bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
2 Corinthians 7
2 Corinthians 7
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 8 →
1
ເຫດສະນັ້ນ ບັນດາເພື່ອນທີ່ຮັກເອີຍ, ເມື່ອພວກເຮົາມີຄຳສັນຍາເຫລົ່ານີ້ແລ້ວ ກໍຂໍໃຫ້ພວກເຮົາຊຳລະຕົນເອງຈາກທຸກສິ່ງທີ່ເຮັດໃຫ້ຮ່າງກາຍ ແລະ ຈິດວິນຍານເປື້ອນເປິ, ຈົ່ງເຮັດໃຫ້ຄວາມບໍລິສຸດສົມບູນປາກົດອອກມາຈາກຄວາມຢຳເກງພຣະເຈົ້າ.
2
ຈົ່ງເປີດຫ້ອງຫົວໃຈຂອງພວກເຈົ້າຮັບພວກເຮົາສາ. ພວກເຮົາບໍ່ໄດ້ເຮັດຜິດຕໍ່ຜູ້ໃດ, ພວກເຮົາບໍ່ໄດ້ສໍ້ໂກງຜູ້ໃດ, ພວກເຮົາບໍ່ໄດ້ຊອກຫາຜົນປະໂຫຍດຈາກຜູ້ໃດ.
3
ເຮົາເວົ້າຢ່າງນີ້ບໍ່ແມ່ນເພື່ອກ່າວໂທດພວກເຈົ້າ; ເຮົາເຄີຍເວົ້າໄວ້ກ່ອນແລ້ວວ່າພວກເຈົ້າທັງຫລາຍຢູ່ໃນໃຈຂອງພວກເຮົາ ເຖິງຂະໜາດວ່າພວກເຮົາຈະຮ່ວມເປັນຮ່ວມຕາຍກັບພວກເຈົ້າດ້ວຍ.
4
ເຮົາໄດ້ເວົ້າກັບພວກເຈົ້າດ້ວຍຄວາມຈິງໃຈຫລາຍ; ເຮົາພູມໃຈໃນພວກເຈົ້າຫລາຍ. ເຮົາໄດ້ຮັບກຳລັງໃຈຢ່າງຫລວງຫລາຍ; ໃນຄວາມຍາກລຳບາກທັງໝົດຂອງພວກເຮົານັ້ນ ຄວາມຊື່ນຊົມຍິນດີຂອງເຮົາກໍຮູ້ວ່າບໍ່ມີທີ່ສິ້ນສຸດ.
5
ເພາະເມື່ອພວກເຮົາມາເຖິງແຂວງມາເກໂດເນຍ, ພວກເຮົາກໍບໍ່ໄດ້ພັກຜ່ອນເລີຍ ແຕ່ພວກເຮົາຫັນໄປທາງໃດກໍຖືກກໍ່ກວນ, ພາຍນອກກໍມີຄວາມຂັດແຍ້ງ, ພາຍໃນກໍມີຄວາມຢ້ານກົວ.
6
ແຕ່ພຣະເຈົ້າຜູ້ເລົ້າໂລມໃຈຄົນທີ່ທໍ້ຖອຍ ໄດ້ເລົ້າໂລມໃຈພວກເຮົາໂດຍການມາຂອງຕີໂຕ
7
ແລະ ບໍ່ພຽງແຕ່ໂດຍການມາຂອງຕີໂຕເທົ່ານັ້ນ ແຕ່ໂດຍການເລົ້າໂລມໃຈທີ່ພວກເຈົ້າທັງຫລາຍໄດ້ໃຫ້ກັບຕີໂຕອີກດ້ວຍ. ຕີໂຕໄດ້ບອກພວກເຮົາວ່າພວກເຈົ້າປາຖະໜາຢາກຈະພົບເຮົາ, ຄວາມຮູ້ສຶກເສຍໃຈຫລາຍຂອງພວກເຈົ້າ ແລະ ຄວາມຫ່ວງໃຍອັນແຮງກ້າຂອງພວກເຈົ້າທີ່ມີຕໍ່ເຮົາ ຈຶ່ງເຮັດໃຫ້ຄວາມຊື່ນຊົມຍິນດີຂອງເຮົາຫລາຍຂຶ້ນກວ່າເກົ່າອີກ.
8
ເຖິງແມ່ນວ່າ ຈົດໝາຍຂອງເຮົາເຮັດໃຫ້ພວກເຈົ້າທຸກໃຈ ເຮົາກໍບໍ່ເສຍໃຈ. ເຖິງແມ່ນວ່າ ເຮົາເຄີຍເສຍໃຈທີ່ເຫັນວ່າຈົດໝາຍນັ້ນເຮັດໃຫ້ພວກເຈົ້າບໍ່ສະບາຍໃຈ ແຕ່ກໍເປັນພຽງແຕ່ຊົ່ວຄາວເທົ່ານັ້ນ
9
ແຕ່ບັດນີ້ເຮົາດີໃຈ ບໍ່ແມ່ນເພາະເຮັດໃຫ້ພວກເຈົ້າເສຍໃຈ ແຕ່ເພາະຄວາມທຸກໃຈນັ້ນໄດ້ນໍາພວກເຈົ້າໄປສູ່ການກັບໃຈໃໝ່. ເພາະພວກເຈົ້າໄດ້ຮັບຄວາມທຸກໃຈຢ່າງທີ່ພຣະເຈົ້າຕ້ອງການ ແລະ ດັ່ງນັ້ນພວກເຮົາຈຶ່ງບໍ່ທຳຮ້າຍພວກເຈົ້າໃນເລື່ອງໃດ.
10
ຄວາມທຸກໃຈໃນທາງຂອງພຣະເຈົ້ານັ້ນ ນໍາເອົາການກັບໃຈໃໝ່ທີ່ນຳໄປສູ່ຄວາມພົ້ນ ແລະ ບໍ່ມີຄວາມເສຍໃຈເຫລືອຢູ່, ແຕ່ຄວາມທຸກໃຈໃນທາງຂອງໂລກນັ້ນ ນຳໄປສູ່ຄວາມຕາຍ.
11
ເບິ່ງແມ ຄວາມທຸກໃຈໃນທາງຂອງພຣະເຈົ້ານັ້ນ ໄດ້ສົ່ງຜົນອັນໃດໃຫ້ແກ່ພວກເຈົ້າແດ່: ເປັນຕົ້ນວ່າຄວາມເອົາຈິງເອົາຈັງ, ຄວາມກະຕືລືລົ້ນທີ່ຈະແກ້ຕົວ, ຄວາມຄຽດ, ຄວາມຕື່ນຕົວ, ຄວາມປາຖະໜາ, ຄວາມຫ່ວງໃຍ, ການຕຽມພ້ອມທີ່ຈະພົບຄວາມຍຸຕິທຳ. ພວກເຈົ້າໄດ້ພິສູດຕົນເອງໃນທຸກຈຸດແລ້ວວ່າພວກເຈົ້າບໍ່ມີຄວາມຜິດໃນເລື່ອງນີ້.
12
ດັ່ງນັ້ນ ເຖິງແມ່ນເຮົາໄດ້ຂຽນມາເຖິງພວກເຈົ້າ ກໍບໍ່ແມ່ນເພາະເຫັນແກ່ຄົນທີ່ເຮັດຜິດ ຫລື ຝ່າຍທີ່ເສຍຫາຍນັ້ນ, ແຕ່ເພື່ອວ່າຕໍ່ໜ້າພຣະເຈົ້າພວກເຈົ້າຈະໄດ້ເຫັນເອງວ່າພວກເຈົ້າໄດ້ທຸ້ມເທໃຫ້ກັບພວກເຮົາຫລາຍເທົ່າໃດ.
13
ດ້ວຍເຫດນີ້ແຫລະ ພວກເຮົາຈຶ່ງໄດ້ຮັບການໜູນໃຈ. ນອກຈາກພວກເຮົາເອງໄດ້ຮັບກຳລັງໃຈແລ້ວ ພວກເຮົາຍັງມີຄວາມຍິນດີເປັນພິເສດທີ່ເຫັນຕີໂຕມີຄວາມສຸກ, ເພາະວ່າພວກເຈົ້າທັງຫລາຍເຮັດໃຫ້ຈິດວິນຍານຂອງຕີໂຕສົດຊື່ນຂຶ້ນມາໃໝ່.
14
ເຮົາໄດ້ອວດເຖິງພວກເຈົ້າຕໍ່ເພິ່ນ ແລະ ພວກເຈົ້າກໍບໍ່ໄດ້ເຮັດໃຫ້ເຮົາອັບອາຍເລີຍ. ແຕ່ທຸກສິ່ງທີ່ພວກເຮົາໄດ້ບອກພວກເຈົ້ານັ້ນເປັນຄວາມຈິງຢ່າງໃດ, ສິ່ງທີ່ເຮົາໄດ້ອວດຕີໂຕກ່ຽວກັບພວກເຈົ້າ ກໍພິສູດແລ້ວວ່າເປັນຄວາມຈິງຢ່າງນັ້ນ.
15
ແລະ ຄວາມຮັກຂອງຕີໂຕທີ່ມີຕໍ່ພວກເຈົ້າຈຶ່ງຫລາຍຂຶ້ນ ເມື່ອເພິ່ນລະນຶກເຖິງການເຊື່ອຟັງຂອງພວກເຈົ້າທຸກຄົນ ແລະ ຕ້ອນຮັບເພິ່ນດ້ວຍຄວາມຢ້ານກົວຈົນຕົວສັ່ນ.
16
ເຮົາດີໃຈທີ່ເຮົາສາມາດໝັ້ນໃຈໃນພວກເຈົ້າໄດ້ຢ່າງເຕັມທີ່.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13