bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Micah 5
Micah 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 6 →
1
ປະຊາຊົນເຢຣູຊາເລັມເອີຍ ຈົ່ງຮວບຮວມກຳລັງຂອງພວກເຈົ້າສາ ພວກເຮົາຖືກປິດລ້ອມແລ້ວ ພວກເຂົາກຳລັງໂຈມຕີຜູ້ນຳຂອງຊາດອິດສະຣາເອນ.
2
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເບັດເລເຮັມເອຟຣາທາເອີຍ ເຈົ້າເປັນເມືອງໜຶ່ງທີ່ນ້ອຍທີ່ສຸດ ໃນເມືອງທັງຫລາຍຂອງຢູດາຍ ແຕ່ເຮົາຈະໃຫ້ມີຜູ້ປົກຄອງຄົນໜຶ່ງ ອອກມາຈາກເຈົ້າສຳລັບຊາດອິດສະຣາເອນ ຊຶ່ງໜໍ່ແນວເຊື້ອສາຍສືບມາຈາກສະໄໝເດີມ.”
3
ສະນັ້ນ ເພິ່ນຈຶ່ງມອບພວກເຂົາໃຫ້ເຫຼົ່າສັດຕູຂອງພວກເຂົາ ຈົນເຖິງເວລາຍິງສາວທີ່ໃຫ້ກຳເນີດມີລູກຊາຍຂອງຕົນ. ແລ້ວບັນດາພວກພີ່ນ້ອງທີ່ໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນນັ້ນ ກໍຈະມາທ້ອນໂຮມກັນກັບປະຊາຊົນຂອງພວກເຂົາເອງ.
4
ເວລາຜູ້ນັ້ນມາ ເພິ່ນຈະປົກຄອງປະຊາຊົນຂອງເພິ່ນດ້ວຍກຳລັງ ຊຶ່ງມາຈາກພຣະເຈົ້າຢາເວ ແລະດ້ວຍສະຫງ່າຣາສີແຫ່ງພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຕົນ. ປະຊາຊົນຂອງພຣະອົງຈະຢູ່ຢ່າງປອດໄພ ເພາະປະຊາຊົນໝົດທັງໂລກຈະຮັບຮູ້ຄວາມຍິ່ງໃຫຍ່ຂອງເພິ່ນ
5
ແລະເພິ່ນຈະນຳສັນຕິສຸກມາໃຫ້. ເມື່ອພວກອັດຊີເຣຍຮຸກຮານປະເທດຂອງພວກເຮົາ ແລະທຳລາຍບ່ອນປ້ອງກັນຂອງພວກເຮົານັ້ນ ພວກເຮົາຈະສົ່ງພວກຜູ້ນຳທີ່ເຂັ້ມແຂງທີ່ສຸດອອກໄປສູ້ຮົບພວກເຂົາ.
6
ພວກເຂົາຈະຕີຊະນະອັດຊີເຣຍ ຄືດິນແດນຂອງນິມໂຣດດ້ວຍກຳລັງອາວຸດ; ແລະເຂົາ ຈະຊ່ວຍພວກເຮົາໃຫ້ພົ້ນຈາກພວກອັດຊີເຣຍ ເມື່ອພວກເຂົາຮຸກຮານດິນແດນຂອງພວກເຮົາ.
7
ປະຊາຊົນອິດສະຣາເອນຜູ້ທີ່ລອດຊີວິດມາໄດ້ ກໍຈະເປັນດັ່ງນໍ້າຄ້າງອັນສົດຊື່ນ ທີ່ອົງພຣະຜູ້ເປັນເຈົ້າສົ່ງລົງມາສຳລັບຫລາຍຊົນຊາດ ເໝືອນຫ່າຝົນທີ່ຕົກເທິງພືດພັນທີ່ຫາກໍ່ປົ່ງໃໝ່. ພວກເຂົາຈະອາໄສພຣະເຈົ້າ ແຕ່ບໍ່ແມ່ນອາໄສມະນຸດ.
8
ພວກເຂົາທີ່ຖືກປະໄວ້ຢູ່ໃນທ່າມກາງຊົນຊາດທັງຫລາຍ ກໍຈະເປັນດັ່ງສິງໂຕໜຶ່ງ ທີ່ກຳລັງຊອກຫາອາຫານໃນປ່າຫລືຕາມທົ່ງຫຍ້າ: ມັນເຂົ້າໄປຄຸບເອົາແກະຢູ່ໃນຝູງ ແລະຈີກເປັນຕ່ອນໆ ແລະຄວາມຫວັງໃດໆທີ່ຈະຊ່ວຍກູ້ເອົາກໍບໍ່ມີ.
9
ຊາດອິດສະຣາເອນຈະຕີຊະນະເຫຼົ່າສັດຕູຂອງຕົນ ແລະຈະທຳລາຍພວກເຂົາໃຫ້ດັບກ້ຽງ.
10
ພຣະເຈົ້າຢາເວກ່າວວ່າ, “ໃນເວລານັ້ນ ເຮົາຈະເອົາມ້າທັງຫລາຍຂອງພວກເຈົ້າໜີໄປ ແລະທັງຈະທຳລາຍລົດຮົບຂອງພວກເຈົ້າດ້ວຍ.
11
ເຮົາຈະທຳລາຍເມືອງທັງຫລາຍໃນດິນແດນຂອງພວກເຈົ້າ ແລະທັບມ້າງຄ້າຍປ້ອງກັນທັງໝົດຂອງພວກເຈົ້າ.
12
ເຮົາຈະທຳລາຍເຄື່ອງແຄ້ວຂອງຄົງອັນວິເສດ ທີ່ພວກເຈົ້າໃຊ້ນັ້ນ ແລະຈະບໍ່ໃຫ້ມີໝໍມໍອີກຕໍ່ໄປ.
13
ເຮົາຈະທຳລາຍບັນດາຮູບເຄົາຣົບ ແລະເສົາຫີນສັກສິດທັງຫລາຍ; ພວກເຈົ້າຈະບໍ່ໄດ້ຂາບໄຫວ້ສິ່ງຕ່າງໆທີ່ພວກເຈົ້າໄດ້ເຮັດຂຶ້ນມານັ້ນອີກຕໍ່ໄປ.
14
ເຮົາຈະຖອນຮູບຕ່າງໆຂອງເຈົ້າແມ່ອາເຊຣາ ໃນດິນແດນຂອງພວກເຈົ້າຖິ້ມ ແລະຈະທຳລາຍເມືອງຕ່າງໆຂອງພວກເຈົ້າອີກດ້ວຍ.
15
ແລະດ້ວຍຄວາມໂກດຮ້າຍອັນໃຫຍ່ຂອງເຮົາ ເຮົາຈະແກ້ແຄ້ນຊົນຊາດທັງຫລາຍທີ່ບໍ່ເຊື່ອຟັງເຮົາ.”
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 6 →
All chapters:
1
2
3
4
5
6
7