bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Micah 3
Micah 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 4 →
1
ຈົ່ງຟັງເດີ ບັນດາຜູ້ປົກຄອງຊາດອິດສະຣາເອນເອີຍ ພວກເຈົ້າຄວນຈະຫ່ວງໃຍເຖິງຄວາມຍຸດຕິທຳ
2
ແຕ່ພວກເຈົ້າຊໍ້າພັດກຽດຊັງຄວາມດີ ແລະຮັກຄວາມຊົ່ວ. ພວກເຈົ້າຂູດເນື້ອເຖືອໜັງປະຊາຊົນຂອງເຮົາທັງເປັນ.
3
ພວກເຈົ້າກືນກິນປະຊາຊົນຂອງເຮົາ. ພວກເຈົ້າລອກໜັງຂອງພວກເຂົາອອກຫັກກະດູກຂອງພວກເຂົາ ແລະຕັດເປັນຕ່ອນໆເໝືອນຊີ້ນຢູ່ໃນໝໍ້.
4
ເມື່ອເວລາມາເຖິງ ພວກເຈົ້າຈະຮ້ອງຫາພຣະເຈົ້າຢາເວ; ແຕ່ພຣະອົງຈະບໍ່ຕອບພວກເຈົ້າ. ພຣະອົງຈະບໍ່ຟັງຄຳພາວັນນາອະທິຖານຂອງພວກເຈົ້າ ກໍເພາະພວກເຈົ້າໄດ້ປະພຶດຊົ່ວ.
5
ພຣະເຈົ້າຢາເວກ່າວຕໍ່ບັນດາຜູ້ທຳນວາຍເຫຼົ່ານີ້ວ່າ, “ປະຊາຊົນຂອງເຮົາໄດ້ຖືກພວກຜູ້ທຳນວາຍຫລອກລວງ ຄືພວກເຂົາສັນຍາແກ່ຄົນທີ່ຈ່າຍເງິນແກ່ຕົນໃຫ້ມີສັນຕິພາບ ແຕ່ນາບຂູ່ຜູ້ທີ່ບໍ່ຈ່າຍເງິນແກ່ຕົນໃຫ້ພົບພໍ້ໄພສົງຄາມ.
6
ເພາະສະນັ້ນ ພວກຜູ້ທຳນວາຍເອີຍ ມື້ຂອງພວກເຈົ້ານັ້ນເກືອບຈະໝົດໄປແລ້ວ ຕາເວັນກຳລັງຕົກລົງເທິງພວກເຈົ້າ. ເພາະພວກເຈົ້າໄດ້ນຳປະຊາຊົນຂອງເຮົາໄປໃນທາງຜິດ ພວກເຈົ້າຈະບໍ່ມີນິມິດໃນການທຳນວາຍອີກຕໍ່ໄປ ແລະພວກເຈົ້າຈະກ່າວຫຍັງລ່ວງໜ້າບໍ່ໄດ້ອີກ.
7
ຜູ້ໃດທີ່ກ່າວລ່ວງໜ້າເຖິງອະນາຄົດ ຜູ້ນັ້ນກໍຈະໄດ້ຮັບຄວາມອັບອາຍຂາຍໜ້າ ເພາະຄວາມຫລົ້ມເຫລວຂອງຕົນ. ທຸກຄົນໃນພວກເຂົາຈະເສຍກຽດ ເພາະພຣະເຈົ້າບໍ່ຕອບພວກເຂົາ.”
8
ແຕ່ສຳລັບຂ້າພະເຈົ້າແລ້ວ ພຣະເຈົ້າຢາເວໃຫ້ຂ້າພະເຈົ້າເຕັມໄປດ້ວຍພຣະວິນຍານ ຕະຫລອດທັງຣິດອຳນາດຂອງພຣະອົງ ແລະພຣະອົງໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈໃນຄວາມຍຸດຕິທຳ ແລະມີຄວາມກ້າຫານເພື່ອບອກປະຊາຊົນອິດສະຣາເອນວ່າ ແມ່ນຫຍັງຄືການບາບຂອງພວກເຂົາ.
9
ຈົ່ງຟັງຂ້າພະເຈົ້າເທີ້ນ ບັນດາຜູ້ນຳຊາດອິດສະຣາເອນເອີຍ ພວກເຈົ້າທີ່ກຽດຊັງຄວາມຍຸດຕິທຳແລະປ່ຽນຖືກໃຫ້ເປັນຜິດ.
10
ພວກເຈົ້າກຳລັງສ້າງນະຄອນເຢຣູຊາເລັມ ນະຄອນຂອງພຣະເຈົ້າ ຢູ່ເທິງພື້ນຖານແຫ່ງຄາດຕະກຳແລະຄວາມອະຍຸດຕິທຳ.
11
ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”
12
ເພາະສະນັ້ນ ຍ້ອນພວກເຈົ້າ ພູເຂົາຊີໂອນຈະຖືກໄຖເໝືອນໄຖນາ ນະຄອນເຢຣູຊາເລັມຈະກາຍເປັນກອງສິ່ງຮົກຮ້າງເພພັງ ແລະເນີນພູບ່ອນທີ່ຕັ້ງພຣະວິຫານກໍຈະກາຍເປັນປ່າ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 4 →
All chapters:
1
2
3
4
5
6
7