຊົງເປັນຫ່ວງນຳຝູງເທວະດາ ແຕ່ພຣະອົງໄດ້ເປັນຫ່ວງນຳເຊື້ອສາຍຂອງອັບຣາຮາມ.
17
ເຫດສະນັ້ນ ພຣະອົງຈຶ່ງຕ້ອງໄດ້ກາຍເປັນເໝືອນດັ່ງອ້າຍເອື້ອຍນ້ອງຂອງຕົນໃນທຸກຢ່າງ, ເພື່ອວ່າພຣະອົງຈະໄດ້ເປັນມະຫາປະໂຣຫິດ ຜູ້ປະກອບດ້ວຍຄວາມສັດຊື່ແລະມີໃຈເມດຕາ ໃນການບົວລະບັດຮັບໃຊ້ພຣະເຈົ້າ ເພື່ອນຳເຄື່ອງບູຊາໄປຖວາຍແທນບາບກຳຂອງປະຊາຊົນ.
18
ເພາະວ່າ ພຣະອົງເອງໄດ້ຖືກທົດລອງ ແລະຖືກທົນທຸກທໍລະມານມາກ່ອນ ພຣະອົງຈຶ່ງຊົງສາມາດຊ່ວຍຜູ້ທີ່ຖືກທົດລອງນັ້ນໄດ້.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13