bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Micah 4
Micah 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 5 →
1
ໃນຍຸກຈະມາເຖິງພູໜ່ວຍທີ່ວິຫານຂອງພຣະເຈົ້າຢາເວຕັ້ງຢູ່ອາໄສ ຈະສູງກວ່າພູໜ່ວຍໃດໆ ທີ່ຕັ້ງຢູ່ທີ່ນັ້ນ. ພູໜ່ວຍນັ້ນ ຈະຢູ່ສູງກວ່າບັນດາພູເຂົາທັງປວງ ຫລາຍໆຊົນຊາດຈະຫລັ່ງໄຫລມາສູ່ພູໜ່ວຍນີ້.
2
ປະຊາຊົນຂອງພວກເຂົາເວົ້າວ່າ, “ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວ ສູ່ວິຫານຂອງພຣະເຈົ້າແຫ່ງຊາດອິດສະຣາເອນນັ້ນ. ເພາະພຣະອົງຈະສັ່ງສອນສິ່ງທີ່ຢາກໃຫ້ພວກເຮົາເຮັດຕາມ ພວກເຮົາຈະຍ່າງຕາມທາງທີ່ພຣະອົງໄດ້ເລືອກໄວ້. ຖ້ອຍຄຳຂອງພຣະເຈົ້າຢາເວມາແຕ່ນະຄອນເຢຣູຊາເລັມ ຈາກພູເຂົາຊີໂອນທີ່ຊົງກ່າວຕໍ່ປະຊາຊົນຂອງພຣະເຈົ້າ.”
3
ພຣະອົງຈະໄກ່ເກ່ຍນາໆຊາດທີ່ຜິດຖຽງກັນ ທ່າມກາງມະຫາອຳນາດທີ່ຢູ່ໄກແລະຢູ່ໃກ້. ພວກເຂົາຈະຕີດາບເປັນໝາກສົບໄຖ ແລະຕີຫອກເປັນມີດຕັດກິ່ງໄມ້. ຊົນຊາດທັງຫລາຍຈະບໍ່ເຮັດເສິກກັນອີກຕໍ່ໄປ ທັງຈະບໍ່ຕຽມເຮັດເສິກກັນອີກຈັກເທື່ອ.
4
ທຸກໆຄົນຈະຢູ່ນຳກັນຢ່າງສະຫງົບສຸກ ທ່າມກາງສວນອະງຸ່ນແລະຕົ້ນໝາກເດື່ອ ແລະບໍ່ມີຜູ້ໃດຈະເຮັດໃຫ້ພວກເຂົາຢ້ານກົວເລີຍ ປາກຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫຼະ.
5
ແຕ່ລະຊົນຊາດຕ່າງກໍຂາບໄຫວ້ແລະເຊື່ອຟັງນາມພະຂອງຕົນ, ແຕ່ພວກເຮົາຈະນະມັດສະການແລະເຊື່ອຟັງພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຕະຫລອດໄປເປັນນິດ.
6
ພຣະເຈົ້າຢາເວກ່າວວ່າ, “ເວລານັ້ນກຳລັງມາເຖິງ ເມື່ອເຮົາຈະເຕົ້າໂຮມປະຊາຊົນທີ່ເຮົາໄດ້ລົງໂທດ ຄືພວກທີ່ໄດ້ທົນທຸກທໍລະມານ ເພາະຕົກເປັນຊະເລີຍໃນຕ່າງຖິ່ນ.
7
ພວກເຂົາເປັນຄົນຂາພິການ ແລະຢູ່ຫ່າງໄກຈາກເຮືອນ, ແຕ່ເຮົາຈະເຮັດໃຫ້ພວກເຂົາເລີ່ມຕົ້ນໃໝ່ຈາກພວກທີ່ຍັງເຫລືອຢູ່ ແລະພວກເຂົາຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່. ພຣະເຈົ້າຢາເວຈະປົກຄອງພວກເຂົາທີ່ພູເຂົາຊີໂອນ ແຕ່ເວລານັ້ນຈົນຕະຫລອດໄປເປັນນິດ.”
8
ນະຄອນເຢຣູຊາເລັມເອີຍ ເຈົ້າເປັນບ່ອນທີ່ພຣະເຈົ້າເຝົ້າເບິ່ງປະຊາຊົນຂອງພຣະອົງ ເໝືອນດັ່ງຄົນລ້ຽງແກະຜູ້ໜຶ່ງທີ່ເຝົ້າເບິ່ງຝູງແກະຂອງຕົນຢູ່ເທິງຫໍຄອຍ; ເຈົ້າຈະເປັນເມືອງເອກແຫ່ງຣາຊອານາຈັກອີກເທື່ອໜຶ່ງ ທີ່ເຈົ້າໄດ້ເຄີຍເປັນມາແລ້ວ.
9
ເປັນຫຍັງເຈົ້າຈຶ່ງຮ້ອງສຽງແຮງແທ້? ເປັນຫຍັງເຈົ້າຈຶ່ງເຈັບປວດເໝືອນຍິງທີ່ກຳລັງອອກລູກ? ບໍ່ແມ່ນເຈົ້າບໍ່ມີກະສັດປົກຄອງບໍ? ບັນດາທີ່ປຶກສາຂອງພວກເຈົ້າເດ ຕາຍໝົດແລ້ວບໍ?
10
ປະຊາຊົນເຢຣູຊາເລັມເອີຍ ຈົ່ງບິດຕົວຮ້ອງຄວນຄາງ ດັ່ງຍິງທີ່ກຳລັງອອກລູກສາ ເພາະວ່າບັດນີ້ພວກເຈົ້າຈະຕ້ອງໜີຈາກເມືອງນີ້ໄປອາໄສຢູ່ໃນທົ່ງນາ. ພວກເຈົ້າຈະຕ້ອງໄປທີ່ນະຄອນບາບີໂລນ, ແຕ່ຢູ່ໃນທີ່ນັ້ນ ພຣະເຈົ້າຢາເວຈະຊົງໄຖ່ພວກເຈົ້າໃຫ້ພົ້ນຈາກກຳມືຂອງພວກສັດຕູຂອງເຈົ້າ.
11
ມີຫລາຍຊົນຊາດໄດ້ເຕົ້າໂຮມກັນເພື່ອໂຈມຕີພວກເຈົ້າ ເຂົາເວົ້າວ່າ, “ນະຄອນເຢຣູຊາເລັມຕ້ອງຖືກທຳລາຍ ພວກເຮົາຈະໄດ້ເຫັນເມືອງນີ້ຮົກຮ້າງເພພັງ.”
12
ແຕ່ຊົນຊາດເຫຼົ່ານີ້ບໍ່ຮູ້ຈັກຄວາມຄິດຂອງພຣະເຈົ້າຢາເວ ພວກເຂົາສຳນຶກບໍ່ໄດ້ເລີຍວ່າ ພຣະອົງໄດ້ວາງແຜນທ້ອນໂຮມ ເພື່ອເອົາພວກເຂົາມາລົງໂທດ ເຊັ່ນດຽວກັບໂຮມເອົາມັດເຂົ້າມາຟາດໃນລານ.
13
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ປະຊາຊົນເຢຣູຊາເລັມເອີຍ ຈົ່ງໄປລົງໂທດເຫຼົ່າສັດຕູຂອງພວກເຈົ້າສາ ເຮົາຈະເຮັດໃຫ້ພວກເຈົ້າແຂງແຮງເໝືອນດັ່ງງົວກະທິງ ທີ່ມີເຂົາເປັນເຫຼັກແລະມີກີບຕີນເປັນທອງສຳຣິດ. ພວກເຈົ້າຈະຢຽບຢໍ່າທຳລາຍຫລາຍຊົນຊາດໃຫ້ໝຸ່ນທະລາຍໄປ ເຮົາຈະມອບສິ່ງທີ່ໄດ້ມາຖວາຍແກ່ພຣະເຈົ້າຢາເວ ແລະຊັບສົມບັດຂອງພວກເຂົາໄດ້ມາຈາກການໃຊ້ກຳລັງຢຶດເອົານັ້ນ ເຮົາຈະເອົາມາອຸທິດຖວາຍແກ່ອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກທັງໝົດ.”
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 5 →
All chapters:
1
2
3
4
5
6
7