bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Mark 15
Mark 15
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 16 →
1
ເມື່ອຮຸ່ງເຊົ້າມາ ພວກຫົວໜ້າປະໂລຫິດ, ພວກເຖົ້າແກ່, ພວກຄູສອນກົດບັນຍັດ ແລະ ບັນດາສະມາຊິກສະພາແຊນເຮດຣິນທັງໝົດໄດ້ປຶກສາຫາລືກັນເພື່ອວາງແຜນຂອງພວກເຂົາ. ດັ່ງນັ້ນ ພວກເຂົາໄດ້ມັດພຣະເຢຊູເຈົ້າ ແລະ ນໍາພຣະອົງໄປມອບໃຫ້ແກ່ປີລາດ.
2
ສ່ວນປີລາດໄດ້ຖາມພຣະເຢຊູເຈົ້າວ່າ, “ເຈົ້າເປັນກະສັດຂອງຊາວຢິວບໍ?” ພຣະເຢຊູເຈົ້າຕອບວ່າ, “ແມ່ນຕາມທີ່ທ່ານເວົ້ານັ້ນ”.
3
ພວກຫົວໜ້າປະໂລຫິດໄດ້ກ່າວໂທດໃສ່ພຣະເຢຊູເຈົ້າຫລາຍເລື່ອງ.
4
ດັ່ງນັ້ນ, ປີລາດຈຶ່ງຖາມພຣະອົງອີກວ່າ, “ເຈົ້າຈະບໍ່ຕອບຫຍັງບໍ? ເບິ່ງແມ ພວກເຂົາກ່າວຟ້ອງເຈົ້າຕັ້ງຫລາຍຢ່າງ”.
5
ແຕ່ພຣະເຢຊູເຈົ້າບໍ່ຕອບຫຍັງ ແລະ ປີລາດຈຶ່ງປະຫລາດໃຈຫລາຍ.
6
ບັດນີ້ ເປັນທຳນຽມໃນເທດສະການທີ່ຈະປ່ອຍນັກໂທດໜຶ່ງຄົນຕາມທີ່ປະຊາຊົນຂໍຮ້ອງ.
7
ມີຊາຍຄົນໜຶ່ງຊື່ວ່າບາຣາບາ ຖືກຂັງຄຸກຮ່ວມກັບພວກກະບົດທີ່ໄດ້ຂ້າຄົນໃນການກະບົດນັ້ນ.
8
ປະຊາຊົນໄດ້ຂຶ້ນໄປຫາປີລາດ ແລະ ໄດ້ຂໍໃຫ້ປີລາດເຮັດຕາມທີ່ເພິ່ນເຄີຍໄດ້ປະຕິບັດມາ.
9
ປີລາດຈຶ່ງຖາມພວກເຂົາວ່າ, “ພວກທ່ານຢາກໃຫ້ເຮົາປ່ອຍກະສັດຂອງຊາວຢິວໃຫ້ແກ່ພວກທ່ານບໍ?”
10
ປີລາດຮູ້ດີວ່າການທີ່ພວກຫົວໜ້າປະໂລຫິດໄດ້ນຳພຣະເຢຊູເຈົ້າມາມອບໃຫ້ແກ່ຕົນນັ້ນ ເພາະພວກເຂົາອິດສາ.
11
ແຕ່ພວກຫົວໜ້າປະໂລຫິດໄດ້ຍຸຍົງປະຊາຊົນໃຫ້ຮ້ອງຂໍປີລາດໃຫ້ປ່ອຍບາຣາບາແທນ.
12
ປີລາດຖາມພວກເຂົາອີກວ່າ, “ແລ້ວພວກທ່ານຈະໃຫ້ເຮົາເຮັດຢ່າງໃດກັບຜູ້ທີ່ພວກທ່ານເອີ້ນວ່າກະສັດຂອງຊາວຢິວ?”
13
ພວກເຂົາຮ້ອງຂຶ້ນວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ”.
14
ປີລາດຈຶ່ງຖາມວ່າ, “ເປັນຫຍັງ? ລາວໄດ້ກໍ່ອາດຊະຍາກຳຫຍັງ?” ແຕ່ພວກເຂົາຍິ່ງຮ້ອງດັງຂຶ້ນອີກວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ!”
15
ເພື່ອເອົາໃຈປະຊາຊົນ ປີລາດຈຶ່ງປ່ອຍບາຣາບາໃຫ້ພວກເຂົາ. ເພິ່ນໄດ້ໃຫ້ຄົນຂ້ຽນຕີພຣະເຢຊູເຈົ້າ ແລະ ມອບພຣະອົງໃຫ້ໄປຄຶງທີ່ໄມ້ກາງແຂນ.
16
ພວກທະຫານໄດ້ນຳພຣະເຢຊູເຈົ້າເຂົ້າໄປໃນວັງຂອງຜູ້ປົກຄອງ (ຄືສານເພໂທຣຽມ) ແລ້ວກໍເອີ້ນກອງທັບທະຫານມາເຕົ້າໂຮມກັນໃນທີ່ນັ້ນ.
17
ພວກເຂົາໄດ້ເອົາເສື້ອຄຸມສີມ່ວງມານຸ່ງໃຫ້ພຣະອົງ. ຫລັງຈາກນັ້ນ ກໍສານມົງກຸດໜາມແລ້ວສຸບໃສ່ຫົວຂອງພຣະອົງ.
18
ແລ້ວພວກເຂົາກໍເລີ່ມຮ້ອງຂຶ້ນວ່າ, “ກະສັດແຫ່ງຊາວຢິວເອີຍ ຈົ່ງຈະເລີນ!”
19
ພວກເຂົາຟາດຫົວພຣະອົງດ້ວຍໄມ້ຄ້ອນ, ຟາດແລ້ວຟາດອີກ ແລະ ຖົ່ມນ້ຳລາຍໃສ່ພຣະອົງ. ພວກເຂົາໄດ້ຄຸເຂົ່າລົງເຮັດຄືວ່າຄຳນັບພຣະອົງ.
20
ແລະ ເມື່ອພວກເຂົາໄດ້ເຢາະເຢີ້ຍພຣະອົງແລ້ວ, ພວກເຂົາກໍແກ້ເສື້ອຄຸມສີມ່ວງອອກ ແລະ ເອົາເຄື່ອງນຸ່ງຂອງພຣະອົງເອງມານຸ່ງໃຫ້ພຣະອົງ. ຫລັງຈາກນັ້ນພວກເຂົາໄດ້ນຳພຣະອົງອອກໄປເພື່ອຄຶງພຣະອົງໄວ້ທີ່ໄມ້ກາງແຂນ.
21
ຊາຍຄົນໜຶ່ງມາຈາກເມືອງກີເຣເນ ຊື່ວ່າຊີໂມນ, ເຊິ່ງເປັນພໍ່ຂອງອາເລັກຊັນເດີ ແລະ ຣູໂຟ, ລາວກຳລັງມາແຕ່ນອກເມືອງຜ່ານໄປທາງນັ້ນ ແລະ ພວກເຂົາໄດ້ບັງຄັບລາວໃຫ້ແບກໄມ້ກາງແຂນນັ້ນ.
22
ພວກເຂົາໄດ້ພາພຣະເຢຊູເຈົ້າໄປຍັງບ່ອນໜຶ່ງທີ່ເອີ້ນວ່າໂຄລະໂຄທາ (ເຊິ່ງແປວ່າສະຖານທີ່ແຫ່ງກະໂຫລກຫົວ).
23
ແລ້ວພວກເຂົາໄດ້ເອົາເຫລົ້າອະງຸ່ນປະສົມກັບຢາງໄມ້ຫອມຊະນິດໜຶ່ງໃຫ້ພຣະເຢຊູເຈົ້າດື່ມ, ແຕ່ພຣະອົງບໍ່ຍອມດື່ມ.
24
ພວກເຂົາໄດ້ຄຶງພຣະອົງທີ່ໄມ້ກາງແຂນໄວ້. ພວກເຂົາໄດ້ເອົາເຄື່ອງນຸ່ງຂອງພຣະອົງມາຈັບສະຫລາກແບ່ງປັນກັນເພື່ອເບິ່ງວ່າແຕ່ລະຄົນຈະໄດ້ອັນໃດ.
25
ເມື່ອພວກເຂົາຄຶງພຣະອົງທີ່ໄມ້ກາງແຂນນັ້ນແມ່ນເວລາເກົ້າໂມງເຊົ້າ.
26
ມີປ້າຍທີ່ພວກເຂົາຂຽນຂໍ້ກ່າວຫາທີ່ລົງໂທດພຣະອົງ ເຊິ່ງອ່ານວ່າ: “ກະສັດຂອງຊາວຢິວ”.***
27
ພວກເຂົາຍັງໄດ້ຄຶງໂຈນສອງຄົນທີ່ໄມ້ກາງແຂນພ້ອມກັບພຣະອົງ, ຄົນໜຶ່ງຢູ່ເບື້ອງຂວາ ແລະ ອີກຄົນໜຶ່ງຢູ່ເບື້ອງຊ້າຍຂອງພຣະອົງ.
28
ແລະ ຈຶ່ງເປັນຈິງຕາມພຣະຄຳພີທີ່ວ່າ, “ພວກເຂົາຖືກນັບເປັນຄົນທີ່ລ່ວງລະເມີດ”.
29
ບັນດາຄົນທີ່ຜ່ານໄປມາຕ່າງກໍດູຖູກພຣະອົງ, ພາກັນແກວ່ງຫົວ ແລະ ເວົ້າວ່າ, “ເປັນຢ່າງໃດ! ເຈົ້າຜູ້ທີ່ຈະທຳລາຍວິຫານແລ້ວສ້າງຂຶ້ນໃໝ່ໃນສາມວັນ,
30
ຈົ່ງລົງມາຈາກໄມ້ກາງແຂນ ແລະ ຊ່ວຍຕົນເອງໃຫ້ພົ້ນສາ!”
31
ໃນທຳນອງດຽວກັນນັ້ນ ພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດກໍໄດ້ພາກັນເຢາະເຢີ້ຍພຣະອົງໃນທ່າມກາງພວກເຂົາເອງເໝືອນກັນວ່າ, “ລາວຊ່ວຍຄົນອື່ນໃຫ້ພົ້ນໄດ້ ແຕ່ລາວບໍ່ສາມາດຊ່ວຍຕົນເອງໄດ້!
32
ໃຫ້ພຣະຄຣິດເຈົ້າ, ກະສັດຂອງຊາວອິດສະຣາເອນ ລົງມາຈາກໄມ້ກາງແຂນດຽວນີ້, ເພື່ອພວກເຮົາຈະໄດ້ເຫັນ ແລະ ໄດ້ເຊື່ອ”. ບັນດາຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນພ້ອມກັບພຣະເຢຊູເຈົ້າກໍພາກັນເວົ້າດູຖູກພຣະອົງເໝືອນກັນ.
33
ເມື່ອເຖິງເວລາຕອນທ່ຽງ ທົ່ວແຜ່ນດິນກໍເກີດຄວາມມືດມົວຈົນເຖິງບ່າຍສາມໂມງ.
34
ພໍເຖິງບ່າຍສາມໂມງ ພຣະເຢຊູເຈົ້າຮ້ອງຂຶ້ນດ້ວຍສຽງດັງວ່າ, “ເອໂລອີ, ເອໂລອີ, ແລມາ ຊາບັກທານີ?” ເຊິ່ງແປວ່າ: “ພຣະເຈົ້າຂອງຂ້ານ້ອຍ, ພຣະເຈົ້າຂອງຂ້ານ້ອຍ, ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມຂ້ານ້ອຍ?”
35
ເມື່ອບາງຄົນທີ່ຢືນຢູ່ໃກ້ທີ່ນັ້ນໄດ້ຍິນດັ່ງນີ້ ພວກເຂົາຈຶ່ງເວົ້າວ່າ, “ຟັງແມ, ລາວຮ້ອງຫາເອລີຢາ”.
36
ມີຄົນໜຶ່ງແລ່ນໄປເອົາຟອງນ້ຳຈຸ່ມເຫລົ້າອະງຸ່ນສົ້ມສຽບໃສ່ໄມ້ ແລ້ວຍື່ນໃຫ້ພຣະເຢຊູເຈົ້າດື່ມ ແລະ ເວົ້າວ່າ, “ຢ່າໄປຫຍຸ້ງກ່ຽວກັບລາວ. ໃຫ້ພວກເຮົາເບິ່ງວ່າເອລີຢາຈະມາຊ່ວຍລາວລົງຈາກໄມ້ກາງແຂນບໍ່”.
37
ເມື່ອພຣະເຢຊູເຈົ້າຮ້ອງດ້ວຍສຽງດັງແລ້ວກໍສິ້ນລົມຫາຍໃຈ.
38
ຜ້າກັ້ງໃນວິຫານກໍຈີກຂາດເປັນສອງຕ່ອນຕັ້ງແຕ່ເທິງຮອດລຸ່ມ.
39
ແລະ ເມື່ອນາຍທະຫານຜູ້ທີ່ຢືນຢູ່ຕໍ່ໜ້າພຣະເຢຊູເຈົ້າ ໄດ້ເຫັນວ່າພຣະອົງຕາຍຢ່າງໃດ, ລາວຈຶ່ງເວົ້າວ່າ, “ແທ້ຈິງແລ້ວ ທ່ານຜູ້ນີ້ເປັນພຣະບຸດ ຂອງພຣະເຈົ້າ!”
40
ມີແມ່ຍິງບາງຄົນທີ່ເຝົ້າເບິ່ງຢູ່ຫ່າງໆ. ໃນພວກເຂົານັ້ນມີມາຣີຊາວມັກດາລາ, ມາຣີແມ່ຂອງຢາໂກໂບຜູ້ເປັນນ້ອງຊາຍ, ໂຢເຊ ແລະ ນາງຊາໂລເມ.
41
ແມ່ຍິງເຫລົ່ານີ້ໄດ້ຕິດຕາມພຣະເຢຊູເຈົ້າ ແລະ ບົວລະບັດພຣະອົງໃນແຂວງຄາລີເລ. ຍັງມີແມ່ຍິງຄົນອື່ນໆອີກຫລາຍຄົນທີ່ໄດ້ຂຶ້ນໄປນະຄອນເຢຣູຊາເລັມກັບພຣະອົງ ກໍຢູ່ທີ່ນັ້ນເໝືອນກັນ.
42
ເນື່ອງຈາກວ່າວັນນັ້ນເປັນວັນຈັດຕຽມ (ເປັນວັນກ່ອນທີ່ຈະເຖິງວັນຊະບາໂຕ). ດັ່ງນັ້ນ ເມື່ອເວລາຄໍ່າມາ,
43
ໂຢເຊັບຈາກອາຣີມາທາຍ ເພິ່ນເປັນສະມາຊິກສະພາສູງສຸດທີ່ສຳຄັນຄົນໜຶ່ງ ເພິ່ນເປັນຜູ້ທີ່ລໍຖ້າການມາປາກົດແຫ່ງອານາຈັກຂອງພຣະເຈົ້າ, ເພິ່ນກ້າເຂົ້າໄປພົບປີລາດເພື່ອຂໍເອົາສົບຂອງພຣະເຢຊູເຈົ້າ.
44
ແຕ່ປີລາດປະຫລາດໃຈຫລາຍທີ່ໄດ້ຍິນວ່າພຣະເຢຊູເຈົ້າໄດ້ຕາຍແລ້ວ. ດັ່ງນັ້ນ ເພິ່ນຈຶ່ງເອີ້ນນາຍທະຫານເຂົ້າມາຖາມວ່າພຣະອົງຕາຍແລ້ວບໍ.
45
ເມື່ອຮູ້ຄຳຕອບຈາກນາຍທະຫານແລ້ວ ເພິ່ນກໍໄດ້ມອບສົບໃຫ້ແກ່ໂຢເຊັບ.
46
ດັ່ງນັ້ນ ໂຢເຊັບໄດ້ຊື້ຜ້າຝ້າຍລິນິນ ແລ້ວໄດ້ນໍາເອົາສົບລົງມາຈາກໄມ້ກາງແຂນ ແລະ ນຳໄປວາງໄວ້ໃນອຸບມຸງຫີນທີ່ເຈາະໄວ້ ແລະ ເພິ່ນກໍກຶ່ງກ້ອນຫີນໃຫຍ່ປິດທາງເຂົ້າອຸບມຸງໄວ້.
47
ສ່ວນມາຣີຊາວມັກດາລາ ແລະ ມາຣີແມ່ຂອງໂຢເຊັບ ກໍໄດ້ເຫັນບ່ອນທີ່ໄວ້ສົບຂອງພຣະເຢຊູເຈົ້າ.
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16