bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Micah 7
Micah 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
1
ໝົດຫວັງສາແລ້ວ ຂ້າພະເຈົ້າເປັນດັ່ງຄົນອຶດຫິວຜູ້ໜຶ່ງ ທີ່ຫາໝາກໄມ້ລະດູຮ້ອນກິນ ແຕ່ບໍ່ພົບ ແລະໝາກອະງຸ່ນໃນສວນກໍບໍ່ມີເລີຍ. ໝາກອະງຸ່ນແລະໝາກເດື່ອໄດ້ຖືກເກັບໄປໝົດສາແລ້ວ.
2
ຢູ່ໃນດິນແດນບໍ່ມີຄົນສຸດຈະຣິດເຫຼືອຢູ່ເລີຍ ບໍ່ມີຈັກຄົນດຽວ ທີ່ສັດຊື່ຕໍ່ພຣະເຈົ້າ. ທຸກຄົນຕ່າງກໍຫາໂອກາດ ເພື່ອຂ້າຟັນລັນແທງຊຶ່ງກັນແລະກັນ ທຸກຄົນຕ່າງກໍຕາມລ່າພີ່ນ້ອງຮ່ວມຊາດຂອງຕົນເອງ.
3
ພວກເຂົາລ້ວນແຕ່ເປັນນັກຊ່ຽວຊານໃນການເຮັດຊົ່ວ. ບັນດາເຈົ້າໜ້າທີ່ ແລະຜູ້ຕັດສິນຄວາມກໍຖາມຫາສິນບົນ. ຄົນທີ່ມີອິດທິພົນກໍເອີ່ຍເຖິງສິ່ງທີ່ຕົນຕ້ອງການ; ສະນັ້ນ ພວກເຂົາຈຶ່ງວາງອຸບາຍໃສ່ກັນແລະກັນ.
4
ແມ່ນແຕ່ຄົນດີແລະຄົນສຸດຈະຣິດກວ່າໝູ່ໃນພວກເຂົາ ກໍເປັນດັ່ງກໍໜາມ. ວັນແຫ່ງການລົງໂທດຂອງພວກເຈົ້າມາເຖິງແລ້ວ ຊຶ່ງປະກາດໂດຍຜູ້ເຝົ້າຍາມຄືຜູ້ທຳນວາຍ. ບັດນີ້ ພວກເຂົາກຳລັງສັບສົນວຸ້ນວາຍ.
5
ຢ່າເຊື່ອເພື່ອນບ້ານຫລືໄວ້ໃຈເພື່ອນມິດຂອງຕົນ. ຈົ່ງລະວັງໃນສິ່ງທີ່ພວກເຈົ້າເວົ້າ ແມ່ນແຕ່ກັບເມຍຂອງພວກເຈົ້າກໍດີ.
6
ໃນຍາມນີ້ແຫຼະ ລູກຊາຍຈະດູຖູກພໍ່ຂອງຕົນວ່າໂງ່ຈ້າ; ລູກສາວກໍຈະຕໍ່ສູ້ແມ່ຂອງຕົນ ແລະລູກໃພ້ຈະຕໍ່ສູ້ແມ່ຍ່າຂອງຕົນ; ແມ່ນແຕ່ສະມາຊິກຢູ່ໃນຄອບຄົວດຽວກັນກໍຈະກາຍເປັນສັດຕູກັນ.
7
ແຕ່ຂ້າພະເຈົ້າຈະເຝົ້າຄອງຄອຍຫາພຣະເຈົ້າຢາເວ; ຂ້າພະເຈົ້າຈະລໍຖ້າພຣະເຈົ້າ ຜູ້ຈະຊ່ວຍຂ້າພະເຈົ້າໃຫ້ພົ້ນ ດ້ວຍຄວາມເຊື່ອໝັ້ນຕາຍໃຈ. ພຣະເຈົ້າຂອງຂ້າພະເຈົ້າຈະຟັງຂ້າພະເຈົ້າ.
8
ເຫຼົ່າສັດຕູຂອງພວກເຮົາບໍ່ມີເຫດຜົນຫຍັງທີ່ຈະເຍາະເຍີ້ຍພວກເຮົາ. ພວກເຮົາລົ້ມລົງແຕ່ຈະລຸກຂຶ້ນໃໝ່. ເວລານີ້ພວກເຮົາຢູ່ໃນຄວາມມືດ ແຕ່ພຣະເຈົ້າຢາເວຈະໃຫ້ຄວາມສະຫວ່າງແກ່ພວກເຮົາ.
9
ພວກເຮົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ; ດັ່ງນັ້ນ ບັດນີ້ ພວກເຮົາຈຶ່ງຕ້ອງຍອມອົດທົນຕໍ່ຄວາມໂກດຮ້າຍຂອງພຣະອົງ ຊົ່ວໄລຍະໜຶ່ງ, ແຕ່ໃນທີ່ສຸດ ພຣະອົງຈະປ້ອງກັນພວກເຮົາໄວ້ ແລະເຮັດໃຫ້ຜູ້ທີ່ກ່າວຜິດຕໍ່ພວກເຮົານັ້ນພ່າຍແພ້ຄະດີໄປ. ພຣະອົງຈະນຳພວກເຮົາມາສູ່ແສງສະຫວ່າງ ແລະພວກເຮົາກໍຈະມີຊີວິດຢູ່ ຈົນເຫັນພຣະອົງຊ່ວຍຊູພວກເຮົາໃຫ້ພົ້ນ.
10
ແລ້ວເຫຼົ່າສັດຕູຂອງພວກເຮົາກໍຈະເຫັນສິ່ງນີ້ ແລະໄດ້ຮັບຄວາມອັບອາຍຂາຍໜ້າ ຄືເຫຼົ່າສັດຕູຜູ້ດຽວກັນທີ່ເວົ້າທັບຖົມພວກເຮົາວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້ານັ້ນຢູ່ໃສ?” ພວກເຮົາຈະເຫັນພວກເຂົາພ່າຍແພ້ຖືກຢຽບຢໍ່າລົງ ເໝືອນດັ່ງຢຽບຂີ້ຕົມຕາມຖະໜົນຫົນທາງ.
11
ປະຊາຊົນເຢຣູຊາເລັມເອີຍ ເວລາທີ່ຈະສ້າງກຳແພງເມືອງຂຶ້ນໃໝ່ກຳລັງມາຮອດ. ໃນເວລານັ້ນ ເຂດແດນຂອງພວກເຈົ້າຈະຂະຫຍາຍອອກໄປ.
12
ປະຊາຊົນຂອງພວກເຈົ້າຈະກັບຄືນມາຫາເຈົ້າຈາກທຸກຫົນທຸກແຫ່ງ ຄືຈາກອັດຊີເຣຍທາງທິດຕາເວັນອອກ, ຈາກປະເທດເອຢິບທາງທິດໃຕ້, ຈາກຂົງເຂດຂອງແມ່ນໍ້າເອີຟຣັດ, ຈາກທະເລ ແລະພູເຂົາຕ່າງໆທີ່ຫ່າງໄກ.
13
ແຕ່ແຜ່ນດິນໂລກຈະກາຍເປັນຖິ່ນແຫ້ງແລ້ງກັນດານ ຍ້ອນຄວາມຊົ່ວຂອງຄົນທີ່ອາໄສຢູ່ໃນທີ່ນັ້ນ.
14
ໂຜດໃຊ້ຄ້ອນເທົ້າຂອງພຣະອົງລ້ຽງປະຊາຊົນຂອງພຣະອົງດ້ວຍເຖີດ ຄືປະຊາຊົນທີ່ເປັນຂອງພຣະອົງພວກດຽວໃນປ່າ. ໃນອ້ອມແອ້ມພວກເຂົານັ້ນມີດິນດີ. ໂຜດປ່ອຍໃຫ້ພວກເຂົາໄປ ແລະລ້ຽງພວກເຂົາໃນທົ່ງຫຍ້າຂອງເມືອງບາຊານ ແລະກີເລອາດ ດັ່ງໃນຄາວກ່ອນແຕ່ດົນນານມາແລ້ວ.
15
ໂຜດເຮັດການອັດສະຈັນສຳລັບພວກຂ້ານ້ອຍທັງຫລາຍດ້ວຍເຖີດ ດັ່ງທີ່ພຣະອົງໄດ້ເຮັດຄາວທີ່ພຣະອົງໄດ້ນຳພາພວກຂ້ານ້ອຍທັງຫລາຍ ອອກມາຈາກປະເທດເອຢິບ.
16
ແລ້ວຊົນຊາດທັງຫລາຍກໍຈະເຫັນເຫດການນີ້ ແລະຈະອັບອາຍຂາຍໜ້າ ເຖິງແມ່ນວ່າພວກເຂົາຈະມີກຳລັງອັນຫລວງຫລາຍກໍຕາມ ດ້ວຍການຕົກຕະລຶງ ພວກເຂົາຈະງັບປາກແລະອັດຫູໄວ້.
17
ພວກເຂົາຈະລິເລືອໄປຕາມຂີ້ຝຸ່ນດິນເໝືອນດັ່ງງູ; ພວກເຂົາຈະອອກມາຈາກປ້ອມປ້ອງກັນທັງຢ້ານກົວຈົນສັ່ນເຊັນ. ພວກເຂົາຈະກັບມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາດ້ວຍຄວາມຢຳເກງ.
18
ບໍ່ມີພະຕົນໃດເໝືອນພຣະອົງ; ພຣະອົງຍົກການບາບປະຊາຊົນຂອງພຣະອົງຜູ້ທີ່ລອດຊີວິດມາໄດ້. ພຣະອົງຈະບໍ່ໂກດຮ້າຍຕະຫລອດໄປ, ແຕ່ພຣະອົງຍິນດີ ໂດຍສຳແດງຄວາມຮັກອັນໝັ້ນຄົງຂອງພຣະອົງແກ່ພວກຂ້ານ້ອຍ.
19
ພຣະອົງຍັງຈະເມດຕາພວກຂ້ານ້ອຍອີກເທື່ອໜຶ່ງ. ພຣະອົງຈະຢຽບຢໍ່າການບາບຕ່າງໆຂອງພວກຂ້ານ້ອຍລົງໃຕ້ຕີນຂອງພຣະອົງ ແລະໂຍນລົງໄປໃນພື້ນທະເລເລິກ
20
ພຣະອົງຈະສຳແດງຄວາມສັດຊື່ ແລະຄວາມຮັກອັນໝັ້ນຄົງຂອງພຣະອົງແກ່ປະຊາຊົນຂອງພຣະອົງ ຄືຕໍ່ເຊື້ອສາຍຂອງອັບຣາຮາມແລະຢາໂຄບ ດັ່ງທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກຂ້ານ້ອຍ ແຕ່ດົນນານມາແລ້ວ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
All chapters:
1
2
3
4
5
6
7