bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Micah 1
Micah 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 2 →
1
ພຣະທຳເລື່ອງນີ້ບັນຈຸຖ້ອຍຄຳທີ່ພຣະເຈົ້າຢາເວສົ່ງເຖິງມີກາ ຊາວເມືອງໂມເຣເຊັດ ຢູ່ໃນສະໄໝຂອງເຈົ້າໂຢທາມ ອາຮາດ ແລະເຮເຊກີຢາ ໄດ້ເປັນກະສັດແຫ່ງຢູດາຍ. ພຣະອົງໄດ້ສຳແດງໃຫ້ມີກາຮູ້ສິ່ງທັງໝົດເຫຼົ່ານີ້ ກ່ຽວກັບນະຄອນຊາມາເຣຍແລະນະຄອນເຢຣູຊາເລັມ.
2
ຈົ່ງຟັງເລື່ອງນີ້ບັນດາທຸກຊົນຊາດເອີຍ ຈົ່ງຟັງເລື່ອງນີ້ທຸກຄົນ ທັງທຸກສິ່ງທີ່ແຜ່ນດິນໂລກ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະເປັນພະຍານຕໍ່ສູ້ພວກເຈົ້າໃດ ອົງພຣະຜູ້ເປັນເຈົ້າຈາກພຣະວິຫານທີ່ບໍຣິສຸດຂອງພຣະອົງ.
3
ພຣະເຈົ້າຢາເວກຳລັງມາແຕ່ບ່ອນສະຖິດຂອງພຣະອົງ ພຣະອົງຈະສະເດັດມາຍ່າງເທິງບ່ອນສູງທັງຫລາຍຂອງແຜ່ນດິນໂລກ.
4
ແລ້ວພູທັງຫລາຍກໍຈະລະລາຍສິ້ນຢູ່ໃຕ້ຕີນຂອງພຣະອົງ ດັ່ງຂີ້ເຜິ້ງລະລາຍເມື່ອມັນຖືກໄຟຮ້ອນ. ພູເຂົາທັງຫລາຍນັ້ນຈະເຈື່ອນລົງສູ່ຮ່ອມພູທັງຫລາຍ ດັ່ງນໍ້າໄຫລລົງມາແຕ່ເນີນພູແຫ່ງໜຶ່ງ.
5
ເຫດການທັງປວງນີ້ຈະເກີດຂຶ້ນເພາະປະຊາຊົນອິດສະຣາເອນໄດ້ເຮັດບາບ ແລະກະບົດຕໍ່ພຣະເຈົ້າ. ເປັນຄວາມຜິດຂອງຜູ້ໃດທີ່ຊາດອິດສະຣາເອນເປັນກະບົດ? ເປັນຄວາມຜິດຂອງນະຄອນຊາມາເຣຍບໍ່ແມ່ນບໍ? ຜູ້ໃດເຮັດຜິດຖານຂາບໄຫວ້ຮູບເຄົາຣົບໃນຊາດຢູດາ? ແມ່ນນະຄອນເຢຣູຊາເລັມບໍ່ແມ່ນບໍ?
6
ສະນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, “ເຮົາຈະກະທຳໃຫ້ຊາມາເຣຍ ເປັນກອງສິ່ງຮົກຮ້າງເພພັງຢູ່ໃນທົ່ງນາ ຄືເປັນບ່ອນໜຶ່ງສຳລັບປູກຕົ້ນອະງຸ່ນ. ເຮົາຈະເທກ້ອນຫີນທີ່ໃຊ້ສ້າງເມືອງນັ້ນລົງໃນຮ່ອມພູ ແລະເຮົາຈະເຮັດໃຫ້ຮາກຖານຂອງເມືອງພົ້ນໜ້າດິນຂຶ້ນມາໃຫ້ເຫັນ.
7
ບັນດາຮູບເຄົາຣົບອັນມີຄ່າຈະຖືກທັບໃຫ້ໝຸ່ນທະລາຍ ທຸກສິ່ງທີ່ຖືກຖວາຍແກ່ບັນດາໂສເພນີ ຈະຖືກທຳລາຍດ້ວຍໄຟ ແລະຮູບເຄົາຣົບທັງໝົດໃນເມືອງນີ້ຈະຖືກກອງປະໄວ້ຢ່າງເປັນຕາຢ້ານ. ນະຄອນຊາມາເຣຍໄດ້ຮັບສິ່ງເຫຼົ່ານີ້ມາຈາກພິທີຕ່າງໆ ສຳລັບໃຫ້ເກີດມີຄວາມອຸດົມສົມບູນ ມາບັດນີ້ ເຫຼົ່າສັດຕູຈະມາຈັບພວກເຂົາໄປເພື່ອໃຫ້ຂາບໄຫວ້ໃນແຫ່ງອື່ນ.”
8
ແລ້ວມີກາກໍໄດ້ກ່າວວ່າ, “ຍ້ອນເຫດການເຫຼົ່ານີ້ແຫຼະ ຂ້ອຍຈຶ່ງໂສກເສົ້າແລະຄໍ່າຄວນ. ເພື່ອສະແດງເຖິງຄວາມທຸກໃຈ, ຂ້ອຍຈະຍ່າງໄປຕີນເປົ່າແລະເປືອຍຕົວ. ຂ້ອຍຈະຫອນເໝືອນດັ່ງໝາປ່າ ແລະອືດຄາງເໝືອນດັ່ງນົກກະຈອກເທດ.
9
ບາດແຜຂອງນະຄອນຊາມາເຣຍຮັກສາໃຫ້ດີບໍ່ໄດ້ ແລະໄດ້ລາມມາເຖິງຢູດາ ໄພພິບັດໄດ້ມາຮອດປະຕູເມືອງຂອງນະຄອນເຢຣູຊາເລັມ ຄືບ່ອນທີ່ປະຊາຊົນຂອງຂ້ອຍອາໄສຢູ່.”
10
ຢ່າບອກເລື່ອງການພ່າຍແພ້ຂອງພວກເຮົາໃຫ້ຊາວກາດຜູ້ເປັນສັດຕູຮູ້ ຢ່າສູ່ໃຫ້ພວກເຂົາເຫັນພວກເຈົ້າຮ້ອງໄຫ້. ຊາວເມືອງເບັດ-ເລອາຟະຣາເອີຍ ຈົ່ງກິ້ງເກືອກຢູ່ໃນຂີ້ຝຸ່ນດິນ ລະບາຍຄວາມສິ້ນຫວັງຂອງພວກເຈົ້າສາ
11
ພວກເຈົ້າຊາວເມືອງຊາເຟຍເອີຍ ຈົ່ງໜີໄປຢູ່ຕ່າງຖິ່ນຢ່າງເປືອຍຕົວ ແລະອັບອາຍຂາຍໜ້າສາ. ຄົນທີ່ອາໄສຢູ່ໃນເມືອງຊາອານານ ບໍ່ກ້າອອກມາຈາກເມືອງຂອງຕົນ. ເມື່ອໃດພວກເຈົ້າໄດ້ຍິນປະຊາຊົນໃນເມືອງເບັດເອເຊນຮ້ອງໄຫ້ຮໍ່າໄຮ ເຈົ້າຈົ່ງຮູ້ວ່າໃນທີ່ນັ້ນບໍ່ມີບ່ອນລີ້ໄພສາແລ້ວ.
12
ຊາວເມືອງມາໂຣດ ຕ່າງກໍລໍຖ້າການບັນເທົາທຸກດ້ວຍໃຈກະວົນກະວາຍ ຍ້ອນພຣະເຈົ້າຢາເວໄດ້ນຳໄພພິບັດເຂົ້າມາໃກ້ນະຄອນເຢຣູຊາເລັມສາແລ້ວ.
13
ພວກເຈົ້າທີ່ຢູ່ໃນເມືອງລາກິດ ຈົ່ງເອົາມ້າໃສ່ລົດຮົບຂອງພວກເຈົ້າຕຽມໄວ້. ພວກເຈົ້າໄດ້ເຮັດບາບຕາມພວກອິດສະຣາເອນ; ສະນັ້ນ ມັນຈຶ່ງເຮັດໃຫ້ນະຄອນເຢຣູຊາເລັມມີບາບ.
14
ແຕ່ບັດນີ້ ປະຊາຊົນຢູດາເອີຍ ຈົ່ງສັ່ງລາເມືອງໂມເຣເຊັດກາດສາເຖີດ. ບັນດາກະສັດແຫ່ງຊາດອິດສະຣາເອນຈະບໍ່ໄດ້ຮັບການຊ່ວຍເຫລືອຈາກເມືອງອັກຊິບ.
15
ປະຊາຊົນຊາວເມືອງມາເຣຊາເອີຍ ເຮົາຈະມອບພວກເຈົ້າໃຫ້ແກ່ສັດຕູ ຄືຜູ້ທີ່ກຳລັງຈະຢຶດເອົາເມືອງຂອງພວກເຈົ້າ. ບັນດາເຈົ້ານາຍທີ່ມີກຽດຂອງຊາດອິດສະຣາເອນ ຈະປົບໜີໄປລີ້ຢູ່ໃນຖໍ້າເມືອງອາດຸນລຳ.
16
ປະຊາຊົນຢູດາເອີຍ ຈົ່ງແຖຫົວພວກເຈົ້າເພື່ອໄວ້ທຸກໃຫ້ແກ່ລູກຫລານທີ່ພວກເຈົ້າຮັກນັ້ນສາ. ຈົ່ງແຖຫົວພວກເຈົ້າໃຫ້ໂຫລ້ນເໝືອນຫົວແຮ້ງສາ ກໍເພາະວ່າລູກຫລານພວກເຈົ້າຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 2 →
All chapters:
1
2
3
4
5
6
7