bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Mark 5
Mark 5
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 6 →
1
ເມື່ອພວກເພິ່ນຂ້າມຟາກມາຮອດເມືອງເຄຣາເຊນ.
2
ພໍພຣະເຢຊູເຈົ້າອອກຈາກເຮືອໄປ, ມີຊາຍຄົນໜຶ່ງທີ່ຖືກວິນຍານສົກກະປົກເຂົ້າສິງຢູ່ໄດ້ອອກຈາກອຸບມຸງຝັງສົບມາພົບພຣະອົງ.
3
ຊາຍຜູ້ນີ້ເຄີຍອາໄສຢູ່ຕາມອຸບມຸງຝັງສົບ ແລະ ບໍ່ມີຜູ້ໃດສາມາດມັດ ຫລື ແມ່ນແຕ່ລ່າມໂສ້ລາວໄວ້ໄດ້.
4
ເພາະລາວເຄີຍຖືກລ່າມໂສ້ໃສ່ມື ແລະ ຕີນຂອງລາວຫລາຍເທື່ອແລ້ວ, ແຕ່ລາວກໍຫັກໂສ້ຂາດ. ບໍ່ມີຜູ້ໃດແຂງແຮງພໍທີ່ຈະປາບລາວໄດ້.
5
ລາວໄດ້ແຜດສຽງຮ້ອງຢູ່ຕາມອຸບມຸງຝັງສົບ ແລະ ຕາມເນີນພູເຂົາທັງກາງເວັນ ແລະ ກາງຄືນ ແລ້ວກໍເອົາຫີນປາດຕົນເອງ.
6
ເມື່ອລາວເຫັນພຣະເຢຊູເຈົ້າແຕ່ໄກໆ, ລາວໄດ້ແລ່ນມາຫາ ແລະ ຄຸເຂົ່າລົງຕໍ່ໜ້າພຣະອົງ.
7
ລາວຮ້ອງດ້ວຍສຸດສຽງຂອງລາວວ່າ, “ພຣະເຢຊູ ພຣະບຸດຂອງພຣະເຈົ້າອົງສູງສຸດເອີຍ, ທ່ານຕ້ອງການສິ່ງໃດຈາກຂ້ານ້ອຍ? ຂໍໃຫ້ທ່ານສັນຍາໃນນາມພຣະເຈົ້າວ່າຈະບໍ່ທໍລະມານຂ້ານ້ອຍ!”
8
ເພາະພຣະເຢຊູເຈົ້າໄດ້ກ່າວກັບມັນວ່າ, “ວິນຍານສົກກະປົກ ຈົ່ງອອກມາຈາກຊາຍຄົນນີ້!”
9
ແລ້ວພຣະເຢຊູເຈົ້າໄດ້ຖາມມັນວ່າ, “ເຈົ້າຊື່ຫຍັງ?” ມັນຕອບວ່າ, “ຊື່ກອງທັບ, ເພາະພວກຂ້ານ້ອຍມີຢູ່ນຳກັນຫລາຍໂຕ”.
10
ແລະ ມັນຈຶ່ງອ້ອນວອນຂໍນຳພຣະເຢຊູເຈົ້າເພື່ອບໍ່ໃຫ້ຂັບໄລ່ພວກມັນອອກຈາກເຂດແດນນັ້ນ.
11
ຢູ່ໃກ້ພູນັ້ນ ມີໝູຝູງໃຫຍ່ກຳລັງຫາກິນຢູ່ຕາມເນີນພູ.
12
ພວກຜີມານຮ້າຍຈຶ່ງຂໍຮ້ອງພຣະເຢຊູເຈົ້າວ່າ, “ຂໍໃຫ້ພວກຂ້ານ້ອຍເຂົ້າໄປສິງຢູ່ໃນໝູຝູງນັ້ນສາ”.
13
ພຣະອົງກໍໄດ້ອະນຸຍາດໃຫ້, ແລ້ວວິນຍານສົກກະປົກເຫລົ່ານັ້ນກໍອອກຈາກຊາຍຜູ້ນັ້ນ ແລະ ເຂົ້າໄປສິງຢູ່ໃນຝູງໝູ. ໝູທັງໝົດປະມານສອງພັນໂຕກໍຟ້າວແລ່ນລົງຕາລິ່ງຊັນໂຕນລົງທະເລສາບຈົມນ້ຳຕາຍໝົດ.
14
ບັນດາຄົນລ້ຽງໝູຕ່າງກໍແລ່ນໜີ ແລະ ໄປເລົ່າເລື່ອງນີ້ຢູ່ໃນເມືອງ ແລະ ຕາມຊົນນະບົດ, ດັ່ງນັ້ນ ປະຊາຊົນຈຶ່ງພາກັນອອກມາເບິ່ງເຫດການທີ່ໄດ້ເກີດຂຶ້ນ.
15
ເມື່ອພວກເຂົາມາຫາພຣະເຢຊູເຈົ້າ, ພວກເຂົາກໍເຫັນຊາຍທີ່ຖືກຜີມານຮ້າຍເປັນກອງທັບເຄີຍເຂົ້າສິງຢູ່ ເຫັນລາວນຸ່ງຫົ່ມເສື້ອຜ້າ ແລະ ມີສະຕິດີ, ພວກເຂົາຈຶ່ງຢ້ານ.
16
ບັນດາຜູ້ທີ່ໄດ້ເຫັນເຫດການກໍໄດ້ເລົ່າສິ່ງທີ່ໄດ້ເກີດຂຶ້ນກັບຊາຍທີ່ຖືກຜີມານຮ້າຍສິງ ແລະ ເລົ່າກ່ຽວກັບຝູງໝູນັ້ນສູ່ປະຊາຊົນຟັງ.
17
ດັ່ງນັ້ນ ພວກເຂົາຈຶ່ງຂໍຮ້ອງພຣະເຢຊູເຈົ້າໃຫ້ໄປຈາກເຂດແດນຂອງພວກເຂົາ.
18
ຂະນະທີ່ພຣະເຢຊູເຈົ້າກຳລັງລົງເຮືອ, ຊາຍທີ່ມີຜີມານຮ້າຍເຄີຍສິງນັ້ນ ກໍຂໍຮ້ອງໄປກັບພຣະອົງ.
19
ພຣະເຢຊູເຈົ້າບໍ່ອະນຸຍາດໃຫ້ລາວໄປນຳ ແຕ່ໄດ້ກ່າວວ່າ, “ຈົ່ງກັບເມືອບ້ານໄປຫາຍາດພີ່ນ້ອງຂອງເຈົ້າ ແລະ ບອກພວກເຂົາເຖິງເຫດການທີ່ອົງພຣະຜູ້ເປັນເຈົ້າໄດ້ກະທຳສຳລັບເຈົ້າ ແລະ ພຣະອົງເມດຕາຕໍ່ເຈົ້າຢ່າງໃດ”.
20
ດັ່ງນັ້ນ ຊາຍຜູ້ນີ້ຈຶ່ງລາພຣະເຢຊູເຈົ້າໄປ ແລະ ເລີ່ມປະກາດໃນແຂວງເດກາໂປລີ ວ່າພຣະເຢຊູເຈົ້າໄດ້ກະທຳເພື່ອລາວຫລາຍຢ່າງ. ແລະ ຄົນທັງປວງຕ່າງກໍປະຫລາດໃຈ.
21
ເມື່ອພຣະເຢຊູເຈົ້າໄດ້ຂີ່ເຮືອຂ້າມຟາກທະເລສາບກັບມາອີກ, ຂະນະທີ່ພຣະອົງຢູ່ທີ່ແຄມທະເລສາບນັ້ນ ມີປະຊາຊົນຈໍານວນຫລວງຫລາຍໄດ້ມາເຕົ້າໂຮມກັນອ້ອມພຣະອົງ.
22
ມີຫົວໜ້າທຳມະສາລາຄົນໜຶ່ງຊື່ວ່າຢາອີໂຣໄດ້ມາທີ່ນັ້ນ ເມື່ອລາວເຫັນພຣະເຢຊູເຈົ້າຈຶ່ງໝູບລົງທີ່ຕີນຂອງພຣະອົງ
23
ແລ້ວຂໍຮ້ອງພຣະອົງດ້ວຍຄວາມຮ້ອນຮົນໃຈວ່າ, “ລູກສາວຂອງຂ້ານ້ອຍເຈັບໜັກກຳລັງຈະຕາຍແລ້ວ ຂໍທ່ານກະລຸນາໄປວາງມືໃສ່ນາງດ້ວຍເຖີດ ເພື່ອນາງຈະຫາຍດີ ແລະ ມີຊີວິດຢູ່”.
24
ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງໄປກັບລາວ. ມີປະຊາຊົນຕິດຕາມພຣະອົງມາຢ່າງໜາແໜ້ນ ແລະ ບຽດກັນຢູ່ອ້ອມພຣະອົງ.
25
ໃນທີ່ນັ້ນ ມີຍິງຄົນໜຶ່ງທີ່ເປັນພະຍາດເລືອດຕົກຊຳເຮື້ອມາໄດ້ສິບສອງປີແລ້ວ.
26
ນາງໄດ້ຮັບຄວາມທຸກທໍລະມານຫລາຍ ເຖິງແມ່ນວ່າມີໝໍຫລາຍຄົນໄດ້ປິ່ນປົວ ແລະ ເສຍເງິນຈົນໝົດໂຕແລ້ວ, ແທນທີ່ນາງຈະດີຂຶ້ນ ແຕ່ອາການກັບຊຸດໂຊມລົງ.
27
ເມື່ອນາງໄດ້ຍິນເຖິງເລື່ອງພຣະເຢຊູເຈົ້າ ນາງຈຶ່ງຍ່າງປົນກັບປະຊາຊົນມາທາງຫລັງພຣະອົງ ແລະ ບາຍເສື້ອຄຸມຂອງພຣະອົງ,
28
ເພາະນາງຄິດວ່າ, “ຖ້າເຮົາໄດ້ບາຍພຽງແຕ່ເສື້ອຄຸມຂອງເພິ່ນເທົ່ານັ້ນເຮົາກໍຈະດີພະຍາດ”.
29
ໃນທັນໃດນັ້ນ ເລືອດທີ່ຕົກນັ້ນກໍຢຸດທັນທີ ແລະ ນາງຮູ້ສຶກວ່າຕົນດີພະຍາດແລ້ວ.
30
ຝ່າຍພຣະເຢຊູເຈົ້າຮູ້ທັນທີວ່າລິດເດດໄດ້ອອກຈາກພຣະອົງ. ພຣະອົງຈຶ່ງປິ່ນໜ້າມາທາງປະຊາຊົນ ແລະ ຖາມວ່າ, “ຜູ້ໃດບາຍເຄື່ອງນຸ່ງຂອງເຮົາ?”
31
ພວກສາວົກຂອງພຣະອົງຕອບວ່າ, “ທ່ານກໍເຫັນຢູ່ແລ້ວວ່າປະຊາຊົນຢ່າງແໜ້ນໜາບຽດທ່ານ, ແລ້ວເປັນຫຍັງທ່ານຈຶ່ງຖາມອີກວ່າ ‘ຜູ້ໃດໄດ້ບາຍເຮົາ?’”
32
ແຕ່ພຣະເຢຊູເຈົ້າຍັງຫລຽວໄປອ້ອມໆເພື່ອຊອກເບິ່ງວ່າຜູ້ໃດທີ່ເຮັດຢ່າງນັ້ນ.
33
ຝ່າຍຍິງຄົນນັ້ນຮູ້ດີວ່າສິ່ງທີ່ໄດ້ເກີດຂຶ້ນກັບຕົນ, ນາງຈຶ່ງມາໝູບລົງທີ່ຕີນຂອງພຣະອົງດ້ວຍຄວາມຢ້ານ, ແລ້ວເວົ້າຄວາມຈິງທັງໝົດໃຫ້ພຣະອົງຟັງ.
34
ພຣະອົງກ່າວກັບນາງວ່າ, “ລູກຍິງເອີຍ, ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າຫາຍດີແລ້ວ. ຈົ່ງກັບໄປດ້ວຍສັນຕິສຸກ ແລະ ພົ້ນຈາກຄວາມທຸກທໍລະມານສາ”.
35
ໃນຂະນະທີ່ພຣະເຢຊູເຈົ້າຍັງກ່າວຢູ່ ກໍມີບາງຄົນຈາກເຮືອນຂອງຢາອີໂຣຫົວໜ້າທຳມະສາລາ ພວກເຂົາບອກວ່າ, “ລູກສາວຂອງທ່ານຕາຍແລ້ວ ຈະລົບກວນອາຈານເຮັດຫຍັງ?”
36
ພຣະເຢຊູເຈົ້າບໍ່ຟັງສິ່ງທີ່ພວກເຂົາໄດ້ເວົ້ານັ້ນ ແຕ່ກ່າວແກ່ຢາອີໂຣວ່າ, “ຢ່າຢ້ານເລີຍ, ຈົ່ງເຊື່ອເທົ່ານັ້ນ”.
37
ພຣະອົງບໍ່ອະນຸຍາດໃຫ້ຜູ້ໃດຕິດຕາມພຣະອົງໄປຍົກເວັ້ນເປໂຕ, ຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຢາໂກໂບ.
38
ເມື່ອມາຮອດເຮືອນຂອງຫົວໜ້າທຳມະສາລາແລ້ວ, ພຣະເຢຊູເຈົ້າກໍເຫັນຄວາມວຸ້ນວາຍ, ມີຄົນຮ້ອງໄຫ້ ແລະ ສະອື້ນສຽງດັງ.
39
ພຣະອົງເຂົ້າໄປໃນເຮືອນ ແລະ ກ່າວກັບພວກເຂົາວ່າ, “ພວກເຈົ້າຮ້ອງໄຫ້ຄ່ຳຄວນ ແລະ ວຸ້ນວາຍເຮັດຫຍັງ? ເດັກນ້ອຍຍັງບໍ່ຕາຍພຽງແຕ່ນອນຫລັບຢູ່”.
40
ແຕ່ພວກເຂົາພາກັນຫົວຂວັນພຣະອົງ. ຫລັງຈາກທີ່ພຣະອົງໃຫ້ຄົນທັງປວງອອກໄປແລ້ວ ພຣະອົງກໍເອົາພໍ່ແມ່ຂອງເດັກນ້ອຍ ແລະ ພວກສາວົກທີ່ຢູ່ກັບພຣະອົງເຂົ້າໄປໃນຫ້ອງທີ່ເດັກນ້ອຍນັ້ນນອນຢູ່.
41
ພຣະອົງຈັບມືເດັກນ້ອຍ ແລະ ກ່າວຕໍ່ນາງວ່າ, “ຕາລີທາ ກຸມ!” (ເຊິ່ງແປວ່າ “ນາງນ້ອຍເອີຍ, ເຮົາບອກເຈົ້າວ່າ, ຈົ່ງລຸກຂຶ້ນ!”).
42
ທັນໃດນັ້ນ ນາງກໍລຸກຂຶ້ນ ແລະ ຍ່າງໄປມາ (ນາງອາຍຸໄດ້ສິບສອງປີ). ພວກເຂົາໄດ້ພາກັນປະຫລາດໃຈຫລາຍໃນສິ່ງນີ້.
43
ພຣະອົງໄດ້ສັ່ງຫ້າມບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດເດັດຂາດ ແລະ ສັ່ງໃຫ້ພວກເຂົາເອົາອາຫານມາໃຫ້ນາງກິນ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16