bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Micah 6
Micah 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 7 →
1
ຈົ່ງຟັງພຣະເຈົ້າຢາເວສູ້ຄວາມກັບຊາດອິດສະຣາເອນ. ຈົ່ງລຸກຂຶ້ນເຖີດແລະສະເໜີຄະດີຂອງພຣະອົງ; ໃຫ້ພູແລະເນີນພູທັງຫລາຍຟັງພຣະອົງກ່າວ.
2
ພູເຂົາທັງຫລາຍເອີຍ ເຈົ້າຊຶ່ງເປັນຮາກຖານອັນຕະຫລອດໄປຂອງແຜ່ນດິນໂລກນີ້ ຈົ່ງຟັງຄະດີຂອງພຣະເຈົ້າຢາເວເຖີດ ພຣະເຈົ້າຢາເວມີຄະດີຕໍ່ສູ້ປະຊາຊົນຂອງພຣະອົງ. ພຣະອົງກຳລັງກ່າວໂທດຕໍ່ສູ້ປະຊາຊົນອິດສະຣາເອນ.
3
“ປະຊາຊົນຂອງເຮົາເອີຍ ເຮົາໄດ້ກະທຳຫຍັງແດ່ໃຫ້ແກ່ພວກເຈົ້າ? ເຮົາໄດ້ວາງພາລະໜັກອັນໃດແດ່ໃຫ້ແກ່ພວກເຈົ້າ? ຈົ່ງຕອບເຮົາມາເບິ່ງ.
4
ເຮົາໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ; ເຮົາໄດ້ກອບກູ້ເອົາພວກເຈົ້າໃຫ້ອອກມາຈາກການເປັນທາດຮັບໃຊ້ ເຮົາໄດ້ໃຊ້ໂມເຊ, ອາໂຣນ ແລະມີຣີອາມ ໃຫ້ນຳພາພວກເຈົ້າ.
5
ປະຊາຊົນຂອງເຮົາເອີຍ ຈົ່ງລະນຶກເຖິງສິ່ງທີ່ກະສັດບາຫລາກ ແຫ່ງໂມອາບ ໄດ້ວາງແຜນຕໍ່ສູ້ພວກເຈົ້າ ແລະບາລາອາມ ລູກຊາຍຂອງເບອໍໄດ້ຕອບເພິ່ນວ່າຢ່າງໃດ. ຈົ່ງລະນຶກເຖິງເຫດການຕ່າງໆທີ່ໄດ້ເກີດຂຶ້ນຕາມທາງ ແຕ່ຄ້າຍພັກທີ່ຊິດຕິມ ຫາກິນການ. ຈົ່ງລະນຶກເຖິງສິ່ງເຫຼົ່ານີ້ ແລະພວກເຈົ້າກໍຈະສຳນຶກເຖິງສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອຊ່ວຍຊີວິດຂອງພວກເຈົ້າ.”
6
ເມື່ອຂ້າພະເຈົ້າມານະມັດສະການພຣະເຈົ້າຢາເວ ແລະກົ້ມຂາບຕໍ່ໜ້າພຣະເຈົ້າແຫ່ງຟ້າສະຫວັນ ຂ້າພະເຈົ້າຈະເອົາຫຍັງມາຖວາຍແກ່ພຣະອົງ? ຂ້າພະເຈົ້າຈະນຳເອົາລູກງົວໂຕຕຸ້ຍພີດີທີ່ສຸດ ມາເຜົາເປັນເຄື່ອງບູຊາຖວາຍແກ່ພຣະອົງບໍ?
7
ພຣະເຈົ້າຢາເວຈະພໍໃຈບໍ ຖ້າຂ້າພະເຈົ້ານຳແກະພັນໂຕ ຫລືນໍ້າມັນໝາກກອກເທດອັນບໍ່ໝົດເປັນຈັກເທື່ອ ມາຖວາຍແກ່ພຣະອົງ? ຂ້າພະເຈົ້າຄວນຈະຖວາຍລູກກົກແກ່ພຣະອົງ ເພື່ອເປັນຄ່າໄຖ່ການບາບຂອງຂ້າພະເຈົ້າບໍ?
8
ບໍ່ແມ່ນດອກ ພຣະເຈົ້າຢາເວໄດ້ບອກພວກເຮົາວ່າ ແມ່ນຫຍັງເປັນສິ່ງທີ່ດີ. ສິ່ງທີ່ພຣະອົງຕ້ອງການຈາກພວກເຮົານັ້ນແມ່ນດັ່ງນີ້: ເຮັດສິ່ງທີ່ຖືກຕ້ອງ, ສະແດງຄວາມຮັກອັນໝັ້ນຄົງ ແລະໃຊ້ຊີວິດໃນຄວາມສາມັກຄີທຳກັບພຣະເຈົ້າຂອງພວກເຮົາດ້ວຍຄວາມຖ່ອມໃຈ.
9
ການຢຳເກງພຣະເຈົ້າຢາເວເປັນການສະຫລາດ. ພຣະອົງຮ້ອງໃສ່ເມືອງນັ້ນວ່າ, “ຈົ່ງຟັງເທີ້ນ ພວກເຈົ້າປະຊາຊົນທີ່ປະຊຸມກັນຢູ່ໃນເມືອງ
10
ໃນເຮືອນຂອງຄົນຊົ່ວ ມີຊັບສົມບັດຫລາຍຢ່າງ ຊຶ່ງພວກເຂົາໄດ້ມາໃນທາງບໍ່ສັດຊື່. ພວກເຂົາໃຊ້ຕາຊິງປອມ ເປັນສິ່ງທີ່ເຮົາກຽດຊັງ.
11
ເຮົາຈະຍົກໂທດໃຫ້ແກ່ຜູ້ໃຊ້ຕາຊັ່ງແລະຕາຊິງປອມໄດ້ບໍ?
12
ພວກເຈົ້າຄົນຮັ່ງມີຫາຜົນປະໂຫຍດນຳຄົນຍາກຈົນ ແລະພວກເຈົ້າທຸກຄົນລ້ວນແຕ່ເປັນຄົນຂີ້ຕົວະ.
13
ສະນັ້ນ ເຮົາຈຶ່ງໄດ້ລົງມື ເຮັດໃຫ້ພວກເຈົ້າເຖິງຄວາມພິນາດແລະຄວາມຈິບຫາຍ ຍ້ອນພວກເຈົ້າເຮັດບາບ.
14
ພວກເຈົ້າຈະກິນແຕ່ຈະບໍ່ຮູ້ອີ່ມ ຕາມຄວາມຈິງແລ້ວພວກເຈົ້າຍັງຈະຫິວຢູ່ເລື້ອຍໆ. ພວກເຈົ້າຈະໄດ້ສິ່ງຂອງຫລາຍຢ່າງມາ ແຕ່ພວກເຈົ້າຈະທ້ອນໂຮມໄວ້ບໍ່ໄດ້; ທຸກສິ່ງທີ່ພວກເຈົ້າຈະສະສົມໄວ້ ເຮົາຈະທຳລາຍສິ່ງນັ້ນດ້ວຍໄພສົງຄາມ.
15
ພວກເຈົ້າຈະຫວ່ານເມັດພືດ ແຕ່ພວກເຈົ້າຈະບໍ່ໄດ້ເກັບກ່ຽວ. ພວກເຈົ້າຈະບີບເອົານໍ້າມັນຈາກໝາກກອກເທດແຕ່ຈະບໍ່ໄດ້ໃຊ້ມັນ. ພວກເຈົ້າຈະເຮັດເຫຼົ້າອະງຸ່ນແຕ່ຈະບໍ່ໄດ້ດື່ມມັນ.
16
ເຫດການນີ້ຈະເກີດຂຶ້ນເພາະພວກເຈົ້າໄດ້ເຮັດຊົ່ວ ຕາມກະສັດອົມຣີ ແລະກະສັດອາຮາບລູກຊາຍຂອງເພິ່ນ. ພວກເຈົ້າໄດ້ສືບຕໍ່ເຮັດຕາມກົດເກນຕ່າງໆຂອງພວກເຂົາ; ເພາະສະນັ້ນ ເຮົາຈຶ່ງຈະນຳພວກເຈົ້າໄປສູ່ຄວາມຈິບຫາຍ ແລະທຸກຄົນຈະດູຖູກພວກເຈົ້າ. ປະຊາຊົນ ທຸກບ່ອນຈະເຮັດຕໍ່ພວກເຈົ້າດ້ວຍຄວາມຫຍໍ້ຫຍັນ.”
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 7 →
All chapters:
1
2
3
4
5
6
7