bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Micah 2
Micah 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 3 →
1
ຜູ້ທີ່ນອນຄິດວາງແຜນເຮັດຊົ່ວ ຈະໄດ້ຮັບໄພພິບັດຫລາຍສໍ່າໃດນໍ ເມື່ອຮຸ່ງເຊົ້າມາ ພໍໄດ້ໂອກາດ ພວກເຂົາກໍເຮັດຊົ່ວຕາມທີ່ໄດ້ວາງແຜນໄວ້ນັ້ນ.
2
ເມື່ອພວກເຂົາຕ້ອງການໄຮ່ນາ ພວກເຂົາກໍຢຶດເອົາໂລດ ເມື່ອພວກເຂົາຕ້ອງການບ້ານເຮືອນ ພວກເຂົາກໍຢຶດເອົາໂລດ. ບໍ່ມີຄອບຄົວຂອງຄົນໃດ ຫລືຊັບສົມບັດຂອງຜູ້ໃດຈະປອດໄພ.
3
ເພາະສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວວ່າ, “ເຮົາກຳລັງວາງແຜນນຳໄພພິບັດມາສູ່ພວກເຈົ້າ ແລະພວກເຈົ້າຈະຫລົບຫລີກໄປບໍ່ໄດ້. ພວກເຈົ້າກຳລັງນຳຄວາມເດືອດຮ້ອນມາສູ່ພວກເຈົ້າເອງ ແລະຕໍ່ໄປ ພວກເຈົ້າຈະບໍ່ໄດ້ຍ່າງຢ່າງອວດອົ່ງທະນົງຕົວອີກຕໍ່ໄປ.
4
ເມື່ອເວລານັ້ນມາເຖິງ ຄົນຈະເອົາເລື່ອງຂອງພວກເຈົ້າຂຶ້ນມາກ່າວເປັນຕົວຢ່າງໃນຄາວຖືກໄພພິບັດ ແລະພວກເຂົາກໍຈະຮ້ອງເພງ ເຖິງປະສົບການອັນຂົມຂື່ນນັ້ນວ່າ: ‘ພວກເຮົາໄດ້ຖືກທຳລາຍໃຫ້ພັງພິນາດໄປຈົນໝົດ ພຣະເຈົ້າຢາເວໄດ້ຢຶດດິນແດນຂອງພວກເຮົາໄປແລ້ວ ແລະໄດ້ມອບດິນແດນນັ້ນໃຫ້ແກ່ຄົນອື່ນເສຍ ຄືບັນດາສັດຕູທີ່ໄດ້ຈັບເອົາພວກເຮົາໄປນັ້ນ.”’
5
ເພາະສະນັ້ນ ເມື່ອເວລາມາເຖິງສຳລັບດິນແດນທີ່ຈະຖືກມອບຄືນ ໃຫ້ແກ່ປະຊາຊົນຂອງພຣະເຈົ້າຢາເວຈະບໍ່ມີຜູ້ໜຶ່ງຜູ້ໃດໃນພວກເຈົ້າໄດ້ຮັບສ່ວນແບ່ງ.
6
ປະຊາຊົນກ່າວໃສ່ຂ້າພະເຈົ້າ ແລະເວົ້າວ່າ, “ຢ່າສູ່ເທດສະໜາໃຫ້ພວກເຮົາຟັງເລີຍ. ຢ່າສູ່ສັ່ງສອນພວກເຮົາເຖິງເລື່ອງເຫຼົ່ານັ້ນ. ພຣະເຈົ້າຈະບໍ່ເຮັດໃຫ້ພວກເຮົາອັບອາຍຂາຍໜ້າດອກ.
7
ເຈົ້າຄິດວ່າປະຊາຊົນອິດສະຣາເອນຖືກສາບແຊ່ງຊັ້ນບໍ? ພຣະເຈົ້າຢາເວໝົດຄວາມອົດທົນແລ້ວຫລື? ພຣະອົງຈະເຮັດສິ່ງເຫຼົ່ານັ້ນແທ້ບໍ? ພຣະອົງຈະບໍ່ກ່າວຕໍ່ຜູ້ທີ່ເຮັດຖືກຕ້ອງ ຢ່າງເມດຕາປານີດອກຫລື?”
8
ອົງພຣະຜູ້ເປັນເຈົ້າຕອບຄືນວ່າ, “ພວກເຈົ້າໂຈມຕີປະຊາຊົນຂອງເຮົາ ຄືກັບວ່າພວກເຂົາເປັນສັດຕູ. ພວກຜູ້ຊາຍທີ່ກັບມາແຕ່ສະໜາມຮົບ ກໍຄິດວ່າທີ່ເຮືອນຕົນປອດໄພແລ້ວ, ແຕ່ພວກເຈົ້າຊໍ້າພັດລໍຄອຍຢູ່ທີ່ນັ້ນ ເພື່ອລັກເອົາແມ່ນແຕ່ເສື້ອຊັ້ນນອກຂອງພວກເຂົາໄປ.
9
ພວກເຈົ້າໄດ້ຂັບໄລ່ຜູ້ຍິງທີ່ເປັນປະຊາຊົນຂອງເຮົາໃຫ້ອອກຈາກເຮືອນອັນຜາສຸກຂອງພວກເຂົາ ແລະພວກເຈົ້າໄດ້ເອົາກຽດສັກສີໜີໄປຕະຫລອດ ຄືກຽດສັກສີທີ່ເຮົາໄດ້ມອບໃຫ້ພວກລູກຂອງພວກເຂົານັ້ນ.
10
ຈົ່ງລຸກຂຶ້ນ ແລະໜີໄປສາ; ຢູ່ໃນທີ່ນີ້ ບໍ່ມີບ່ອນປອດໄພອີກແລ້ວ. ການບາບຂອງພວກເຈົ້າໄດ້ນຳເຄາະກຳມາສູ່ບ່ອນນີ້ໃຫ້ພິນາດໄປ.
11
ປະຊາຊົນເຫຼົ່ານີ້ ຕ້ອງການຜູ້ທຳນວາຍທີ່ທ່ຽວໄປມາເວົ້າຕົວະ ແລະຫລອກລວງໂດຍເວົ້າວ່າ, ‘ຂ້ອຍຂໍທຳນວາຍວ່າ ເຫຼົ້າອະງຸ່ນແລະສຸຣາຈະຫລັ່ງໄຫລມາສຳລັບພວກເຈົ້າ.’
12
ແຕ່ເຮົາຈະນຳພວກເຈົ້າມາເຕົ້າໂຮມກັນ ຄືພວກເຈົ້າຜູ້ເປັນປະຊາຊົນອິດສະຣາເອນທັງໝົດທີ່ຍັງເຫລືອຢູ່. ເຮົາຈະນຳພວກເຈົ້າເຂົ້າມາເຕົ້າໂຮມກັນ ເໝືອນດັ່ງຝູງແກະກັບຄືນມາສູ່ຄອກ. ດິນແດນຂອງພວກເຈົ້າຈະເຕັມໄປດ້ວຍຝູງຄົນອີກເທື່ອໜຶ່ງ ເໝືອນຝູງແກະຢູ່ໃນທົ່ງຫຍ້າ.”
13
ພຣະເຈົ້າຈະໄຂຫົນທາງໃຫ້ພວກເຂົາ ແລະນຳພວກເຂົາອອກຈາກການເປັນຊະເລີຍໃນຕ່າງຖິ່ນ. ພວກເຂົາຈະທະລຸອອກໄປທາງປະຕູເຂົ້າເມືອງ ແລະຈະປົບໜີໄປຢ່າງອິດສະຫລະ. ພຣະເຈົ້າຢາເວເອງ ຜູ້ເປັນກະສັດຂອງພວກເຂົາຈະນຳພາພວກເຂົາອອກໄປ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 3 →
All chapters:
1
2
3
4
5
6
7