bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
2 Corinthians 3
2 Corinthians 3
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 4 →
1
ພວກເຮົາກຳລັງຈະຍົກຍ້ອງຕົນເອງອີກບໍ? ຫລື ໃຫ້ພວກເຮົາເຮັດຈົດໝາຍແນະນຳຕົວມາໃຫ້ພວກເຈົ້າເໝືອນດັ່ງບາງຄົນບໍ, ຫລື ເຮົາຕ້ອງການຈົດໝາຍແນະນຳຕົວຈາກພວກເຈົ້າບໍ?
2
ພວກເຈົ້າເອງເປັນຈົດໝາຍຂອງພວກເຮົາ, ທີ່ໄດ້ຂຽນໄວ້ໃສ່ຫົວໃຈຂອງພວກເຮົາ, ເພື່ອໃຫ້ທຸກຄົນໄດ້ຮູ້ ແລະ ໄດ້ອ່ານ.
3
ພວກເຈົ້າສະແດງໃຫ້ເຫັນວ່າພວກເຈົ້າເອງເປັນຈົດໝາຍທີ່ມາຈາກພຣະຄຣິດເຈົ້າ, ເປັນຜົນທີ່ມາຈາກພັນທະກິດຂອງພວກເຮົາ, ເຊິ່ງບໍ່ໄດ້ຂຽນດ້ວຍນ້ຳມຶກ ແຕ່ຂຽນດ້ວຍພຣະວິນຍານຂອງພຣະເຈົ້າຜູ້ມີຊີວິດຢູ່, ບໍ່ໄດ້ຂຽນໃສ່ເທິງແຜ່ນຫີນ ແຕ່ຂຽນໃສ່ໃນຫົວໃຈຂອງມະນຸດ.
4
ນີ້ຄືຄວາມໝັ້ນໃຈທີ່ພວກເຮົາມີໂດຍທາງພຣະຄຣິດເຈົ້າຕໍ່ໜ້າພຣະເຈົ້າ.
5
ບໍ່ແມ່ນວ່າພວກເຮົາມີຄວາມສາມາດໃນພວກເຮົາເອງທີ່ຈະຮຽກຮ້ອງສິ່ງໃດສຳລັບພວກເຮົາເອງ, ແຕ່ຄວາມສາມາດຂອງພວກເຮົາມາຈາກພຣະເຈົ້າ.
6
ພຣະອົງໃຫ້ພວກເຮົາມີຄວາມສາມາດເປັນຜູ້ຮັບໃຊ້ແຫ່ງພັນທະສັນຍາໃໝ່ ບໍ່ແມ່ນດ້ວຍຕົວອັກສອນ ແຕ່ດ້ວຍພຣະວິນຍານ; ເພາະຕົວອັກສອນເຮັດໃຫ້ຕາຍ, ແຕ່ພຣະວິນຍານໃຫ້ຊີວິດ.
7
ບັດນີ້ຖ້າພັນທະກິດທີ່ນຳຄວາມຕາຍມາ ເຊິ່ງໄດ້ຈາລຶກເປັນຕົວອັກສອນໃສ່ເທິງແຜ່ນຫີນ ກໍຍັງມາດ້ວຍສະຫງ່າລາສີ, ດັ່ງນັ້ນ ເຖິງແມ່ນວ່າສະຫງ່າລາສີນີ້ຈະຈາງຫາຍໄປ, ແຕ່ປະຊາຊົນອິດສະຣາເອນກໍບໍ່ກ້າເບິ່ງໜ້າໂມເຊເພາະສະຫງ່າລາສີນັ້ນ,
8
ແລ້ວພັນທະກິດແຫ່ງພຣະວິນຍານຈະບໍ່ຍິ່ງເຕັມໄປດ້ວຍສະຫງ່າລາສີຫລາຍກວ່ານັ້ນບໍ?
9
ຖ້າພັນທະກິດທີ່ຕັດສິນໂທດຍັງມີສະຫງ່າລາສີຢູ່, ແລ້ວພັນທະກິດທີ່ນຳຄວາມຊອບທຳມາຈະມີສະຫງ່າລາສີຍິ່ງກວ່ານັ້ນເທົ່າໃດ!
10
ເພາະວ່າສິ່ງທີ່ເຄີຍມີສະຫງ່າລາສີ ບັດນີ້ກໍຈາງຫາຍໄປເມື່ອທຽບກັບສະຫງ່າລາສີທີ່ຍິ່ງໃຫຍ່ກວ່າ.
11
ແລະ ຖ້າສິ່ງຊົ່ວຄາວຍັງມາພ້ອມສະຫງ່າລາສີ, ແລ້ວສິ່ງຍືນຍົງຈະມີສະຫງ່າລາສີຍິ່ງໃຫຍ່ຫລາຍກວ່ານັ້ນຫລາຍເທົ່າໃດ!
12
ເຫດສະນັ້ນ ເພາະພວກເຮົາມີຄວາມຫວັງຢ່າງນີ້, ພວກເຮົາຈຶ່ງມີໃຈກ້າຫລາຍ.
13
ພວກເຮົາບໍ່ເປັນເໝືອນໂມເຊ ຜູ້ທີ່ເອົາຜ້າປົກໜ້າເພື່ອບໍ່ໃຫ້ປະຊາຊົນອິດສະຣາເອນເບິ່ງເຫັນສະຫງ່າລາສີທີ່ກຳລັງຈາງຫາຍໄປ
14
ແຕ່ຈິດໃຈຂອງພວກເຂົາກໍດື້ດ້ານ ເພາະຈົນເຖິງທຸກວັນນີ້ ຜ້າປົກໜ້າຢ່າງດຽວກັນນັ້ນກໍຍັງຄົງຢູ່ເມື່ອອ່ານພັນທະສັນຍາເດີມ. ຜ້າປົກໜ້ານີ້ຍັງບໍ່ໄດ້ຖືກເອົາອອກໄປ, ເພາະວ່າໃນພຣະຄຣິດເຈົ້າເທົ່ານັ້ນທີ່ຜ້າປົກໜ້ານີ້ຈະຖືກເອົາອອກໄປໄດ້.
15
ແມ່ນແຕ່ຈົນເຖິງທຸກວັນນີ້ ເມື່ອອ່ານກົດບັນຍັດຂອງໂມເຊ ຜ້າປົກໜ້ານັ້ນກໍຍັງປົກປິດໃຈຂອງພວກເຂົາຢູ່.
16
ແຕ່ເມື່ອໃດກໍຕາມທີ່ມີຄົນຫັນກັບມາຫາອົງພຣະຜູ້ເປັນເຈົ້າ, ຜ້າປົກໜ້ານັ້ນກໍຈະຖືກເອົາອອກໄປເສຍ.
17
ບັດນີ້ ອົງພຣະຜູ້ເປັນເຈົ້າເປັນພຣະວິນຍານ ແລະ ທີ່ໃດມີພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ, ທີ່ນັ້ນກໍມີເສລີພາບ.
18
ແລະ ພວກເຮົາທຸກຄົນ ຜູ້ບໍ່ມີຜ້າປົກໜ້າກໍຄຳນຶງ ເຖິງສະຫງ່າລາສີຂອງອົງພຣະຜູ້ເປັນເຈົ້າ, ພວກເຮົາກຳລັງໄດ້ຮັບການປ່ຽນແປງໃຫ້ມີລັກສະນະເໝືອນພຣະອົງດ້ວຍສະຫງ່າລາສີທີ່ເພີ່ມທະວີຂຶ້ນ ຄືສະຫງ່າລາສີທີ່ມາຈາກອົງພຣະຜູ້ເປັນເຈົ້າຜູ້ເປັນພຣະວິນຍານ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13