bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Nehemiah 1
Nehemiah 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 2 →
1
ຕໍ່ໄປນີ້ແມ່ນວຽກງານຂອງເນເຫມີຢາ ລູກຊາຍຂອງຮາກາລີຢາ ໄດ້ເຮັດສຳເລັດ. ໃນເດືອນກິດຊະເຫລັບ ຂອງປີທີຊາວ ທີ່ກະສັດອາກຕາເຊເຊັດໄດ້ເປັນຈັກກະພັດແຫ່ງເປີເຊຍນັ້ນ; ຂ້າພະເຈົ້າ ເນເຫມີຢາ ໄດ້ຢູ່ໃນເມືອງຫລວງຊູຊາ.
2
ຮານານີ ພີ່ນ້ອງຄົນໜຶ່ງຂອງຂ້າພະເຈົ້າ ໄດ້ເດີນທາງມາຈາກແຂວງຢູດາຍພ້ອມກັບຄົນໝວດໜຶ່ງ ແລະຂ້າພະເຈົ້າກໍໄດ້ຖາມເຂົາເຖິງນະຄອນເຢຣູຊາເລັມ ແລະພວກພີ່ນ້ອງຊາວຢິວ ຜູ້ທີ່ໄດ້ກັບຄືນເມືອຈາກການເປັນຊະເລີຍໃນຕ່າງຖິ່ນ ໃນບາບີໂລນ.
3
ພວກເຂົາໄດ້ບອກຂ້າພະເຈົ້າວ່າ, ພວກທີ່ລອດຊີວິດກັບມາສູ່ຖິ່ນຖານເດີມນັ້ນ ໄດ້ຮັບຄວາມລຳບາກຫລາຍ ແລະຄົນຕ່າງຊາດທີ່ຢູ່ໃກ້ຄຽງກໍດູໝິ່ນປະໝາດພວກເຂົາ. ພວກເຂົາຍັງໄດ້ບອກຂ້າພະເຈົ້າອີກວ່າ, “ກຳແພງຂອງນະຄອນເຢຣູຊາເລັມກໍຍັງພັງທະລາຍຢູ່ ແລະປະຕູຂອງກຳແພງເມືອງກໍຍັງບໍ່ທັນໄດ້ຖືກສ້າງຂຶ້ນໃໝ່ ຕັ້ງແຕ່ສະໄໝຖືກຈູດພຸ້ນ.”
4
ເມື່ອຂ້າພະເຈົ້າໄດ້ຍິນສິ່ງທັງໝົດນັ້ນແລ້ວ ຂ້າພະເຈົ້າກໍນັ່ງລົງແລະຮ້ອງໄຫ້ຄໍ່າຄວນ. ຂ້າພະເຈົ້າໄວ້ທຸກແລະບໍ່ຮັບປະທານອາຫານເປັນເວລາຫລາຍວັນ. ຂ້າພະເຈົ້າພາວັນນາອະທິຖານຫາພຣະເຈົ້າວ່າ,
5
“ໂອ ພຣະເຈົ້າຢາເວ ພຣະເຈົ້າແຫ່ງສະຫວັນເອີຍ ພຣະອົງຊົງຍິ່ງໃຫຍ່ແລະເປັນອົງທີ່ພວກຂ້ານ້ອຍໃຫ້ຄວາມເຄົາຣົບຢຳເກງ. ພຣະເຈົ້າຮັກສາພັນທະສັນຍາຂອງພຣະອົງຢ່າງສັດຊື່ ຕໍ່ຜູ້ທີ່ຮັກພຣະອົງແລະຜູ້ທີ່ປະຕິບັດຕາມຄຳສັ່ງຂອງພຣະອົງ.
6
ຂໍຊົງໂຜດຫລຽວເບິ່ງຂ້ານ້ອຍ ແລະຟັງຄຳພາວັນນາອະທິຖານຂອງຂ້ານ້ອຍດ້ວຍ ໃນເມື່ອຂ້ານ້ອຍພາວັນນາອະທິຖານທັງເວັນທັງຄືນ ເພື່ອພວກຜູ້ຮັບໃຊ້ຂອງພຣະອົງ ຄືປະຊາຊົນອິດສະຣາເອນ. ຂ້ານ້ອຍຂໍຮັບສາລະພາບວ່າ, ພວກຂ້ານ້ອຍ ຄືປະຊາຊົນອິດສະຣາເອນໄດ້ເຮັດບາບ. ບັນພະບຸລຸດຂອງພວກຂ້ານ້ອຍ ແລະຂ້ານ້ອຍເອງກໍໄດ້ເຮັດບາບດ້ວຍ.
7
ພວກຂ້ານ້ອຍໄດ້ປະພືດຕົນຢ່າງຊົ່ວຊ້າເພື່ອຕໍ່ສູ້ພຣະອົງ ແລະບໍ່ໄດ້ປະຕິບັດຕາມສິ່ງທີ່ພຣະອົງໄດ້ສັ່ງໄວ້. ພວກຂ້ານ້ອຍບໍ່ໄດ້ຖືຮັກສາກົດບັນຍັດຕ່າງໆ ທີ່ພຣະອົງໄດ້ມອບໃຫ້ພວກຂ້ານ້ອຍຜ່ານທາງໂມເຊ ຜູ້ຮັບໃຊ້ຂອງພຣະອົງ.
8
ບັດນີ້ ຈົ່ງລະນຶກເຖິງສິ່ງທີ່ພຣະອົງໄດ້ບອກໂມເຊວ່າ: ‘ຖ້າປະຊາຊົນອິດສະຣາເອນບໍ່ສັດຊື່ຕໍ່ເຮົາ ເຮົາຈະເຮັດໃຫ້ພວກເຈົ້າກະຈັດກະຈາຍ ໄປໃນທ່າມກາງຊົນຊາດອື່ນໆ.
9
ແຕ່ຖ້າພວກເຈົ້າກັບຄືນມາຫາເຮົາອີກ ແລະປະຕິບັດຕາມສິ່ງທີ່ເຮົາໄດ້ສັ່ງພວກເຈົ້າ ເຮົາຈະນຳພວກເຈົ້າກັບມາສູ່ບ່ອນທີ່ເຮົາໄດ້ເລືອກໄວ້ໃຫ້ນາມຊື່ຂອງເຮົາສະຖິດຢູ່; ເຖິງແມ່ນວ່າພວກເຈົ້າຈະກະຈັດກະຈາຍກັນໄປຢູ່ທົ່ວທຸກມູມໂລກກໍຕາມ.’
10
ຄົນເຫຼົ່ານີ້ເປັນຜູ້ຮັບໃຊ້ ແລະເປັນປະຊາຊົນຂອງພຣະອົງ. ພຣະອົງໄດ້ຊ່ວຍກູ້ເອົາພວກເຂົາ ດ້ວຍຣິດເດດອັນຍິ່ງໃຫຍ່ແລະດ້ວຍກຳລັງຂອງພຣະອົງ.
11
ຂ້າແດ່ ອົງພຣະຜູ້ເປັນເຈົ້າເອີຍ ບັດນີ້ ຂໍພຣະອົງຮັບຟັງຄຳພາວັນນາອະທິຖານຂອງຂ້ານ້ອຍ ແລະຄຳພາວັນນາອະທິຖານຂອງບັນດາຜູ້ຮັບໃຊ້ຄົນອື່ນໆຂອງພຣະອົງ ຜູ້ທີ່ຢຳເກງໃຫ້ກຽດນາມຊື່ຂອງພຣະອົງແດ່ທ້ອນ. ໃນວັນນີ້ ຂໍພຣະອົງໂຜດປະທານໄຊຊະນະໃຫ້ແກ່ຂ້ານ້ອຍ ໂດຍບັນດານໃຫ້ເພິ່ນເມດຕາຂ້ານ້ອຍດ້ວຍເຖີດ.” ໃນສະໄໝນັ້ນ ຂ້າພະເຈົ້າໄດ້ເປັນຜູ້ຢາຍເຫຼົ້າອະງຸ່ນປະຈຳໂຕະຂອງກະສັດ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13