bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Mark 6
Mark 6
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 7 →
1
ພຣະເຢຊູເຈົ້າອອກຈາກທີ່ນັ້ນ ແລະ ກັບໄປຍັງບ້ານເກີດຂອງພຣະອົງ, ໂດຍມີພວກສາວົກຂອງພຣະອົງຕິດຕາມໄປນຳ.
2
ເມື່ອເຖິງວັນຊະບາໂຕ, ພຣະອົງກໍໄດ້ເລີ່ມຕົ້ນສັ່ງສອນໃນທຳມະສາລາ ແລະ ຫລາຍຄົນທີ່ໄດ້ຟັງພຣະອົງຕ່າງກໍປະຫລາດໃຈ. ພວກເຂົາຖາມວ່າ, “ຊາຍຄົນນີ້ເອົາຄຳສັ່ງສອນເຫລົ່ານີ້ມາແຕ່ໃສ? ສະຕິປັນຍາທີ່ລາວໄດ້ຮັບນີ້ແມ່ນສະຕິປັນຍາຢ່າງໃດ, ຈຶ່ງເຮັດການອັດສະຈັນໄດ້!
3
ລາວເປັນຊ່າງໄມ້ບໍ່ແມ່ນບໍ? ລາວເປັນລູກຊາຍຂອງນາງມາຣີ ເປັນອ້າຍຂອງຢາໂກໂບ, ໂຢເຊັບ, ຢູດາ ແລະ ຊີໂມນບໍ່ແມ່ນບໍ? ພວກນ້ອງສາວຂອງລາວກໍຢູ່ກັບພວກເຮົາບໍ່ແມ່ນບໍ?” ແລ້ວພວກເຂົາທັງຫລາຍຈຶ່ງບໍ່ພໍໃຈພຣະອົງ.
4
ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ຜູ້ທຳນວາຍບໍ່ໄດ້ຂາດຄວາມນັບຖືໃນທຸກບ່ອນ ເວັ້ນໄວ້ແຕ່ໃນບ້ານເມືອງ, ບັນດາຍາດພີ່ນ້ອງ ແລະ ໃນຄອບຄົວຂອງຕົນເອງ”.
5
ພຣະອົງບໍ່ສາມາດເຮັດການອັດສະຈັນໃດໆຢູ່ທີ່ນັ້ນ, ນອກຈາກພຣະອົງໄດ້ວາງມືໃສ່ຄົນເຈັບໄຂ້ໄດ້ປ່ວຍບາງຄົນ ແລະ ຮັກສາພວກເຂົາໃຫ້ຫາຍດີ.
6
ແລະ ພຣະອົງປະຫລາດໃຈໃນຄວາມບໍ່ເຊື່ອຂອງພວກເຂົາ. ຫລັງຈາກນັ້ນ ພຣະເຢຊູເຈົ້າໄດ້ສັ່ງສອນຕາມບ້ານຕ່າງໆທີ່ຢູ່ອ້ອມຮອບເຂດນັ້ນ.
7
ພຣະອົງໄດ້ເອີ້ນສາວົກສິບສອງຄົນມາ ແລະ ເລີ່ມໃຊ້ພວກເພິ່ນອອກໄປເປັນຄູ່ໆ ໂດຍໃຫ້ພວກເພິ່ນມີສິດອຳນາດເໜືອວິນຍານສົກກະປົກທັງຫລາຍ.
8
ນີ້ແມ່ນຄຳແນະນໍາຂອງພຣະອົງຄື: “ບໍ່ຕ້ອງເອົາສິ່ງໃດຕິດໂຕໄປໃນການເດີນທາງນອກຈາກໄມ້ຄ້ອນເທົ້າເທົ່ານັ້ນ, ບໍ່ຕ້ອງເອົາອາຫານ, ຖົງ ຫລື ເງິນໃສ່ໃນສາຍແອວໄປນຳ.
9
ຈົ່ງໃສ່ເກີບ ແຕ່ບໍ່ຕ້ອງຕຽມເສື້ອອີກໂຕໜຶ່ງໄປນຳ.
10
ເມື່ອພວກເຈົ້າເຂົ້າໄປໃນເຮືອນໃດ, ຈົ່ງພັກຢູ່ທີ່ເຮືອນນັ້ນຈົນກວ່າພວກເຈົ້າຈະໄປຈາກເມືອງນັ້ນ.
11
ຖ້າບ່ອນໃດບໍ່ຕ້ອນຮັບ ຫລື ບໍ່ຮັບຟັງພວກເຈົ້າ, ຈົ່ງໄປຈາກບ່ອນນັ້ນ ແລະ ສັ່ນຂີ້ຝຸ່ນອອກຈາກຕີນຂອງພວກເຈົ້າເພື່ອເປັນພະຍານຕໍ່ສູ້ພວກເຂົາ”.
12
ພວກສາວົກຈຶ່ງອອກໄປ ແລະ ເທດສະໜາໃຫ້ປະຊາຊົນຖິ້ມໃຈເກົ່າເອົາໃຈໃໝ່.
13
ພວກເພິ່ນໄດ້ຂັບໄລ່ຜີມານຮ້າຍອອກຫລາຍໂຕ ແລະ ໄດ້ເຈີມຄົນເຈັບປ່ວຍຫລາຍຄົນດ້ວຍນ້ຳມັນ ແລະ ຮັກສາພວກເຂົາໃຫ້ຫາຍດີ.
14
ກະສັດເຮໂຣດ ໄດ້ຍິນເຖິງເລື່ອງຂອງພຣະເຢຊູເຈົ້າ ເພາະຊື່ສຽງຂອງພຣະອົງໄດ້ຊ່າລືໄປທົ່ວ. ບາງຄົນໄດ້ເວົ້າວ່າ, ພຣະເຢຊູເຈົ້າແມ່ນໂຢຮັນບັບຕິສະໂຕຜູ້ທີ່ເປັນຄືນມາຈາກຕາຍ, ດັ່ງນັ້ນ ເພິ່ນຈຶ່ງມີລິດອຳນາດເຮັດການອັດສະຈັນຕ່າງໆໄດ້.
15
ສ່ວນຄົນອື່ນກໍເວົ້າວ່າ, “ເພິ່ນແມ່ນເອລີຢາ”. ແລະ ຍັງມີຄົນອື່ນໆອີກອ້າງວ່າ, “ເພິ່ນເປັນຜູ້ທຳນວາຍ, ເໝືອນກັນກັບຜູ້ໜຶ່ງໃນບັນດາຜູ້ທຳນວາຍໃນເມື່ອກ່ອນ”.
16
ແຕ່ເມື່ອເຮໂຣດໄດ້ຍິນຢ່າງນັ້ນ ເພິ່ນຈຶ່ງເວົ້າວ່າ, “ລາວແມ່ນໂຢຮັນ ຜູ້ທີ່ເຮົາໄດ້ສັ່ງໃຫ້ຕັດຫົວ, ລາວເປັນຄືນມາຈາກຕາຍແລ້ວ!”
17
ເພາະເຮໂຣດເອງເປັນຜູ້ສັ່ງໃຫ້ຈັບໂຢຮັນມາລ່າມໂສ້ ແລະ ຂັງລາວໄວ້ໃນຄຸກ. ກະສັດເຮໂຣດເຮັດເຊັ່ນນີ້ ເພາະນາງເຮໂຣເດຍຜູ້ທີ່ເຄີຍເປັນເມຍຂອງຟີລິບນ້ອງຊາຍຂອງຕົນເມື່ອກ່ອນ ເຊິ່ງເຮໂຣດໄດ້ແຕ່ງງານນຳນາງ.
18
ເນື່ອງຈາກໂຢຮັນເຄີຍເວົ້າກັບເຮໂຣດວ່າ, “ທ່ານໄດ້ເຮັດຜິດຕໍ່ກົດບັນຍັດໃນການທີ່ເອົານ້ອງໃພ້ຂອງທ່ານມາເປັນເມຍ”.
19
ດັ່ງນັ້ນ, ນາງເຮໂຣເດຍຈຶ່ງຄຽດແຄ້ນໃຫ້ໂຢຮັນ ແລະ ຕ້ອງການຂ້າເພິ່ນແຕ່ກໍເຮັດບໍ່ໄດ້,
20
ເພາະວ່າເຮໂຣດຢ້ານໂຢຮັນ ແລະ ປົກປ້ອງເພິ່ນໄວ້ເພາະຮູ້ວ່າເພິ່ນເປັນຜູ້ຊອບທຳ ແລະ ບໍລິສຸດ. ເມື່ອເຮໂຣດໄດ້ຟັງໂຢຮັນເວົ້າກໍມຶນງົງສົງໄສ ແຕ່ເພິ່ນກໍຍັງຢາກຟັງໂຢຮັນ.
21
ໃນທີ່ສຸດໂອກາດກໍມາເຖິງ. ໃນງານສະຫລອງວັນເກີດຂອງເຮໂຣດ ເມື່ອເພິ່ນໄດ້ຈັດງານລ້ຽງສະຫລອງ ແລະ ເຊື້ອເຊີນບັນດາຂ້າລາຊະການຊັ້ນສູງມາຮ່ວມຄື: ຄະນະລັດຖະບານ, ບັນດານາຍທະຫານໃນກອງທັບ ແລະ ບັນດາບຸກຄົນສຳຄັນຕ່າງໆໃນແຂວງຄາລີເລ.
22
ເມື່ອລູກສາວຂອງນາງເຮໂຣເດຍໄດ້ເຂົ້າມາຟ້ອນໃນຫ້ອງຈັດງານ ນາງເຮັດໃຫ້ເຮໂຣດພໍໃຈຫລາຍ ແລະ ບັນດາແຂກທີ່ໄດ້ເຊີນມາ. ກະສັດຈຶ່ງກ່າວກັບຍິງສາວນັ້ນວ່າ, “ເຈົ້າຢາກໄດ້ສິ່ງໃດຈົ່ງຂໍມາ ແລ້ວເຮົາຈະໃຫ້ຕາມທີ່ເຈົ້າຂໍ”.
23
ແລະ ເພິ່ນກໍສັນຍາໂດຍປະຕິຍານວ່າ, “ສິ່ງໃດກໍຕາມທີ່ເຈົ້າຂໍເຮົາຈະໃຫ້ແກ່ເຈົ້າ ແມ່ນແຕ່ເຄິ່ງໜຶ່ງຂອງອານາຈັກຂອງເຮົາ”.
24
ດັ່ງນັ້ນ ນາງຈຶ່ງອອກໄປຖາມແມ່ຂອງຕົນວ່າ, “ລູກຈະຂໍສິ່ງໃດດີ?” ແມ່ຈຶ່ງຕອບວ່າ, “ຂໍຫົວຂອງໂຢຮັນບັບຕິສະໂຕ”.
25
ນາງຈຶ່ງຟ້າວມາຕອບກະສັດທັນທີວ່າ, “ຂ້ານ້ອຍຕ້ອງການໃຫ້ທ່ານເອົາຫົວຂອງໂຢຮັນບັບຕິສະໂຕໃສ່ຖາດມາໃຫ້ຂ້ານ້ອຍຢູ່ບ່ອນນີ້ດຽວນີ້”.
26
ຝ່າຍກະສັດກໍໜັກໃຈຫລາຍ, ແຕ່ເພາະໄດ້ສັນຍາໄວ້ແລ້ວ ແລະ ເພາະເຫັນແກ່ໜ້າແຂກທັງຫລາຍຂອງຕົນ ເພິ່ນບໍ່ຢາກປະຕິເສດນາງ.
27
ດັ່ງນັ້ນ ເພິ່ນຈຶ່ງສັ່ງໃນທັນທີໃຫ້ທະຫານນັກຂ້ານຳຫົວຂອງໂຢຮັນມາ. ທະຫານກໍໄປຕັດຫົວຂອງໂຢຮັນໃນຄຸກ,
28
ແລ້ວນຳຫົວຂອງໂຢຮັນໃສ່ຖາດມາມອບໃຫ້ຍິງນັ້ນ, ແລະ ນາງກໍເອົາໄປໃຫ້ແມ່ຂອງຕົນ.
29
ເມື່ອພວກລູກສິດຂອງໂຢຮັນຮູ້ຂ່າວນີ້ ພວກເຂົາກໍມາເອົາສົບຂອງເພິ່ນ ແລ້ວນຳໄປວາງໄວ້ໃນອຸບມຸງ.
30
ຝ່າຍພວກອັກຄະສາວົກໄດ້ກັບມາຫາພຣະເຢຊູເຈົ້າ ແລະ ລາຍງານຕໍ່ພຣະອົງເຖິງທຸກສິ່ງທີ່ພວກເພິ່ນໄດ້ເຮັດ ແລະ ໄດ້ສັ່ງສອນ.
31
ເນື່ອງຈາກມີປະຊາຊົນຈໍານວນຫລວງຫລາຍທຽວໄປມາຈົນພວກເພິ່ນບໍ່ມີເວລາກິນເຂົ້າ, ພຣະອົງຈຶ່ງກ່າວກັບພວກສາວົກວ່າ, “ພວກເຈົ້າທັງຫລາຍຈົ່ງຕາມເຮົາມາ ອອກໄປຫາບ່ອນທີ່ມິດງຽບ ແລະ ພັກຜ່ອນຈັກຄາວໜຶ່ງ”.
32
ດັ່ງນັ້ນ, ພຣະອົງກັບພວກສາວົກຈຶ່ງລົງເຮືອໄປຍັງບ່ອນທີ່ມິດງຽບ.
33
ແຕ່ຫລາຍຄົນໄດ້ເຫັນພວກເພິ່ນອອກໄປກໍຈື່ໄດ້ທັນທີ ແລະ ພາກັນແລ່ນຈາກເມືອງຕ່າງໆໄປເຖິງທີ່ນັ້ນລ່ວງໜ້າກ່ອນພວກເພິ່ນ.
34
ເມື່ອພຣະເຢຊູເຈົ້າອອກຈາກເຮືອມາກໍເຫັນປະຊາຊົນຈໍານວນຫລວງຫລາຍ ພຣະອົງກໍມີໃຈສົງສານພວກເຂົາ, ເພາະພວກເຂົາເປັນເໝືອນແກະທີ່ບໍ່ມີຜູ້ລ້ຽງ. ດັ່ງນັ້ນ ພຣະອົງຈຶ່ງເລີ່ມຕົ້ນສັ່ງສອນພວກເຂົາຫລາຍເລື່ອງ.
35
ເມື່ອຄ້າຍຄ່ຳແລ້ວ ພວກສາວົກຈຶ່ງມາບອກພຣະອົງວ່າ, “ບ່ອນນີ້ຫ່າງໄກຫລາຍ ແລະ ກໍຄ່ຳແລ້ວ.
36
ຂໍໃຫ້ປະຊາຊົນເຫລົ່ານີ້ເມືອສາ ເພື່ອພວກເຂົາຈະໄດ້ໄປຊອກຫາຊື້ອາຫານສຳລັບພວກເຂົາເອງຕາມໝູ່ບ້ານຕ່າງໆໃນແຖບນີ້”.
37
ແຕ່ພຣະອົງຕອບວ່າ, “ພວກເຈົ້າຈົ່ງເອົາອາຫານໃຫ້ພວກເຂົາກິນສາ”. ພວກສາວົກຕອບວ່າ, “ຈະຕ້ອງໃຊ້ເງິນເທົ່າກັບຄ່າຈ້າງຂອງຄົນງານຄົນໜຶ່ງຫລາຍກວ່າເຄິ່ງປີ! ພວກເຮົາຕ້ອງໃຊ້ເງິນຫລາຍຂະໜາດນັ້ນເພື່ອໄປຊື້ອາຫານມາໃຫ້ພວກເຂົາກິນບໍ?”
38
ພຣະອົງຈຶ່ງຖາມວ່າ, “ພວກເຈົ້າມີເຂົ້າຈີ່ຈັກກ້ອນ? ຈົ່ງໄປເບິ່ງແມ”. ເມື່ອພວກເພິ່ນໄປຊອກເບິ່ງແລ້ວ ກໍມາບອກພຣະເຢຊູເຈົ້າວ່າ, “ມີເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ”.
39
ແລ້ວພຣະເຢຊູເຈົ້າໄດ້ສັ່ງພວກສາວົກໃຫ້ໄປບອກປະຊາຊົນໃຫ້ນັ່ງລົງເປັນກຸ່ມຕາມຫຍ້າຂຽວສົດ.
40
ແລ້ວພວກເຂົາກໍນັ່ງເປັນກຸ່ມ ກຸ່ມລະຮ້ອຍຄົນ ແລະ ຫ້າສິບຄົນ.
41
ແລ້ວພຣະເຢຊູເຈົ້າກໍຈັບເອົາເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕນັ້ນມາ ແລ້ວເງີຍໜ້າຂຶ້ນເບິ່ງສະຫວັນ, ພຣະອົງໂມທະນາຂອບພຣະຄຸນພຣະເຈົ້າ ແລະ ຫັກເຂົ້າຈີ່ແລ້ວພຣະອົງກໍຍື່ນໃຫ້ພວກສາວົກຂອງພຣະອົງເພື່ອແຈກຢາຍໃຫ້ປະຊາຊົນ. ພຣະອົງຍັງແບ່ງປາສອງໂຕໃຫ້ພວກເຂົາທົ່ວເຖິງກັນອີກດ້ວຍ.
42
ພວກເຂົາທຸກຄົນໄດ້ກິນອີ່ມແລ້ວ.
43
ແລະ ພວກສາວົກກໍເກັບເຂົ້າຈີ່ຕ່ອນທີ່ຫັກ ແລະ ປາທີ່ເຫລືອນັ້ນໄດ້ເຕັມສິບສອງກະບຸງ.
44
ໃນຈຳນວນຜູ້ຊາຍທີ່ໄດ້ກິນອາຫານນັ້ນມີຫ້າພັນຄົນ.
45
ໃນທັນໃດນັ້ນ ພຣະເຢຊູເຈົ້າໄດ້ຈັດໃຫ້ພວກສາວົກຂອງພຣະອົງເຂົ້າໄປໃນເຮືອ ແລະ ຂ້າມຟາກໄປຍັງເມືອງເບັດຊາອີດາລ່ວງໜ້າກ່ອນພຣະອົງ, ໃນຂະນະທີ່ພຣະອົງບອກປະຊາຊົນໃຫ້ເລີກເມືອ.
46
ຫລັງຈາກແຍກຈາກພວກເຂົາແລ້ວ, ພຣະອົງກໍຂຶ້ນໄປເທິງພູເພື່ອອະທິຖານ.
47
ເມື່ອຄ່ຳມາແລ້ວ ເຮືອທີ່ພວກສາວົກຂີ່ໄປນັ້ນກໍຢູ່ກາງທະເລສາບ ແລະ ພຣະອົງຢູ່ທີ່ແຄມຝັ່ງແຕ່ຜູ້ດຽວ,
48
ພຣະອົງເຫັນວ່າພວກສາວົກພາຍເຮືອຕ້ານທວນລົມທີ່ປະທະຢູ່. ໃນຊ່ວງໃກ້ແຈ້ງ ພຣະເຢຊູເຈົ້າຍ່າງເທິງໜ້ານ້ຳທະເລສາບມາຫາພວກເພິ່ນ. ພຣະອົງກຳລັງຈະກາຍພວກເພິ່ນໄປ,
49
ແຕ່ເມື່ອພວກສາວົກເຫັນພຣະອົງກຳລັງຍ່າງຢູ່ເທິງທະເລສາບ, ພວກເພິ່ນກໍຄິດວ່າພຣະອົງແມ່ນຜີ. ພວກເພິ່ນຈຶ່ງຮ້ອງຂຶ້ນ
50
ເພາະທຸກຄົນທີ່ໄດ້ເຫັນພຣະອົງຕ່າງກໍຕົກໃຈຢ້ານຫລາຍ. ໃນທັນໃດນັ້ນ ພຣະອົງໄດ້ກ່າວກັບພວກເພິ່ນວ່າ, “ຈົ່ງກ້າຫານ! ແມ່ນເຮົາເອງ. ຢ່າຢ້ານເລີຍ”.
51
ແລ້ວພຣະອົງກໍຂຶ້ນໄປໃນເຮືອຫາພວກເພິ່ນ ແລະ ລົມກໍສະຫງົບລົງ. ພວກເພິ່ນຕ່າງກໍພາກັນປະຫລາດໃຈຫລາຍ,
52
ເພາະພວກເພິ່ນຍັງບໍ່ເຂົ້າໃຈກ່ຽວກັບເລື່ອງເຂົ້າຈີ່; ຈິດໃຈຂອງພວກເພິ່ນຍັງແຂງກະດ້າງຢູ່.
53
ເມື່ອພວກເພິ່ນໄດ້ຂ້າມຟາກແລ້ວ ພວກເພິ່ນກໍມາຂຶ້ນຝັ່ງທີ່ເຄັນເນຊາເຣັດ ແລະ ຈອດເຮືອໄວ້ຢູ່ທີ່ນັ້ນ.
54
ທັນທີທີ່ພວກເພິ່ນຂຶ້ນຈາກເຮືອ, ປະຊາຊົນກໍຈື່ພຣະເຢຊູເຈົ້າໄດ້.
55
ບັນດາຄົນເຫລົ່ານັ້ນຈຶ່ງແລ່ນໄປທົ່ວຂົງເຂດນັ້ນ ແລະ ນຳເອົາບັນດາຄົນເຈັບປ່ວຍວາງໃສ່ເທິງບ່ອນນອນຫາມໄປທຸກບ່ອນທີ່ໄດ້ຍິນວ່າພຣະອົງໄປ.
56
ບໍ່ວ່າພຣະອົງເຂົ້າໄປຢູ່ທີ່ໃດ ທັງໃນໝູ່ບ້ານ, ໃນເມືອງ ຫລື ໃນຊົນນະບົດ ພວກເຂົາກໍຫາມຄົນເຈັບມາໄວ້ທີ່ບ່ອນຊຸມຊົນ. ພວກເຂົາໄດ້ຂໍຮ້ອງພຣະອົງໃຫ້ຄົນເຈັບປ່ວຍນັ້ນໄດ້ບາຍແຕ່ພຽງຂອບເສື້ອຄຸມຂອງພຣະອົງກໍພໍ ແລະ ທຸກຄົນທີ່ໄດ້ບາຍກໍຫາຍດີ.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16