bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
2 Corinthians 4
2 Corinthians 4
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 5 →
1
ເຫດສະນັ້ນ ເພາະໂດຍພຣະເມດຕາຂອງພຣະເຈົ້າ ພວກເຮົາມີພັນທະກິດນີ້, ພວກເຮົາຈຶ່ງບໍ່ທໍ້ຖອຍໃຈ.
2
ແທນທີ່ຈະເປັນຢ່າງນັ້ນ, ພວກເຮົາໄດ້ປະຖິ້ມວິຖີທາງທີ່ລັບລີ້ ແລະ ໜ້າອັບອາຍນັ້ນ, ພວກເຮົາບໍ່ໃຊ້ກົນອຸບາຍ ແລະ ບໍ່ໄດ້ບິດເບືອນພຣະຄຳຂອງພຣະເຈົ້າ. ກົງກັນຂ້າມ, ພວກເຮົາຍົກຍ້ອງຕົນເອງຕໍ່ຈິດສຳນຶກຂອງທຸກຄົນໃນສາຍຕາຂອງພຣະເຈົ້າ ດ້ວຍການສະແດງຄວາມຈິງຢ່າງຈະແຈ້ງ.
3
ແລະ ແມ່ນແຕ່ຖ້າຫາກວ່າຂ່າວປະເສີດຂອງພວກເຮົາຖືກປິດບັງ, ຂ່າວປະເສີດນັ້ນກໍຖືກປິດບັງໄວ້ຈາກບັນດາຜູ້ທີ່ກຳລັງຈະຈິບຫາຍໄປ.
4
ພະຂອງຍຸກນີ້ເຮັດໃຫ້ຈິດໃຈຂອງບັນດາຄົນທີ່ບໍ່ເຊື່ອບອດໄປ, ເພື່ອວ່າພວກເຂົາຈະບໍ່ສາມາດເຫັນແສງສະຫວ່າງຂອງຂ່າວປະເສີດທີ່ສະແດງສະຫງ່າລາສີຂອງພຣະຄຣິດເຈົ້າ ຜູ້ເປັນເໝືອນພຣະເຈົ້າທຸກຢ່າງ.
5
ເພາະສິ່ງທີ່ພວກເຮົາປະກາດນັ້ນບໍ່ແມ່ນພວກເຮົາເອງ, ແຕ່ປະກາດພຣະເຢຊູຄຣິດເຈົ້າວ່າເປັນອົງພຣະຜູ້ເປັນເຈົ້າ ແລະ ພວກເຮົາເອງເປັນຜູ້ຮັບໃຊ້ຂອງພວກເຈົ້າທັງຫລາຍເພາະເຫັນແກ່ພຣະເຢຊູເຈົ້າ.
6
ເພາະພຣະເຈົ້າຜູ້ກ່າວວ່າ, “ໃຫ້ຄວາມສະຫວ່າງສ່ອງອອກມາຈາກຄວາມມືດ” ໄດ້ໃຫ້ແສງສະຫວ່າງຂອງພຣະອົງສ່ອງເຂົ້າມາໃນໃຈຂອງພວກເຮົາ ເພື່ອໃຫ້ພວກເຮົາມີຄວາມສະຫວ່າງແຫ່ງຄວາມຮູ້ເຖິງສະຫງ່າລາສີຂອງພຣະເຈົ້າທີ່ໄດ້ສຳແດງໃນເທິງໃບໜ້າຂອງພຣະຄຣິດເຈົ້າ.
7
ແຕ່ພວກເຮົາມີຂອງລ້ຳຄ່ານີ້ໃນພາຊະນະດິນ ເພື່ອສະແດງໃຫ້ເຫັນວ່າລິດອຳນາດອັນເໜືອກວ່າສິ່ງທັງປວງນີ້ມາຈາກພຣະເຈົ້າ ບໍ່ແມ່ນມາຈາກພວກເຮົາ.
8
ພວກເຮົາຖືກກົດດັນຢ່າງໜັກໃນທຸກດ້ານ ແຕ່ບໍ່ຖືກແຕກຫັກ, ຖືກສັບສົນ ແຕ່ບໍ່ຢູ່ໃນຄວາມໝົດຫວັງ,
9
ຖືກຂົ່ມເຫັງ ແຕ່ບໍ່ຖືກປະຖິ້ມ; ຖືກຕີໃຫ້ລົ້ມລົງ ແຕ່ບໍ່ຖືກທຳລາຍ.
10
ພວກເຮົາແບກຄວາມຕາຍຂອງພຣະເຢຊູເຈົ້າໄວ້ໃນກາຍຂອງພວກເຮົາສະເໝີ, ເພື່ອວ່າຊີວິດຂອງພຣະເຢຊູເຈົ້າຈະຖືກເປີດເຜີຍໃນຮ່າງກາຍຂອງພວກເຮົາດ້ວຍ.
11
ເພາະພວກເຮົາຜູ້ມີຊີວິດຢູ່ນີ້ໄດ້ຖືກມອບໃຫ້ແກ່ຄວາມຕາຍເພາະເຫັນແກ່ພຣະເຢຊູເຈົ້າຢູ່ສະເໝີ, ເພື່ອວ່າຊີວິດຂອງພຣະອົງຈະໄດ້ຖືກເປີດເຜີຍໃນຮ່າງກາຍທີ່ຕ້ອງຕາຍຂອງພວກເຮົາ.
12
ດັ່ງນັ້ນແຫລະ ຄວາມຕາຍຈຶ່ງກຳລັງທຳງານຢູ່ໃນພວກເຮົາ, ແຕ່ຊີວິດກໍກຳລັງທຳງານຢູ່ໃນພວກເຈົ້າທັງຫລາຍ.
13
ມີຂຽນໄວ້ໃນພຣະຄຳພີວ່າ: “ເຮົາໄດ້ເຊື່ອ ດ້ວຍເຫດນັ້ນເຮົາຈຶ່ງໄດ້ກ່າວ”. ເພາະວ່າ ພວກເຮົາມີພຣະວິນຍານແຫ່ງຄວາມເຊື່ອອັນດຽວກັນ, ພວກເຮົາກໍເຊື່ອຢ່າງນັ້ນເໝືອນກັນ ແລະ ດ້ວຍເຫດນັ້ນຈຶ່ງກ່າວອອກມາ,
14
ເພາະພວກເຮົາຮູ້ວ່າ ພຣະອົງຜູ້ບັນດານໃຫ້ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າເປັນຄືນມາຈາກຕາຍນັ້ນ ຈະບັນດານໃຫ້ພວກເຮົາເປັນຄືນມາດ້ວຍກັນກັບພຣະເຢຊູເຈົ້າ ແລະ ຈະໃຫ້ພວກເຮົາເຂົ້າເຝົ້າພຣະອົງຮ່ວມກັບພວກເຈົ້າທັງຫລາຍດ້ວຍ.
15
ທັງໝົດນີ້ກໍເພື່ອປະໂຫຍດຂອງພວກເຈົ້າ, ເພື່ອວ່າພຣະຄຸນທີ່ກຳລັງໄປເຖິງຄົນຈຳນວນຫລວງຫລາຍ ແລະ ຈະເປັນເຫດໃຫ້ມີການຂອບພຣະຄຸນຫລາຍຂຶ້ນ ເພື່ອໃຫ້ໄຫລລົ້ນໄປສູ່ສະຫງ່າລາສີຂອງພຣະເຈົ້າ.
16
ເຫດສະນັ້ນ ພວກເຮົາຈຶ່ງບໍ່ທໍ້ຖອຍໃຈ. ເຖິງແມ່ນວ່າກາຍພາຍນອກຂອງພວກເຮົາກຳລັງຊຸດໂຊມລົງ ແຕ່ຈິດໃຈພາຍໃນຂອງພວກເຮົາກໍກຳລັງຟື້ນຂຶ້ນໃໝ່ທຸກວັນ.
17
ເພາະຄວາມທຸກລຳບາກອັນເບົາບາງ ແລະ ຊົ່ວຄາວຂອງພວກເຮົາ ກໍກຳລັງເຮັດໃຫ້ພວກເຮົາໄດ້ຮັບກຽດນິລັນດອນ ເຊິ່ງຫາທີ່ປຽບສິ່ງທັງໝົດນີ້ບໍ່ໄດ້.
18
ດັ່ງນັ້ນ ພວກເຮົາຈຶ່ງບໍ່ໄດ້ຈ້ອງຕາເບິ່ງສິ່ງທີ່ເບິ່ງເຫັນ, ແຕ່ຈ້ອງຕາເບິ່ງສິ່ງທີ່ເບິ່ງບໍ່ເຫັນ, ດ້ວຍວ່າສິ່ງທີ່ເບິ່ງເຫັນນັ້ນກໍເປັນພຽງຊົ່ວຄາວ, ແຕ່ສິ່ງທີ່ເບິ່ງບໍ່ເຫັນກໍຖາວອນ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13