bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
2 Corinthians 13
2 Corinthians 13
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
1
ນີ້ຄົງຈະເປັນເທື່ອທີສາມທີ່ເຮົາມາຢ້ຽມຢາມພວກເຈົ້າ. “ທຸກຄະດີຈະຕ້ອງມີພະຍານຢືນຢັນສອງ ຫລື ສາມປາກ”.
2
ເຮົາໄດ້ໃຫ້ຄຳເຕືອນພວກເຈົ້າໄວ້ແລ້ວເມື່ອເຮົາມາຢ້ຽມຢາມພວກເຈົ້າເທື່ອທີສອງ. ບັດນີ້ ເຮົາຂໍຢ້ຳອີກໃນຂະນະທີ່ເຮົາບໍ່ຢູ່ວ່າ: ເມື່ອເຮົາກັບມາ ເຮົາຈະບໍ່ລະເວັ້ນບັນດາຜູ້ທີ່ໄດ້ເຮັດບາບກ່ອນໜ້ານີ້ ຫລື ຄົນອື່ນໆໃດອີກ,
3
ເມື່ອພວກເຈົ້າຮຽກຮ້ອງໃຫ້ພິສູດວ່າພຣະຄຣິດເຈົ້າກຳລັງກ່າວຜ່ານທາງເຮົາ. ພຣະອົງບໍ່ໄດ້ອ່ອນແອໃນຄວາມສຳພັນກັບພວກເຈົ້າ ແຕ່ເຕັມດ້ວຍລິດອຳນາດຢູ່ທ່າມກາງພວກເຈົ້າ.
4
ເພາະເປັນຄວາມຈິງແທ້ທີ່ວ່າ, ໃນຄວາມອ່ອນແອ ພຣະອົງຖືກຄຶງເທິງໄມ້ກາງແຂນ ແຕ່ໂດຍລິດອຳນາດຂອງພຣະເຈົ້າພຣະອົງມີຊີວິດຢູ່. ເຊັ່ນດຽວກັນ ພວກເຮົາກໍອ່ອນແອໃນພຣະອົງ, ແຕ່ໂດຍລິດອຳນາດຂອງພຣະເຈົ້າ ພວກເຮົາຈະມີຊີວິດຢູ່ດ້ວຍກັນກັບພຣະອົງໃນຄວາມສຳພັນຂອງພວກເຮົາກັບພວກເຈົ້າ.
5
ຈົ່ງພິຈາລະນາຕົນເອງເພື່ອເບິ່ງວ່າພວກເຈົ້າຢູ່ໃນຄວາມເຊື່ອ ຫລື ບໍ່; ຈົ່ງທົດສອບຕົນເອງ. ພວກເຈົ້າບໍ່ຮູ້ບໍວ່າພຣະເຢຊູຄຣິດເຈົ້າຢູ່ໃນພວກເຈົ້າ ແນ່ນອນເວັ້ນໄວ້ແຕ່ວ່າພວກເຈົ້າບໍ່ຜ່ານການທົດສອບນັ້ນ?
6
ແລະ ເຮົາໝັ້ນໃຈວ່າພວກເຈົ້າຈະພົບວ່າພວກເຮົາຜ່ານການທົດສອບນັ້ນ.
7
ບັດນີ້ ພວກເຮົາອະທິຖານຕໍ່ພຣະເຈົ້າເພື່ອພວກເຈົ້າຈະບໍ່ເຮັດຜິດອັນໃດ ບໍ່ແມ່ນເພື່ອໃຫ້ຄົນທັງຫລາຍເຫັນວ່າພວກເຮົາໄດ້ຜ່ານການທົດສອບ ແຕ່ເພື່ອພວກເຈົ້າຈະເຮັດສິ່ງທີ່ຖືກຕ້ອງເຖິງແມ່ນເບິ່ງຄືວ່າພວກເຮົາບໍ່ຜ່ານການທົດສອບ
8
ເພາະພວກເຮົາບໍ່ອາດເຮັດສິ່ງໃດທີ່ຂັດກັບຄວາມຈິງໄດ້ ແຕ່ເຮັດເພື່ອຄວາມຈິງເທົ່ານັ້ນ.
9
ເມື່ອໃດກໍຕາມທີ່ພວກເຮົາອ່ອນແອ ແຕ່ພວກເຈົ້າເຂັ້ມແຂງ ພວກເຮົາກໍຊື່ນຊົມຍິນດີ; ແລະ ພວກເຮົາກໍອະທິຖານຂໍໃຫ້ພວກເຈົ້າຮັບການຟື້ນຟູຢ່າງເຕັມທີ່.
10
ດ້ວຍເຫດນີ້ແຫລະ ໃນເວລາທີ່ເຮົາບໍ່ຢູ່ ເຮົາຈຶ່ງຂຽນສິ່ງເຫລົ່ານີ້ເຖິງພວກເຈົ້າ ເພື່ອວ່າເມື່ອເຮົາມາເຖິງແລ້ວເຮົາຈະບໍ່ໄດ້ໃຊ້ອຳນາດຢ່າງເຂັ້ມງວດກັບພວກເຈົ້າ, ອຳນາດທີ່ອົງພຣະຜູ້ເປັນເຈົ້າໄດ້ໃຫ້ແກ່ເຮົານັ້ນກໍເພື່ອສ້າງພວກເຈົ້າຂຶ້ນ ບໍ່ແມ່ນເພື່ອດຶງພວກເຈົ້າລົງ.
11
ສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ, ຈົ່ງຊື່ນຊົມຍິນດີ! ຈົ່ງສູ້ຊົນເພື່ອການຟື້ນຟູຢ່າງເຕັມທີ່, ຈົ່ງໜູນໃຈກັນ, ຈົ່ງເປັນນ້ຳໜຶ່ງໃຈດຽວກັນ, ຈົ່ງຢູ່ຢ່າງສະຫງົບ. ແລ້ວພຣະເຈົ້າແຫ່ງຄວາມຮັກ ແລະ ສັນຕິສຸກຈະຢູ່ກັບພວກເຈົ້າ.
12
ຈົ່ງທັກທາຍກັນດ້ວຍການຈູບອັນບໍລິສຸດ.
13
ຄົນຂອງພຣະເຈົ້າທຸກຄົນຢູ່ທີ່ນີ້ກໍຝາກຄວາມຄິດເຖິງມາຍັງພວກເຈົ້າທັງຫລາຍ.
14
ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຄວາມຮັກຂອງພຣະເຈົ້າ ແລະ ຄວາມສາມັກຄີທຳຂອງພຣະວິນຍານບໍລິສຸດເຈົ້າ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນ.
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
All chapters:
1
2
3
4
5
6
7
8
9
10
11
12
13