bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Mark 7
Mark 7
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 8 →
1
ຝ່າຍພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດບາງຄົນທີ່ໄດ້ມາແຕ່ນະຄອນເຢຣູຊາເລັມ ແລະ ເຕົ້າໂຮມກັນຫຸ້ມອ້ອມພຣະເຢຊູເຈົ້າ
2
ແລະ ເຫັນພວກສາວົກບາງຄົນຂອງພຣະອົງຮັບປະທານອາຫານໂດຍບໍ່ໄດ້ລ້າງມືກອ່ນ ເຊິ່ງຖືວ່າເປັນມົນທິນ.
3
(ພວກຟາຣີຊາຍ ແລະ ຄົນຢິວທົ່ວໄປນັ້ນ ຖືຕາມປະເພນີທີ່ສືບທອດມາຈາກບັນດາເຖົ້າແກ່ວ່າຈະບໍ່ຮັບປະທານອາຫານຈົນກວ່າຈະໄດ້ລ້າງມືຕາມພິທີກ່ອນ.
4
ເມື່ອພວກເຂົາກັບມາຈາກຕະຫລາດຖ້າບໍ່ໄດ້ຊຳລະໂຕກ່ອນ ພວກເຂົາກໍຈະບໍ່ຍອມກິນ ແລະ ຍັງມີທຳນຽມອື່ນໆອີກຫລາຍຢ່າງເຊັ່ນວ່າ: ການລ້າງຈອກ, ໝໍ້ ແລະ ພາຊະນະຕ່າງໆ.)
5
ດັ່ງນັ້ນ ພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດຈຶ່ງຖາມພຣະເຢຊູເຈົ້າວ່າ, “ເປັນຫຍັງພວກສາວົກຂອງທ່ານຈຶ່ງບໍ່ປະຕິບັດຕາມຄຳສັ່ງສອນຂອງພວກເຖົ້າແກ່ ແຕ່ຮັບປະທານອາຫານດ້ວຍມືທີ່ເປັນມົນທິນ?”
6
ພຣະອົງຕອບພວກເຂົາວ່າ, “ເອຊາຢາໄດ້ທຳນວາຍກ່ຽວກັບພວກເຈົ້າກໍຖືກຕ້ອງແລ້ວວ່າພວກເຈົ້າເປັນຄົນໜ້າຊື່ໃຈຄົດ, ຕາມທີ່ຂຽນໄວ້ໃນພຣະຄຳພີວ່າ: “‘ປະຊາຊົນເຫລົ່ານີ້ໃຫ້ກຽດເຮົາແຕ່ປາກ, ສ່ວນໃຈຂອງພວກເຂົາຫ່າງໄກຈາກເຮົາ.
7
ພວກເຂົານະມັດສະການເຮົາໂດຍບໍ່ມີປະໂຫຍດ ຄຳສອນຂອງພວກເຂົາເປັນພຽງກົດເກນທີ່ມະນຸດສອນຕໍ່ກັນມາ’.
8
ພວກເຈົ້າໄດ້ປະຖິ້ມຂໍ້ຄຳສັ່ງຂອງພຣະເຈົ້າ ແລະ ໄປຢຶດຖືຄຳສັ່ງສອນຂອງມະນຸດ”.
9
ແລະ ພຣະອົງກໍກ່າວຕໍ່ໄປວ່າ, “ພວກເຈົ້າມີວິທີຫລີກລ້ຽງຄຳສັ່ງຂອງພຣະເຈົ້າເພື່ອໄປເຮັດຕາມ ທຳນຽມຂອງຕົນ!
10
ເພາະໂມເຊໄດ້ກ່າວວ່າ, ‘ຈົ່ງນັບຖືພໍ່ ແລະ ແມ່ຂອງຕົນ’ ແລະ ‘ຜູ້ໃດທີ່ສາບແຊ່ງພໍ່ ແລະ ແມ່ຂອງຕົນຈະຕ້ອງຖືກໂທດເຖິງຕາຍ’
11
ແຕ່ຝ່າຍພວກເຈົ້າກັບເວົ້າວ່າຖ້າຄົນໃດປະກາດວ່າ, ‘ສິ່ງໃດທີ່ເຄີຍໃຊ້ເພື່ອຊ່ວຍເຫລືອພໍ່ແມ່ຂອງຕົນ ສິ່ງນັ້ນກໍເປັນໂກຣະບານ’ (ກໍເປັນສິ່ງທີ່ອຸທິດຖວາຍແກ່ພຣະເຈົ້າແລ້ວ),
12
ແລ້ວພວກເຈົ້າຈຶ່ງບໍ່ອະນຸຍາດໃຫ້ຜູ້ນັ້ນເຮັດສິ່ງໃດໃຫ້ພໍ່ແມ່ຂອງຕົນອີກຕໍ່ໄປ.
13
ດ້ວຍເຫດນີ້ ພວກເຈົ້າໄດ້ລຶບລ້າງພຣະຄຳຂອງພຣະເຈົ້າໂດຍການຢຶດເອົາທຳນຽມທີ່ສືບທອດກັນມາ ແລະ ຍັງມີອີກຫລາຍຢ່າງທີ່ພວກເຈົ້າເຮັດຜິດແບບນີ້”.
14
ແລ້ວພຣະເຢຊູເຈົ້າກໍໄດ້ເອີ້ນປະຊາຊົນໃຫ້ມາຫາພຣະອົງອີກເທື່ອໜຶ່ງ ແລະ ກ່າວວ່າ, “ທຸກຄົນຈົ່ງຟັງເຮົາ ແລະ ເຂົ້າໃຈຂໍ້ນີ້.
15
ບໍ່ມີສິ່ງໃດທີ່ຢູ່ພາຍນອກທີ່ເຂົ້າໄປໃນມະນຸດແລ້ວເຮັດໃຫ້ມະນຸດ ‘ເປັນມົນທິນ’. ແຕ່ແມ່ນສິ່ງທີ່ອອກມາຈາກມະນຸດນັ້ນແຫລະ ທີ່ເຮັດໃຫ້ພວກເຂົາເປັນມົນທິນ”.
16
ຜູ້ໃດມີຫູ, ກໍຈົ່ງຟັງເອົາ.
17
ຫລັງຈາກພຣະອົງໄດ້ຈາກປະຊາຊົນໄປ ແລະ ເຂົ້າໄປໃນເຮືອນແລ້ວ, ພວກສາວົກໄດ້ຖາມພຣະອົງກ່ຽວກັບຄຳອຸປະມານີ້.
18
ພຣະອົງຖາມພວກເພິ່ນວ່າ, “ພວກເຈົ້າຍັງບໍ່ເຂົ້າໃຈອີກບໍ? ພວກເຈົ້າບໍ່ເຫັນບໍວ່າບໍ່ມີສິ່ງໃດຈາກພາຍນອກທີ່ເຂົ້າໄປໃນໂຕມະນຸດແລ້ວເຮັດໃຫ້ມະນຸດ ‘ເປັນມົນທິນ’ ໄດ້?
19
ເພາະວ່າສິ່ງນັ້ນບໍ່ໄດ້ເຂົ້າໄປໃນໃຈຂອງພວກເຂົາ ແຕ່ເຂົ້າໄປໃນທ້ອງຂອງພວກເຂົາແລ້ວກໍຖ່າຍອອກມາຈາກຮ່າງກາຍ”. (ທີ່ພຣະເຢຊູເຈົ້າກ່າວເຊັ່ນນີ້ເປັນການປະກາດວ່າອາຫານທຸກຊະນິດ “ປາດສະຈາກມົນທິນ”.)
20
ພຣະອົງກໍກ່າວຕໍ່ໄປອີກວ່າ, “ແມ່ນສິ່ງທີ່ອອກມາຈາກມະນຸດນັ້ນແຫລະ ທີ່ເຮັດໃຫ້ມະນຸດ ‘ເປັນມົນທິນ’.
21
ເພາະທີ່ອອກມາຈາກພາຍໃນ, ອອກມາຈາກຈິດໃຈຂອງມະນຸດຄື: ຄວາມຄິດຊົ່ວ, ການຜິດສິນທຳທາງເພດ, ການລັກ, ການຂ້າຄົນ,
22
ການຫລິ້ນຊູ້, ຄວາມໂລບ, ການປອງຮ້າຍ, ການສໍ້ໂກງ, ລາຄະຕັນຫາ, ຄວາມອິດສາ, ໃສ່ຮ້າຍປ້າຍສີ, ຄວາມຈອງຫອງ, ຄວາມໂງ່ຈ້າ.
23
ທັງໝົດເຫລົ່ານີ້ແມ່ນອອກມາຈາກພາຍໃນ ແລະ ເຮັດໃຫ້ມະນຸດ ‘ເປັນມົນທິນ’”.
24
ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກທີ່ນັ້ນ ແລະ ໄປຍັງຂົງເຂດເມືອງຕີເຣ, ພຣະອົງໄດ້ເຂົ້າໄປໃນເຮືອນຫລັງໜຶ່ງ ແລະ ບໍ່ຕ້ອງການໃຫ້ຜູ້ໃດຮູ້ວ່າພຣະອົງຢູ່ທີ່ນັ້ນ ແຕ່ພຣະອົງກໍປິດບັງໄວ້ບໍ່ໄດ້.
25
ແລ້ວກໍມີຍິງຄົນໜຶ່ງ ເຊິ່ງລູກສາວນ້ອຍຂອງນາງຖືກວິນຍານສົກກະປົກເຂົ້າສິງຢູ່ ເມື່ອນາງໄດ້ຍິນເຖິງເລື່ອງຂອງພຣະອົງກໍຟ້າວມາ ແລະ ຂາບລົງທີ່ຕີນຂອງພຣະອົງ.
26
ຍິງຜູ້ນີ້ເປັນຊາວກຣີກ, ເກີດຢູ່ໃນຊີເຣຍເຟນີເຊຍ. ນາງມາຂໍຮ້ອງພຣະເຢຊູເຈົ້າໃຫ້ຊ່ວຍຂັບໄລ່ຜີມານຮ້າຍອອກຈາກລູກສາວຂອງນາງ.
27
ພຣະອົງບອກນາງວ່າ, “ຕ້ອງໃຫ້ເດັກນ້ອຍທັງຫລາຍກິນອີ່ມກ່ອນ ບໍ່ເປັນການຖືກຕ້ອງທີ່ຈະເອົາອາຫານຂອງລູກໂຍນໃຫ້ໝາ”.
28
ນາງຕອບວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ແມ່ນແຕ່ໝາທີ່ຢູ່ກ້ອງໂຕະກໍຍັງໄດ້ກິນເສດອາຫານທີ່ເຫລືອຈາກເດັກນ້ອຍ”.
29
ແລ້ວພຣະອົງຈຶ່ງກ່າວແກ່ນາງວ່າ, “ຈົ່ງໄປສາ, ເພາະຄຳຕອບຂອງເຈົ້າ ຜີມານຮ້າຍໄດ້ອອກຈາກລູກສາວຂອງເຈົ້າແລ້ວ”.
30
ນາງຈຶ່ງກັບເມືອເຮືອນ ແລະ ເຫັນລູກສາວຂອງຕົນນອນຢູ່ເທິງຕຽງ ແລະ ຜີມານຮ້າຍນັ້ນໄດ້ອອກໄປແລ້ວ.
31
ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກຂົງເຂດເມືອງຕີເຣ ຜ່ານເມືອງຊີໂດນ, ສູ່ທະເລສາບຄາລີເລ ໂດຍຜ່ານໄປທາງຂົງເຂດເດກາໂປລີ.
32
ຢູ່ທີ່ນັ້ນມີປະຊາຊົນບາງຄົນໄດ້ນໍາຊາຍຜູ້ໜຶ່ງທີ່ຫູໜວກ ແລະ ເວົ້າເກືອບບໍ່ໄດ້ເລີຍມາຫາພຣະອົງ ແລະ ຂໍຮ້ອງພຣະອົງໃຫ້ວາງມືໃສ່ຊາຍຜູ້ນັ້ນ.
33
ຫລັງຈາກທີ່ພຣະອົງໄດ້ພາລາວອອກໄປຫ່າງຈາກປະຊາຊົນ, ແລ້ວພຣະເຢຊູເຈົ້າກໍໃຊ້ນິ້ວມືສອດເຂົ້າໄປໃນຫູທັງສອງຂອງຊາຍຜູ້ນັ້ນ, ແລ້ວບ້ວນນ້ຳລາຍເອົາໄປແປະໃສ່ທີ່ລີ້ນຂອງລາວ.
34
ພຣະອົງເງີຍໜ້າເບິ່ງສະຫວັນພ້ອມທັງຖອນຫາຍໃຈຍາວ ແລະ ກ່າວກັບລາວວ່າ “ເອຟາທາ!” (ເຊິ່ງແປວ່າ: “ຈົ່ງເປີດອອກ!”).
35
ໃນທັນໃດນັ້ນ ຫູທັງສອງຂອງຊາຍຄົນນັ້ນກໍໄດ້ເປີດອອກ ແລະ ລີ້ນຂອງລາວກໍເຊົາຂັດ ແລະ ລາວເລີ່ມເວົ້າໄດ້ຊັດເຈນ.
36
ພຣະເຢຊູເຈົ້າສັ່ງພວກເຂົາບໍ່ໃຫ້ເລົ່າເລື່ອງນີ້ແກ່ຜູ້ໃດ. ແຕ່ຍິ່ງພຣະອົງສັ່ງຫ້າມພວກເຂົາ ພວກເຂົາກໍຍິ່ງເວົ້າເລື່ອງນີ້ໄປທົ່ວ.
37
ປະຊາຊົນຕ່າງກໍປະຫລາດໃຈຫລາຍ ຈຶ່ງເວົ້າກັນວ່າ, “ພຣະອົງກະທຳແຕ່ສິ່ງດີທັງນັ້ນ. ແມ່ນແຕ່ຄົນຫູໜວກພຣະອົງກໍເຮັດໃຫ້ໄດ້ຍິນ ແລະ ຄົນປາກກືກກໍເຮັດໃຫ້ເວົ້າໄດ້”.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16