bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
2 Corinthians 10
2 Corinthians 10
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 11 →
1
ເຮົາຂໍຮ້ອງພວກເຈົ້າດ້ວຍຄວາມຖ່ອມໃຈ ແລະ ອ່ອນສຸພາບຂອງພຣະຄຣິດເຈົ້າ, ເຮົາຄືໂປໂລ ຜູ້ທີ່ພວກເຈົ້າທັງຫລາຍບອກວ່າ “ຂີ້ຢ້ານ” ເມື່ອຢູ່ຕໍ່ໜ້າພວກເຈົ້າ ແຕ່ “ກ້າຫານ” ເມື່ອຢູ່ຫ່າງໄກຈາກພວກເຈົ້າ!
2
ເຮົາຂໍຮ້ອງພວກເຈົ້າວ່າ ເມື່ອເຮົາມາຫາ ເຮົາອາດບໍ່ກ້າຫານເທົ່າທີ່ເຮົາຄາດຫວັງວ່າຈະເຮັດຕໍ່ບາງຄົນທີ່ຄິດວ່າເຮົາດຳເນີນຊີວິດຕາມມາດຕະຖານຂອງໂລກນີ້.
3
ເພາະເຖິງແມ່ນວ່າພວກເຮົາດຳເນີນຊີວິດຢູ່ໃນໂລກນີ້ ພວກເຮົາກໍບໍ່ໄດ້ຕໍ່ສູ້ເໝືອນດັ່ງທີ່ໂລກເຮັດ.
4
ອາວຸດທັງຫລາຍທີ່ພວກເຮົາໃຊ້ຕໍ່ສູ້ບໍ່ແມ່ນອາວຸດຂອງໂລກ. ແຕ່ໃນທາງກົງກັນຂ້າມ, ເປັນອາວຸດທີ່ເຕັມໄປດ້ວຍລິດອຳນາດຂອງພຣະເຈົ້າ ເຊິ່ງສາມາດທຳລາຍຄ້າຍອັນເຂັ້ມແຂງທັງຫລາຍໄດ້.
5
ພວກເຮົາທຳລາຍຂໍ້ໂຕ້ແຍ້ງ ແລະ ທຸກຂໍ້ອ້າງທີ່ຕັ້ງຕົວຂັດຂວາງຄວາມຮູ້ຂອງພຣະເຈົ້າ ແລະ ພວກເຮົາປາບທຸກຄວາມຄິດໃຫ້ຍອມຈຳນົນເຊື່ອຟັງພຣະຄຣິດເຈົ້າ.
6
ແລະ ພວກເຮົາກໍພ້ອມແລ້ວທີ່ຈະລົງໂທດທຸກການກະທຳທີ່ບໍ່ເຊື່ອຟັງ ຫລັງຈາກພວກເຈົ້າໄດ້ເຊື່ອຟັງຢ່າງສົມບູນແລ້ວ.
7
ພວກເຈົ້າກຳລັງຕັດສິນຕາມລັກສະນະພາຍນອກ. ຖ້າຜູ້ໃດໝັ້ນໃຈວ່າຕົນເປັນຄົນຂອງພຣະຄຣິດເຈົ້າ, ກໍຄວນພິຈາລະນາອີກວ່າພວກເຮົາກໍເປັນຄົນຂອງພຣະຄຣິດເຈົ້າຫລາຍກວ່າທີ່ພວກເຂົາເປັນຢູ່.
8
ດັ່ງນັ້ນ ເຖິງແມ່ນວ່າເຮົາອວດອ້າງຫລາຍເກີນໄປກ່ຽວກັບສິດອຳນາດທີ່ອົງພຣະຜູ້ເປັນເຈົ້າໄດ້ໃຫ້ແກ່ພວກເຮົາ ເພື່ອເສີມສ້າງພວກເຈົ້າຂຶ້ນແທນທີ່ຈະດຶງພວກເຈົ້າລົງນັ້ນ, ເຮົາກໍຈະບໍ່ໄດ້ລະອາຍໃນເລື່ອງນັ້ນ.
9
ເຮົາບໍ່ຢາກໃຫ້ເບິ່ງເໝືອນກັບວ່າກຳລັງພະຍາຍາມຂົ່ມຂູ່ພວກເຈົ້າດ້ວຍຈົດໝາຍຂອງເຮົາ.
10
ເພາະມີບາງຄົນເວົ້າວ່າ, “ຈົດໝາຍຂອງໂປໂລໜັກແໜ້ນ ແລະ ເດັດດ່ຽວ ແຕ່ວ່າໃນຕົວເພິ່ນກໍບໍ່ໜ້າປະທັບໃຈ ແລະ ການເວົ້າຂອງເພິ່ນກໍໃຊ້ການບໍ່ໄດ້”.
11
ຄົນເຊັ່ນນັ້ນຄວນເຂົ້າໃຈວ່າພວກເຮົາເປັນຢ່າງໃດໃນຈົດໝາຍເມື່ອພວກເຮົາບໍ່ຢູ່ ພວກເຮົາກໍຈະເປັນຢ່າງນັ້ນໃນການກະທຳເມື່ອພວກເຮົາມາ.
12
ພວກເຮົາບໍ່ກ້າຈັດອັນດັບ ຫລື ປຽບທຽບພວກເຮົາເອງກັບຄົນທີ່ຍົກຍ້ອງຕົນເອງ. ເມື່ອພວກເຂົາວັດແທກພວກເຂົາເອງໂດຍພວກເຂົາເອງ ແລະ ປຽບທຽບກັນເອງ, ພວກເຂົາກໍບໍ່ສະຫລາດ.
13
ເຖິງຢ່າງໃດກໍຕາມ ພວກເຮົາກໍຈະບໍ່ອວດອ້າງເກີນຂອບເຂດທີ່ເໝາະສົມ, ແຕ່ຈະຈໍາກັດການອວດອ້າງຂອງພວກເຮົາໃນຂອບເຂດຂອງການຮັບໃຊ້ທີ່ພຣະເຈົ້າໄດ້ມອບໝາຍໃຫ້ພວກເຮົາ ຄືຂອບເຂດທີ່ພວກເຈົ້າກໍລວມຢູ່ໃນນັ້ນ.
14
ພວກເຮົາບໍ່ໄດ້ອວດອ້າງຈົນເກີນໄປ ເໝືອນດັ່ງກໍລະນີຖ້າພວກເຮົາບໍ່ໄດ້ມາຫາພວກເຈົ້າ, ເພາະວ່າພວກເຮົາໄດ້ນຳຂ່າວປະເສີດຂອງພຣະຄຣິດເຈົ້າມາເຖິງພວກເຈົ້າ.
15
ທັງພວກເຮົາບໍ່ໄດ້ອອກນອກເກີນຂອບເຂດໂດຍການອວດອ້າງຜົນງານທີ່ຄົນອື່ນເຮັດໄວ້. ຄວາມຫວັງຂອງພວກເຮົາກໍຄື, ໃນຂະນະທີ່ຄວາມເຊື່ອຂອງພວກເຈົ້າສືບຕໍ່ໃຫຍ່ຂຶ້ນນັ້ນ, ຂອບເຂດພາລະກິດຂອງພວກເຮົາທີ່ຢູ່ໃນທ່າມກາງພວກເຈົ້າກໍຈະຂະຫຍາຍອອກໄປຢ່າງກວ້າງຂວາງ,
16
ເພື່ອວ່າພວກເຮົາຈະໄດ້ປະກາດຂ່າວປະເສີດໃນດິນແດນຕ່າງໆທີ່ຢູ່ໄກຈາກພວກເຈົ້າອອກໄປ. ເພາະວ່າພວກເຮົາບໍ່ຕ້ອງການຈະອວດອ້າງກ່ຽວກັບການງານທີ່ເຮັດໄວ້ແລ້ວໃນເຂດແດນຂອງຄົນອື່ນ.
17
ແຕ່, “ຜູ້ທີ່ອວດ ຈົ່ງອວດອົງພຣະຜູ້ເປັນເຈົ້າ”.
18
ເພາະບໍ່ແມ່ນຜູ້ທີ່ຍົກຍ້ອງຕົນເອງທີ່ເປັນຜູ້ທີ່ໄດ້ຮັບການຮັບຮອງ, ແຕ່ແມ່ນຜູ້ທີ່ອົງພຣະຜູ້ເປັນເຈົ້າຍົກຍ້ອງ.
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13