bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Mark 8
Mark 8
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 9 →
1
ໃນຊ່ວງວັນເຫລົ່ານັ້ນ ມີປະຊາຊົນອີກຈໍານວນຫລວງຫລາຍໄດ້ມາເຕົ້າໂຮມກັນ. ເນື່ອງຈາກວ່າ ພວກເຂົາບໍ່ມີອາຫານກິນ, ພຣະເຢຊູເຈົ້າຈຶ່ງເອີ້ນພວກສາວົກຂອງພຣະອົງມາ ແລະ ກ່າວວ່າ,
2
“ເຮົາສົງສານຄົນເຫລົ່ານີ້ເພາະພວກເຂົາມາຢູ່ກັບເຮົາໄດ້ສາມວັນແລ້ວ ແລະ ບໍ່ມີຫຍັງກິນ.
3
ຖ້າເຮົາໃຫ້ພວກເຂົາກັບໄປທັງທີ່ຍັງຫິວຢູ່ພວກເຂົາອາດຈະໝົດແຮງກາງທາງກໍໄດ້ເພາະບາງຄົນກໍມາແຕ່ໄກ”.
4
ພວກສາວົກຈຶ່ງຕອບພຣະອົງວ່າ, “ແຕ່ໃນທີ່ຫ່າງໄກເຊັ່ນນີ້ຈະຫາເຂົ້າຈີ່ຢູ່ໃສມາພໍລ້ຽງພວກເຂົາ?”
5
ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າມີເຂົ້າຈີ່ຈັກກ້ອນ?” ພວກເພິ່ນຕອບວ່າ, “ເຈັດກ້ອນ”.
6
ພຣະອົງບອກປະຊາຊົນໃຫ້ນັ່ງລົງຕາມພື້ນດິນ. ເມື່ອພຣະອົງຮັບເອົາເຂົ້າຈີ່ເຈັດກ້ອນ ແລະ ໂມທະນາຂອບພຣະຄຸນພຣະເຈົ້າແລ້ວ, ພຣະອົງກໍຫັກເຂົ້າຈີ່ຍື່ນໃຫ້ພວກສາວົກຂອງພຣະອົງເພື່ອແຈກຢາຍໃຫ້ແກ່ປະຊາຊົນ ແລະ ພວກເພິ່ນກໍເຮັດຕາມນັ້ນ.
7
ພວກເຂົາຍັງມີປານ້ອຍຈຳນວນໜຶ່ງ, ພຣະອົງໂມທະນາຂອບພຣະຄຸນພຣະເຈົ້າສຳລັບປາເຫລົ່ານີ້ ແລະ ໃຫ້ພວກສາວົກນຳໄປແຈກຢາຍເໝືອນກັນ.
8
ປະຊາຊົນຕ່າງກໍກິນຈົນອີ່ມ. ຫລັງຈາກນັ້ນ ພວກສາວົກໄດ້ເກັບເອົາຕ່ອນຫັກທີ່ເຫລືອໄວ້ໄດ້ເຕັມເຈັດກະບຸງ.
9
ໃນທີ່ນັ້ນ ມີຜູ້ຊາຍປະມານສີ່ພັນຄົນ. ຫລັງຈາກທີ່ພຣະອົງໃຫ້ພວກເຂົາກັບໄປແລ້ວ,
10
ພຣະອົງກໍລົງເຮືອໄປກັບພວກສາວົກຂອງພຣະອົງ ແລະ ໄປເຖິງຂົງເຂດເມືອງດານມານຸທາ.
11
ພວກຟາຣີຊາຍໄດ້ມາຫາ ແລະ ເລີ່ມຖາມພຣະເຢຊູເຈົ້າ. ເພື່ອທົດລອງພຣະອົງ ພວກເຂົາຂໍໃຫ້ພຣະອົງສະແດງໝາຍສຳຄັນຢ່າງໜຶ່ງຈາກສະຫວັນ.
12
ພຣະອົງຖອນຫາຍໃຈຍາວ ແລະ ກ່າວວ່າ, “ເປັນຫຍັງຄົນໃນຍຸກນີ້ຈຶ່ງຂໍແຕ່ໝາຍສຳຄັນ? ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຈະບໍ່ໃຫ້ໝາຍສຳຄັນໃດໆແກ່ພວກເຂົາ”.
13
ແລ້ວພຣະອົງກໍຈາກພວກເຂົາກັບລົງໄປໃນເຮືອ ແລະ ຂ້າມທະເລສາບໄປຍັງຟາກອື່ນ.
14
ພວກສາວົກໄດ້ລືມເອົາເຂົ້າຈີ່ມານຳ ແລະ ຢູ່ໃນເຮືອກໍມີເຂົ້າຈີ່ພຽງແຕ່ກ້ອນດຽວ.
15
ພຣະເຢຊູເຈົ້າກ່າວເຕືອນພວກເພິ່ນວ່າ, “ຈົ່ງລະວັງເຊື້ອແປ້ງຂອງພວກຟາຣີຊາຍ ແລະ ເຊື້ອແປ້ງຂອງເຮໂຣດໃຫ້ດີ”.
16
ພວກເພິ່ນຈຶ່ງສົນທະນາກັນ ແລະ ເວົ້າວ່າ, “ເປັນເພາະພວກເຮົາບໍ່ມີເຂົ້າຈີ່”.
17
ພຣະເຢຊູເຈົ້າຮູ້ເລື່ອງທີ່ພວກເພິ່ນເວົ້າກັນນັ້ນ ຈຶ່ງຖາມພວກເພິ່ນວ່າ, “ເປັນຫຍັງພວກເຈົ້າຈຶ່ງເວົ້າກັນເຖິງເລື່ອງບໍ່ມີເຂົ້າຈີ່? ພວກເຈົ້າຍັງບໍ່ເຫັນ ຫລື ຍັງບໍ່ເຂົ້າໃຈບໍ? ໃຈຂອງພວກເຈົ້າແຂງກະດ້າງແມ່ນບໍ?
18
ພວກເຈົ້າມີຕາແຕ່ເບິ່ງບໍ່ເຫັນ, ມີຫູແຕ່ບໍ່ໄດ້ຍິນບໍ? ແລະ ພວກເຈົ້າຈື່ບໍ່ໄດ້ບໍ?
19
ເມື່ອເຮົາຫັກເຂົ້າຈີ່ຫ້າກ້ອນລ້ຽງຄົນຫ້າພັນຄົນ, ພວກເຈົ້າເກັບສ່ວນທີ່ເຫລືອໄດ້ຈັກກະບຸງ?” ພວກເພິ່ນຕອບວ່າ, “ສິບສອງກະບຸງ”.
20
ພຣະອົງຖາມວ່າ, “ແລະ ເມື່ອເຮົາຫັກເຂົ້າຈີ່ເຈັດກ້ອນລ້ຽງຄົນສີ່ພັນຄົນ, ພວກເຈົ້າເກັບສ່ວນທີ່ເຫລືອໄວ້ໄດ້ຈັກກະບຸງ?” ພວກເພິ່ນຕອບວ່າ, “ເຈັດກະບຸງ”.
21
ພຣະອົງກ່າວກັບພວກເພິ່ນວ່າ, “ພວກເຈົ້າຍັງບໍ່ເຂົ້າໃຈຢູ່ບໍ?”
22
ເມື່ອພຣະເຢຊູເຈົ້າ ແລະ ພວກສາວົກມາຮອດເມືອງເບັດຊາອີດາ, ມີບາງຄົນໄດ້ພາຊາຍຕາບອດຜູ້ໜຶ່ງມາ ແລະ ຂໍຮ້ອງພຣະເຢຊູເຈົ້າໃຫ້ວາງມືໃສ່ລາວ.
23
ພຣະອົງຈູງມືຄົນຕາບອດອອກໄປນອກໝູ່ບ້ານ. ເມື່ອພຣະອົງຖົ່ມນ້ຳລາຍໃສ່ຕາທັງສອງຂອງຊາຍຜູ້ນີ້ ແລະ ວາງມືໃສ່ລາວແລ້ວ ພຣະອົງກໍຖາມລາວວ່າ, “ເຈົ້າເຫັນຫຍັງບໍ?”
24
ລາວໄດ້ເງີຍໜ້າຂຶ້ນເບິ່ງ ແລະ ຕອບວ່າ, “ຂ້ານ້ອຍເຫັນຄົນ, ພວກເຂົາເໝືອນຕົ້ນໄມ້ຍ່າງໄປຍ່າງມາ”.
25
ພຣະເຢຊູເຈົ້າວາງມືໃສ່ທີ່ຕາຂອງລາວອີກເທື່ອໜຶ່ງ. ແລ້ວຕາທັງສອງຂອງລາວກໍເປີດອອກ, ສາຍຕາຂອງລາວກໍດີເປັນປົກກະຕິ ແລະ ເບິ່ງເຫັນທຸກຢ່າງໄດ້ຊັດເຈນ.
26
ພຣະເຢຊູເຈົ້າຈຶ່ງໃຫ້ລາວກັບເມືອໂດຍສັ່ງວ່າ, “ຢ່າເຂົ້າໄປໃນໝູ່ບ້ານ ”.
27
ພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງໄດ້ໄປຍັງໝູ່ບ້ານໃກ້ເຂດເມືອງກາຍຊາເຣຍ ຟີລິບປອຍ. ໃນລະຫວ່າງທາງພຣະອົງໄດ້ຖາມພວກເພິ່ນວ່າ, “ຄົນທັງຫລາຍເວົ້າກັນວ່າເຮົາເປັນຜູ້ໃດ?”
28
ພວກເພິ່ນຕອບວ່າ, “ບາງຄົນເວົ້າວ່າທ່ານແມ່ນໂຢຮັນບັບຕິສະໂຕ, ບາງຄົນເວົ້າວ່າທ່ານແມ່ນເອລີຢາ ແລະ ຍັງມີຄົນອື່ນໆອີກເວົ້າວ່າທ່ານເປັນຄົນໜຶ່ງໃນບັນດາຜູ້ທຳນວາຍ”.
29
ພຣະອົງຖາມວ່າ, “ແລ້ວພວກເຈົ້າເດ? ພວກເຈົ້າວ່າເຮົາເປັນຜູ້ໃດ?” ເປໂຕຕອບວ່າ, “ພຣະອົງເປັນພຣະຄຣິດເຈົ້າ ”.
30
ແລ້ວພຣະເຢຊູເຈົ້າເຕືອນພວກເພິ່ນບໍ່ໃຫ້ບອກຜູ້ໃດກ່ຽວກັບເລື່ອງຂອງພຣະອົງ.
31
ຕັ້ງແຕ່ນັ້ນມາ ພຣະເຢຊູເຈົ້າກໍໄດ້ເລີ່ມສັ່ງສອນພວກສາວົກວ່າບຸດມະນຸດຈະຕ້ອງຖືກທົນທຸກທໍລະມານຫລາຍປະການ. ຖືກພວກເຖົ້າແກ່, ພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດປະຕິເສດ, ພຣະອົງຈະຕ້ອງຖືກຂ້າ ແລະ ໃນວັນທີສາມພຣະອົງຈະເປັນຄືນມາອີກ.
32
ພຣະອົງໄດ້ກ່າວເລື່ອງນີ້ສູ່ພວກເພິ່ນຟັງຢ່າງຈະແຈ້ງ, ເປໂຕຈຶ່ງໄດ້ພາພຣະອົງຫລີກໄປຕ່າງຫາກ ແລະ ເລີ່ມຕຳໜິພຣະອົງ.
33
ແຕ່ເມື່ອພຣະເຢຊູເຈົ້າຫັນກັບມາເບິ່ງພວກສາວົກຂອງພຣະອົງ, ພຣະອົງຕຳໜິເປໂຕ, ພຣະອົງກ່າວວ່າ, “ມານຊາຕານເອີຍ! ຈົ່ງຖອຍໜີໄປຈາກເຮົາ ເຈົ້າບໍ່ໄດ້ມີຄວາມຄິດຫວ່ງໃຍເໝືອນດັ່ງພຣະເຈົ້າ ແຕ່ມີຄວາມຄິດຫ່ວງໃຍເໝືອນດັ່ງມະນຸດ”.
34
ແລ້ວພຣະອົງເອີ້ນປະຊາຊົນກັບພວກສາວົກເຂົ້າມາ ແລະ ກ່າວວ່າ, “ຖ້າຜູ້ໃດຢາກເປັນສາວົກຂອງເຮົາ, ໃຫ້ຜູ້ນັ້ນປະຕິເສດຕົນເອງ ແລະ ຮັບແບກໄມ້ກາງແຂນຂອງຕົນແລ້ວຕິດຕາມເຮົາມາ.
35
ເພາະຜູ້ໃດທີ່ຢາກຮັກສາຊີວິດ ຂອງຕົນໃຫ້ພົ້ນ ຜູ້ນັ້ນກໍຈະເສຍຊີວິດ, ເພາະຜູ້ໃດທີ່ຍອມສະຫລະຊີວິດຂອງຕົນເພື່ອເຫັນແກ່ເຮົາ ແລະ ຂ່າວປະເສີດ ຜູ້ນັ້ນກໍຈະຖືກຊ່ວຍຊີວິດໃຫ້ພົ້ນ.
36
ຈະມີປະໂຫຍດອັນໃດ ທີ່ຄົນໃດຄົນໜຶ່ງຈະໄດ້ໂລກນີ້ທັງໝົດ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ?
37
ຫລື ຄົນນັ້ນຈະເອົາສິ່ງໃດມາແລກປ່ຽນເອົາຈິດວິນຍານຂອງຕົນໄດ້?
38
ຖ້າຜູ້ໃດອັບອາຍໃນເລື່ອງເຮົາ ແລະ ໃນເລື່ອງຖ້ອຍຄຳຂອງເຮົາໃນຍຸກທີ່ບາບ ແລະ ຫລິ້ນຊູ້, ບຸດມະນຸດກໍຈະອັບອາຍໃນເລື່ອງຄົນນັ້ນ ເມື່ອພຣະອົງມາປາກົດໃນສະຫງ່າລາສີຂອງພຣະບິດາ ພ້ອມກັບບັນດາເທວະດາບໍລິສຸດ”.
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 9 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16