bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Mark 14
Mark 14
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 15 →
1
ບັດນີ້ ຍັງອີກສອງວັນກໍຈະເຖິງເທດສະການປັດສະຄາ ແລະ ເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງ, ພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດຕ່າງກໍກຳລັງຊອກຫາກົນອຸບາຍທີ່ຈະຈັບພຣະເຢຊູເຈົ້າ ແລະ ຂ້າພຣະອົງ.
2
ຄືພວກເຂົາເວົ້າວ່າ, “ແຕ່ຢ່າເຮັດໃນລະຫວ່າງເທດສະການ ບໍ່ດັ່ງນັ້ນປະຊາຊົນອາດຈະກໍ່ຄວາມວຸ້ນວາຍ”.
3
ໃນຂະນະທີ່ພຣະອົງຢູ່ທີ່ບ້ານເບັດທານີ, ກຳລັງນັ່ງເອນໂຕຢູ່ທີ່ໂຕະອາຫານທີ່ຢູ່ໃນເຮືອນຂອງຊີໂມນຜູ້ທີ່ເປັນພະຍາດຂີ້ທູດ, ມີຍິງຄົນໜຶ່ງເຂົ້າມາພ້ອມດ້ວຍເຕົ້າຫີນຂາວ ເຊິ່ງບັນຈຸນ້ຳຫອມທີ່ມີລາຄາແພງ, ນ້ຳຫອມນັ້ນເຮັດຈາກເຄື່ອງຫອມບໍລິສຸດ. ນາງໄດ້ຫັກຄໍເຕົ້ານັ້ນ ແລະ ຖອກນ້ຳຫອມຫົດສົງຫົວພຣະອົງ.
4
ມີບາງຄົນໃນທີ່ນັ້ນບໍ່ພໍໃຈ ຈຶ່ງເວົ້າກັນວ່າ, “ເປັນຫຍັງຈຶ່ງເຮັດໃຫ້ນ້ຳຫອມນີ້ເສຍໄປລ້າໆ?
5
ນ້ຳຫອມນີ້ສາມາດຂາຍໄດ້ໃນລາຄາສູງຫລາຍກວ່າຄ່າຈ້າງຂອງຄົນງານຜູ້ໜຶ່ງໝົດທັງປີ ເພື່ອຈະໄດ້ເອົາເງິນໄປໃຫ້ຄົນຍາກຈົນ”. ແລ້ວພວກເຂົາກໍຕຳໜິຍິງຜູ້ນີ້ຢ່າງໜັກ.
6
ແຕ່ພຣະເຢຊູເຈົ້າກ່າວວ່າ, “ປ່ອຍນາງເທາະ, ພວກເຈົ້າໄປກວນໃຈນາງເຮັດຫຍັງ? ນາງໄດ້ເຮັດສິ່ງດີງາມໃຫ້ແກ່ເຮົາ.
7
ພວກເຈົ້າຈະມີຄົນຍາກຈົນຢູ່ກັບພວກເຈົ້າສະເໝີ ແລະ ພວກເຈົ້າສາມາດຊ່ວຍພວກເຂົາໄດ້ທຸກເວລາຕາມທີ່ພວກເຈົ້າຕ້ອງການ. ແຕ່ພວກເຈົ້າຈະບໍ່ມີເຮົາຢູ່ນໍາສະເໝີໄປ.
8
ນາງເຮັດເທົ່າທີ່ນາງເຮັດໄດ້. ນາງຖອກນ້ຳຫອມໃສ່ຮ່າງກາຍຂອງເຮົາກໍເພື່ອເປັນການຕຽມພິທີຝັງສົບຂອງເຮົາໄວ້ລ່ວງໜ້າ.
9
ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຂ່າວປະເສີດຖືກປະກາດໄປທີ່ໃດກໍຕາມໃນທົ່ວໂລກ, ສິ່ງທີ່ຍິງຜູ້ນີ້ໄດ້ເຮັດຈະເປັນທີ່ກ່າວອອກໄປເໝືອນກັນ, ເພື່ອເປັນການລະນຶກເຖິງນາງ”.
10
ແລ້ວຢູດາອິດສະກາຣີອົດ, ຄົນໜຶ່ງໃນພວກສາວົກສິບສອງຄົນ, ກໍໄດ້ໄປພົບພວກຫົວໜ້າປະໂລຫິດເພື່ອຈະມອບພຣະເຢຊູເຈົ້າໃຫ້ພວກເຂົາ.
11
ບັນດາຫົວໜ້າປະໂລຫິດດີໃຈຫລາຍທີ່ໄດ້ຍິນເລື່ອງນີ້ ແລະ ສັນຍາວ່າຈະເອົາເງິນໃຫ້ລາວ. ດັ່ງນັ້ນ ຢູດາຈຶ່ງຊອກຫາໂອກາດທີ່ຈະມອບພຣະເຢຊູເຈົ້າແກ່ພວກເຂົາ.
12
ໃນວັນທີໜຶ່ງຂອງເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງ, ເຊິ່ງຕາມທຳນຽມຈະຖວາຍລູກແກະປັດສະຄາ, ບັນດາສາວົກຂອງພຣະເຢຊູເຈົ້າໄດ້ຖາມພຣະອົງວ່າ, “ທ່ານຢາກໃຫ້ພວກຂ້ານ້ອຍໄປຈັດຕຽມອາຫານປັດສະຄາໃຫ້ທ່ານຮັບປະທານຢູ່ທີ່ໃດ?”
13
ດັ່ງນັ້ນ ພຣະອົງຈຶ່ງໃຊ້ສາວົກສອງຄົນໃນພວກເພິ່ນໄປພ້ອມກັບບອກພວກເພິ່ນວ່າ, “ຈົ່ງເຂົ້າໄປໃນເມືອງ ແລະ ຈະມີຊາຍຄົນໜຶ່ງແບກໄຫນ້ຳມາພົບພວກເຈົ້າ. ຈົ່ງຕາມລາວໄປ.
14
ຈົ່ງບອກເຈົ້າຂອງເຮືອນທີ່ລາວເຂົ້າໄປນັ້ນວ່າ, ‘ອາຈານຖາມວ່າ: ຫ້ອງຮັບແຂກຂອງເຮົາ ຢູ່ທີ່ໃດ, ບ່ອນທີ່ເຮົາຈະຮັບປະທານອາຫານປັດສະຄາຮ່ວມກັບພວກສາວົກຂອງເຮົາຢູ່ທີ່ໃດ?’
15
ແລ້ວລາວກໍຈະພາພວກເຈົ້າໄປເບິ່ງຫ້ອງໃຫຍ່ຊັ້ນເທິງ ເຊິ່ງຕົບແຕ່ງຕຽມໄວ້ຮຽບຮ້ອຍແລ້ວ. ຈົ່ງຕຽມທຸກສິ່ງໄວ້ສຳລັບພວກເຮົາຢູ່ບ່ອນນັ້ນ”.
16
ພວກສາວົກກໍໄປ ແລະ ໄດ້ເຂົ້າໄປໃນເມືອງ ແລ້ວກໍພົບສິ່ງຕ່າງໆຕາມທີ່ພຣະເຢຊູເຈົ້າໄດ້ບອກພວກເພິ່ນໄວ້. ດັ່ງນັ້ນ ພວກເພິ່ນຈຶ່ງໄດ້ຈັດຕຽມປັດສະຄາໄວ້.
17
ເມື່ອເຖິງຕອນຄ່ຳມາ ພຣະເຢຊູເຈົ້າກໍມາພ້ອມກັບພວກສາວົກສິບສອງຄົນ.
18
ໃນຂະນະທີ່ພວກເພິ່ນກຳລັງນັ່ງເອນໂຕຮັບປະທານອາຫານຢູ່ທີ່ໂຕະອາຫານ ພຣະອົງກ່າວວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໜຶ່ງໃນພວກເຈົ້າຈະທໍລະຍົດຕໍ່ເຮົາ ຄືຜູ້ທີ່ກຳລັງຮັບປະທານອາຫານຮ່ວມກັບເຮົາ”.
19
ພວກສາວົກຕ່າງກໍເສຍໃຈ ແລະ ຖາມພຣະອົງເທື່ອລະຄົນວ່າ, “ພຣະອົງຄົງບໍ່ໝາຍເຖິງຂ້ານ້ອຍແມ່ນບໍ?”
20
ພຣະເຢຊູເຈົ້າຕອບວ່າ, “ແມ່ນຄົນໜຶ່ງໃນພວກເຈົ້າສິບສອງຄົນນີ້ແຫລະ ເປັນຄົນທີ່ຢິບອາຫານຈຸ່ມໃນຖ້ວຍດຽວກັນກັບເຮົາ.
21
ບຸດມະນຸດຈະຕ້ອງເປັນໄປຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີກ່ຽວກັບພຣະອົງ. ແຕ່ວິບັດຈະມີແກ່ຜູ້ນັ້ນທີ່ທໍລະຍົດຕໍ່ບຸດມະນຸດ! ຖ້າລາວບໍ່ໄດ້ເກີດມາເລີຍກໍຈະດີຕໍ່ລາວຫລາຍກວ່າ”.
22
ໃນຂະນະທີ່ພວກເພິ່ນກຳລັງຮັບປະທານອາຫານຢູ່ນັ້ນ, ພຣະເຢຊູເຈົ້າໄດ້ຈັບເອົາເຂົ້າຈີ່ຂຶ້ນມາ ແລະ ເມື່ອພຣະອົງໂມທະນາຂອບພຣະຄຸນພຣະເຈົ້າແລ້ວ, ພຣະອົງຫັກເຂົ້າຈີ່ນັ້ນແລ້ວຍື່ນໃຫ້ພວກສາວົກ ແລະ ກ່າວວ່າ, “ຈົ່ງຮັບເອົາເຂົ້າຈີ່ນີ້, ນີ້ຄືກາຍຂອງເຮົາ”.
23
ແລ້ວພຣະອົງກໍຈັບເອົາຈອກມາ ແລະ ເມື່ອພຣະອົງໂມທະນາຂອບພຣະຄຸນພຣະເຈົ້າແລ້ວ, ພຣະອົງຍື່ນຈອກນັ້ນໃຫ້ພວກເພິ່ນ ແລະ ພວກເພິ່ນທຸກຄົນກໍດື່ມຈາກຈອກນັ້ນ.
24
ພຣະເຢຊູເຈົ້າກ່າວກັບພວກເພິ່ນວ່າ, “ນີ້ຄືເລືອດຂອງເຮົາ ເຊິ່ງເປັນເລືອດແຫ່ງພັນທະສັນຍາ ທີ່ຖອກອອກມາເພື່ອຄົນທັງຫລາຍ.
25
ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ເຮົາຈະບໍ່ດື່ມນ້ຳຈາກໝາກອະງຸ່ນນີ້ອີກຈົນຈະເຖິງວັນນັ້ນທີ່ເຮົາຈະດື່ມນໍ້າອະງຸ່ນໃໝ່ໃນອານາຈັກຂອງພຣະເຈົ້າ”.
26
ເມື່ອພວກເພິ່ນຮ້ອງເພງສັນລະເສີນບົດໜຶ່ງແລ້ວ ພວກເພິ່ນກໍພາກັນອອກໄປທີ່ພູເຂົາໝາກກອກ.
27
ພຣະເຢຊູເຈົ້າກ່າວແກ່ພວກສາວົກວ່າ, “ພວກເຈົ້າທຸກຄົນຈະປະຖິ້ມເຮົາໄປ ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ: “‘ເຮົາຈະຟາດຜູ້ລ້ຽງແກະ ແລະ ຝູງແກະຈະກະຈັດກະຈາຍໄປ’.
28
ແຕ່ຫລັງຈາກທີ່ເຮົາເປັນຄືນມາຈາກຕາຍແລ້ວ ເຮົາຈະໄປທີ່ແຂວງຄາລີເລກ່ອນໜ້າພວກເຈົ້າ”.
29
ເປໂຕປະກາດວ່າ, “ເຖິງແມ່ນວ່າທຸກຄົນຈະປະຖິ້ມພຣະອົງໄປກໍຕາມ ຂ້ານ້ອຍຈະບໍ່ໜີໄປຈາກພຣະອົງ”.
30
ພຣະເຢຊູເຈົ້າຕອບວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ວັນນີ້, ຄືນນີ້ແຫລະ ກ່ອນໄກ່ຂັນສອງເທື່ອ ເຈົ້າເອງຈະປະຕິເສດວ່າບໍ່ຮູ້ຈັກເຮົາສາມເທື່ອ”.
31
ແຕ່ເປໂຕຍັງຢືນຢັນຢ່າງໜັກແໜ້ນວ່າ, “ເຖິງແມ່ນຂ້ານ້ອຍຈະຕ້ອງຕາຍກັບພຣະອົງ, ຂ້ານ້ອຍກໍຈະບໍ່ປະຕິເສດພຣະອົງ”. ແລ້ວພວກສາວົກທຸກຄົນກໍເວົ້າຢ່າງນັ້ນເໝືອນກັນ.
32
ແລ້ວພວກເພິ່ນໄດ້ໄປບ່ອນໜຶ່ງທີ່ຊື່ວ່າເຄັດເຊມາເນ, ພຣະເຢຊູເຈົ້າກ່າວແກ່ພວກສາວົກຂອງພຣະອົງວ່າ, “ຈົ່ງນັ່ງຢູ່ທີ່ນີ້ຂະນະທີ່ເຮົາອະທິຖານ”.
33
ພຣະອົງໄດ້ເອົາເປໂຕ, ຢາໂກໂບ ແລະ ໂຢຮັນໄປກັບພຣະອົງ, ພຣະອົງເລີ່ມໂສກເສົ້າ ແລະ ເປັນທຸກໃຈຫລາຍ.
34
ພຣະອົງຈຶ່ງກ່າວແກ່ພວກເພິ່ນວ່າ. “ຈິດໃຈຂອງເຮົາກໍເຕັມໄປດ້ວຍຄວາມໂສກເສົ້າໃກ້ຈະຕາຍຢູ່ແລ້ວ. ຈົ່ງເຝົ້າລະວັງຢູ່ທີ່ນີ້”.
35
ພຣະອົງຍ່າງໄປອີກໜ້ອຍໜຶ່ງ, ພຣະອົງໝູບລົງພື້ນດິນ ແລະ ອະທິຖານວ່າຖ້າເປັນໄປໄດ້ຂໍໃຫ້ຊົ່ວໂມງນີ້ຜ່ານພົ້ນໄປຈາກພຣະອົງ.
36
ພຣະອົງກ່າວວ່າ, “ອັບບາ ພຣະບິດາເຈົ້າເອີຍ, ທຸກສິ່ງເປັນໄປໄດ້ສຳລັບພຣະອົງ. ຂໍເອົາຈອກນີ້ໄປຈາກລູກດ້ວຍ. ແຕ່ເຖິງຢ່າງໃດກໍຕາມຢ່າໃຫ້ເປັນໄປຕາມຄວາມປະສົງຂອງລູກ, ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ”.
37
ແລ້ວພຣະອົງກໍກັບຄືນມາຫາພວກສາວົກຂອງພຣະອົງ ແລະ ພົບວ່າພວກເພິ່ນກຳລັງນອນຫລັບຢູ່ ພຣະອົງຈຶ່ງກ່າວກັບເປໂຕວ່າ, “ຊີໂມນເອີຍ, ເຈົ້ານອນຫລັບຢູ່ບໍ? ເຈົ້າຈະເຝົ້າລະວັງຢູ່ຈັກຊົ່ວໂມງດຽວບໍ່ໄດ້ບໍ?
38
ຈົ່ງເຝົ້າລະວັງ ແລະ ອະທິຖານຢູ່ ເພື່ອພວກເຈົ້າຈະບໍ່ຕົກເຂົ້າໄປໃນການທົດລອງ. ຈິດວິນຍານພ້ອມຢູ່ແລ້ວກໍຈິງ ແຕ່ຮ່າງກາຍກໍອ່ອນກຳລັງ”.
39
ພຣະອົງໄດ້ໄປ ແລະ ອະທິຖານຢ່າງດຽວກັນອີກເທື່ອໜຶ່ງ.
40
ເມື່ອພຣະອົງກັບຄືນມາກໍພົບວ່າພວກເພິ່ນຍັງນອນຫລັບຢູ່ຄືເກົ່າ ເພາະວ່າພວກເພິ່ນເຫງົານອນຫລາຍຈົນມືນຕາບໍ່ຂຶ້ນ. ພວກເພິ່ນກໍບໍ່ຮູ້ວ່າຈະເວົ້າກັບພຣະອົງຢ່າງໃດ.
41
ເມື່ອພຣະອົງກັບຄືນມາເປັນເທື່ອທີສາມ ພຣະອົງກໍກ່າວກັບພວກເພິ່ນວ່າ, “ພວກເຈົ້າຍັງນອນຫລັບ ແລະ ພັກຜ່ອນຢູ່ບໍ? ພໍແລ້ວ! ເວລາມາຮອດແລ້ວ. ເບິ່ງແມ, ບຸດມະນຸດກຳລັງຈະຖືກມອບໄວ້ໃນມືຂອງຄົນບາບທັງຫລາຍ.
42
ຈົ່ງລຸກຂຶ້ນ! ພາກັນໄປເທາະ! ຜູ້ທີ່ທໍລະຍົດເຮົາກໍມາທີ່ນີ້ແລ້ວ!”
43
ເມື່ອພຣະເຢຊູເຈົ້າກ່າວຍັງບໍ່ທັນສຸດຄຳ, ຢູດາ ໜຶ່ງໃນພວກສາວົກສິບສອງຄົນກໍມາປາກົດ. ມີປະຊາຊົນຈຳນວນຫລວງຫລາຍຖືດາບ ແລະ ໄມ້ຄ້ອນມາກັບລາວດ້ວຍ, ເຊິ່ງເປັນຄົນທີ່ພວກຫົວໜ້າປະໂລຫິດ, ພວກຄູສອນກົດບັນຍັດ ແລະ ພວກເຖົ້າແກ່ໃຊ້ມາ.
44
ຜູ້ທໍລະຍົດໄດ້ກຳນົດສັນຍານກັບພວກເຂົາວ່າ, “ຜູ້ໃດທີ່ເຮົາຈູບຄຳນັບແມ່ນຜູ້ນັ້ນ ຈົ່ງໄປຈັບກຸມລາວ ແລະ ເອົາລາວອອກໄປໃຫ້ຢູ່ໃຕ້ການຄວບຄຸມ”.
45
ຢູດາກໍເຂົ້າໄປຫາພຣະເຢຊູເຈົ້າທັນທີ ແລະ ເວົ້າວ່າ, “ຣັບບີເອີຍ!” ແລ້ວກໍຈູບພຣະອົງ.
46
ດັ່ງນັ້ນ ພວກເຂົາຈຶ່ງຄວ້າຈັບພຣະເຢຊູເຈົ້າ ແລະ ຈັບພຣະອົງໄວ້.
47
ແລ້ວມີຄົນໜຶ່ງໃນຈຳນວນຄົນທີ່ຢືນຢູ່ໃນທີ່ນັ້ນໄດ້ຊັກດາບອອກມາຟັນຫູຄົນຮັບໃຊ້ຂອງມະຫາປະໂລຫິດຂາດເບື້ອງໜຶ່ງ.
48
ພຣະເຢຊູເຈົ້າໄດ້ກ່າວວ່າ, “ເຮົາກຳລັງກໍ່ການກະບົດບໍ ພວກເຈົ້າຖືດາບຖືໄມ້ຄ້ອນມາຈັບເຮົາ?
49
ເຮົາຢູ່ກັບພວກເຈົ້າ, ສັ່ງສອນຢູ່ໃນເດີ່ນວິຫານທຸກວັນ ແລະ ພວກເຈົ້າກໍບໍ່ໄດ້ຈັບເຮົາ. ແຕ່ຈະຕ້ອງສຳເລັດຕາມທີ່ກ່າວໄວ້ໃນພຣະຄຳພີ”.
50
ແລ້ວທຸກຄົນໄດ້ປະຖິ້ມພຣະອົງ ແລະ ໜີໄປ.
51
ມີຊາຍໜຸ່ມຄົນໜຶ່ງນຸ່ງຜ້າຝ້າຍລິນິນແຕ່ຜືນດຽວຕິດຕາມພຣະເຢຊູເຈົ້າໄປ. ພວກເຂົາໄດ້ຄວ້າຈັບຊາຍໜຸ່ມນັ້ນ,
52
ລາວໄດ້ປະຜ້າຜືນທີ່ນຸ່ງຢູ່ນັ້ນຖິ້ມ ແລະ ໜີໄປໂຕເປົ່າ.
53
ພວກເຂົາໄດ້ພາພຣະເຢຊູເຈົ້າໄປຫາມະຫາປະໂລຫິດ, ບ່ອນທີ່ພວກຫົວໜ້າປະໂລຫິດ, ພວກເຖົ້າແກ່ ແລະ ພວກຄູສອນກົດບັນຍັດໄດ້ພາກັນມາເຕົ້າໂຮມກັນຢູ່.
54
ສ່ວນເປໂຕໄດ້ຕິດຕາມພຣະອົງໄປໃນໄລຍະຫ່າງໆ ແລະ ເຂົ້າໄປໃນເດີ່ນບ້ານຂອງມະຫາປະໂລຫິດ. ແລ້ວນັ່ງຝີງໄຟຢູ່ກັບພວກທະຫານຍາມ.
55
ພວກຫົວໜ້າປະໂລຫິດ ແລະ ສະມາຊິກສະພາແຊນເຮດຣິນທັງໝົດ ໄດ້ຊອກຫາຫລັກຖານມາຕໍ່ສູ້ພຣະເຢຊູເຈົ້າເພື່ອວ່າພວກເຂົາຈະໄດ້ຂ້າພຣະອົງ, ແຕ່ພວກເຂົາກໍຊອກຫາຫລັກຖານບໍ່ໄດ້.
56
ມີຫລາຍຄົນກ່າວຄຳພະຍານບໍ່ຈິງຕໍ່ສູ້ພຣະອົງ, ແຕ່ຄຳເວົ້າຂອງພວກເຂົາຂັດແຍ້ງກັນເອງ.
57
ຕໍ່ມາ ມີບາງຄົນຢືນຂຶ້ນກ່າວຄຳພະຍານບໍ່ຈິງຕໍ່ສູ້ພຣະອົງວ່າ:
58
“ພວກເຮົາໄດ້ຍິນລາວກ່າວວ່າ, ‘ເຮົາຈະມ້າງວິຫານຫລັງນີ້ທີ່ສ້າງຂຶ້ນດ້ວຍມືມະນຸດ ແລະ ໃນສາມວັນເຮົາຈະສ້າງຂຶ້ນໃໝ່ ເຊິ່ງບໍ່ໄດ້ສ້າງດ້ວຍມືມະນຸດ’”.
59
ເຖິງປານນັ້ນ ຄຳພະຍານຂອງພວກເຂົາກໍຍັງຂັດແຍ້ງກັນ.
60
ມະຫາປະໂລຫິດຈຶ່ງລຸກຂຶ້ນຢືນຕໍ່ໜ້າພວກເຂົາ ແລະ ຖາມພຣະເຢຊູເຈົ້າວ່າ, “ເຈົ້າຈະບໍ່ຕອບຫຍັງບໍ? ຄຳພະຍານທີ່ຄົນເຫລົ່ານີ້ກ່າວຕໍ່ສູ້ເຈົ້າເປັນແນວໃດ?”
61
ແຕ່ພຣະເຢຊູເຈົ້າຍັງມິດງຽບຢູ່ ແລະ ບໍ່ໄດ້ຕອບຫຍັງ. ມະຫາປະໂລຫິດຈຶ່ງຖາມພຣະອົງອີກວ່າ, “ເຈົ້າເປັນພຣະຄຣິດເຈົ້າ ພຣະບຸດຂອງພຣະເຈົ້າ ຜູ້ເປັນທີ່ໄດ້ຮັບການຍົກຍ້ອງສັນເສີນບໍ?”
62
ພຣະເຢຊູເຈົ້າຕອບວ່າ, “ເຮົາເປັນ ແລະ ພວກເຈົ້າຈະໄດ້ເຫັນບຸດມະນຸດນັ່ງຢູ່ເບື້ອງຂວາມືຂອງຜູ້ມີລິດອຳນາດຍິ່ງໃຫຍ່ ແລະ ກຳລັງມາເທິງເມກແຫ່ງສະຫວັນ”.
63
ມະຫາປະໂລຫິດຈຶ່ງຈີກເສື້ອຂອງຕົນ ແລະ ຖາມວ່າ, “ພວກເຮົາຈະຕ້ອງການພະຍານຕື່ມອີກເຮັດຫຍັງ?
64
ພວກເຈົ້າທັງຫລາຍກໍໄດ້ຍິນຄຳເວົ້າໝິ່ນປະໝາດແລ້ວ. ພວກເຈົ້າຄິດຢ່າງໃດ?” ພວກເຂົາທັງໝົດເຫັນດີພ້ອມກັນວ່າພຣະອົງສົມຄວນຕາຍ.
65
ມີບາງຄົນໃນພວກເຂົາໄດ້ເລີ່ມຖົ່ມນ້ຳລາຍໃສ່ພຣະອົງ, ພວກເຂົາເອົາຜ້າປິດຕາພຣະອົງ ແລະ ທຸບຕີພຣະອົງດ້ວຍກຳປັ້ນຂອງພວກເຂົາ ແລະ ເວົ້າວ່າ, “ທວາຍເບິ່ງດູ” ແມ່ນຜູ້ໃດຕີເຈົ້າ ແລ້ວພວກຍາມກໍເອົາພຣະອົງໄປ ແລະ ທຸບຕີພຣະອົງ.
66
ໃນຂະນະທີ່ເປໂຕຍັງຢູ່ທາງລຸ່ມທີ່ເດີ່ນບ້ານນັ້ນ, ມີຄົນຮັບໃຊ້ຍິງຄົນໜຶ່ງຂອງມະຫາປະໂລຫິດໄດ້ຜ່ານມາ.
67
ເມື່ອນາງເຫັນເປໂຕຝີງໄຟຢູ່, ນາງກໍຈ້ອງຕາເບິ່ງເພິ່ນ. ນາງເວົ້າວ່າ, “ເຈົ້າກໍເຄີຍຢູ່ກັບເຢຊູຊາວນາຊາເຣັດເໝືອນກັນ”.
68
ແຕ່ເປໂຕໄດ້ປະຕິເສດ ແລະ ເພິ່ນເວົ້າວ່າ, “ຂ້ອຍບໍ່ຮູ້ ແລະ ບໍ່ເຂົ້າໃຈໃນສິ່ງທີ່ເຈົ້າກຳລັງເວົ້າ”, ແລ້ວກໍຍ່າງອອກໄປບ່ອນປະຕູທາງເຂົ້າ.
69
ເມື່ອສາວໃຊ້ຄົນນັ້ນໄດ້ເຫັນເພິ່ນຢູ່ທີ່ນັ້ນ ນາງຈຶ່ງເວົ້າກັບບັນດາຄົນທີ່ຢືນຢູ່ແຖບນັ້ນອີກວ່າ, “ຄົນນີ້ກໍເປັນຄົນໜຶ່ງໃນພວກເຂົາ”.
70
ແຕ່ເປໂຕໄດ້ປະຕິເສດອີກ. ຫລັງຈາກນັ້ນໜ້ອຍໜຶ່ງ ບັນດາຄົນທີ່ຢືນຢູ່ໃກ້ກໍເວົ້າຕໍ່ເປໂຕວ່າ, “ແມ່ນແທ້ ເຈົ້າເປັນຄົນໜຶ່ງໃນພວກເຂົາ, ເພາະເຈົ້າເປັນຊາວຄາລີເລ”.
71
ເປໂຕຈຶ່ງເລີ່ມສາບແຊ່ງ ແລະ ສາບານຕໍ່ພວກເຂົາວ່າ, “ຂ້ອຍບໍ່ຮູ້ຈັກຊາຍຄົນນີ້”.
72
ໃນທັນໃດນັ້ນ ໄກ່ກໍຂັນເປັນເທື່ອທີສອງ. ເປໂຕຈຶ່ງຈື່ໄດ້ເຖິງຄຳທີ່ພຣະເຢຊູເຈົ້າໄດ້ກ່າວແກ່ລາວວ່າ: “ກ່ອນໄກ່ຂັນສອງເທື່ອ ເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກເຮົາເຖິງສາມເທື່ອ”. ແລ້ວເປໂຕຈຶ່ງຮ້ອງໄຫ້ອອກມາດ້ວຍຄວາມເສຍໃຈ.
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 15 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16