bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
2 Corinthians 6
2 Corinthians 6
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 7 →
1
ໃນຖານະຜູ້ຮ່ວມງານຂອງພຣະເຈົ້າ ພວກເຮົາຂໍຮ້ອງພວກເຈົ້າທັງຫລາຍວ່າ ຢ່າໃຫ້ພຣະຄຸນຂອງພຣະເຈົ້າທີ່ໄດ້ຮັບນັ້ນເສຍປະໂຫຍດ.
2
ເພາະພຣະອົງກ່າວວ່າ, “ໃນເວລາແຫ່ງຄວາມກະລຸນາຂອງເຮົາ ເຮົາໄດ້ຟັງພວກເຈົ້າ ແລະ ໃນວັນແຫ່ງຄວາມພົ້ນນັ້ນ ເຮົາໄດ້ຊ່ວຍພວກເຈົ້າ”. ເຮົາບອກພວກເຈົ້າວ່າ, ບັດນີ້ ເປັນເວລາແຫ່ງຄວາມກະລຸນາຂອງພຣະເຈົ້າ, ບັດນີ້ ເປັນວັນແຫ່ງຄວາມພົ້ນ.
3
ພວກເຮົາບໍ່ເຮັດໃຫ້ທາງເດີນຂອງຜູ້ໃດຊູນສະດຸດ, ເພື່ອວ່າພັນທະກິດຂອງພວກເຮົາຈະບໍ່ຂາດຄວາມເຊື່ອຖື.
4
ແທນທີ່ຈະເປັນຢ່າງນັ້ນ ໃນຖານະເປັນຜູ້ຮັບໃຊ້ຂອງພຣະເຈົ້າພວກເຮົາຍົກຍ້ອງຕົນເອງໃນທຸກວິທີທາງຄື: ໃນຄວາມອົດທົນອັນໃຫຍ່, ໃນການມີບັນຫາ, ໃນຄວາມຍາກລຳບາກ ແລະ ຄວາມໂສກເສົ້າ;
5
ໃນການຖືກຂ້ຽນຕີ, ໃນການຖືກຂັງຄຸກ ແລະ ໃນການກໍ່ຄວາມບໍ່ສະຫງົບ; ໃນການເຮັດວຽກອັນໜັກໜ່ວງ, ໃນການອົດນອນໃນຍາມກາງຄືນ ແລະ ໃນຄວາມອຶດຫິວ;
6
ໃນຄວາມບໍລິສຸດ, ໃນຄວາມເຂົ້າໃຈ, ໃນຄວາມອົດທົນ ແລະ ໃນຄວາມເມດຕາ, ໃນພຣະວິນຍານບໍລິສຸດເຈົ້າ ແລະ ໃນຄວາມຮັກທີ່ຈິງໃຈ;
7
ໃນຄຳເວົ້າອັນສັດຈິງ ແລະ ໃນລິດອຳນາດຂອງພຣະເຈົ້າ; ດ້ວຍອາວຸດແຫ່ງຄວາມຊອບທຳໃນມືຂວາ ແລະ ໃນມືຊ້າຍ;
8
ຜ່ານທາງກຽດ ແລະ ຄວາມເສື່ອມເສຍ, ໃນຍາມທີ່ຄົນວ່າດີ ແລະ ໃນຍາມທີ່ຄົນວ່າຊົ່ວ; ເປັນຄົນຈິງໃຈ ແຕ່ຖືກຫາວ່າເປັນຄົນຫລອກລວງ;
9
ເປັນທີ່ຮູ້ຈັກ ແຕ່ຖືກຫາວ່າບໍ່ມີຜູ້ໃດຮູ້ຈັກ; ກຳລັງຈະຕາຍ ແຕ່ພວກເຮົາກໍຍັງມີຊີວິດຢູ່ຕໍ່ໄປ; ຖືກຂ້ຽນຕີ ແຕ່ກໍຍັງບໍ່ເຖິງຂັ້ນຕາຍ;
10
ເຕັມດ້ວຍຄວາມທຸກໂສກ ແຕ່ກໍຍັງຊື່ນຊົມຍິນດີສະເໝີ; ທຸກຍາກ ແຕ່ກໍຍັງເຮັດໃຫ້ຫລາຍຄົນຮັ່ງມີ; ແລະ ບໍ່ມີອັນໃດ ແຕ່ກໍຍັງເປັນເຈົ້າຂອງທຸກສິ່ງ.
11
ຊາວເມືອງໂກຣິນໂທເອີຍ, ພວກເຮົາເວົ້າກັບພວກເຈົ້າຢ່າງອິດສະຫລະ ແລະ ໄດ້ເປີດໃຈຂອງພວກເຮົາກວ້າງໃຫ້ແກ່ພວກເຈົ້າ.
12
ພວກເຮົາບໍ່ໄດ້ລະງັບຄວາມຮັກຂອງພວກເຮົາຈາກພວກເຈົ້າ ແຕ່ພວກເຈົ້າເປັນຜູ້ລະງັບຄວາມຮັກຂອງພວກເຈົ້າຈາກພວກເຮົາ.
13
ເພື່ອເປັນການແລກປ່ຽນຢ່າງຍຸຕິທຳ ເຮົາຂໍເວົ້າກັບພວກເຈົ້າເໝືອນເວົ້າກັບລູກຂອງເຮົາວ່າຈົ່ງເປີດໃຈຂອງພວກເຈົ້າໃຫ້ກວ້າງເໝືອນກັນ.
14
ຢ່າທຽມແອກຮ່ວມກັບຄົນທີ່ບໍ່ເຊື່ອ. ເພາະຄວາມຊອບທຳກັບຄວາມອະທຳຈະມີສິ່ງໃດຮ່ວມກັນໄດ້? ຫລື ຄວາມສະຫວ່າງກັບຄວາມມືດຈະສາມັກຄີທຳກັນໄດ້ຢ່າງໃດ?
15
ພຣະຄຣິດເຈົ້າ ແລະ ເບລີອາ ຈະລົງລອຍກັນໄດ້ຢ່າງໃດ? ຜູ້ເຊື່ອກັບຜູ້ບໍ່ເຊື່ອຈະມີສິ່ງໃດຮ່ວມກັນໄດ້?
16
ວິຫານຂອງພຣະເຈົ້າ ແລະ ວິຫານຂອງຮູບເຄົາລົບຈະມີຂໍ້ຕົກລົງກັນໄດ້ຢ່າງໃດ? ເພາະພວກເຮົາເປັນວິຫານຂອງພຣະເຈົ້າຜູ້ມີຊີວິດຢູ່. ຕາມທີ່ພຣະເຈົ້າໄດ້ກ່າວວ່າ: “ເຮົາຈະຢູ່ກັບພວກເຂົາ ແລະ ເດີນຢູ່ທ່າມກາງພວກເຂົາ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະ ພວກເຂົາຈະເປັນຄົນຂອງເຮົາ”.
17
ດັ່ງນັ້ນ “ອົງພຣະຜູ້ເປັນເຈົ້າກ່າວວ່າ, ຈົ່ງອອກມາ ແລະ ແຍກອອກຈາກພວກເຂົາ. ຢ່າແຕະຕ້ອງສິ່ງທີ່ເປັນມົນທິນ ແລ້ວເຮົາຈະຮັບພວກເຈົ້າ”.
18
ແລະ “ເຮົາຈະເປັນບິດາຂອງພວກເຈົ້າ ແລ້ວພວກເຈົ້າຈະເປັນລູກຊາຍລູກຍິງຂອງເຮົາ, ອົງພຣະຜູ້ເປັນເຈົ້າຜູ້ລິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ”.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13